• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຊັກທຸງອາຊຽນຢູ່ລາວເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ

      ຕອນເຊົ້າວັນທີ 10 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດລາວ, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີຊັກທຸງອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງອາຊຽນ (08 ສິງຫາ 1967 – 08 ສິງຫາ 2018) ຢ່າງສົມກຽດ.
 
      
ພິທີຊັກທຸງອາຊຽນຢູ່ລາວເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ
(ພາບ: vietnam+)
      ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານພິທີ. ເຂົ້າຮ່ວມພິທີຊັກທຸງຍັງມີການນຳບັນດາກະຊວງຂອງລາວ ທີ່ກ່ຽວຂ້ອງເຖິງ 3 ເສົາຄ້ຳຕົ້ນຕໍໃນປະຊາຄົມອາຊຽນ; ເອກເອັກຄະລັດຖະທູດບັນດາປະເທດອາຊຽນ ແລະ ບັນດາຄູ່ເຈລະຈາຢູ່ລາວ ແລະ ຜູ້ຕາງໜ້າບັນດາອົງການສາກົນ.
        ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກເຖິງບັນດາຜົນສຳເລັດຂອງອາຊຽນ ໃນກວ່າເຄິ່ງສະຕະວັດຜ່ານມາ, ພ້ອມທັງໃຫ້ຮູ້ວ່າ, ອາຊຽນ ເປີດປະຕູກັບໂລກພາຍນອກ ແລະ ສວນບົດບາດສຳຄັນໃນໂຄງປະກອບພາກພື້ນເປີດກວ້າງ ແລະ ກວມລວມ ດ້ວຍໃຈກາງແມ່ນອາຊຽນ, ລາວ ມີຄວາມປິຕິຊົມຊື່ນເປັນສະມາຊິກຂອງອາຊຽນ.
          ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍສະແດງຄວາມຂອບອົກຂອບໃຈການໜູນຊ່ວຍ ແລະ ຊ່ວຍເຫຼືອຢ່າງທັນການຂອງບັນດາປະເທດສະມາຊິກອາຊຽນ, ສູນປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນການຄຸ້ມຄອງໄພພິບັດ (AHA), ບັນດາປະເທດຄູ່ເຈລະຈາ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃນເຫດເຂື່ອນກັ້ນນ້ຳ ເຊປຽນ - ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ແຕກ ເມື່ອວັນທີ 23 ກໍລະກົດຜ່ານມາ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top