• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ພາບແຕ້ມພື້ນເມືອງດົງໂຮ່ - ລົມຫາຍໃຈຂອງໝູ່ບ້ານ ຫວຽດ

ແຕ່ປາງກ່ອນ, ຄົນ ຫວຽດ ຢູ່ເຂດທົ່ງພຽງ ພາກເໜືອ ຫວຽດນາມ ໄດ້ມີຄວາມຊິນເຄີຍ ຊື້ພາບແຕ້ມພື້ນເມືອງ ດົງໂຮ່ (ເອີ້ນວ່າ ພາບ ແຕ້ມຄວັດສະຫຼັກໄມ້ ພື້ນເມືອງ ດົງໂຮ່) ມາ ປະດັບປະດາ ເຮືອນ ຊານບ້ານຊ່ອງ ໃນໂອກາດບຸນເຕັດ ດ້ວຍຄວາມຫວັງວ່າ ຈະເຮັດ ໃຫ້ ຊີວິດອີ່ມໜຳສຳລານ. ດ້ວຍເຫດນັ້ນ, ພາບແຕ້ມ ດົງໂຮ່ ໄດ້ ເຂົ້າສູ່ຊີວິດຂອງຄົນ ຫວຽດ ຜ່ານຫຼາຍ ເຊັ່ນຄົນ ແລະ ໄດ້ລັດ ຮັບ ຮອງເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງຊາດ. ມາຮອດປັດຈຸບັນ, ພາບແຕ້ມ ດົງໂຮ່  ໄດ້ຂ້າມຜ່ານ ໝູ່ບ້ານ ແລະ ໝູນໃຊ້ ໃນຫຼາຍ ຂົງເຂດສິລະປະເຊັ່ນ: ລະບາຍສີ, ຄວັດສະຫຼັກ, ແຟຊັ່ນ, ເຄື່ອງປັ້ນດິນເຜົາ... ນຳມາຊຶ່ງ ພະລັງຊີວິດໃໝ່ ໃຫ້ແກ່ ແນວໂນ້ມ ພາບແຕ້ມ ທີ່ເຄີຍ ຜ່ານການ ຜັນແປ ຫຼາຍຢ່າງ ຂອງ ປະຫວັດສາດ. 
ອະນຸລັກຮັກສາຄວາມງາມຂອງ ພາບແຕ້ມ ດົງໂຮ່

ພາບແຕ້ມ ດົງໂຮ່ ໄດ້ມີມາແຕ່ສະຕະວັດທີ XVII ຢູ່ໝູ່ບ້ານ ດົງໂຮ່, ຕາແສງ ຊອງໂຮ່, ເມືອງ ຖ້ວນແທ່ງ, ແຂວງ ບັກນິງ. ໃນລະຫວ່າງ ປີ 1945, ໝູ່ບ້ານ ດົງໂຮ່ ມີ 17 ຕະກຸນ ແລະ ທັງ 17 ຕະກຸນ ນັ້ນ ລ້ວນແຕ່ຢຶດໝັ້ນ ກັບອາຊີບເຮັດພາບແຕ້ມ. ຜ່ານການຜັນແປ ປ່ຽນແປງຂອງວັນເວລາ, ມາຮອດປັດຈຸບັນ, ໝູ່ບ້ານ ດົງໂຮ່ງ ຍັງ ພຽງ 2 ຕະກຸນເຮັດພາບ ນັ້ນຄື ຄອບຄົວ ພໍ່ເຖົ້າ ນາຍຊ່າງ ຫງວຽນ ຫືວຊາມ ແລະ  ຄອບຄົວ ພໍ່ເຖົ້ານາຍຊ່າງ ຫງວຽນດັງເຈ໋. ເຂົາເຈົ້າ ທຳການອະນຸລັກຮັກສາ ເບົ້າໄມ້ ຄວັດສະຫຼັກ ໄດ້ກວ່່າ 1000 ແຜ່ນ ແລະ ສ້າງຕົວແບບບູຮານໄດ້ 500 ແຜ່ນໃຫ້ ຄືນມາດັ້ງເດີມ.

ນາຍຊ່າງ ຫງວຽນຫືວກວ໊າ, ລູກຊາຍຂອງ ມື້ລາງນາຍຊ່າງ ຫງວຽນ ຫືວຊາມ ໄດ້ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ກຳເນີດຢູ່ໝູ່ບ້ານ ດົງໂຮ່ ແລະ ເມື່ອໃຫຍ່ຂຶ້ນ ແນວໂນ້ມພາບແຕ້ມ ດົງໂຮ່ ໄດ້ຊືມເລິກເຂົ້າ ໃນສາຍເລືອດ ເໝືອນດັ່ງ ຄວາມເອກອ້າງ ຂອງ ຄອບຄົວ. ພໍ່ຂອງ ຂ້າພະເຈົ້າ ເມື່ອຍັງມີຊີວິດ ມັກຢ້ຽມຊົມ ແຜ່ນແມ່ພິມໄມ້ ນັບຫຼາຍ ຮ້ອຍແຜ່ນ ທີ່ຖືກປົກຄຸມໄປດ້ວຍຂີ້ຝຸ່ນ ຍ້ອນວັນເວລາ, ແຕ່ ເພິ່ນກໍ ເຄີຍຕັກເຕືອນພວກຂ້າພະເຈົ້າ ຕ້ອງຢຶດໝັ້ນ ກັບອາຊີບ, ຮັກສາ ຈຸດ ຄວາມງາມຂອງ ບ້ານເກີດເມືອງນອນ”.

ປັດຈຸບັນ, ຄອບຄົວນາຍຊ່າງ ຫງວຽນຫືວກວ໊າ, ຫງວຽນທິແອວງ, ຫງວຽນຫືວຮ່ວາ ໄດ້ທຳການອະນຸລັກຮັກສາ ເບົ້າໄມ້ຄວັດສະຫຼັກ ສຳລັບການພິມພາບແຕ້ມ ຂອງລຸ້ນປູ່ລຸ້ນພໍ່ ຕົກທອດມາໃຫ້. ບັນ ດານາຍຊ່າງ ໄດ້ໃຫ້ການຄຸ້ມຄອງຮັກສາ ແຜ່ນແມ່ພິມດ້ວຍ ຄວາມ ລະມັດລະວັງທີສຸດ ເພື່ອຫຼີກລ້ຽງການເປ່ເພ ເນື່ອງຈາກ ຜົນສະ ທ້ອນຈາກສະພາບອາກາດ ແລະ ປວກກິນ. ຈາກບັນດາ ເບົ້າໄມ້ ຄວັດສະຫຼັກບູຮານນັ້ນ, ບັນດານາຍຊ່າງ ໄດ້ປະດິດສ້າງຕື່ມອີກ ຕົວແບບໃໝ່ ໂດຍອີງໃສ່ອັນເກົ່າ ເພື່ອເຮັດໃຫ້ພາບແຕ້ມ ມີຄວາມ ຊີວິດຊີວາ ແລະ ໃກ້ຊິດກັບຊີວິດປະຈຳວັນຍິ່ງຂຶ້ນ. 



ຂັັ້ນຕອນຄວັດສະຫຼັກເທິງໄມ້ ເພື່ອສ້າງເປັນແມ່ພິມພາບແຕ້ມດົງໂຮ່. ພາບ: ກົງດາດ


ແມ່ພິມພາບແຕ້ມ “ງານແຕ່ງໜູ”. ພາບ: ກົງດາດ


ຂັ້ນຕອນຄວັດສະຫຼັກແມ່ພິມ ແລະ ເຄື່ອງປະກອບຕົ້ນຕໍຈຳນວນໜຶ່ງເພື່ອສ້າງສີສັນ ຂອງພາບແຕ້ມດົງໂຮ່. ພາບ: ກົງດາດ


ເພື່ອຜະລິດພາບແຕ້ມ “ວິງຮວາ”(ສະແດງຄວາມ ສົມບູນພູນສຸກ)ບັນດານາຍຊ່າງ ໝູ່ບ້ານ ດົງໂຮ່ ຕ້ອງການເບົ້າ ໄມ້ຄວັດ ສະຫຼັກເຖິງ 5 ແຜ່ນ
ເພື່ອການປະສົມປະສານ ບັນດາ ສີສັນ ທີ່ແຕກຕ່າງກັນ. ພາບ: ກົງດາດ



ມີພາບແຕ້ມ ດົງໂຮ່ຫຼາຍແຜ່ນ ນາຍຊ່າງຕ້ອງໃຊ້ ແມ່ພິມ ຫຼາຍ ແຜ່ນ ເພື່ອການພິມແຕ່ລະສ່ວນ ລາຍລະອຽດຕ່າງຫາກ. ພາບ: ກົງດາດ


ຫຼັງຈາກພິມບັນດາຈຸດພື້ນຖານ, ນາຍຊ່າງໝູ່ບ້ານ ດົງໂຮ່ ຕ້ອງສືບຕໍ່ການແຕ້ມດ້ວຍມື ເພື່ອເຮັດໃຫ້ພາບແຕ້ມ ໄດ້ສົມ ບູນແບບ. ພາບ: ກົງດາດ


ນາຍຊ່າງໝູ່ບ້ານພາບແຕ້ມ ດົງໂຮ່ ຕາກພາບແຕ້ມ ຢູ່ຕໍ່ໜ້າ ເດີ່ນເຮືອນ. ພາບ: ກົງດາດ






ພາບແຕ້ມທ້າວນ້ອຍອູ້ມໄກ່, ພາບແຕ້ມຝຸງໝູ ແລະ ພາບ ແຕ້ມ ປອ ກັບບ້ານຢ່າງມີກຽດ... ເປັນແນວໂນ້ມ ພາບແຕ້ມ ຕົ້ນຕໍ ຂອງ ພາບແຕ້ມພື້ນເມືອງ ດົງໂຮ່. ພາບ: ກົງດາດ


ແມ່ພິມໄມ້ ພາບແຕ້ມ “ລ້ຽງຄວາຍເປົ່າຂຸ່ຍ. ພາບ: ກົງດາດ

* ສູນພາບແຕ້ມພື້ນເມືອງ ດົງໂຮ່:
ເວັບໄຊ: http://tranhdongho.bacninh.com
ຊອກຮູ້ພື້ນຖານຜະລິດພາບແຕ້ມ ດົງໂຮ່:

ນາຍຊ່າງ ຫງວຽນດັງເຈ໋
ເບີໂທ: 0223865308
ນາຍຊ່າງ ຫງວຽນດັງເຕີມ. ເບີໂທ: 0913009433. ອີເມລ: tamlangho@gmail.com

ນາຍຊ່າງ ຫງວຽນທິແອວງ
ເບີໂທ: 0362181135
ນາຍຊ່າງ ຫງວຽນຫືວກວ໊າ
ເບີໂທ: 0946204698

* ວາງສະແດງບັນດາຜະລິດຕະພັນພາບແຕ້ມ ດົງໂຮ່ ຢູ່ ນະຄອນ ໂຮ່ຈີມິນ:
ເວັບໄຊ: www.tranhdangiandongho.vn
ເຮືອນເລກທີ 612/1 ຖະໜົນ ຫວໍວັນກຽດ, ບ້ານ ເກົ່າຄໍ,
ເມືອງ 1
ເຮືອນເລກທີ 1648 ຖະໜົນ ຫວໍວັນກຽດ, ບ້ານ 16, ເມືອງ 8
ເບີໂທ: 0937 307 988
ອີເມລ: ab@tranhdangiandongho.vn.
ສິ່ງທີ່ເຮັດໃຫ້ມີຊີວິດຊີວາ ແລະ ຈຸດພິເສດ ຂອງ ພາບແຕ້ມ ດົງໂຮ່ ຂຶ້ນມາຄື ພາບເຮັດດ້ວຍມື ຈາກງານແກະສະຫຼັກ, ປະສົມປະສານ ກັບລາຍສື, ສີສັນ ແລະ ເລື່ອງລາວ ຕ່າງໆ ຊຶ່ງສ້າງຄວາມ ເປັນ ເອກະລັກ ຫາຍາກ. ບັນດາວັດຖຸປະກອບ ທີ່ສ້າງເປັນຈິດວິນຍານ ຂອງ ພາບແຕ້ມ ຕ່າງກໍແບບທໍາມະຊາດ. ມີສິ່ງແກະສະຫຼັກ ໄມ້ ຢ່າງຫຼວງຫຼາຍ ໃນແຜ່ນໄມ້ ແຕ່ລະແຜ່ນ. ພື້ນຫຼັງພາບແຕ້ມ ແມ່ນ ເຈ້ຍສາ ໄດ້ເປິະ “ດຽບ” ສີເງິນ ຊັ້ນໜຶ່ງ (ດຽບແມ່ນຜົງບົດຈາກ ເປືອກຫອຍ ນາງລົມ ປຸງກັບແປ້ງເຂົ້າໜຽວ) ແລ້ວຈະຖືກເອີ້ນວ່າ ເຈ້ຍດຽບ. ເຈ້ຍດຽບ ເພື່ອການເຮັດພາບແຕ້ມ ດົງໂຮ່ ລວມມີຫຼາຍ ຂະໜາດ, ນ້ອຍສຸດແມ່ນຂະໜາດ 11ຊມ x 12ຊມ, ໃຫຍ່ສຸດ ແມ່ນ 22ຊມ x 31ຊມ. ພາບແຕ້ມ ດົງໂຮ່ ເຄີຍຖືກໃສ່ຂອບ ຫຼື ໜີບດ້ວຍໄມ້.

ທ່ານ ຫງວຽນຫືວຮ່ວາ, ນາຍຊ່າງ ໝູ່ບ້ານ ດົງໂຮ່ ໄດ້ເລົ່າສູ່ ພວກ ຂ້າພະເຈົ້າຟັງວ່າ: ກ່ອນໜ້ານີ້, ພາບແຕ້ມ ດົງໂຮ່ ຖືກເອີ້ນວ່າ ພາບ ບຸນເຕັດ ຍ້ອນນາຍຊ່າງ ຜະລິດພາບນີ້ ໃນຊ່ວງເວລາທ້າຍປີ ເພື່ອ ຕອບສະໜອງຄວາມຕ້ອງການຊົມ ພາບແຕ້ມ ແລະ ການບູຊາ ຂອງ ປະຊາຊົນ ໃນໂອກາດ ບຸນເຕັດ ເທົ່ານັ້ນ. ພາບ ດົງໂຮ່ ໄດ້ ປະຊາຊົນ ຕິດຢູ່ເທິງ ຝາເຮືອນ ເພື່ອຕ້ອນຮັບບຸນປີໃໝ່ ກໍຄື ມີ ຄວາມໝາຍ ຝາກຄວາມມຸ່ງຫວັງ ໄດ້ຕ້ອນຮັບປີໃໝ່ ທີ່ສົມບູນ ພູນສຸກ,  ຄອບຄົວໄດ້ ຢູ່ຢ່າງພ້ອມໜ້າພ້ອມຕາກັນ ຢ່າງມີຄວາມ ສຸກ.


ຫົວຂໍ້ທີ່ ບັນດາຜູ້ເຮັດພາບແຕ້ມມັກສະແດງອອກມາ ຈະເປັນ ບັນ ດາຮູບພາບໃນຊີວິດປະຈຳວັນ ຊຶ່ງຕິດພັນກັບ ຮູບພາບ ຂອງ ເຂດ ທົ່ງພຽງພາກເໜືອ, ແຕ່ຮູບສັດ ມີຄວາມຕິດພັນກັບຫຼັງເຮືອນ, ທົ່ງ ນາຮົ້ວສວນ ແລະ ວິຖີຊີວິດຂອງປະຊາຊົນເຊັ່ນ: ຄວາຍ, ໝູ, ປາ, ໜູ ຫຼື ຝູງໄກ່, ຝູງໝູ; ພາບເດັກອຸ້ມໂຕໄກ່ວິງຮວາ(ສະແດງຄວາມ ສົມບູນພູນສຸກ), ເດັກອຸ້ມໂຕເປັດ (ສະແດງຄວາມຮັ່ງມີ). ຫົວຂໍ້ ກ່ຽວກັບ ຄວາມສຽດສີຄື: ງານແຕ່ງໜູ, ພາບຂີ້ຫຶງ ແລະ ອື່ນໆ...; ພາບແຕ້ມດ້ວຍຫົວຂໍ້ຕ່າງໆ ໃນຊີວິດການເປັນຢູ່ ຄື: ມວຍປຳ້, ໂອນຊາ, ປອ ກັບບ້ານຢ່າງມີກຽດ ຫຼື ພາບແຕ້ມ ໃນຫົວຂໍ້ ປະ ຫວັດສາດເຊັ່ນ: ຮາຍບ່າຈຶງ, ຟູ່ດົ໊ງທຽນເວືອງ, ໂງກວ່ຽນ, ກ່ຽວ ແລະ ແທກແຊງ. ນອກຈາກນັ້ນ ກໍມີ ບັນດາປະເພດ ພາບແຕ້ມ ສຳລັບບູຊາເຊັ່ນ: ພາບແຕ້ມໄມ້ໃຜ່, ພາບ ຕື໋ກີ໋ວ (ເປັນຕົວແທນ ຂອງສີ່ລະດູໃນປີ)...

ດ້ວຍບັນດາຄຸນຄ່າສິລະປະທີ່ເຂັ້ມຂຸ້ນໄປດ້ວຍ ລັກສະນະ ພື້ນ ເມືອງ ແລະ ພິເສດຫາຍາກນັ້ນ, ພາບແຕ້ມ ດົງໂຮ່ ໄດ້ຖືກ ບັນທຶກ ໄວ້ ໃນປຶ້ມປະຫວັດສາດ, ກາບກອນ ແລະ ຊີວິດຈິດໃຈ ຂອງ ຜູ້ຄົນ ຫວຽດນາມ.


ພາບແຕ້ມ ດົງໂຮ່ ໃນຊີວິດຍຸກໃໝ່

ໃນຊຸມປີມໍ່ໆ ມານີ້, ພາບແຕ້ມ ດົງໂຮ່ ໄດ້ຮັບການສະໜັບສະໜູນ ແລະ ແຮງບັນດານໃຈຈາກນັກທ່ອງທ່ຽວຕ່າງປະເທດ ເມື່ອມາ ຢ້ຽມຢາມໝູ່ບ້ານອາຊີບ ແລະ ຊື້ພາບເມືອເປັນຂອງທີ່ລະນຶກເປັນ  ຈຳນວນຫຼາຍ, ເປັນກຳລັງໃຈ ແລະ ຊຸກຍູ້ການຕັດສິນໃຈ ຮັກສາ ແລະ ພັດທະນາອາຊີບ ຂອງ ບັນດາ ຄອບຄົວ ຜູ້ເປັນນາຍຊ່າງ. ພົ້ນເດັ່ນຄື ພາບແຕ້ມ ດົງໂຮ່ ຂອງ ຄອບຄົວ ພໍ່ເຖົ້ານາຍຊ່າງ ຫງວຽນຮືວຊາມ ແລະ ຂອງລູກໆ ໄດ້ນຳໄປວາງສະແດງ ຢູ່ ສ ອາ ເມລິກາ, ຊຶ່ງນັກທ່ອງທ່ຽວ ໄດ້ສັ່ງຊື້ພາບແຕ້ມ 500 ແຜ່ນ. ວິສາຫະ ກິດ ພາບແຕ້ມ ດົງໂຮ່ ຂອງພໍ່ເຖົ້ານາຍຊ່າງ ຫງວຽນດັງເຈ໋ ມີສະມາ ຊິກ 8 ຄົນ ເຮັດອາຊີບນີ້ ກໍໄດ້ຮັບໃບສັ່ງສິນຄ້າ ເພື່ອສົ່ງໄປຍັງ ປະ ເທດ ສ ອາເມລິກາ ແລະ ຍີ່ປຸ່ນ ເປັນຈຳນວນ ຫຼວງຫຼາຍ. ນາຍຊ່າງ ຫງວຽນດັງເຕີມ ໃຫ້ຮູ້ວ່າ: “ຈຸດສູງສຸດ ໃນມື້ໜຶ່ງ ໂຮງງານ ຂອງ ທ່ານ ຜະລິດພາບແຕ້ມໄດ້ 1000 ແຜ່ນ/ວັນ. ບັນດາລູກ, ຫຼານ ຂອງ ພໍ່ເຖົ້ານາຍຊ່າງ ຫງວຽນດັງເຈ໋ ຕ່າງກໍໄດ້ ຮັບຂັນມືຄຳ ເພື່ອ ພາລະກິດ ອະນຸລັກ ຮັກສາ ພາບແຕ້ມ ຂອງ ໝູ່ບ້ານອາຊີບພື້ນ ເມືອງ, ໂດຍສະມາຄົມ ໝູ່ບ້ານອາຊີບ ຫວຽດນາມ ເປັນຜູ້ມອບ”. 


ນັກທ່ອງທ່ຽວສາກົນເລືອກຊື້ພາບແຕ້ມພື້ນເມືອງ ດົງໂຮ່ ເປັນຂອງທີ່ລະນຶກ ເມື່ອມາທ່ຽວຫວຽດນາມ. ພາບ: VNP


ນາຍຊ່າງ ຫງວຽນທິແອວງ ແນະນໍາໃຫ້ບັນດານັກຮຽນ ວິທີ ເຮັດພາບແຕ້ມພື້ນເມືອງ ດົງໂຮ່. ພາບ: VNP


ບັນດາສ່ວນລາຍລະອຽດ, ໃນພາບແຕ້ມ ພື້ນເມືອງ ດົງໂຮ່ ໄດ້ບັນດານັກອອກແຟຊັ່ນ ຫວຽດນາມ ໝູນໃຊ້ໃນການອອກ ແບບ ເປັນຊຸດສະສົມ ອ໋າວຢ່າຍ (ເສື້ອຍາວ). ພາບ: ກົງດາດ


ນາຍຊ່າງ ຫວູທິງວຽດແອ໋ງ (ເມືອງ ບ່າວລົກ, ແຂວງ ເລີມ ດົ່ງ) ໄດ້ຮັກສາໄວ້ ຄວາມງາມອັນລຳ້ຄ່າ ຂອງ ພາບແຕ້ມ ດົງ ໂຮ່ ຈາກປີກແມງກະເບື້ອ. ພາບ: VNP


ບັນດານາຍຊ່າງໝູ່ບ້ານ ດ້າຍບ໋າຍ (ເມືອງ ຮວ່າງມາຍ, ຮ່າໂນ້ຍ) ໄດ້ໃຊ້ເຕັກນິກ ການແຕ້ມຮູບທອງແດງນູນ ຊຶ່ງສ້າງ ໂສມໜ້າໃໝ່ ໃຫ້ແຜ່ນພາບແຕ້ມ
ດົງໂຮ່ ທີ່ມີຊື່ “ນາງສາວ ໂຕ່ງ ໝາກພ້າວ. ພາບ: VNP



ບັນດາສ່ວນລາຍລະອຽດ, ໃນພາບແຕ້ມ ພື້ນ ເມືອງ ດົງໂຮ່ ໄດ້ນຳເຂົ້າໝູນໃຊ້ໃນເຄື່ອງບໍລິໂພກຕ່າງໆ ຂອງ ຄົນຫວຽດ. ພາບ: VNP

ທຸກວັນນີ້, ມາຍັງໝູ່ບ້ານ ຊອງໂຮ່ ເພື່ອຊອກຮູ້ ກ່ຽວກັບ ພາບແຕ້ມ ດົງໂຮ່, ນັກທ່ອງທ່ຽວ ໄດ້ມີຄວາມຊື່ນໃຈ ເປັນຢ່າງຍິ່ງ ເມື່ອໄດ້ຮູ້ ວ່າ ນະແຫ່ງນີ້ ໄດ້ມີສູນອະນຸລັກຮັກສາ ພາບແຕ້ມພື້ນເມືອງ ດົງ ໂຮ່ ຕັ້ງຢູ່ໃນພື້ນທີ່ ຮາກຖານຜະລິດ ຂອງ ຄອບຄົວ ພໍ່ເຖົ້ານາຍ ຊ່າງ ຫງວຽນດັງເຈ໋. ຢູ່ແຫ່ງນີ້ ມີຫ້ອງມູນເຊື້ອ ວາງສະແດງ ພາບ ແຕ້ມ ດົງໂຮ່. ເມື່ອມາທີ່ນີ້ ນັກທ່ອງທ່ຽວສາມາດ ຜ່ານປະສົບການ ຕົວຈິງການເຮັດພາບ ກັບບັນດານາຍຊ່າງ. ປະຈຸບັນ, ແຂວງ ບັກ ນິງ ໄດ້ເປີດບໍລິການທ່ອງທ່ຽວ ແຕ່ເມືອງ ທ້ວນແທ່ງ, ວັດເຢົາ-ວັດ ບຸດທາບ-ໝູ່ບ້ານພາບ ແຕ້ມພາບ ດົງໂຮ່ ຊຶ່ງດຶງດູດ ນັກທ່ຽວທ່ອງທີ່ມາເປັນຈຳນວນ ຫຼວງຫຼາຍ. 
ພາບແຕ້ມ ດົງໂຮ່ ສະແດງໃຫ້ເຫັນໃນ 5 ຫົວຂໍ້ເຊັ່ນ: ພາບ ສຳລັບ ບູຊາ, ພາບແຕ້ມປະຫວັດສາດ, ພາບແຕ້ມອວຍພອນ, ພາບຊີວິດ ການເປັນຢູ່ ແລະ ພາບແຕ້ມກະຕຸນ. 

ນອກຈາກນັ້ນ, ທີ່ນະຄອນ ໂຮ່ຈີມິນ, ບໍລິສັດການສຶກສາ ອານບິ່ງ ໄດ້ຮ່ວມມືກັບໂຮງຮຽນສາກົນ ຫຼາຍແຫ່ງ ຢູ່ ຫວຽດນາມ ຈັດຕັ້ງ ໃຫ້ ນັກຮຽນ ຜ່ານປະສົບການຕົວຈິງ ກັບການພິມພາບແຕ້ມ ພື້ນ ເມືອງ ດົງໂຮ່ ແລະ ແນະນຳເວັບໄຊ: www.tranhdangiandongho.vn ເຖິງນັກທ່ອງທ່ຽວສາກົນ. ທ່ານນາງ ທູຮັ່ງ, ຜູ້ອຳນວຍການບໍລິສັດໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ເຮັດໃຫ້ພາບແຕ້ມພື້ນເມືອງ ດົງໂຮ່ ມີສີສັນໃໝ່, ນັບແຕ່ການ ອອກແບບ ຂອງກັບ ບັນຈຸພາບແຕ້ມ, ຕະຫຼອດຮອດ ການແຈກ ໃບປິວ ເພື່ອແນະນຳຂັ້ນຕອນ, ວັດຖຸປະກອບເຮັດພາບ ແລະ ຄວາມໝາຍຂອງພາບແຕ້ມແຕ່ລະແຜ່ນ ເປັນພາສາ ຫວຽດ  ແລະ ພາສາ ອັງກິດ ເພື່ອໃຫ້ນັກທ່ອງທ່ຽວ ຕ່າງປະເທດ ສາມາດ ເຂົ້າໃຈ ກ່ຽວກັບ ວັດທະນະທຳ ພື້ນເມືອງ ຂອງ ຫວຽດນາມ ຍິ່ງຂຶ້ນ.
ບົດ: ບິກເວິນ - ພາບ: ກົງດາດ, ເອກະສານ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top