• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ພັດທະນາເສດຖະກິດຢູ່ຊົນນະບົດດ້ວຍອາຊີບລ້ຽງປາຝາ

ຈາກການໄປນຳໜ້າໃນການລ້ຽງປາຝາຂອງທ່ານພັນຕີ ເຈີ່ນກົງບັ່ງ, ນັກຮົບເກົ່າຂຶ້ນກັບກອງທະຫານໃຫຍ່ເລກ 12, ໄດ້ສ້າງທິດທາງພັດທະນາເສດຖະກິດໃໝ່ໃຫ້ແກ່ຊາວບ້ານ ວີງເຖື້ອງ, ຕາແສງ ຄາຍຖາຍ (ເມືອງ ຝູຊວຽນ, ຮ່າໂນ້ຍ) ແລະ ກາຍເປັນເຂດລ້ຽງປາຝາທີ່ຍິ່ງໃຫຍ່ຢູ່ພາກເໜືອ. 
ໂຕປາຝາມີຄວາມສະໜິດຕິດພັນກັບຕາແສງ ຄາຍຖາຍ ແລະ ທ່ານພັນຕີ ເຈີ່ນກົງບັ່ງ, ນັກຮົບເກົ່າຂຶ້ນກັບກອງ ທະຫານ ໃຫຍ່ເລກ 12 ມາເປັນເວລາເກືອບ 24 ປີແລ້ວ.
 
ສະພາບຊີວິດການເປັນຢູ່ຂອງປະຊາຊົນຢູ່ຕາແສງຄາຍຖາຍ, ເມືອງ ຝູຊວຽນ, ບ້ານເກີດເມືອງນອນ ຂອງທ່ານ ບັ່ງ ໃນສະໄໝກ່ອນ ທຸກຍາກລຳບາກຫຼາຍ ຍ້ອນດິນຢູ່ທີ່ນີ້ ປູກຕົ້ນຫຍັງກໍ່ຍາກ, ຮູ້ພຽງແຕ່ອາໄສນຳການເຮັດນາ ເທົ່ານັ້ນ.
 
ໃນເທື່ອໜຶ່ງທີ່ໄດ້ຍິນຂ່າວກ່ຽວກັບອາຊີບລ້ຽງປາຝາ, ທ່ານ ບັ່ງ ສັງເກດເຫັນຄຸນຄ່າເສດຖະກິດສູງຈາກການລ້ຽງສັດຊະນິດນີ້. ລາວຄິດວ່າ ຕໍ່ຄວາມຕ້ອງການຊື້ປາຝາ ສຳເລັດຮູບຂອງພໍ່ຄ້າຊາວຂາຍ, ເຖິງວ່າ ຕ້ອງລົງທຶນຊື້ປາຝານ້ອຍ, ຄ່າແຮງງານ, ຊື້ອາຫານ ແຕ່ຫຼັງຈາກ 1-2 ປີ ອາດຈະມີກຳໄລ, ບາງເທື່ອຈະມີກຳໄລທົບສອງເທື່ອ. 


ນິຄົມລ້ຽງປາຝາຂອງຄອບຄົວທ່ານ ເຈີ່ນກົງບັ່ງ ຢູ່ຕາແສງ ຄາຍຖາຍ, ເມືອງ ຝູຊວຽນ, ຮ່າໂນ້ຍ.


ກໍ່ສ້າງຮັງປາຝາຢູ່ໜອງລ້ຽງຂະໜາດໃຫຍ່. 


ອ່າງລ້ຽງປາຝາພັນຂອງຄອບຄົວທ່ານ ເຈີ່ນກົງບັ່ງ. 


ໃນລະດູປາຝາກຳເນີດໄຂ່, ຜູ້ລ້ຽງຕ້ອງໄປເກັບໄຂ່ຢູ່ໃນຮັງ ປາຝາ ເພື່ອເອົາໄປຟັກຢູ່ບ່ອນໜຶ່ງຕ່າງຫາກ.


ຜູ້ລ້ຽງມັກໃຫ້ປາຝາກິນຫຼາຍໃນຍາມອາກາດອົບອຸ່ນ, ເພື່ອສ້າງເງື່ອນໄຂໃຫ້ ປາຝາ
ຮັບເອົາທາດບຳລຸງໄດ້
ຫຼາຍທີ່ສຸດ. 



ປາເກັດແລບ (hypophthalmichthys) ເປັນແຫຼ່ງອາຫານທີ່
ມີທາດບຳລຸງສູງ ສຳລັບ ປາຝາ.   
ທ່ານ ເຈີ່ນກົງບັ່ງ ຕັດສິນໃຈລົງທຶນລ້ຽງປາຝາ. ລາວໄປຢືມ ເງິນ, ຈ້າງຄົນມາຂຸດໜອງໃຫ້ກວ້າງ 200 ຕາລາງແມັດ, ລົງທຶນຊື້ປາຝານ້ອຍ, ອາຫານ ແລະ ກາຍເປັນໜຶ່ງໃນຈຳນວນຄົນລ້ຽງປາຝາຜູ້ທຳອິດຢູ່ບ້ານ ວີງເຖື້ອງ, ຕາແສງ ຄາຍຖາຍ, ເມືອງ ຝູຊວຽນ.
 
ລາວຖີບລົດຖີບໄປຫາບັນດາຕົວແບບລ້ຽງປາຝາໃນ ທົ່ວປະເທດເພື່ອຖອດຖອນບົດຮຽນ ແລ້ວກັບມາຄົ້ນຄວ້າ, ປະຕິບັດຕົວຈິງໂດຍຕົນເອງ. ແຕ່ວິທີກໍ່ສ້າງໜອງ, ອ່າງລ້ຽງ ປາຝາ, ວິທີເລືອກປາຝານ້ອຍ, ວິທີປຸງແຕ່ງອາຫານ, ວິທີຮັກສາໃຫ້ນຳ້ໃນໜອງບໍ່ເປື້ອນ ຈົນເຖິງການປິ່ນປົວພະຍາດ, ວິທີປະສົມພັນ ແລະ ອື່ນໆ. ພາຍຫຼັງການລ້ຽງປາຝາມາເປັນເວລາກວ່າ 10 ປີ, ຕົວແບບລ້ຽງປາຝາຂອງທ່ານ ເຈີ່ນກົງບັ່ງ ໄດ້ສ້າງຊື່ສຽງທີ່ດົງດັງທົ່ວເມືອງ ຝູຊວຽນ. ຊາວບ້ານຫຼາຍຄົນມາຮຽນແບບເພິ່ນ ແລະ ກໍ່ໄດ້ຮັບຜົນສຳເລັດຢ່າງໜິດໜ້ອຍ.
 
ເວລາພາພວກຂ້າພະເຈົ້າໄປຢ້ຽມຢາມຕົວແບບລ້ຽງປາຝາຂອງຄອບຄົວ, ທ່ານ ບັ່ງ ໃຫ້ຮູ້ວ່າ: “ຢ່າຄິດວ່າ ປ່ອຍປາຝາລົງນຳ້ ແລ້ວປ່ອຍ ອາຫານລົງມາໃຫ້ມັນກິນ, ເຖິງເວລາຈະມີປາຝາ ສຳເລັດຮູບຂາຍເດີ. ປາຝາເປັນສັດຊະນິດໜຶ່ງທີ່ມີເລື້ອດເຢັນ, ສະນັ້ນຄວາມຮ້ອນໃນຮ່າງກາຍບໍ່ໝັ້ນຄົງຄືໃນຮ່າຍກາຍຂອງ ຄົນ, ມັນປ່ຽນແປງຕາມອາກາດ. ປາຝາກໍ່ເປັນສັດຊະນິດໜຶ່ງທີ່ມັກກິນໝົດທຸກຢ່າງ, ແຕ່ມັນຈະກິນຫຼາຍໃນຍາມຮ້ອນ ແລະ ກິນໜ້ອຍໃນຍາມໜາວ”. 
 
ຕາມທ່ານ ບັ່ງ, ອາຫານຕົ້ນຕໍ່ຂອງ ປາຝາ ແມ່ນປາເກັດແລບສົດ, ອາຫານຕ້ອງເລືອກໃຫ້ເໝາະສົມນຳອາຍຸຂອງປາຝາ. ສຳລັບປາຝານ້ອຍ, ຕ້ອງເຮັດສະອາດ, ເອົາກະດູກອອກ, ບົດໃຫ້ແລກແຫຼວແລ້ວປົນກັບຮຳ, ແປ້ງສາລີ, ໝາກຖົ່ວເຫຼືອງ, ປັ້ນເປັນກ້ອນນ້ອຍໆ ແລ້ວເອົາໃຫ້ປາຝາກິນ. ສຳລັບປາຝາ ໃຫຍ່, ເຮົາພຽງແຕ່ຟັກປາເກັດແລບໃຫ້ນ້ອຍໆ ແລ້ວເອົາໃຫ້ມັນກິນ.
 
ກໍ່ຕາມທ່ານ ເຈີ່ນກົງບັ່ງ, ປາຝາ ເປັນສັດຊະນິດໜຶ່ງທີ່ໃຫຍ່ຊ້າ, ການເຕີບໃຫຍ່ຂອງມັນຂຶ້ນກັບເງື່ອນໄຂສິ່ງແວດລ້ອມ. ເພາະສະນັ້ນ, ລ້ຽງປາຝາ ຕ້ອງນອນເດິກແຕ່ຕື່ນເຊົ້າ, ສັງເກດ ເລື້ອຍໆ ເພື່ອເຫັນໄດ້ການປ່ຽນແປງຂອງປາຝາແຕ່ລະໂຕ. ຕ້ອງກວດການຳ້ຢູ່ໃນໜອງລ້ຽງປາຝາຢ່າງສະໝຳ່ສະເໝີ, ເປັນຕົ້ນແມ່ນຫຼັງຈາກຝົນຕົກແຮງຕ້ອງລ້າງອ່າງ ແລະ ປ່ຽນນຳ້ເພື່ອໃຫ້ປາຝາບໍ່ຕິດເຊື້ອພະຍາດ. 


ປາຝາພັນໄດ້ຂາຍອອກຕະຫຼາດດ້ວຍລາຄາ 300.000 ດົ່ງຕໍ່ໂຕໜຶ່ງ.


ບັນດາຫາດຊາຍໄດ້ອອກແບບລຽນຕິດກັບໜອງລ້ຽງ ເພື່ອໃຫ້
ປາຝາຂຶ້ນຕາກແດດ ຫຼື ກຳເນີດໄຂ່.



ໄຂ່ປາຝາຫຼັງຈາກໄດ້ເອົາອອກຈາກຮັງ ຈະໄດ້ຖົມໃນຂີ້ຊາຍ
ທີ່ມີອຸນຫະພູມ ແລະ ຄວາມຊຸ່ມທີ່ເໝາະສົມ. 



ຜູ້ລ້ຽງປາຝາພວມກວດກາສີຂອງໄຂ່ ເພື່ອຕິດຕາມຢ່າງ ຊັດເຈນມື້ທີ່ປາຝາລູກຈະອອກ ແລະ ກະກຽມຮັງໃຫ້ດີທີ່ສຸດ
ເພື່ອໃຫ້ປາຝານ້ອຍໄດ້ແຂງແຮງ. 



ຮັງນ້ອຍໄດ້ກໍ່ສ້າງຂຶ້ນເພື່ອດູແລໃຫ້ປາຝາໂຕໃດທີ່ຖືກເຈັບ.
 

ປາຝາພັນມີນຳ້ໜັກຂຶ້ນເຖິງ 14 ກິໂລກຣາມ. 
ປະຈຸບັນ, ທ່ານ ເຈີ່ນກົງບັ່ງ ກຳລັງລ້ຽງປາຝາໃນ 13 ໜອງ, ດ້ວຍເນື້ອທີ່ 2.700 ຕາລາງແມັດ. ທ່ານ ບັ່ງ ໃຫ້ຮູ້ວ່າ ຕ້ອງລ້ຽງປາຝາໃນເວລາແຕ່ 3-4 ປີ ຈຶ່ງບັນລຸໄດ້ນຳ້ໜັກ 4-5 ກິໂລກຣາມ. ພຽງແຕ່ປີ 2015, ລາວຂາຍປາຝາອອກໄດ້ 700 ໂຕ, ດ້ວຍນຳ້ໜັກ 4 ໂຕ່ນ, ບັນລຸໄດ້ລາຍຮັບກວ່າ 2 ຕື້ດົ່ງ.
 
ສຳລັບອາຊີບລ້ຽງປາຝາ, ນອກຈາກປະສົບການ, ເຕັກນິກ ຍັງຕ້ອງການມີທຶນຫຼາຍ. ເພາະສະນັ້ນ, ອຳນາດປົກຄອງທ້ອງຖິ່ນ ໄດ້ມີຫຼາຍນະໂຍບາຍເພື່ອເຮັດໃຫ້ອາຊີບດັ່ງກ່າວ ພັດທະນາ ຂຶ້ນຄື: ສ້າງເງື່ອນໄຂໃຫ້ບັນດາຄອບຄົວລ້ຽງປາຝາ ໄດ້ຢືມທຶນຈາກທະນາຄານນະໂຍບາຍສັງຄົມ, ກອງທຶນຊ່ວຍເຫຼືອຊາວກະສິກອນ… ເພື່ອໃຫ້ເຂົາເຈົ້າມີເງິນລົງທຶນພັດທະນາການຜະລິດ, ຍົກສູງລາຍຮັບໃຫ້ແກ່ຄອບຄົວ. ມາເຖິງປະຈຸບັນ, ບ້ານ ວີງເຖື້ອງ, ຕາແສງ ຄາຍຖາຍ ໄດ້ກາຍເປັນເຂດລ້ຽງ ປາຝາເຕົ້າໂຮມຢູ່ເມືອງ ຝູຊວຽນ, ດ້ວຍກວ່າ 20 ຄອບຄົວ, ໃນນັ້ນ ມີບັນດາຄອບຄົວລ້ຽງປາຝາດ້ວຍຂະໜາດໃຫຍ່ຄືອ້າຍເຊີນ, ອ້າຍ ຕຽນ… ລາຍຮັບສະເລ່ຍແຕ່ 500 ລ້ານດົ່ງ ເຖິງ 1 ຕື້ດົ່ງຕໍ່ປີ.
 
ແຕ່ຂົງເຂດໜຶ່ງເຄີຍຖືອາຊີບຜະລິດເຂົ້າແມ່ນອາຊີບຕົ້ນຕໍ່, ມາເຖິງປະຈຸບັນ, ດ້ວຍໂຕປາຝາ ແລະ ເປັນຕົ້ນແມ່ນຈິດໃຈຮັກແພງຊ່ວຍເຫຼືອເຊ່ິງກັນ ແລະ ກັນຈາກຫຼາຍຄົນຄືທ່ານ ເຈີ່ນກົງບັ່ງ, ຕາແສງ ຄາຍຖາຍ ໄດ້ກາຍເປັນຈຸດສະຫວ່າງດ້ານເສດຖະກິດຢູ່ເຂດຊົນນະບົດ.

ປະຕິບັດໂດຍ: ຖຸກຮ່ຽນ - ພາບ: ເຕິດເຊີນ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top