• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ 2018

ຕອນເຊົ້າວັນທີ 25 ເມສາ ຢູ່ ພູເຫງ໋ຍຫລີງ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ວິຫານຮຸ່ງ, ຄະນະກຳມະການປະຊາຊົນແຂວງ ຟູທໍ້ ຕາງຫນ້າໃຫ້ປະຊາຊົນໃນທົ່ວປະເທດຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາການນຳສູນກາງ, ກະຊວງ,
ຂະແຫນງການ,ທ້ອງຖິ່ນເຂົ້າຮ່ວມພິທີ

ພາບ:VietNamNet

ພິທີໄດ້ເລີ່ມຕົ້ນນັບແຕ່ເວລາ 6 ໂມງເຊົ້າດ້ວຍບັນຍາກາດທີ່ເຄັ່ງຂຶມ, ຄະນະຜູ້ແທນຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງ ແລະ ບັນພະບຸລຸດທີ່ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ ລວມມີ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານ ຫງວຽນວັນບີງ ຫົວຫນ້າຄະນະເສດຖະກິດສູນກາງ, ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການ, ອົງການສູນກາງ, ການນຳແຂວງ ຟູທໍ້, ທາຍງວຽນ, ກວ໋າງນາມ, ບີງເຢືອງ ແລະ ກຽນຢາງ.

ເນື່ອງໃນໂອກາດນີ້ ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ຈັດຕັ້ງພິທີຖະຫວາຍທູບທຽນ, ເຄື່ອງຂອງບູຊາອາໄລຫາບັນດາເຈົ້າຊີວິດຮຸ່ງ.

ຕອນເຊົ້າວັນດຽວກັນ, ຢູ່ເຂດອາໄລຫາບັນດາເຈົ້າຊີວິດຮຸ່ງ ຢູ່ ສວນສາທາລະນະປະຫວັດສາດ - ວັດທະນະທຳຊົນເຜົ່ານະຄອນໂຮ່ຈິມີນ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນ ໄດ້ຈັດຕັ້ງພິທີໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2018 ເຊັ່ນດຽວກັນ.

ແລະກໍ່ໃນຕອນເຊົ້າວັນດຽວກັນ ຢູ່ ວິຫານເຈົ້າຊີວິດຮຸ່ງ ທີ່ນະຄອນ ຍາຈາງ, ການນຳແຂວງຍາຈາງ ພ້ອມກັບປະຊາຊົນແຂວງ ແຄງຮ່ວາ ໄດ້ຈັດພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນດັກຕາຍ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ແຄງຮ່ວາ ໄດ້ຮຽກຮ້ອງປະຊາຊົນທຸກຊັ້ນວັນນະ ຢູ່ແຂວງ ແຄງຮ່ວາ ພ້ອມກັນສາມັກຄີ, ສືບທອດພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປ້ອງຄວາມຜາສຸກຂອງປະຊາຊົນ ພ້ອມກັນສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີເຂັ້ມແຂງ.

ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດວິຫານ ຮົ່ງເຊີນ, ຕອນເຊົ້າວັນທີ 25 ເມສາ, ຄະນະກຳມະການປະຊາຊົນນະຄອນ ວີງ ແຂວງ ເງ້ອານ ຈັດຕັ້ງພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ. ກ່ອນຫນ້ານັ້ນ ຕອນຄ່ຳວັນທີ 24 ເມສາ, ຢູ່ ຫໍພິພິທະພັນນະຄອນ ເກີນເທີ ກໍ່ໄດ້ດຳເນີນພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ດ້ວຍພິທີຖະຫວາຍທູບທຽນ, ເຄື່ອງຂອງບູຊາ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top