• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ພິທີກຳລ້ຽງ ຫໍບ້ານຂອງ ຊາວເຜົ່າ ໂກງ

ຊາວເຜົ່າ ໂກງ ເປັນຊາວເຜົ່າ ສ່ວນນ້ອຍຢູ່ ຫວຽດນາມ ມີພົນລະເມືອງກວ່າ 2.000 ຄົນ, ສ່ວນຫຼາຍອາໄສຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ, ເຖິງວ່າ ມີພົນລະເມືອງບໍ່ຫຼາຍ, ແຕ່ພວກເຂົາ ກໍ່ຍັງຮັກສາໄວ້ໄດ້ວັດທະນະທຳ ທີ່ເປັນເອກະລັກ. ນອກຈາກບັນດາ ບົດເທບນິຍາຍ, ນິທານ ທີ່ອຸດົມສົມບູນ ທີ່ໄດ້ນຳໃຊ້ໃນ ຊີວິດປະຈຳວັນແລ້ວ, ພິທີກຳລ້ຽງຫໍບ້ານ ຖືວ່າ ເປັນການເຄື່ອນໄຫວ ທີ່ເປັນເອກະລັກສຸດ ຊຶ່ງຊາວ ເຜົ່າ ໂກງ ຍັງຮັກສາໄດ້ດັ່ງເດີມ. ບໍ່ພຽງແຕ່ ເປັນການເຄື່ອນໄຫວ ທາງດ້ານຄວາມເຊື່ອຖືເທົ່ານັ້ນ, ພິທີກຳລ້ຽງ ຫໍບ້ານ ຍັງເປັນການເຄື່ອນໄຫວດ້ານວັດທະນະທຳ ໃນວົງຄະນາຍາດຊາວເຜົ່າ ໂກງ ອີກດ້ວຍ.
ພິທີກຳລ້ຽງຫໍບ້ານ ເປັນວຽກຈຳເປັນຕ້ອງປະຕິບັດແຕ່ລະປີ ໃນເດືອນເມສາ ກ່ອນກ້າວເຂົ້າສູ່ລະດູຜະລິດໃໝ່. ລ້ຽງຫໍບ້ານ ແມ່ນພິທີເພື່ອຂໍຟ້າຂໍຝົນ, ເຈົ້າປ່າເຈົ້າເຂົາ ເພື່ອໃຫ້ລະດູການຜະລິດ ເກັບກ່ຽວໄດ້ຜົນ, ຄົນໃນບ້ານບໍ່ຕາຍດິກນ້ຳ, ບໍ່ເກີດອຸບັດເຫດຕາມຖະໜົນ. ຕາມປົກກະຕິ, ນາຍບ້ານ ຈະເປັນຜູ້ຮັບຜິດຊອບໃນການ ກະກຽມ ແລະ ເຈົ້າຈ້ຳ ເປັນຜູ້ທຳພິທີ. 
 
ມື້ ຈັດພິທີລ້ຽງຫໍບ້ານ, ໃນຂະນະທຸກຄົນ ພວມນຳສິ່ງຂອງບູຊາ ມາ ໄວ້ຢູ່ເຮືອນນາຍບ້ານ, ໝເຈົ້າຈ້ຳ ກັບເມຍ ກໍ່ພາກັນຫ້າງຫາ ກະ ກຽມ ພາເຂົ້າ ເພື່ອໄຫວ້ເຈົ້າຖິ່ນເຈົ້າຖານຢູ່ໃນເຮືອນຕົນເອງ. ພາ ເຂົ້າລວມມີເຂົ້າສານ, ປະລັກແຂນເງິນ 2 ຄູ່ຂອງເມຍໝໍເຢົາ, ໄຂ່ 2 ໜ່ວຍ, ໃບໄມ້ ແລະ ເສັ້ນຝ້າຍ ທີ່ມີສີສັນມັດໜຶ່ງ. ພິທີລ້ຽງຫໍບ້ານ ບໍ່ໄດ້ຈັດຂຶ້ນຢູ່ເຮືອນເຈົ້າຈ້ຳ, ແຕ່ຈະຈັດຢູ່ບ່ອນພິເສດ ສຳລັບຊາວ ເຜົ່າ ໂກງ. 

ບັນດາ ຂອງ ໄຫວ້ສຳລັບລ້ຽງຫໍບ້ານ ຂອງ ຊາວເຜົ່າໂກງ. ພາໄຫວ້ນີ້ ໄດ້ຈັດກຽມຢູ່ເຮືອນເຈົ້າຈ້ຳ.


ເຈົ້າຈ້ຳ ຈະທຳພິທີໄຫວ້ຢູ່ເຮືອນ ກ່ອນຈະໄປຫາບ່ອນສັກສິດ ເພື່ອປະຕິບັດພິທີລ້ຽງຫໍບ້ານ.


ຊາວເຜົ່າ ໂກງ ອອກຈາກເຮືອນເຈົ້າຈ້ຳ ພ້ອມກັບເຄື່ອງຖະຫວາຍ ເພື່ອບູຊາ ເຈົ້າຖິ່ນ ເຈົ້າຖານ.


ນອກຈາກເຄື່ອງຖະຫວາຍທີ່ເຈົ້້າຈ້ຳ ກະກຽມໃຫ້, ເຂົາເຈົ້າຍັງເອົາ
ເຂົ້າສານ, ໄກ່ ແລະ ໝູ ເພື່ອໄຫວ້ເຈົ້າຖິານ ເຈົ້າຖານ.



ຊາວເຜົ່າ ໂກງ ໄດ້ພ້ອມກັນບຸກເບີກ ເຂດດິນທີ່ສັກສິດ ບ່ອນທີ່ມີ ບໍ່ນ້ຳໄຫຼມາເຖິງບ້ານ.


ກ່ອນຈະທຳພິທີ, ຜູ້ຊາຍ ຈະປຸກເຮືອນນ້ອຍຫຼັງໜຶ່ງ ເພື່ອຕ້ອນຮັບ
ເຈົ້າຖິ່ນ ເຈົ້າຖານ ມາເຂົ້າຮ່ວມພິທີໄຫວ້ ຂອງພວກເຂົາ.



ກ່ອນອື່ນ, ເຈົ້າຈ້ຳ ຈະທຳພິທີເຊີນເຈົ້າຖິ່ນ ເຈົ້າຖານ ມາເຂົ້າຮ່ວມ ເພື່ອຊາວບ້ານຈະໄດ້ທຳພິທີ.


ເຈົ້າຈ້ຳ ຈະຂ້າໄກ່ ເພື່ອໃຊ້ເປັນເຄື່ອງຖະຫວາຍ ເຈົ້າຖິ່ນເຈົ້າຖານ ໃນການປົກປັກຮັກສາໃຫ້ໝູ່ບ້ານ
ຂອງ ພວກເຂົາໄດ້ສະຫງົບສຸກ. 



ພາຍຫຼັງພິທີໄຫວ້, ເຂົາເຈົ້າໄດ້ກະກຽມຂອງກິນສຸກ ເພື່ອໄຫວ້ບູຊາ
ບັນດາເຈົ້າຖິ່ນ ເຈົ້າຖານ ທີ່ໄດ້ປົກປັກພວກເຂົາ.



ຜູ້ຊາຍໃນບ້ານ ຊ່ວຍເຈົ້າຈ້ຳ ກະກຽມເຄື່ອງໄຫ້ວບູຊາ.


ເຈົ້າຈ້ຳ ເຫຍ້ນເຫຼົ້າເຊີນເຈົ້າຖິ່ນ ເຈົ້າຖານ ພາຍຫຼັງສຳເລັດພິທີ.


ເບິ່ງຕັບ ເປັນສ່ວນໜຶ່ງສຸດທີ່ສຳຄັນ ໃນພິທີໄຫວ້ບູຊາ ເຈົ້າຖິ່ນ ເຈົ້າຖານ.


ພິທີໄຫວ້ບູຊາ ເຈົ້າຖິ່ນ ເຈົ້າຖານ ຂອງຊາວເຜົ່າໂກງ ສຳລັບຜູ້ ຊາຍເທົ່ານັ້ນ. 


ເຄື່ອງໝາຍຫ້າມຄົນໃນອອກ, ຄົນນອກເຂົ້າບ້ານຢ່າງເດັດຂາດ ຂອງ ຊາວເຜົ່າ ໂກງ ບ້ານ ນ້ຳປຸກ.  
 

ບ່ອນທີ່ມີບໍ່ນຳ້, ບ່ອນນັ້ນແມ່ນເຂດດິນທີ່ສັກສິດທີ່ສຸດ ຂອງບ້ານ. ຊາວເຜົ່າ ໂກງ ຖືວ່າ ທີ່ນີ້ຈະມີເຈົ້ານຳ້ ແລະ ເຈົ້າປ່າປົກປັກຮັກສາ. ໃນມື້ທຳມະດາ, ຂົງເຂດນີ້ຫ້າມຄົນເຂົ້າອອກຢ່າງເດັດຂາດ. ເຖິງມື້ ຈັດພິທີໄຫວ້ບູຊາ ເຈົ້າຖິ່ນ ເຈົ້າຖານ, ເຈົ້າຈ້ຳ ແລະ ຜູ້ຊາຍໃນບ້ານ ຈຶ່ງໄດ້ຂຶ້ນມາທີ່ນີ້.
 
ກ່ອນອື່ນ ຜູ້ຊາຍຈະຕັດຕົ້ນໄມ້, ອະນາໄມຂົງເຂດດັ່ງກ່າວ ໃຫ້ສະ ອາດ ແລ້ວໃຊ້ໄມ້ໃຜ່, ໄມ້ຊອດ ປຸກເຮືອນນ້ອຍຫຼັງໜຶ່ງ ເພື່ອໃຫ້ເຈົ້າຈ້ຳ ເອົາເຄື່ອງຖະຫວາຍ ຕັ້ງໄວ້ ເພື່ອໄຫວ້ບູຊາເຈົ້າຖິ່ນ ເຈົ້າຖານ. ຫຼັງຈາກສຳເລັດ ເຈົ້າຈ້ຳ ຈະຈັດແຈງເຄື່ອງຖະຫວາຍໃຫ້ລະອຽດ ກ່ອນຈະເຫຍ້ນເຫຼົ້າ ແລ້ວຄຸເຂົ່າລົງຢູ່ຕໍ່ໜ້າພາໄຫວ້ ແລ້ວຈຶ່ງທຳພິ ທີສູດ.

ດ້ວຍການຊ່ວຍເຫຼືອຂອງຜູ້ຊາຍໃນບ້ານ, ເຈົ້າຈ້ຳ ຈະຂ້າໄກ່, ຂ້າໝູເພື່ອໄຫວ້ບູຊາເຈົ້າຖິ່ນ ເຈົ້າຖານ. ຂົນໄກ່ ແລະ ຕັບໝູ ຈະໄດ້ເອົາ ໄວ້ ເພື່ອທຳພິທີສຳຄັນພາຍຫຼັງພິທີໄຫວ້ບູຊາ. ພ້ອມດຽວກັນ, ຜູ້ ຊາຍໃນບ້ານພາກັນແຕ່ງກິນ, ຫຼັງຈາກອາຫານສຸກແລ້ວ, ເຂົາເຈົ້າ ຈຶ່ງຫ້າງພາເຂົ້າເພື່ອ ໃຫ້ເຈົ້າຈ້ຳ ທຳພິທີໄຫວ້ບູຊາເທື່ອທີ່ສອງ. ຂົນ ໄກ່ຈະໄດ້ປັກລົງ ພື້ນເຮືອນສອງຫຼັງທີ່ຫາກໍ່ ສ້າງຂຶ້ນເພື່ອປາບ ຜີສາງ. ພາກສ່ວນສຳ ຄັນທີ່ສຸດແມ່ນການດູມໍຕັບ. ໃນການໄຫວ້ບູຊາ ຄັ້ງນີ້, ຫຼັງ ຈາກສັງເກດສາຍເອັນຢູ່ໃນຕັບແລ້ວ, ເຈົ້າຈ້ຳ ຫຼໍ່ວັນເຈີ່ ຈຶ່ງເວົ້າກັບ ທຸກຄົນວ່າ ທຸກສິ່ງທຸກຢ່າງມີຄວາມສະດວກຫຼາຍ.
  
ຊາວບ້ານທຸກຄົນ ຮູ້ສຶກດີໃຈຕໍ່ສິ່ງດີງາມ. ເຂົາເຈົ້າເອົາຫີນ ເຮັດເປັນຕັ່ງ, ເອົາໃບກ້ວຍເຮັດເປັນພາເຂົ້າ ແລ້ວພາກັນ ກິນດື່ມຕາມບັນ ພະບູລິດຂອງ ຊາວເຜົ່າໂກງ ໃນເຂດດິນ ທີ່ສັກສິດ. ທ້າຍພິທີ,ເຈົ້າຈ້ຳ ຈະສານແຕະ ແລ້ວສຽບໃບໄມ້ ແລະ ຂົນໄກ່ໃສ່ ເຮັດເປັນເຄື່ອງ ໝາຍຫ້າມຄົນເຂົ້າອອກເຂດດິນທີ່ສັກສິດແຫ່ງນີ້. ຫຼັງຈາກເຄ່ືອງ ໝາຍໄດ້ປັກລົງດິນ, ເລີ່ມແຕ່ເວລານັ້ນ, ທຸກຄົນໃນບ້ານ ຈະບໍ່ໄດ້ ເຂົ້າອອກທີ່ ນີ້.​ ຖ້າຮັກສາໄດ້ ສິ່ງດັ່ງກ່າວ, ທຸກຄົນຈະໄດ້ຮັບຄວາມສະຫງົບສຸກ. 

ປະຕິບັດ: ຫວຽດເກື່ອງ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top