• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ພັນຕີ. ປອ. ທ່ານໝໍ ໂຮ່ຫືວຖໍ້: ຖອດລະຫັດພະຍາດ ຈາກ ເຕັກໂນໂລຊີ ວິເຄາະ ຢີນ ມີຄວາມໄວສູງ

ສຳລັບພະຍາດທີ່ຮ້າຍແຮງເຊ່ັນ: ມະເຮັງ, ພະຍາດຕິດແປດ ຈາກ ໄວຣັດ Ebola, Sars-Covid… ຊ່ຶງເປັນໄພຂົ່ມຂູ່ຕໍ່ຊີວິດ ຂອງ ມະ ນຸດ ຢູ່ສະເໝີ, ເພື່ອເລືອກເຟັ້ນ ແລະ ບົ່ງມະຕິ ສາຍເຫດຂອງ ບັນດາ ພະຍາດນີ້, ສະຖາບັນ ຄົ້ນຄວ້າ ການແພດ ທະຫານ (ວິທະຍາຄານ ເສນາຮັກ) ໄດ້ ນໍາເຕັກໂນໂລຊີ ການແພດ ໂມເລກຸນ ເຂົ້າ ຂະບວນ ວິວັດແຫ່ງການ ຖອດລະຫັດ ແລະ ເລືອກເຟັ້ນ ພະຍາດ. ພັນຕີ. ປອ. ທ່ານໝໍ ໂຮ່ຫືວຖໍ້, ຫົວໜ້າ ຫ້ອງການ ເຕັກໂນໂລຊີ ຢີນ ແລະ ພັນ ທຸກຳ ຈຸລັງ ເປັນຜູ້ທີ່ໄດ້ເຂົ້າຮ່ວມ ການຄົ້ນຄວ້າ ຄົ້ນພົບພະຍາດ ຈາກ  ເຕັກໂນໂລຊີ ວິເຄາະ ຢີນ ທີ່ມີຄວາມໄວນີ້. 
ພວກຂ້າພະເຈົ້າ ພົບກັບ ປອ. ທ່ານໝໍ ໂຮ່ຫືວຖໍ້ ໃນຂະນະທ່ີເພິ່ນ ພ້ອມກັບ ບັນດາເພື່ອນຮ່ວມງານ ກຳລັງທໍາການຄົ້ນຄວ້າ ພັດທະ ນາ ຂັ້ນຕອນໄຈ້ແຍກ ພັນທຸກໍາ ທີ່ມີຄວາມໄວສູງ ເພື່ອການ ເລືອກ ເຟັ້ນ, ຄົ້ນພົບໄວຣັດ Sars-Cov-2 ໃນຕົວຢ່າງຜູ້ປ່ວຍ ໂດຍໄວ. ທ່ານ ຖໍ້ ໄດ້ສະແດງ ຄວາມໃນໃຈອອກມາວ່າ ຕົນເອງມີພຽງ ຄວາມ ຫວັງ ມີເວລາຫຼາຍກວ່າ 24 ຊົ່ງໂມງ/ວັນ ເພື່ອປະຕິບັດໜ້າ ທີ່ ຍຸດ ທະສາດນີ້, ພ້ອມກັບປະເທດຊາດ ໃນການຈໍາກັດ ການແຜ່ລະບາດ Sars-Cov-2. 

ເຖິງເດືອນ ມິຖຸນາ 2020, ກຸ່ມຄົ້ນຄວ້າ ຈະເຮັດໃຫ້ສົມບູນແບບ ມາດຕະຖານ ຂອງ ໄວຣັດ ໂຄໂຣນາ ສາຍພັນໃໝ່ ທີ່ກໍ່ໃຫ້ເກີດການ ແຜ່ລະບາດ ໂຄວິດ-19. ຄາດວ່າ ໃນເດືອນ ມັງກອນ 2021 ຂະ ບວນການ ວິເຄາະ ຢີນ ທ່ີມີຄວາມໄວສູງ, ກວດພົບ Sars-CoV-2 ໃນຕົວຢ່າງ ຜູ້ປ່ວຍ ແລະ ເຜີຍແຜ່ຜົນງານ ລົງໃນບັນດາວາລະສານ ວິທະຍາສາດ ສາກົນ. 
ດ້ວຍການຄົ້ນຄວ້ານີ້, ປອ. ທ່ານໝໍ ໂຮ່ຫືວຖໍ້ ໄດ້ພັດທະນາ ຂັ້ນຕອນ ການຄົ້ນພົບເຊື້ອ ໄວຣັດ SARS-CoV-2 ທີ່ມີຄວາມໄວສູງ ດ້ວຍ ການນຳໃຊ້ວິທີ AIMS RT-PCR. ນີ້ເປັນຂັ້ນຕອນ ທີ່ກໍານົດ ຂຶ້ນ ຊຶ່ງສາມາດໝູນໃຊ້ງານ ຂະໜາດໃຫຍ່ ແລະ ແກ້ໄຂໄດ້ ຂໍ້ຈຳກັດ ກ່ຽວກັບອຸປະກອນເຄມີ ດ້ວຍວິທີ Nested-Heptaplex End-point RT-PCR ທ່ີມີຄວາມໄວສູງ.

ຄວາມໄວ ຂອງ ວິທີນີ້ ໄດ້ຖືກປະເມີນ ໂດຍອີງໃສ່ຕົວຢ່າງ ມາດຕະ ຖານ RNA in-vitro ສໍາລັບການກວດພົບ ແມ່ນ 5,6 ສໍາເນົາ/ປະຕິ ກິລິຍາ, ຕໍ່າກວ່າເກືອບ 1-log (10 ເທົ່າ) ເມື່ອທຽບກັບຂັ້ນຕອນ ທີ່ ໄດ້ຮັບຄຳກ່າວເຕືອນ ຈາກ WHO (50 ສໍາເນົາ/ປະຕິກິລິຍາ). ການ ປະເມີນຜົນທາງຄລີນິກ 490 ຂອງ ການເປີດເຜີຍ, 1.030 ກໍລະນີ ອາສາສະໝັກ ບໍ່ມີຄວາມສຳຜັດກັບຜູ້ຕິດເຊື້ອໄວຣັດ SARS-CoV-2 ແລະ 14 ສາຍພັນ ໄວຣັດອື່ນໆ ທີ່ມີຄວາມກ່ຽວພັນ ເຖິງລະ ບົບຫາຍໃຈ ໄດ້ໃຫ້ຜົນ ລະດັບຄວາມໄວ ແລະ ລັກສະນະ ຈຳເພາະ ຂອງ ວິທີ ຕ່າງກໍບັນລຸ 100%.

ທ່ີສຳຄັນໄປກວ່ານັ້ນ, ຂັ້ນຕອນດັ່ງກ່າວໄດ້ປະສົບຜົນສຳເລັດ ເມື່ອ ທົດລອງ pool (ປະສົມ) 100 ຕົວຢ່າງ ໃນການຕອບໂຕ້ ໃນເວລາ ດຽວກັນ, ໂດຍບໍ່ສົ່ງຜົນກະທົບ ຕໍ່ຄວາມໄວ. ດັ່ງນັ້ນ, ນີ້ແມ່ນວິທີ ວິ ເຄາະທີ່ງ່າຍ, ມີຄວາມໄວສູງ ແລະ ມີທ່າແຮງ ໃນການເລືອກເຟັ້ນ ກວດຫາ ໄວຣັດ SARS-CoV-2 ໃນສະພາບການ ຂອງ ການແຜ່ລະບາດ ທ່ີສັບສົນ. ປັດຈຸບັນ, ກິດຈະກຳດັ່ງກ່າວ ມີຄຸນຄ່າ ຕໍ່ວົງການຊຸມຊົນການແພດ ຢູ່ ຫວຽດນາມ ແລະ ໂລກ ໃນການ ຕິດ ຕາມ ແລະ ສະກັດກັ້ນ ການແຜ່ລະບາດ ຂອງ ໂຄວິດ-19.



ພັນຕີ. ປອ. ທ່ານໝໍ ໂຮ່ຫືວຖໍ້ ເປັນຜູ້ມີຄວາມສະໜິດຕິດພັນ ກັບ ສະຖາບັນ ຄົ້ນຄວ້າ ການແພດ ທະຫານ (ວິທະຍາຄານ ເສນາຮັກ)
ຕັ້ງແຕ່ຈົບການສຶກສາ ການແພດທົ່ວໄປ ປີ 2004. 



ຈາກປະສົບການທີ່ເກັບກຳໄດ້ ໃນຄັ້ງໄປຮຽນ ຢູ່ປະເທດຕ່າງໆ ເຊັ່ນ: ຍີ່ປຸ່ນ, ອົດສະຕຣາລີ, ແຟງລັງ, ປອ. ທ່ານໝໍ ໂຮ່ຫືວຖໍ້ ໄດ້ມີ ຫຼາຍ ກິດຈະກຳ
ໝູນໃຊ້ ເຕັກໂນໂລຊີ ການແພດ ໂມເລກຸນ “ຖອດລະ ຫັດ”, ພະຍາດ ທາງພັນທຸກຳ ແລະ ອັນຕະລາຍ ຢູ່ຫວຽດນາມ. 



ປອ. ທ່ານໝໍ ໂຮ່ຫືວຖໍ້ ແລກປ່ຽນ ດ້ານວິຊາສະເພາະ ກັບ ນັກເຝິກ ງານ ທີ່ ຫ້ອງ Lab ຂອງ ສະຖາບັນ ຄົ້ນຄວ້າການແພດທະຫານ. 


ປອ. ທ່ານໝໍ ໂຮ່ຫືວຖໍ້ ເຮັດວຽກຢູ່ ຫ້ອງ Lab ຂອງ ສະຖາບັນ ຄົ້ນ ຄວ້າການແພດ ທະຫານ.


ກ່ອນການ ດໍາເນີນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດ ໂຄ ວິດ-19 ທີ່ ຫວຽດນາມ, ປອ. ທ່ານໝໍ ໂຮ່ຫືວຖໍ້ ແລະ ບັນດາເພື່ອນ ຮ່ວມງານ ໄດ້ຄົ້ນຄວ້າ ພັດທະນາ ຂັ້ນຕອນ
ວິເຄາະ ຢີນ ທີ່ມີຄວາມ ໄວສູງ ເພື່ອເລືອກເຟັ້ນ, ຄົ້ນພົບ ໄວຣັດ Sars-Cov-2 ໂດຍໄວ ໃນ ຕົວແບບເພື່ອການວິເຄາະ ດ້ວຍຄວາມຮັບຜິດຊອບສູງ
ພ້ອມ ຮ່ວມກັບ ປະຊາຊົນທັງຊາດ ຕໍ່ສູ້ກັບ ການແຜ່ລະບາດ ໂຄວິດ-19. 



ນອກຈາກວຽກງານຄົ້ນຄວ້າວິທະຍາສາດ, ປອ. ທ່ານໝໍ ໂຮ່ຫືວຖໍ້ ຍັງເປັນອາຈານສອນ ຂອງ ວິທະຍາຄານ ເສນາຮັກ. 

ເກີດປີ 1979, ປອ. ທ່ານໝໍ ໂຮ່ຫືວຖໍ້ ຈົບການສຶກສາ ປະລິນຍາ ເອກ ການແພດທົ່ວໄປ ທີ່ວິທະຍາຄານ ເສນາຮັກ ໃນປີ 2004. ເວ ລານັ້ນ, ສະຖາບັນ ຄົ້ນຄວ້າ ການແພດທະຫານ ຫາກໍໄດ້ ຮັບການ ສ້າງຕັ້ງ, ຫຼັງຈາກເຮັດວຽກຢູ່ທ່ີນີ້ ເປັນເວລາ 1 ປີ, ທ່ານ ຖໍ້ ໄດ້ລົງ ເລິກ ສະເພາະຂົງເຂດ ໂມເລກູນ ການແພດ ແລະ ບົ່ງມະຕິ ໂມເລ ກຸນ ທີ່ສູນຄົ້ນຄວ້າ ໃຫຍ່ຫຼາຍແຫ່ງ ຢູ່ໃນໂລກເຊັ່ນ: ມະຫາວິທະຍາ ໄລ ແຫ່ງຊາດ ອົດສະຕຣາລີ, ມະຫາວິທະຍາໄລ ໂຕກຽວ (ຍີ່ປຸ່ນ), ມະຫາວິທະຍາໄລ Helsinki (ແຟງລັງ) ແລະ ໄດ້ມີການຄົ້ນຄວ້າ ຫຼາຍຢ່າງ ໃນຂົງເຂດພັດທະນາ ວິທີ ບົ່ງມະຕິ ໂມເລກຸນ ແລະ ພັດ ທະນາ ປະສົບຜົນສຳເລັດ ເຕັກໂນໂລຊີໃໝ່ຈຳນວນໜຶ່ງ ກ່ຽວກັບ ການຂະຫຍາຍ ວັດຖຸພັນທຸກຳ ຊຶ່ງຖືກນຳໃຊ້ຫຼາຍ ໃນການບົ່ງມະຕິ ໂມເລກຸນ.

ຕັ້ງແຕ່ປີ 2004, ວິທະຍາຄານ ເສນາຮັກ ໄດ້ເປັນທີ່ຮູ້ຈັກວ່າເປັນຜູ້ ບຸກເບີກ ໃນການໝູນໃຊ້ ການແພດໂມເລກຸນ ໃນການເກັບຕົວຢ່າງ ແລະ ເລືອກເຟັ້ນ ບັນດາພະຍາດທ່ີຮ້າຍແຮງ, ໃນນັ້ນການໝູນໃຊ້ ເຕັກໂນໂລຊີ ວິເຄາະຢີນ ກວດພົບມະເຮັງ ຖືກຕີລາຄາວ່າ ເປັນຜົນ ສຳເລັດ ຂັ້ນຕົ້ນທີ່ ຫວຽດນາມ ເມື່ອມີການຄັດກອງເລືອດ ພຽງ 4 ml ເພື່ອກວດພົບມະເຮັງ 13 ຊະນິດ. ວຽກງານນີ້ ໄດ້ສະໜັບສະໜູນ ບັນດາທ່ານໝໍ ຢູ່ ໂຮງໝໍ K, ໂຮງໝໍ ຫູ, ດັງ, ຄໍ, ໂຮງໝໍ 103 ຢ່າງ ຫຼວງຫຼາຍ ໃນການບົ່ງມະຕິພະຍາດ, ປະຢັດເວລາ, ລາຍຈ່າຍ ແລະ ບໍ່ເຮັດໃຫ້ ຄວາມກັງວົນ ທາງດ້ານຈິດໃຈ ຂອງ ຜູ້ທີ່ເປັນມະເຮັງ.

ປອ. ທ່ານໝໍ ໂຮ່ຫືວຖໍ້ ຍັງເປັນຜູ້ ທີ່ນຳຄວາມຮູ້, ປະສົບການ ທີ່ ເກັບ ກຳໄດ້ ໃນຊ່ວງເວລາຫຼາຍປີ ໄປສຶກສາຢູ່ ເອີຣົບ ເພື່ອປະຕິບັດ ສຳ ເລັດຜົນ ກິດຈະກຳ ວິທະຍາສາດໝູນໃຊ້ ເຕັກໂນໂລຊີ ການແພດ ໂມເລກຸນ ວິເຄາະ ຈຸລັງມະເຮັງ. ທ່ານ ໂຮ່ຫືວຖໍ້ ໃຫ້ຮູ້ວ່າ ຈາກການ ທົດລອງ ຄັ້ງທຳອິດ ຂອງ ຄົນເຈັບ ມະເຮັງ ຫູ ດັງ ຄໍ ຈໍານວນ152 ຄົນ ຖືກປະເມີນຄວາມໄວເຖິງ 97%, ໃຫ້ປະສິດທິຜົນຢ່າງເຖິງຖອງ. ມາຮອດປັດຈຸບັນ ໄດ້ມີ ຄົນເຈັບ 900 ຄົນໄດ້ເຂົ້າເຖິງວິທີການກວດ ນີ້. ຕໍ່ໄປແມ່ນ ມະເຮັງ ລໍາໄສ້ ທ່ີໄດ້ເກັບຕົວຢ່າງ ຈາກຄົນເຈັບ ຢູ່ ບັນ ດາໂຮງໝໍສູນກາງ.



ປອ. ທ່ານໝໍ ໂຮ່ຫືວຖໍ້ ພ້ອມກັບ ບັນດາ ສາດສະດາຈານ ແລະ ຜູ້ ຊ່ຽວຊານ ສາກົນ ໃນພິທີ ປ້ອງກັນບົດວິທະຍານິພົນຈົບຊັ້ນ ປອ
ທີ່ ມະຫາວິທະຍາໄລ Helsinki, ປະເທດ ແຟງລັງ. ພາບ: ເອກະສານ



ປອ. ທ່ານໝໍ ໂຮ່ຫືວຖໍ້ ລາຍງານ, ແບ່ງປັນຜົນສຳເລັດ ຂອງ ກິດຈະ ການຄົ້ນຄວ້າ ກ່ຽວກັບການ ວິເຄາະ ເລືອກເຟັ້ນ ຈຸລັງມະເຮັງ
ດ້ວຍ ເຕັກໂລໂລຊີ ວິເຄາະ ຢີນ ຂອງ ຫວຽດນາມ ໃນກອງປະຊຸມ ສາກົນ Medlad Asia ຢູ່ ສິງກະໂປ. ພາບ: ເອກະສານ



ໃນກອງປະຊຸມສາກົນ Medlad Asia ຢູ່ ສິງກະໂປ, ກິດຈະກຳ “ຈັດ ສ້າງ ຂັ້ນຕອນ ກຳນົດປະລິມານ DNA-EBV ໃນເລືອດ ທ່ີມີຄວາມ ໄວສູງ, ປະກອບສ່ວນ ເລືອກເຟັ້ນ,
ຄົ້ນພົບຈຸລັງ ມະເຮັງ ໂດຍໄວ” ຢູ່ ຫວຽດນາມ ໂດຍ ປອ. ທ່ານໝໍ ໂຮ່ຫືວຖໍ້ ເປັນຜູ້ລາຍງານ ຊຶ່ງ ບັນ ດາຜູ້ຊ່ຽວຊານສາກົນ ຕີລາຄາສູງ. ພາບ: ເອກະສານ

ມາຮອດເດືອນ ມັງກອນ 2015, ວຽກງານ ຂອງ ການກຳນົດຂະ ບວນການ ທາງດ້ານປະລິມານ DNA-EBV ໃນເລືອດສ່ວນປະ ກອບ ທີ່ມີຄວາມໄວສູງ ໄດ້ຊ່ວຍໃນການຄັດກອງ ແລະ ກວດຫາມະ ເຮັງ ໃນໄລຍະເລີ່ມຕົ້ນ ຊຶ່ງໄດ້ຮັບການ ຕີພິມງານວິໄຈ ລົງໃນວາລະ ສານ  Nucleic Acids Research 2015. ພາຍຫຼັງ 3 ປີ ສືບຕໍ່ ພັດທະນາ ເຕັກໂນໂລຊີນີ້ ຢ່າງຕໍ່ເນື່ອງຢູ່ ຫວຽດນາມ, ປີ 2018, ໂຄງການດັ່ງກ່າວ ໄດ້ຮັບສິດທິບັດ ຈາກກົມ ເຄື່ອງໝາຍການຄ້າ ແລະ ລິຂະສິດ ສ ອາເມລິກາ ສໍາລັບເຕັກໂນໂລຊີ ການຄົ້ນຫາຢີນ ດ້ວຍຄວາມຊັດເຈນ ທ່ີໂດດເດັ່ນ, ເປັນບາດກ້າວ ທ່ີສຳຄັນ ໃນການ ບົ່ງມະຕິພະຍາດຢ່າງໄວ, ກຳນົດທິດທາງ ເພື່ອການປິ່ນປົວ ມະເຮັງ ຊະນິດຕ່າງໆ ແລະ ພະຍາດທາງພັນທຸກຳ ທີ່ ຫວຽດນາມ.

ຈາກການຄົ້ນພົບ ໄດ້ພຽງ ມະເຮັງ 2 ຊະນິດ ຕັ້ງແຕ່ຕົ້ນຄື ມະເຮັງ ເພດານ ດັງ, ຄໍ ແລະ ມະເຮັງລໍາໄສ້ແກ່, ປັດຈຸບັນສາມາດ ຄົ້ນພົບ ມະເຮັງໄດ້ 13 ຊະນິດ, ໄດ້ພັດທະນາ ແລະ ໝູນໃຊ້ຢ່າງກວ້າງ ຂວາງ ຢູ່ໂຮງໝໍຫຼາຍແຫ່ງ ໃນທົ່ວປະເທດ ແລະ ໝູນໃຊ້ຂັ້ນຕົ້ນ ຢູ່ ປະເທດ ຊູແອດ. ກິດຈະກຳ ຂອງ ປອ. ທ່ານໝໍ ໂຮ່ຫືວຖໍ້ ໄດ້ຮັບ ລາງວັນຊະນະເລີດ ລາງວັນໄວໜຸ່ມປະດິດສ້າງ ໃນກອງທັບ.

ດ້ວຍ ຄວາມປາດຖະໜາ ແລະ ອຸທິດຕົນໃນການຄົ້ນຄວ້າ ໝູນໃຊ້ ເຕັກໂລໂລຢີ ຢີນ ໃນການຖອດລະຫັດ ພະຍາດອັນຕະລາຍ, ປອ. ທ່ານໝໍ ໂຮ່ຫືວຖໍ້ ຍັງ ສືບຕໍ່ມີໂຄງການໃໝ່ ເພື່ອໃນການຄົ້ນຄວ້າ ທາງວິທະຍາສາດ ຈາກການ ວິເຄາະການແພດ ໂມລະກູນ ເຂົ້າໃນ ການກວດ, ບົ່ງມະຕິພະຍາດ ແລະ ປິ່ນປົວ ພະຍາດຕົວຈິງ ຢູ່ ໂຮງ ໝໍຫຼາຍແຫ່ງ ທີ່ ຫວຽດນາມ.

 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top