• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ພິທີຂໍໃຫ້ຜົນການເພາະປູກດີຂອງຊາວ ຊານໄຈ

ເປັນໜຶ່ງໃນບັນດາງານບຸນໃຫຍ່ທີ່ໄດ້ຈັດຂຶ້ນໃນປີຂອງຊາວຊານໄຈ, ພິທີຂໍໃຫ້ຜົນການເພາະປູກດີເປັນການເຄື່ອນໄຫວດ້ານວັດທະນະທຳ, ຄວາມເຊື່ອຖືສາສະໜາ ດ້ວຍສີສັນທີ່ ເປັນເອກະລັກສະເພາະ. ຫວ່າງແລ້ວນີ້, ພໍ່ແມ່ປະຊາຊົນເຜົ່າ ຊານໄຈ (ບ້ານ ດົ່ງຊຽນ, ຕາແສງ ອຽນລາກ, ຝູເລືອງ, ຖາຍງວຽນ) ໄດ້ຈັດຕັ້ງຄືນພິທີດັ່ງກ່າວ ທີ່ໝູ່ບ້ານ ວັດທະນະທຳ-ທ່ອງທ່ຽວບັນດາເຜົ່າ ຫວຽດນາມ.

ເຜົ່າ ຊານໄຈ ຍັງມີຊື່ເອີ້ນຕ່າງໆ ຄື: ເຫີ່ນເບີ້ນ, ກາວລານ, ຊານຈີ, ໝານກາວລານ, ສ່ວນຫຼາຍອາໄສຢູ່ແຂວງ ຖາຍງວຽນ, ບັກກ້ານ,​ ບັກຢາງ ແລະ ແຂວງຕ່າງໆ ຂຶ້ນກັບເຂດຕາເວັນອອກສ່ຽງເໜືອຂອງ ຫວຽດນາມ.
 
ຕາມປົກກະຕິ, ໃນໂອກາດຈັດຕັ້ງງານບຸນ, ບັນດາຄອບຄົວຊາວເຜົ່າ ຊານໄຈ ກໍ່ພ້ອມກັນກະກຽມເຄື່ອງຂອງຖະຫວາຍ ຄື: ຊີ້ນໝູ, ເຂົ້າໜຽວ, ໄກ່, ໄຂ່ໄກ່, ໝາກໄມ້… ໜຶ່ງໃນ ບັນດາເຄື່ອງຂອງຖະຫວາຍສຳຄັນທີ່ຂາດບໍ່ໄດ້ໃນພິທີ ໄຫວ້ບູຊາແມ່ນພາບແຕ້ມແຜ່ນໜຶ່ງທີ່ມີບັນດາລວດລາຍ, ຮູບແຕ້ມ ບູຮານ. ຕາມຮີດຄອງ, ຊາວ ຊານໄຈ ມີພາບ ແຕ້ມປະມານເກືອບ 30 ແຜ່ນດ້ວຍຮູບແຕ້ມແຕກຕ່າງກັນ ໄດ້ນຳໃຊ້ໃນບັນດາພິທີ. 


ແມ່ຍິງຄົນໜຶ່ງເຜົ່າ ຊານໄຈ ພວມກະກຽມພາບແຕ້ມເພື່ອ
ຮັບໃຊ້ໃຫ້ແກ່ພິທີໄຫວ້ບູຊາ. 



ເຄື່ອງຂອງຖະຫວາຍທີ່ຊາວເຜົ່າ ຊານໄຈ ນຳໃຊ້ໃນພິທີ ໄຫວ້ບູຊາ. 


ໝໍເຢົາປະຕິບັດບັນດາພິທີການໃນພິທີຂໍໃຫ້ຜົນການເພາະ
ປູກດີຂອງຊາວເຜົ່າ ຊານໄຈ.



ເຄື່ອງຂອງທີ່ໝໍເຢົານຳໃຊ້ໃນພິທີໄຫວ້ບູຊາແມ່ນປ່ຽງໄມ້ໜຶ່ງ
ທີ່ໄດ້ຕັດອອກຈາກທ່ອນໄມ້ ແລະ ເຫຼົ້າຈອກໜຶ່ງ…



… ແລະ ໄດ້ນຳໃຊ້ເພື່ອຂໍຊຽງຊີໃນຕອນສຸດທ້າຍຂອງພິທີ. 


ເປີດສາກໃຫ້ງານບຸນແມ່ນຈັງຫວະຟ້ອນ ຕັກສິ່ງ.


ຜູ້ຊາຍເປັນຜູ້ຟ້ອນສຸດທ້າຍຂອງຈັງຫວະຟ້ອນ ຕັກສິ່ງ. 


ຈັງຫວະຟ້ອນ ຕັກສິ່ງ ໄດ້ສະແດງຕາມທຳນອງສຽງທີ່ໄດ້
ກະຈາຍອອກຂຶ້ນຈາກບັນດາເຄື່ອງເສບດົນຕີທີ່ງ່າຍດາຍຄື:
ທໍ່ໄມ້ໄຜ່, ທໍ່ໄມ້ເຮ້ຍ ດ້ວຍຂະໜາດທີ່ແຕກຕ່າງກັນ.



ວາດຟ້ອນຂອງຈັງຫວະຟ້ອນ ຕັກສິ່ງ ພັນລະນາເຖິງບັນດາ
ການເຄື່ອນໄຫວໃນການອອກແຮງງານຂອງຊາວເຜົ່າ ຊານໄຈ.



ແມ່ຍິງຊາວເຜົ່າ ຊານໄຈ ໃນຊຸດອາພອນປະຈຳເຜົ່າ ຂອງຕົນ.

ເຖິງຊົ່ວໂມງດີ, ໝໍເຢົາເລີ່ມປະຕິບັດພິທີໄຫວ້ບູຊາຂໍໃຫ້ຜົນການເພາະປູກດີ. ລາວອ່ານຄຳຮ້ອງຂໍຈາກປື້ມຫົວໜຶ່ງ, ຂໍເທວະດາຟ້າແຖນດົນບັນດານໃຫ້ຝົນຟ້າອາກາດທີອຳນວຍ, ຜົນການເພາະປູກດີ, ໝູ່ບ້ານໄດ້ສະຫງົບ, ຊາວບ້ານໄດ້ຢູ່ເຢັນເປັນສຸກ. ໃນເວລາໝໍເຢົາປະຕິບັດ ພິທີການ, ຜູ້ຕີກອງດິນກໍ່ຕີຄ່ອຍໆ ແບບເລື້ອຍໆ. ເມື່ອສຽງກອງດິນໄດ້ດັງກ້ອງຂຶ້ນແບບສັບໆ​ ກັນມາ, ໝໍເຢົາ ຈະປະຕິບັດການຂໍຊຽງຊີ. ພິທີໄຫວ້ບູຊາຂໍໃຫ້ຜົນການເພາະປູກດີຈະສິ້ນສຸດເມື່ອການຂໍຊຽນຊີໄດ້ຕົກລົງຮັບ.
  
ສ່ວນງານບຸນຈະໄດ້ເປີດສາກດ້ວຍຈັງຫວະຟ້ອນ ຕັກສິ່ງ ພາຍໃຕ້ການຮ່ວມສະແດງຂອງຜູ້ບ່າວຜູ້ສາວຊາວ ເຜົ່າ ຊານໄຈ ໃນຊຸດອາພອນປະຈຳເຜົ່າ. ເປັນຈັງຫວະຟ້ອນສຳລັບສະເພາະໃຫ້ແກ່ພິທີໄຫວ້ບູຊາຂໍໃຫ້ຜົນການເພາະປູກດີ, ຕັກສິ່ງ ມີບັນດາຈັງຫວະຟ້ອນທີ່ພັນລະນາເຖິງການເຄື່ອນໄຫວໃນການອອກແຮງງານ.
 
ເຄື່ອງເສບດົນຕີທີ່ຊາວເຜົ່າ ຊານໄຈ ໄດ້ນຳໃຊ້ໃນຈັງຫວະຟ້ອນ ຕັກສິ່ງ ແມ່ນກອງດິນ ແລະ ບັນດາທໍ່ໄມ້ທີ່ໄດ້ເຮັດຈາກໄມ້ໄຜ່, ໄມ້ເຮ້ຍ. ພິເສດແມ່ນສຽງຂອງກອງດິນໜ່ວຍໜຶ່ງທີ່ມີເສັ້ນຜ່າສູນກາງປະມານ 20 ຊັງຕີແມັດ. ເພື່ອເຮັດໄດ້ກອງໜ່ວຍນີ້, ເຂົາເຈົ້າຕ້ອງຂຸດດິນເລິກປະມານ 50 ຊັງຕີແມັດ, ກວ້າງທົບສອງເທື່ອເສັ້ນຜ່າສູນກາງຂອງ ກອງດິນ. ຖັດໄປ, ເຂົາເຈົ້າເອົາເປືອກໄມ້ອັດໃສ່ຂຸມ, ແລ້ວກາງເສັ້ນໄມ້ທ່ອນໜຶ່ງເທິງໜ້າດິນ. ຫຼັງຈາກນັ້ນ ເຂົາເຈົ້າຈຶ່ງສັກໄມ້ງ່າໜຶ່ງແຕ່ຮູກອງຕໍ່ເຂົ້າກັບສາຍມັດກອງ. ເມື່ອ ທຳພິທີ ຫຼື ຮັກສາຈັງຫວະຟ້ອນ, ຜູ້ຕີກອງຈະຕີໃສ່ສາຍ ມັດກອງ ແມ່ນຈະມີສຽງດົນຕີທີ່ແປກປະຫຼາດດັງກ້ອງຂຶ້ນ.
 
ພາຍຫຼັງການເຕັ້ນຟ້ອນ, ຊາວເຜົ່າ ຊານໄຈ ພ້ອມກັນຮ້ອງເພງ, ສວນສະໜາມອ້ອມບໍລິເວນເຂດຈັດພິທີ ເພື່ອສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນຂອງພໍ່ແມ່ ປະຊາຊົນໃນໝູ່ບ້ານແຫ່ງນີ້. ພິທີໄຫວ້ບູຊາຂໍໃຫ້ຜົນ ການເພາະປູກດີ ຈະສິ້ນສຸດລົງ ເມື່ອຊາວເຜົ່າ ຊານໄຈເຊີນແຂກເຂົ້າຮ່ວມໃນງານລ້ຽງແຫ່ງສາມັກຄີ, ອົບອຸ່ນ ພ້ອມກັບຄຳອວຍພອນໃຫ້ລະດູການໃໝ່ຈະໄດ້ອີ່ມໜຳສຳລານ.

ບົດ ແລະ ພາບ: ຫວຽດເກື່ອງ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top