• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ​ເພື່ອ​ຮັດ​ແຄບຊ່ອງ​ຫວ່າງ ກັບ ຕົວ​ເມືອງ

ພາຍຫຼັງ 15 ປີ ແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ ໄດ້ສະແດງໃຫ້ເຫັນວ່າ ຢູ່ຂົງເຂດກະສິກຳ, ທົ່ວປະເທດຍັງຮັກສາການເຕີບໂຕໄດ້ດີ ແລະ ມີການພັດທະນາຢ່າງຮອບດ້ານພໍສົມຄວນ, ຄຸນນະພາບການເຕີບໂຕນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ.
ທ່ານ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: baotintuc.vn)

ກ່າວຄຳເຫັນທີ່ການເຮັດວຽກກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກ່ຽວກັບສະພາບການປະຕິບັດ ແລະ ວຽກງານສະຫຼຸບ 15 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຄະນະບໍລິຫານງານສູນກາງພັກ ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ, ໃນວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ໄດ້ເນັ້ນໜັກວ່າ ການກຳນົດຈະແຈ້ງທີ່ຕັ້ງ, ບົດບາດຂອງກະສິກຳ, ຊາວກະສິກອນ, ຊົນນະບົດ ຫວຽດນາມ ໃນໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2045 ແມ່ນມີຄວາມຈຳເປັນທີ່ສຸດ. ທ່ານກ່າວວ່າ:

ບັນດາທັດສະນະ, ເປົ້າໝາຍມາດຕະການຕ້ອງຄິດໄລ່ໃຫ້ເໝາະສົມກັບສະພາບການໃໝ່, ຂອງແຕ່ລະໄລຍະພັດທະນາໃນຕະຫຼອດໄລຍະທາງນັບແຕ່ປີ 2021  2030 ກໍ່ຄືວິໄສທັດຮອດປີ 2045. ບັນດາໜ້າທີ່ ແລະ ມາດຕະການຈຸດສຸມບຸກທະລຸໃໝ່, ຕ້ອງປ່ຽນແປງກ່ຽວກັບຄຸນນະພາບ ເນື້ອໃນກົນໄກ, ນະໂຍບາຍໃໝ່ ຕ້ອງມີລັກສະນະລຸລ່ວງ ແລະ ເສີມຂະຫຍາຍໄດ້ບັນດາແຫຼ່ງກຳລັງຂອງມະນຸດ, ບັນດາເງື່ອນໄຂທຳມະຊາດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາກະສິກຳ, ຊົນນະບົດ, ຮັດແຄບຊ່ອງຫວ່າງໃນການພັດທະນາລະຫວ່າງ ຕົວເມືອງ ແລະ ຊົນນະບົດ. ຈາກນັ້ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງ ປະເທດ, ການກຳນົດທິດແບບຍືນຍົງ.

ພາຍຫຼັງ 15 ປີ ແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ ໄດ້ສະແດງໃຫ້ເຫັນວ່າ ຢູ່ຂົງເຂດກະສິກຳ, ທົ່ວປະເທດຍັງຮັກສາການເຕີບໂຕໄດ້ດີ ແລະ ມີການພັດທະນາຢ່າງຮອບດ້ານພໍສົມຄວນ, ຄຸນນະພາບການເຕີບໂຕນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຈາກນັ້ນສືບຕໍ່ຢັ້ງຢືນວ່າ ຂົງເຂດກະສິກຳ ຍັງສວມບົດບາດແມ່ນທີ່ຕັ້ງສຳຄັນຂອງພື້ນຖານເສດຖະກິດ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top