• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ

      ວັນທີ 20 ມັງກອນ 1949, ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ກາຍເປັນຂີດໝາຍອັນສຳຄັນ ຂອງກອງທັບປະຊາຊົນລາວ
            ຕອນຄ່ຳວັນທີ 17 ມັງກອນ, ທີ່ຮ່າໂນ້ຍ, ສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງກອງທັບ ປະຊາຊົນລາວ (20 ມັງກອນ 1949 - 20 ມັງກອນ 2019)  ຢູ່ ຫວຽດນາມ. ເຂົ້າຮ່ວມພິທີມີບັນດາການນຳ ຫວຽດນາມ, ບັນດາເອກອັກຄະລັດຖະທູດ, ອຸປະທູດ ບັນດາອົງການຈັດຕັ້ງສາກົນ, ທະຫານອາສາສະໝັກ, ຊ່ຽວຊານການທະຫານ ຫວຽດນາມ…

(ບັນດາການນຳ ຫວຽດນາມ, ບັນດາເອກອັກຄະລັດຖະທູດ, ອຸປະທູດ... ເຂົ້າຮ່ວມພິທີ)
      ກ່ອນໜ້ານີ້ 70 ປີ, ພາຍໃຕ້ການນຳພາຂອງປະທານ ໄກສອນ ພົມວິຫານ, ວັນທີ 20 ມັງກອນ 1949, ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ກາຍເປັນຂີດໝາຍອັນສຳຄັນ ຂອງກອງທັບປະຊາຊົນລາວ. ບົນເສັ້ນທາງແຫ່ງພາລະກິດປະຕິວັດ, ກອງທັບປະຊາຊົນລາວ ໄດ້ຜ່ານຜ່າຄວາມລຳບາກກາກໍາ, ລະອິດລະອ້ຽວຢ່າງຫຼວງຫຼາຍ ແລະ ການເສຍສະຫຼະອັນສູງສົ່ງ ເພື່ອບັນລຸໄດ້ຫຼາຍບັ້ນໄຊຊະນະອັນຍິ່ງໃຫຍ່ ທັງໃນສະໄໝຕໍ່ສູ້ກູ້ຊາດ ແລະ ໃນສະໄໝສັນຕິພາບ. ໃນນັ້ນ, ບໍ່ອາດຫຼົງລືມໄດ້ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນ. ກ່າວຄຳເຫັນທີ່ພິທີ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໃຫ້ຮູ້ວ່າ:
     
(ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ກ່າວຄຳເຫັນທີ່ພິທີ)
      ທີ່ພິທີສະເຫຼີມສະຫຼອງ, ພົນເອກ ຟານວັນຢາງ ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ແບ່ງປັນວ່າ:
      
(ພົນເອກ ຟານວັນຢາງ ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ກ່າວຄຳເຫັນ)
      “ເປັນມິດສະຫາຍທີ່ເຄີຍຄຽງບ່າຄຽງໄຫຼ່ ໃນຂຸມຄອງດຽວກັນ, ພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ ມີຄວາມພາກພູມໃຈ ແລະ ປິຕິຊົມຊື່ນທີ່ສຸດ ຕໍ່ກັບບັນດາໄຊຊະນະອັນຍິ່ງໃຫຍ່ບົນເສັ້ນທາງແຫ່ງການກໍ່ສ້າງການສູ້ຮົບ, ການເຕີບໃຫຍ່ຂອງກອງທັບປະຊາຊົນລາວ ອ້າຍນ້ອງ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ກອງທັບປະຊາຊົນລາວ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງຊາດ, ຍາດໄດ້ບັນດາໄຊຊະນະອັນຍິ່ງໃຫຍ່ກວ່າເກົ່າ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.
      ພາຍຫຼັງສຳເລັດພິທີການ, ບັນດາທ່ານແຂກທີ່ເຂົ້າຮ່ວມ ໄດ້ມີການພົບປະ, ຮັບຊົມບັນດາລາຍການສະແດງສິລະປະ ຂັບຮ້ອງ, ຟ້ອນລຳ ສັນລະເສີນນໍ້າໃຈທະຫານ ແລະ ປະຊາຊົນ ແລະ ໄດ້ຮ່ວມຮັບປະທານເຍື່ອງອາຫານພື້ນເມືອງຂອງລາວນຳອີກ.
ຕອນເຊົ້າວັນທີ 18 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949 – 20 ມັງກອນ 2019).

(ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄປອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ)
      ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນສະຖານທູດຫວຽດນາມ ແລະ ທູດທະຫານປ້ອງກັນປະເທດຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ເປັນຫົວໜ້າຄະນະ, ໄດ້ໄປອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຢູ່ຊວງກະຊວງປ້ອງກັນປະເທດລາວ ຢູ່ນະຄອນຫຼວງວຽງຈັນ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

 



ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top