• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ພາສີຊຸກຍູ້ຢ່າງແຂງແຮງການປະຕິຮູບເພື່ອການເຊື່ອມໂຍງ


ດ້ວຍບັນດາມາດຕະການປະຕິຮູບທີ່ມີລັກສະນະບຸກທະລຸໃນການ ຫັນລະບຽບການບໍລິຫານໃຫ້ເປັນງ່າຍດາຍ ຕາມທິດທັນສະໄໝ, ເປີດເຜີຍ, ໂປ່ງໃສ… ສອດຄ່ອງກັບມາດຕະຖານສາກົນໃນໄລຍະຜ່ານມາ, ຂະແໜງພາສີ ຫວຽດນາມ ສາມາດຊ່ວຍ ເຮັດໃຫ້ບັນດາ ປະຊາຄົມວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດປະຢັດລາຍຈ່າຍ ແລະ ເວລາໄດ້ຫຼາຍພໍສົມຄວນ ຈາກນັ້ນປະກອບສ່ວນຍົກສູງ ກຳລັງແກ້ງແຍ້ງ, ກຽມພ້ອມເພື່ອຈະເຊື່ອມໂຍງເຂົ້າສູ່ສະໜາມການຫຼິ້ນໃຫຍ່ໆ, ໃນນັ້ນມີ ປະຊາຄົມເສດຖະກິດ ASEAN  (AEC) ໃນທ້າຍປີ 2015 ນີ້.

VNACCS/VCIS - ບາດກ້າວບຸກທະລຸຂອງການນຳໃຊ້ລະບົບແຈ້ງພາສີ ແບບເອເລັກຕໂຣນິກ

ໃນຊຸມປີກ່ອນໜ້ານີ້, “ການໃຊ້ລະບົບແຈ້ງພາສີແບບ ເອເລັກຕໂຣນິກ” ໄດ້ເລີ່ມຕົ້ນຖືກນໍາໃຊ້ຢູ່ຫວຽດນາມ ແລະ ໄດ້ສ້າງ ຄວາມປະທັບໃຈເປັນຢ່າງດີໃຫ້ແກ່ປະຊາຄົມວິສາຫະກິດ ເນື່ອງຈາກຄວາມວ່ອງໄວ, ສະດວກສະບາຍ ແລະ ມີປະສິດທິຜົນ. ແຕ່ເຖິງຢ່າງໃດກໍ່ຕາມ, ການຜັນຂະຫຍາຍນໍາໃຊ້ລະບົບດັ່ງກ່າວກໍ່ເປັນພຽງການເຮັດທົດລອງ ຢູ່ບາງຫົວໜ່ວຍການຈັດຕັ້ງເທົ່ານັ້ນ ຈຶ່ງຍັງບໍ່ທັນສ້າງໃຫ້ມີການປ່ຽນແປງຢ່າງແຂງແຮງ ໃນທົ່ວຂະແໜງພາສີຫວຽດນາມ. ໃນມໍ່ໆນີ້, ພາຍໃຕ້ການຊີ້ນຳ ຢ່າງໃກ້ຊິດຂອງລັດຖະບານ, ຂະແໜງພາສີຫວຽດນາມ ໄດ້ມີການຫັນປ່ຽນຢ່າງແຂງແຮງໃນການປັບປຸງ ລະບຽບການບໍລິຫານ ແນໃສ່ ປົວແປງສະພາບແວດລ້ອມ ໃນການດຳເນີນທຸລະກິດ ແລະ ຍົກສູງກຳລັງແກ້ງແຍ້ງແຫ່ງຊາດ.

ການຫັນປ່ຽນດັ່ງກ່າວ ໃນເບື້ອງຕົ້ນໄດ້ຮັບຜົນສຳເລັດຫຼາຍຢ່າງ ທີ່ມີລັກສະນະບຸກທະລຸ ໃນການປະຕິບັດຍຸດທະສາດຮອດ ປີ 2020 ການປະຕິຮູບຫັນເປັນ ທັນສະໄໝ ຂອງກົມໃຫຍ່ພາສີ ຊຶ່ງທ່ານ ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ອະນຸມັດແລ້ວນັ້ນ. ໂດຍສະເພາະແມ່ນການຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ ລະບົບກວດກາສິນຄ້າຜ່ານດ່ານໂດຍອັດຕະໂນມັດ ແລະ ລະບົບ ຄຸ້ມຄອງພາສີສະຫຼາດ (VNACCS/VCIS) ຢູ່ທຸກໆກົມ ແລະ ສາຂາກົມພາສີ (100% )ໃນທົ່ວປະເທດ.


ບັນດາເຈົ້າໜ້າທີ່ກວດກາ ສັງກັດໜ່ວຍຄວບຄຸມກວດກາພື້ນທີ່ ລານຈອດ-ສາຂາກົມພາສີຊາຍແດນ ຕຶກອາຄານຜູ້ໂດຍສານ
ສາກົນໂນ້ຍບ່າຍ T2 ພວມຄວບຄຸມຕິດຕາມການຂົນສົ່ງ ຈາກ ເຄື່ອງບິນລົງສູ່ທ່າສະໜາມບິນ.
ພາບ: ເຕິດເຊີນ/VNP 


ຫ້ອງການບໍລິຫານຂອງສາຂາກົມພາສີຊາຍແດນ ອາຄານສາກົນ ໂນ້ຍບ່າຍ T2, ເປັນບ່ອນໄດ້ປະກອບອຸປະກອນທີ່ທັນສະໄໝ
ແລະ ກ້າວໜ້າ. ພາບ: ເຕິດເຊີນ/VNP 



ເຈົ້າໜ້າທີ່ດ່ານພາສີຊາຍແດນ ຫ້ອງການກວດກາຕ້ານການ ຄ້າຂາຍເຖື່ອນ ອາຄານຜູ້ໂດຍສານສາກົນ ໂນ້ຍບ່າຍ T2
ພວມກວດກາສິນຄ້າຜ່ານເຄື່ອງສ່ອງໂດຍກົງຜ່ານທາງອິນເຕີເນັດ. ພາບ: ເຕິດເຊີນ/VNP



ເຈົ້າໜ້າທີ່ກົມພາສີ ຫ້ອງການກວດກາຕ້ານການຄ້າຂາຍເຖື່ອນ  ອາຄານຜູ້ໂດຍສານສາກົນ ໂນ້ຍບ່າຍ T2 ນຳໃຊ້ໝາອາຊີບ
ເພື່ອກວດກາຢາເສບຕິດທີ່ສາງສິນຄ້າຕ່າງໆ. ພາບ: ເຕິດເຊີນ/VNP



ທ່ານ ຫງວຽນວັນຫງອກ, ສັງກັດໜ່ວຍຄວບຄຸມຕິດຕາມ ພື້ນທີ່ ລານຈອດ- ສາຂາກົມພາສີຊາຍແດນ ອາຄານຜູ້ໂດຍສານ ສາກົນ
ໂນ້ຍບ່າຍ T2 ກຳລັງຕິດຕາມສິນຄ້າຄ່ຽນຖ່າຍລົງຈາກ ເຄື່ອງບິນ. ພາບ: ເຕິດເຊີນ/VNP

 


(ທ່ານ ຫງວຽນແມ້ງຕຸ່ງ, ຫົວໜ້າກົມເຕັກໂນໂລຊີຂ່າວສານ ແລະ ສະຖິຕິ (ກົມໃຫຍ່ພາສີ))
"ການຜັນຂະຫຍາຍລະບົບ VNACCS/VCIS ສາມາດຊ່ວຍຫຼຸດຜ່ອນເວລາ ຢູ່ໃນທຸກໆ ຂັ້ນຕອນພື້ນຖານຂອງລະບຽບການແຈ້ງພາສີ ໂດຍສະເພາະ ແມ່ນ ຂອດແຈ້ງ ແລະ ແກ້ໄຂໃບແຈ້ງ.."
ການຜັນຂະຫຍາຍ VNACC/VCIS ເປັນກຳລັງໜູນ ສໍາລັບ ຂະແໜງການພາສີ ເພື່ອຊຸກຍູ້ໃຫ້ມີການໝູນໃຊ້ ເຕັກໂນໂລຊີ ຂ່າວສານເຂົ້າໃນການເຄື່ອນໄຫວຂອງຂົງເຂດວຽກງານຕ່າງໆ ທີ່ກ່ຽວຂ້ອງເຊັ່ນ: ເສຍພາສີຜ່ານລະບົບເອເລັກຕໂຣນິກ (E-payment), Manifest ເອເລັກຕໂຣນິກ (E- Manifest), ໃບບິນ ເອເລັກຕໂຣນິກ (E- Invoice), ໃບອະນຸຍາດ ເອເລັກຕໂຣນິກ (E-C/O ແລະ E-Permit)…

ຕາມທ່ານ ຫງວຽນແມ້ງຕຸ່ງ, ຫົວໜ້າກົມເຕັກໂນໂລຊີຂ່າວສານ ແລະ ສະຖິຕິ (ກົມໃຫຍ່ພາສີ)ແລ້ວ, ການຜັນຂະຫຍາຍລະບົບ VNACCS/VCIS ສາມາດຊ່ວຍຫຼຸດຜ່ອນເວລາ ຢູ່ໃນທຸກໆ ຂັ້ນຕອນພື້ນຖານຂອງລະບຽບການແຈ້ງພາສີ ໂດຍສະເພາະ ແມ່ນ ຂອດແຈ້ງ ແລະ ແກ້ໄຂໃບແຈ້ງ. ປະຈຸບັນ, ເວລາຮັບເອົາ, ແກ້ໄຂ ແລະ ຕອບຂໍ້ມູນແຈ້ງພາສີ  ເສຍເວລາພຽງແຕ່ 1-3 ວິນາທີ. ສຳລັບ ປະເພດສິນຄ້າຍົກເວັ້ນການກວດກາໃບແຈ້ງ ແລະ ຍົກເວັ້ນ ກວດກາສິນຄ້າຕົວຈິງ, ເວລາ ຜ່ານດ່ານກໍແກ່ຍາວພຽງ 1-3 ວິນາທີເທົ່ານັ້ນ. ຕໍ່ມາແມ່ນເວລາ ສໍາລັບລະບຽບການ ຄວບຄຸມກວດກາ ສິນຄ້າຜ່ານດ່ານ ປະເພດສິນຄ້າສົ່ງອອກ-ນຳເຂົ້າ ກໍ່ເສຍເວລາ ພຽງສອງສາມນາທີ ແທນທີ່ແກ່ຍາວເປັນຫຼາຍຊົ່ວໂມງ ຄືເມື່ອກ່ອນ, ສິ່ງດັ່ງກ່າວນີ້ໄດ້ຊ່ວຍເຮັດໃຫ້ບັນຫາລົດ ແລະ ສິນຄ້ານໍາເຂົ້າ-ສົ່ງອອກ ຕິດຢູ່ໃນ ບໍລິເວນດ່ານຊາຍແດນໄດ້ຮັບການຫລຸດຜ່ອນລົງ ຫຼາຍ ພໍຄວນ. ຫຼືວ່າໃນຂອດຈ່າຍພາສີ, ກົມໃຫຍ່ພາສີ ໄດ້ປະສານສົມທົບ ກັບ ທະນາຄານ ການຄ້າ 17 ແຫ່ງ ແລະ ເຊື່ອມຕໍ່ຜ່ານທາງ ອິນເຕີແນັດກັບຄັງເງິນແຫ່ງຊາດເພື່ອປະຕິບັດ ການຊຳລະຊະສາງແບບເອເລັກຕໂຣນິກ ຜ່ານທະນາຄານ. ດ້ວຍວິທີນີ້, ພາຍໃນ 15 ນາທີ ຫຼັງຈາກວິສາຫະກິດ ມອບເງິນເຂົ້າຄັງເງິນ ແຫ່ງຊາດ, ຂໍ້ມູນ ມອບ ເງິນຈະປະກົດຂຶ້ນຢູ່ເທິງໜ້າເວັບ ຂອງເຈົ້າໜ້າທີ່ພາສີ ແລະ ຈະຖືກຊໍາລະໂອນບັນຊີ, ລົບໜີ້ອາກອນ ແລະ ສິນຄ້າຈະໄດ້ຮັບອະນຸມັດ ຜ່ານດ່ານໂດຍທັນທີ. ຈຸດດີທີ່ພົ້ນເດັ່ນຂອງລະບົບ VNACCS/VCIS ນີ້ແມ່ນໄດ້ຮັບການຕີລາຄາສູງ ຈາກປະຊາຄົມວິສາຫະກິດ ເພາະມັນຊ່ວຍເຮັດໃຫ້ການຈ່າຍ-ເກັບພາສີໄດ້ຢ່າງວ່ອງໄວ, ໂປ່ງໃສ, ຫລີກເວັ້ນໄດ້ໂດຍພື້ນຖານສະພາບການບັງຄັບມອບພາສີແບບບໍ່ຊັດເຈນເໝືອນຜ່ານມາ ກໍຄືຫຼຸດເວລາສິນຄ້າ ຜ່ານດ່ານຂອງວິສາຫະກິດອີກດ້ວຍ.

ອີກຈຸດໜຶ່ງທີ່ໜ້າສົນໃຈ ນັ້ນກໍ່ຄື, ການຜັນຂະຫຍາຍ ປະຕິບັດ VNACCS/VCIS ໄດ້ສ້າງໃຫ້ເປັນຂົວເຊື່ອມຕໍ່ ຊຸກຍູ້ໃຫ້ບັນດາ ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມໃນການປັບປຸງກົນໄກຫຼຸດຜ່ອນໄລຍະເວລາຂອງລະບຽບການນໍາເຂົ້າ-ສົ່ງອອກສິນຄ້າຢູ່ດ່ານໃຫ້ແກ່ວິສາຫະກິດ, ສ້າງຄວາມສາມາດແກ້ງ ແຍ້ງສູງໃຫ້ແກ່ວິສາຫະກິດຫວຽດນາມ, ພ້ອມນັ້ນນີ້ກໍແມ່ນແຫຼ່ງ ກຳລັງໜູນຊຸກຍູ້ການປະຕິຮູບດ້ານລະບຽບການບໍລິຫານຂອງບັນດາອົງການຈັດຕັ້ງ ຄຸ້ມຄອງບໍລິຫານລັດ, ແນໃສ່ມຸ່ງສູ່ລັດຖະບານເອເລັກຕໂຣນິກໃນຕໍ່ໜ້າ. 

ສາຂາກົມພາສີຊາຍແດນ ທ່າກຳປ່ັນກ໋າຍເລີນ ເປັນຫົວໜ່ວຍ ການຈັດຕັ້ງ ທຳອິດຂອງ ກົມພາສີຊາຍແດນ ກວ່າງນິງ
ຜັນຂະຫຍາຍເປີດນໍາໃຊ້ລະບົບ VNACCS/VCIS ຢ່າງເປັນທາງການ. ພາບ: ເຕິດເຊີນ/VNP



ໜ່ວຍກວດກາທ່າເຮືອຂອງສາຂາກົມພາສີຊາຍແດນ ທ່າກຳປ່ັນ ກ໋າຍເລີນ-ແຂວງກວ່າງນິງ ກຳລັງກວດກາສິນຄ້າ
ປະເພດລົດ ນຳເຂົ້າຫວຽດນາມ ທີ່ທ່າກຳປັ່ນກ໋າຍເລີນ. ພາບ: ເຕິດເຊີນ/VNP



ໜ່ວຍກວດກາລານຈອດຂອງສາຂາກົມພາສີຊາຍແດນ ທ່າກຳປ່ັນກ໋າຍເລີນ-ແຂວງກວ່າງນິງ ກວດກາເລກລະຫັດຂອງ
ລົດໂອໂຕແຕ່ລະປະເພດທີ່ໄດ້ນຳເຂົ້າສູ່ຫວຽດນາມ ຜ່ານທ່າກຳປັ່ນ ກ໋າຍເລີນ. ພາບ: ເຕິດເຊີນ/VNP



ຊຸດສິນຄ້າລົດບັນທຸກຂະໜາດໃຫຍ່ຖືກນຳເຂົ້າສູ່ ຫວຽດນາມ ຜ່ານທ່າກຳປັ່ນກ໋າຍເລີນ. ພາບ: ເຕິດເຊີນ/VNP

ຕາມສະຖິຕິຂອງກົມເຕັກໂນໂລຊີຂ່າວສານ ແລະ ສະຖິຕິ (ກົມໃຫຍ່ ພາສີ), ໄລ່ມາຮອດວັນທີ 31/3/2015 ໄດ້ມີ 53.200 ວິສາຫະກິດ ນຳໃຊ້ລະບົບແຈ້ງພາສີແບບເອເລັກຕໂຣນິກ ມີຈຳນວນ 6.1 ລ້ານໃບແຈ້ງມອບ, ວົງເງິນການຄ້າສົ່ງອອກບັນລຸ 244 ຕື້ USD. 
ການຜັນຂະຫຍາຍຜົນສໍາເລັດຂອງ ລະບົບ VNACCS/VCIS ໃນໄລຍະ ຜ່ານມາ ໄດ້ຊ່ວຍໃຫ້ຂະແໜງພາສີ ມີພື້ນຖານດ້ານ ພຶດຕິກໍາຕົວຈິງ ແລະ ດ້ານນິຕິກຳ ເປັນເສນາທິການ ໃຫ້ແກ່ສະພາແຫ່ງຊາດໃນການປັບປຸສໍາເລັດສົມບູນກົດໝາຍວ່າດ້ວຍພາສີ ສະບັບປັບປຸງໃໝ່ (ມີຜົນສັກສິດແຕ່ວັນທີ 01/01/2015) ຕາມທິດ ກໍ່ສ້າງຂະແໜງການ ພາສີທັນສະໄໝ, ສອດຄ່ອງກັບບັນດາ ຂໍ້ກຳນົດມາດຕະຖານລວມຂອງພາກພື້ນ ແລະ ສາກົນ.

ຍ້ອນມີລະບົບ VNACCS/VCIS, ຄາດວ່າຮອດທ້າຍປີ 2015, ເມື່ອປະຊາຄົມເສດຖະກິດ ອາຊຽນ(AEC) ເຂົ້າສູ່ການເຄື່ອນໄຫວ ຢ່າງເປັນທາງການ, ໄລຍະເວລາສໍາລັບ ສິນຄ້າສົ່ງອອກ-ນຳເຂົ້າ ຜ່ານດ່ານ ຫວຽດນາມຈະບັນລຸເທົ່າກັບລະດັບປານກາງຂອງກຸ່ມ 6 ປະເທດດີທີສຸດ ອາຊຽນ (ASEAN-6, ລວມມີສິງກະໂປ, ມາເລເຊຍ, ໄທ, ຟີລິບປິນ, ອິນໂອເນເຊຍ ແລະ ບຣຸໄນ). ແລະ ຮອດປີ 2016 ຈະບັນລຸລະດັບປານກາງກຸ່ມ ASEAN-4 (ລວມມີ ສິງກະໂປ, ມາເລເຊຍ, ໄທ ແລະ ຟີລິບປິນ) ດ້ວຍໄລຍະເວລາ ສົ່ງອອກ ຕໍ່າກວ່າ 10 ວັນ ແລະ ນຳເຂົ້າແມ່ນຕໍ່າກວ່າ 12 ວັນ.


ຄວາມເປັນຈິງຈາກຫົວໜ່ວຍຕ່າງໆ

ຢູ່ທຸກໆພື້ນທີ່ຄວບຄຸມກວດກາສິນຄ້າ, ເຮັດລະບຽບການຜ່ານດ່ານ ສິນຄ້າສົ່ງອອກ-ນຳເຂົ້າຢູ່ບັນດາກົມ ແລະ ສາຂາກົມພາສີຊາຍແດນ ຂອງສະໜາມບິນສາກົນໂນ້ຍບ່າຍ (ຮ່າໂນ້ຍ), ທ່າກຳປັ່ນນ້ຳເລິກ ກ໋າຍເລີນ (ກວ່າງນິງ), ດ່ານຊາຍແດນ ມ໋ອງກາຍ (ກວ່າງນິງ), ເຂດ ອຸດສາຫະກຳອຽນຟອງ (ບັກນິງ)… ທີ່ພວກຂ້າພະເຈົ້າໄດ້ມີ ໂອກາດເຂົ້າຫາໃນມໍ່ໆນີ້ແມ່ນບໍ່ປະກົດໃຫ້ເຫັນຮູບພາບປຶ້ມ ສະໝຸດບັນຊີ ເອກະສານຕ່າງໆກອງເດຍລະດາດ ແລະ  ສະພາບຄົນລໍຖ້າປະ ກອບເອກະສານຢ່າງຄັບຄາໜາແໜ້ນ ແລະ ອຶກກະທຶກເນືອງນັນອີກແລ້ວ, ແທນໃສ່ນັ້ນ ແມ່ນຄວາມເປັນລະບົບ, ລະບຽບຮຽບ ຮ້ອຍດີ ພ້ອມດ້ວຍບັນຍາກາດການເຮັດວຽກ ແບບມືອາຊີບ ແລະ ທັນສະໄໝ. ສິ່ງທີ່ປະທັບໃຈກວ່ານັ້ນແມ່ນຢູ່ບັນດາ ຫົວໜ່ວຍການ ຈັດຕັ້ງນີ້, ລະບົບເຄື່ອງຄອມພີວເຕີ ພ້ອມດ້ວຍ ອຸປະກອນເຄື່ອງຈັກ ສໍາລັບສ່ອງຕູ້container, camera ຕິດຕາມຄວບຄຸມ, seal ກຳນົດທີ່ຕັ້ງ GPS ທີ່ທັນສະໄໝຖືກຕິດຕັ້ງຢ່າງຄົບຖ້ວນ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຫລຸດໄລຍະເວລາປະກອບເອກະສານແຈ້ງພາສີໃຫ້ແກ່ວິສາຫະກິດ.

ລະອຽດຄືຢູ່ຕຶກອາຄານຜູ້ໂດຍສານ T2  ຂອງສະໜາມບິນສາກົນໂນ້ຍບ່າຍ ຊຶ່ງເປັນອາຄານຜູ້ໂດຍສານທັນສະໄໝທີ່ສຸດຢູ່ຫວຽດ ນາມ ທີ່ຫາກໍນໍາເຂົ້າສູ່ການເຄື່ອນໄຫວ, ປະສິດທິຜົນຂອງການຜັນຂະຫຍາຍລະບົບ VNACCS/VCIS ໄດ້ສະແດງອອກຢ່າງແຈ້ງຊັດຢູ່ໃນຈຳນວນຖ້ຽວບິນ, ໃບແຈ້ງຜ່ານດ່ານ ນັບທັງໃນວຽກງານຕ້ານການຄ້າຂາຍເຖື່ອນ. 


ສາຂາກົມພາສີຊາຍແດນ ດ່ານຊາຍແດນມ໋ອງກາຍ, ແຂວງ ກວ່າງນິງ ແກ້ໄຂລະບຽບການຜ່ານດ່ານໃຫ້ແກ່ບັນດາວິສາຫະກິດ
ຢ່າງວ່ອງໄວ ແລະ ສະດວກສະບາຍ ເນື່ອງຈາກມີລະບົບ VNACCS/VCIS.  ພາບ: ເຕິດເຊີນ/VNP



ລະບົບເຄື່ອງສ່ອງທັນສະໄໝ ຄວບຄຸມກວດກາການອອກ-ເຂົ້າເມືອງທີ່ດ່ານຊາຍແດນມ໋ອງກາຍ, ແຂວງກວ່າງນິງ. ພາບ: ເຕິດເຊີນ/VNP


ເຈົ້າໜ້າທີ່ດ່ານພາສີຊາຍແດນ ຢູ່ດ່ານຊາຍແດນມ໋ອງກາຍ ກວດກາສິນຄ້ານຳເຂົ້າ ທີ່ເດີ່ນກວດກາ
ຊຶ່ງຫ່າງຈາກດ່ານຊາຍແດນ ມ໋ອງກາຍປະມານ 1 ກິໂລແມັດ. ພາບ: ເຕິດເຊີນ/VNP

 

ມາຮອດປັດຈຸບັນ, ກົມໃຫຍ່ພາສີ ໄດ້ປະກອບລະບົບເຄື່ອງຈັກ ສ່ອງ container ໂດຍບໍ່ເສຍຄ່າ 11 ແຫ່ງ ຢູ່ບັນດາສະຖານທີ່ກວດກາ ສິນຄ້າ ລວມສູນ ຢູ່ບັນດາພື້ນທີ່ຈຸດສຸມ ມີປະລິມານສິນຄ້າ ຫຼວງຫຼາຍ ທີ່ສັງກັດ 6 ກົມພາສີ. ໃນປີ 2015, ກົມໃຫຍ່ພາສີ ໄດ້ນຳເຂົ້າສູ່ການເຄື່ອນໄຫວເພີ່ມຕື່ມ ເຄື່ອງຈັກສ່ອງ ເຄື່ອງສໍາພະລະເດີນທາງ ແລະ ສິນຄ້າ 97 ໜ່ວຍ, 19 ລະບົບກ້ອງວົງຈອນປິດ ທີ່ 9 ກົມພາສີແຂວງ, ນະຄອນ ແລະ ໃນໄລຍະຈະມາເຖິງ ຈະປະກອບຕື່ມອີກເຄື່ອງຈັກສ່ອງ container 5 ເຄື່ອງ. 
ຕາມທ່ານ ຫວູກວກຮຸ່ງ, ຫົວໜ້າສາຂາກົມພາສີ ສະໜາມບິນສາກົນໂນ້ຍບ່າຍ ໃຫ້ຮູ້ວ່າ, ພຽງ 3 ເດືອນນໍາເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ ກັບລະບົບຫ້ອງການ, ກ້ອງວົງຈອນຄວບຄຸມ ແລະ ເຄື່ອງຄອມພິວເຕີທີ່ໄດ້ຮັບການປະກອບຢ່າງທັນສະໄໝ, ສາຂາກົມພາສີ ດ່ານຊາຍແດນສະໜາມບິນສາກົນໂນ້ຍບ່າຍ ສາມາດຈັດການເອກະສານແຈ້ງພາສີໃຫ້ແກ່ 11.000 ຖ້ຽວບິນ  ແລະ 1,4  ລ້ານ ກວ່າເທື່ອຄົນ. ໃນນັ້ນ, ໄດ້ອອກເມືອງ 6.000 ຖ້ຽວ ພ້ອມດ້ວຍຜູ້ໂດຍສານເກືອບ 900.000 ຄົນ ແລະ ເຄື່ອງສໍາພະລະເດີນທາງ 700.000 ກວ່າຫີບຫໍ່. ພ້ອມກັນນັ້ນກໍໄດ້ຈັດການເອກະສານແຈ້ງເຂົ້າເກືອບ 5.000 ຖ້ຽວບິນພ້ອມດ້ວຍຜູ້ໂດຍສານ 724.340 ຄົນ ແລະ ເຄື່ອງສໍາພະລະເດີນທາງ 724.340 ຫີບຫໍ່.

ສ່ວນສາຂາກົມພາສີຊາຍແດນທ່າກຳປັ່ນ ກ໋າຍເລີນຢູ່ແຂວງກວ່າງນິງ, ພາຍໃນເວລາເກືອບ 1 ເດືອນຂອງການຜັນຂະຫຍາຍ ໄດ້ມີ 60 ວິສາຫະກິດເຂົ້າຮ່ວມລະບຽບການແຈ້ງພາສີຜ່ານດ່ານ ດ້ວຍການ ນຳໃຊ້ລະບົບ VNACCS/VCIS. ຈຳນວນໃບແຈ້ງ ປະຕິບັດລະບຽບການຜ່ານດ່ານດ້ວຍການນຳໃຊ້ລະບົບ ແຈ້ງພາສີ ແບບເອເລັກຕໂຣນິກຢູ່ທີ່ນີ້ແມ່ນ 408/408 ໃບ (ບັນລຸ 100% ໃນຈຳນວນທັງໝົດໃບແຈ້ງລົງທະບຽນຮູບແບບດຽວກັນ); ວົງເງິນ ປະຕິບັດລະບຽບການຜ່ານດ່ານດ້ວຍການນຳໃຊ້ລະບົບ ແຈ້ງພາສີແບບເອເລັກຕໂຣນິກແມ່ນ 130.925.744 USD (ບັນລຸ 100% ຍອດວົງເງິນສົ່ງອອກ-ນຳເຂົ້າ ຮູບແບບດຽວກັນ). ປັດຈຸບັນໄດ້ມີ 105/115 ວິສາຫະກິດນຳໃຊ້ລາຍເຊັນດ້ວຍຮູບການຂຽນເປັນຕົວເລກ ເພື່ອປະກອບເອກະສານຜ່ານດ່ານດ້ວຍການນຳໃຊ້ລະບົບ ເອເລັກຕໂຣນິກ(ກວມ 91,3%)…

ປະສິດທິຜົນຂອງລະບົບ VNACCS/VCIS ກໍສາມາດເຫັນແຈ້ງຢູ່ທີ່ສາຂາກົມພາສີ ດ່ານຊາຍແດນມ໋ອງກາຍ (ກວ່າງນິງ). ຢູ່ທີ່ນີ້, ສາຂາກົມພາສີຊາຍແດນໄດ້ປະຕິບັດລົງທະບຽນເຮັດລະບຽບການ ຜ່ານດ່ານດ້ວຍການໃຊ້ລະບົບແຈ້ງພາສີ ແບບເອເລັກຕໂຣນິກ ໃຫ້ແກ່ 1.907 ຊຸດໃບແຈ້ງ ດ້ວຍວົງເງິນ ເອເລັກຕໂຣນິກບັນລຸ 750 USD. ຈຳນວນໃບແຈ້ງເອເລັກຕໂຣນິກ ປີ 2014 ໂດຍເຈົ້າໜ້າທີ່ ພາສີຊາຍແດນ ມ໋ອງກາຍປະຕິບັດແມ່ນ 5.825 ຊຸດໃບແຈ້ງ ກັບ ວົງເງິນບັນລຸ 941,1 ລ້ານ USD (ບັນລຸ 100% ໃບແຈ້ງທັງໝົດ ແລະ 100% ຍອດວົງເງິນເອເລັກຕໂຣນິກທີ່ວາງອອກ).

ທີ່ຫົວໜ່ວຍເຮັດລະບຽບການພາສີຊາຍແດນ ຄຸ້ມຄອງບັນດາ ເຂດອຸດສາຫະກຳ ອຽນຟອງ (ແຂວງບັກນິງ) ຊຶ່ງເປັນບ່ອນລວມສູນບັນດາ “ເໜືອມະຫາບໍລິສັດ” ຕ່າງປະເທດເປັນສ່ວນຫຼາຍ, ວຽກງານ ຜັນຂະຫຍາຍໝູນໃຊ້ລະບົບ VNACCS/VCIS ກໍບັນລຸຜົນສຳເລັດ ທີ່ເປັນໜ້າຊື່ນຊົມ. ທ່ານບຸ່ຍຫງອກຢຸງ, ຮອງຫົວໜ້າສາຂາກົມພາສີ ບັກນິງໃຫ້ຮູ້ວ່າ, ໄລ່ສະເລ່ຍ ແຕ່ລະມື້, ຫົວໜ່ວຍເຮັດລະບຽບການ ຢູ່ທີ່ນີ້ໄດ້ກວດ ແລະ ອະນຸມັດຜ່ານດ່ານ 500 ໃບແຈ້ງສິນຄ້າສົ່ງອອກຂອງບັນດາວິສາຫະກິດ. ມີບາງມື້ໃນໄລຍະເຄັ່ງຮ້ອນ, ຈຳນວນໃບແຈ້ງຜ່ານດ່ານຂຶ້ນເຖິງ 1500 ໃບ. ພົ້ນເດັ່ນຄື ເຂດອຸດສາຫະກຳ ອຽນຟອງ, ເປັນບ່ອນລວມສູນບັນດານັກ “ລົງທຶນເໜືອມະຫາ”, ລະບົບ VNACCS/VCIS ໄດ້ຮັບການດຳເນີນງານ ຢ່າງມີປະສິດທິຜົນທີ່ສຸດ, ທຸກໆຂັ້ນຕອນຂອງວຽກງານດ້ານວິຊາຊີບ ຢູ່ດ່ານພາສີ ລ້ວນແຕ່ໄດ້ຫັນເປັນມາດຕະຖານ ແລະ ທັນສະໄໝ ບໍ່ຫຼຸດດ້ອຍນ້ອຍໜ້າເມື່ອທຽບກັບດ່ານພາສີຊາຍແດນ ຢູ່ຕ່າງປະເທດເຊັ່ນ ອາເມລິກາ, ເຢຍລະມັນ ແລະ ຍີ່ປຸ່ນ.



ເຈົ້າໜ້າທີ່ເຂດອຸດສາຫະກຳອຽນຟອງ, ແຂວງບັກນິງ ຄວບຄຸມ, ກວດກາ ສິນຄ້າ
ກ່ອນສົ່ງອອກຈາກ ເຂດອຸດສາຫະກຳ. ພາບ: ເຕິດເຊີນ/VNP



ເຈົ້າໜ້າທີ່ດ່ານພາສີຊາຍແດນດຳເນີນການປະທັບກາຮັບຮອງ ລົດບັນທຸກສິນຄ້າ. ພາບ: ເຕິດເຊີນ/VNP


ກວດກາຄັ້ງສຸດທ້າຍບັນດາລົດບັນທຸກສິນຄ້າ ກ່ອນອອກຈາກເຂດອຸດສາຫະກຳ. ພາບ: ເຕິດເຊີນ/VNP
 
ໝຸນໃຊ້ວິທີກວດກາຜ່ານດ່ານຊາຍແດນແບບເອເລັກຕໂຣນິກ ທີ່ເຂດອຸດສາຫະກຳ ອຽນຟອງ-ບັກນິງ. ພາບ: ເຕິດເຊີນ/VNP


ການໝຸນໃຊ້ວິທີກວດກາຜ່ານດ່ານຊາຍແດນແບບເອເລັກຕໂຣນິກ ຊ່ວຍໃຫ້ວິສາຫະກິດປະກອບເອກະສານ
ເຂົ້າ-ອອກເມືອງ ເປັນງ່າຍດາຍກວ່າອະດີດ. ພາບ: ເຕິດເຊີນ/VNP

ອາດສາມາດເວົ້າໄດ້ວ່າ, ການຜັນຂະຫຍາຍຢ່າງມີປະສິດທິຜົນ ລະບົບ VNACCS/VCIS ໄດ້ສ້າງບາດກ້າວບຸກທະລຸ ໃນຂະບວນວິວັດແຫ່ງການປະຕິຮູບດ້ານບໍລິຫານ ແນໃສ່ຫັນເປັນທັນສະໄໝ ຂະແໜງການພາສີຫວຽດນາມ ຕໍ່ໜ້າປະຕູເຊື່ອມໂຍງ. ມັນໄດ້ເປີດກາລະໂອກາດທີ່ເຕັມໄປດ້ວຍຄວາມຫວັງ ໃຫ້ແກ່ ປະຊາຄົມວິສາຫະກິດເວົ້າສະເພາະ ແລະ ໃຫ້ແກ່ພື້ນຖານ ເສດຖະກິດ ເວົ້າລວມ, ໂດຍສະເພາະແມ່ນເມື່ອປະຊາຄົມເສດຖະກິດ ອາຊຽນ (AEC) ໃກ້ຈະປະກົດຜົນເປັນຈິງໃນວັນທີ 31/12/2015 ທີ່ຈະມາເຖິງນີ້. 
ບົດ: ຖາວວີ - ພາບ: ຫງວຽນເຕິດເຊີນ
 

bichlien

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top