• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ພັດທະນາ ພະລັງງານໝູນວຽນ ຢູ່ ພາກໃຕ້ ຫວຽດນາມ

ຫວຽດນາມ ມີຊາຍຝັ່ງທະເລຍາວ 3.260 ກິໂລແມັດ ຊຶ່ງບໍ່ ໄລ່ເກາະດອນຕ່າງໆ, ມີແສງແດດ ກວ່າ 2.500 ຊົ່ວໂມງ ໃນ ປີ, ປະລິມານ ລັງສີ ໄລ່ສະເລ່ຍໃນປີ 230-250 kcal/cm2 ແລະ ຄ່ອຍໆ ເພີ່ມຂຶ້ນ ທາງທິດໃຕ້ ຊຶ່ງເປັນ ເງື່ອນ ໄຂທີ່ດີ ເພື່ອການພັດທະນາ ດ້ານພະລັງງານແຮງລົມ ແລະ ພະລັງ ງານແສງຕາເວັນ. ໂດຍໄດ້ຮັບ ການສະໜັບສະໜູນ ຈາກ ນະໂຍບາຍ ຂອງລັດ, ໃນຊຸມປີ ມໍ່ໆ ນີ້, ມີຫຼາຍວິສາຫະກິດ ໄດ້ ແລະ ກຳລັງຍູ້ແຮງ ການລົງທຶນ ໃນຂົງເຂດນີ້ ແລະ ໄດ້ ບັນລຸ ບັນດາຜົນສຳເລັດເບື້ອງຕົ້ນ. 
ບັັນດາຕົວແບບທີ່ພົ້ນເດັ່ນ ຢູ່ພາກໃຕ້ ຫວຽດນາມ

ຍັງຈື່ໄດ້ວ່າ ເມື່ອປີ 2013, ການທີ່ບໍລິສັດກໍ່ສ້າງ ການຄ້າ ທ່ອງທ່ຽວ ກົງຫຼີ ຈຳກັດ ນຳໃຊ້ໂຮງງານໄຟຟ້າ ພະລັງງານ ແຮງລົມ ແຫ່ງທຳອິດ ຂອງ ຫວຽດນາມ ທີ່ຕາແສງ ແຄມທະເລ ຫວິ໊ງແຈກດົງ, ນະຄອນ ບາກລຽວ ກັບ ຕວກບິນໄຟຟ້າ ແຮງລົມ 10 ເສົາ ໄດ້ເປັນຂີດໝາຍ ປະຫວັດສາດ ຂອງ ຂະແໜງພະລັງງານ ຫວຽດນາມ ບົນເສັ້ນທາງພິຊິດ ແລະ ຂຸດຄົ້ນ ແຫຼ່ງພະລັງງານ ທີ່ສະອາດ ແລະ ຍືນຍົງນີ້. 

ຕາມແຜນ, ຫວຽດນາມ ຈະພັດທະນາໄຟຟ້າພະລັງງານແຮງ ລົມ 800 MW ໃນປີ 2020, ກວມປະມານ 0,8% ຄວາມ ຕ້ອງການກ່ຽວກັບໄຟຟ້າ. ເປົ້າໝາຍພັດທະນາ 2.000 MW ໄຟຟ້າ ໃຊ້ພະລັງງານແຮງລົມ ໃນປີ 2025 ແລະ 6.000 MW ໃນປີ 2030. 
ແຫຼ່ງ: ກະຊວງ ອຸດສາຫະກຳ ການຄ້າ
6 ປີຫຼັງນັ້ນ ພວກຂ້າພະເຈົ້າກັບຄືນມາ ແຂວງ ບາກລຽວ, ທົ່ງ ຕວກບິນໄຟຟ້າແຮງລົມ ຂະໜາດນ້ອຍ ໃນເມື່ອກ່ອນ ມາຮອດປັດຈຸບັນ ໄດ້ກາຍເປັນນິຄົມຕວກບິນໄຟຟ້າແຮງລົມ ທີ່ ໃຫຍ່ໂຕໂອ້ຖົງ ກັບ ຕວກບິນໄຟຟ້າແຮງລົມ 62 ຕົ້ນ ດ້ວຍ ຍອດກຳລັງການຜະລິດ 99 MW ຊຶ່ງແຕ່ລະປີ ສາມາດ ຜະລິດ ພະລັງງານໄຟຟ້າໄດ້ປະມານ 320 ລ້ານ kWh.

ທັງ 62 ເສົາ ແລະ ຕວກບິນໄຟຟ້າແຮງລົມ ລ້ວນແຕ່ໄດ້ ຕິດຕັ້ງຢູ່ເທິງທະເລ. ຕວກບິນ ແຕ່ລະໜ່ວຍ ມີກຳລັງ ການຜະລິດ ປະມານ 1,6 MW ໂດຍກຸ່ມບໍລິສັດ General Electrics (GE) ຂອງ ສ ອາເມລິກາ ເປັນຜູ້ສະໜອງ ຊຶ່ງ ເຮັດດ້ວຍປະເພດເຫຼັກກ້າພິເສດ ບໍ່ເປັນໝ້ຽງ, ສູງ 80 ແມັດ, ເສັ້ນຜ່າສູນກາງ 4 ແມັດ, ໜັກກວ່າ 200 ໂຕນ, ໃບພັດ ເຮັດ ດ້ວຍ ປຼາສຕິກ ພິເສດ, ຍາວ 42 ແມັດ, ມີລະບົບບັນຊາ ສາມາດພັບເຂົ້າ ເມື່ອມີພະຍຸແຮງ ເພື່ອຫຼີກລ້ຽງ ບໍ່ໃຫ້ໃບພັດ ເປ່ເພ.



ທົ່ງ ຕວກບິນໄຟຟ້າແຮງລົມບາກລຽວລວມມີ ຕວກບິນໄຟຟ້າແຮງລົມ 62 ຕົ້ນ. ຕວກບິນ ແຕ່ລະໜ່ວຍ ມີກຳລັງ ການຜະລິດ ປະມານ 1,6 MW, ເຮັດດ້ວຍ ປະເພດເຫຼັກກ້າພິເສດ
ບໍ່ເປັນໝ້ຽງ, ສູງ 80 ແມັດ, ເສັ້ນຜ່າສູນກາງ 4 ແມັດ, ໜັກກວ່າ 200 ໂຕນ, ໃບພັດ ເຮັດ ດ້ວຍ ປຼາສຕິກ ພິເສດ, ຍາວ 42 ແມັດ, ມີລະບົບບັນຊາ ສາມາດພັບເຂົ້າ ເມື່ອມີພະຍຸແຮງ
ເພື່ອຫຼີກລ້ຽງ ບໍ່ໃຫ້ໃບພັດ ເປ່ເພ. ພາບ: ກົງດາດ



ຕວກບິນໄຟຟ້າແຮງລົມ ບາກລຽວແຕ່ລະເສົາ ຈະມີ ຫ້ອງ ການໜຶ່ງຜິດຊອບການຕິດຕາມກວດກາດ້ານເຕັກນິກ. ພາບ: ທົງຫາຍ


 ພະນັກງານເຕັກນິກ ຈະປ່ຽນຜຽນກັນ ເພື່ອຕິດຕາມ ກວດກາ ການເຄື່ອນໄຫວ ຂອງ ບັນດາຕວກບິນ ໄຟຟ້າ ໃຊ້ພະລັງງານແຮງລົມ ຢູ່ ບາກລຽວ. ພາບ: ກົງດາດ


ທົ່ງຕວກບິນໄຟຟ້າແຮງລົມ ບາກລຽວ ສາມາດ ຜະລິດ ພະລັງງານໄຟຟ້າໄດ້ປະມານ 320 ລ້ານ kWh/ປີ. ພາບ: ເຕິດເຊີນ


ກໍາມະກອນ ກໍາລັງ ສ້າງສ່ວນພື້ນ ໃຫ້ແກ່ ບັນດາເສົາ ຕວກບິນໄຟຟ້າແຮງລົມ ຂອງ ເຂດປະສົມ ໄຟຟ້າ ໃຊ້ພະລັງງານ ແຮງລົມ ແລະ
ໄຟຟ້າໃຊ້ພະລັງງານ ແສງຕາເວັນ ຢູ່ແຂວງ ນິງຖ້ວນ. ພາບ: ທົງຫາຍ



ລະບົບຕາຂ່າຍໄຟຟ້າ ທີ່ ເຂດເຊ່ືອມຕໍ່ໄຟຟ້າ ໃຊ້ ພະລັງງານແຮງລົມ ແລະ ໄຟຟ້າໃຊ້ພະລັງງານແສງຕາເວັນ ຢູ່ແຂວງ ນິງຖ້ວນ ຊ່ວຍໃຫ້ ໄຟຟ້າ ຢູ່ແຫ່ງນີ້ ໄດ້ເຊື່ອມຕໍ່
ກັບຕາຂ່າຍ ໄຟ ຟ້າແຫ່ງຊາດ. ພາບ: ເອກະສານ Trungnam Group



ເຂດເຊື່ອມຕໍ່ ໄຟຟ້າ ໃຊ້ພະລັງງານແຮງລົມ ແລະ ໄຟຟ້າ ໃຊ້ ພະລັງງານແສງຕາເວັນ ຢູ່ແຂວງ ນິງຖ້ວນ ຕິດຕັ້ງແຜ່ນ ຮັບແສງ ຕາເວັນ 700 ແຜ່ນ
ດ້ວຍກຳລັງ ການຜະລິດ 204 MW. ພາບ: ທົງຫາຍ



ກໍາມະກອນກໍາລັງຕິດຕັ້ງແຜ່ນຮັບພະລັງງານແສງຕາເວັນ ແຜ່ນສຸດທ້າຍ ເພື່ອສຳເລັດໄລຍະໜ່ຶງ ຂອງ ໂຄງການກໍ່ສ້າງ ເຂດເຊື່ອມຕໍ່ໄຟຟ້າ ໃຊ້ພະລັງງານແຮງລົມ
ແລະ ໄຟຟ້າໃຊ້ ພະລັງງານແສງຕາເວັນ ຢູ່ແຂວງ ນິງຖ້ວນ. ພາບ: ທົງຫາຍ



ເຂດເຊື່ອມຕໍ່ໄຟຟ້າ ໃຊ້ພະລັງງານແຮງລົມ ແລະ ໄຟຟ້າ ໃຊ້ພະລັງງານ ແສງຕາເວັນ ຢູ່ແຂວງ ນິງຖ້ວນ ເປັນ ໜ່ວຍງານ ໜຶ່ງດຽວ ຢູ່ ຫວຽດນາມ ດຳເນີນກໍ່ສ້າງ ທັງສອງ
ເຂດໄຟຟ້າ ໃຊ້ພະລັງງານແຮງລົມ ແລະ ເຂດໄຟຟ້າ ໃຊ້ພະລັງງານແສງ ຕາເວັນ ຢູ່ ເທິງເນື້ອທີ່ 264 ເຮັກຕາ. ພາບ: ທົງຫາຍ

“ລັດຖະບານ ຫວຽດນາມ ໄດ້ແກ້ໄຂ ບັນຫາຈຳນວນໜຶ່ງກ່ຽວ ກັບ ການກຳນົດນິຕິກຳ, ຂະແໜງການໄຟຟ້າ ໃຊ້ພະລັງງານ ແຮງລົມ ຢູ່ຫວຽດນາມ ຈະສາມາດພັດທະນາຢ່າງແຂງແຮງ, ນຳມາຊຶ່ງ ຄຸນປະໂຫຍດ ຢ່າງໃຫຍ່ຫຼວງ ທາງດ້ານ ເສດຖະກິດ ແລະ ສິ່ງແວດລ້ອມ ກໍຄືຊ່ວຍໃຫ້ ຫວຽດນາມ ກາຍເປັນ ຈຸດນັດໝາຍ ທີ່ດຶງດູດໃຈ ຂອງ ບັນດາ ອົງການຈັດຕັ້ງ ແລະ ບັນດານັກລົງທຶນສາກົນ ອີກດ້ວຍ”. 
ທ່ານ Steve Sawyer, ເລຂາທິການໃຫຍ່ສະມາຄົມ ໄຟຟ້າ ໃຊ້ພະລັງງານແຮງລົມທົ່ວໂລກ (GWEC)
ຫຼັງຈາກຜົນສຳເລັດຂອງໂຄງການໄຟຟ້າໃຊ້ພະລັງງານແຮງລົມ ບາກລຽວ ໄດ້ມີຫຼາຍໂຄງການໄຟຟ້າ ໃຊ້ພະລັງງານ ແຮງລົມ ແລະ ໄຟຟ້າໃຊ້ພະລັງງານແສງຕາເວັນອື່ນໆ ອີກ ໄດ້ ລົງທຶນກໍ່ສ້າງ ຢູ່ພາກໃຕ້ ຫວຽດນາມ. ໂດຍເຫັນໄດ້ ແສງແດດ ແລະ ສາຍລົມເປັນ ຜະລິດຕະພັນພິເສດ ຂອງ ແຂວງ ນິງຖ້ວນ, ທ້າຍປີ 2016, ບໍລິສັດຫຸ້ນສ່ວນ ລົງທຶນ ກໍ່ສ້າງ Trungnam Group ໄດ້ລົງທຶນກໍ່ສ້າງ ເຂດໄຟຟ້າ ໃຊ້ ພະລັງງານແຮງລົມ ແລະ ໄຟຟ້າໃຊ້ພະລັງງານ ແສງຕາເວັນ ລວມເປັນໜຶ່ງອັນດຽວ. ຢູ່ທີ່ນີ້, ເທິງເນື້ອທີ່ ເກືອບ 264 ເຮັກຕາ, Trungnam Group ໄດ້ໃຫ້ການ ຕິດຕັ້ງຖ່ານຮັບແສງຕາເວັນ 700.000 ແຜ່ນ ດ້ວຍກຳລັງ ການຜະລິດ 204 MW.

ຢູ່ໃນພື້ນທີ່ນີ້, Trungnam Group ໄດ້ຕິດຕັ້ງ ເສົາໄຟຟ້າ ໃຊ້ພະລັງງານແຮງລົມ ເພີ່ມຕື່ມ  45 ເສົາ ຕາມ 3 ໄລຍະທີ່ ແຕກຕ່າງກັນ. ບັນດາເສົາໄຟຟ້າໃຊ້ພະລັງງານແຮງລົມ ສູງ ນັບຮ້ອຍແມັດ ເທົ່າກັບຕຶກອາຄານ 30-40 ຊັ້ນ ກັບ ແຕ່ລະ ໃບພັດ ຍາວກວ່າ 50 ແມັດ. ຄາດວ່າ ຫຼັງຈາກ ຕິດຕັ້ງຄົບ 45 ເສົາ  ສຳເລັດ ຈະໃຫ້ກຳລັງ ການຜະລິດໄຟຟ້າໄດ້ ປະມານ 90-100 MW.

ທ່ານ ຫງວຽນເຕີມຕ໋ຽນ, ຜູ້ອຳນວຍການໃຫຍ່ Trungnam Group ໃຫ້ຮູ້ວ່າ ໃນວັນທີ 16 ເມສາ 2019, ກິດຈະກຳນີ້ ໄດ້ ສຳເລັດຢ່າງເປັນທາງການ ແລະ ເຊື່ອມຕໍ່ ກັບຕາຂ່າຍ ໄຟຟ້າແຫ່ງຊາດ. ນີ້ແມ່ນໂຮງງານໄຟຟ້າໃຊ້ພະລັງງານ ແສງ ຕາເວັນໃຫຍ່ທີ່ສຸດ ຢູ່ຫວຽດນາມ.


ພະລັງງານຢູ່ເທິງດາດຟ້າ

ອອກຈາກນິຄົມ ໃຊ້ພະລັງງານແຮງລົມ ແລະ ໃຊ້ພະລັງງານ ແສງຕາເວັນ ຜະລິດກະແສໄຟຟ້າ, ພວກຂ້າພະເຈົ້າ ໄດ້ໄປ ຍັງ ນະຄອນ ຫວຸ໊ງເຕົ່າ (ແຂວງ ບ່າເຣ້ຍ-ຫວຸ໊ງເຕົ່າ) ເພື່ອໄດ້ ເຫັນກັບຕາ ການໃຊ້ພະລັງງານແສງຕາເວັນ 100 ກິດຈະກຳ ເພື່ອຜະລິດກະແສໄຟຟ້າ ທີ່ໄດ້ຕິດຕັ້ງ ຢູ່ເທິງດາດຟ້າ. ປະຈຸບັນ, ພະແນກໄຟຟ້ານະຄອນ ໄດ້ຕິດຕັ້ງແຜ່ນ ຮັບພະລັງງານແສງຕາເວັນ ກວ່າ 100 ຕາຕະລາງແມັດ ຢູ່ເທິງດາດຟ້າ, ສະໜອງ ໄດ້ກວ່າ 50% ໃນຈໍານວນ ປະລິມານ ໄຟຟ້າ ທີ່ໃຊ້ໃນຊີວິດປະຈຳວັນ ຢູ່ບັນດາ ຕຶກອາຄານ ຂອງ ພະແນກໄຟຟ້າ ນະຄອນ. ປະລິມານ ໄຟຟ້າ ທີ່ຍັງເຫຼືອໄດ້ ເຊື່ອມຕໍ່ ແລະ ສະໜອງ ໃຫ້ແກ່ ຕາຂ່າຍໄຟຟ້າແຫ່ງຊາດ.

ທ່ານ ເຈິ່ນແທງຫາຍ, ຮອງອຳນວຍການ ບໍລິສັດໄຟຟ້າ ຫວຸ໊ງ ເຕົ່າ ໃຫ້ຮູ້ວ່າ ນັບແຕ່ໄດ້ຕິດຕັ້ງລະບົບແຜ່ນຮັບແສງຕາເວັນ ເພື່ອຜະລິດໄຟຟ້າ ຢູ່ເທິງດາດຟ້າ, ແຕ່ລະປີ ບໍລິສັດ ປະຢັດ ເງິນ ໄດ້ແຕ່ 400-500 ລ້ານດົ່ງ.



ຢູ່ນະຄອນ ໂຮ່ຈີມິນ ມີ ເກືອບ 1000 ຄອບຄົວ ແລະ ອົງການລັດ ໄດ້ຕິດຕັ້ງ ແຜ່ນຮັບພະລັງງານ ແສງຕາເວັນ ຢູ່ເທິງ ຊັ້ນດາດຟ້າ. ພາບ: ກົງດາດ


ປະຈຸບັນ, ມີຫຼາຍຄອບຄົວ, ອົງການລັດ ຢູ່ ນະຄອນ ຫວຸ໊ງ ເຕົ່າ ໄດ້ລົງທຶນ ຕິດຕັ້ງ ລະບົບແຜ່ນຮັບພະລັງງານ ແສງຕາເວັນ ຢູ່ເທິງ ຊັ້ນດາດຟ້າ ແລະ ນີ້ແມ່ນວິທີແກ້ໄຂ
ທີ່ບັນລຸປະສິດທິຜົນ ຊ່ວຍຫຼຸດຜ່ອນ ໃຫ້ແກ່ຕາຂ່າຍໄຟ ຟ້າແຫ່ງຊາດ. ພາບ: ເຕິດເຊີນ



ລະບົບຄວບຄຸມ ອຸປະກອນ ໄຟຟ້າໃຊ້ພະລັງງານ ແສງຕາເວັນ ຂອງພະແນກໄຟຟ້ານະຄອນ ຫວຸ໊ງເຕົ່າ. ພາບ: ເຕິດເຊີນ


ລົດໄຟຟ້າ ນໍາໃຊ້ ໃຊ້ພະລັງງານ ແສງຕາເວັນ ໂດຍ ທ່ານ ຟ້າມກີ່ວນ, ເຈົ້າຂອງເຂດພັກຜ່ອນ ເພື່ອສຸຂະພາບ ຮົ່ງແທງ ເປັນຜູ້ ປະດິດ
ເພື່ອຮັບໃຊ້ ການຂົນສົ່ງແຂກໃນເຂດ ທ່ອງທ່ຽວ. ພາບ: ທົງຫາຍ

ຕາມການແນະນຳຂອງ ພະນັກງານ ບໍລິສັດໄຟຟ້າ ຫວຸ໊ງເຕົ່າ, ພວກຂ້າພະເຈົ້າໄດ້ມາຊອກຮູ້ຕົວແບບ ໄຟຟ້າ ຢູ່ເທິງດາດຟ້າ ທີ່ເຮືອນ ຂອງທ່ານ ຟ້າມກີ່ວນ, ເຈົ້າຂອງເຂດພັກຜ່ອນ ເພື່ອ ສຸຂະພາບ ຮົ່ງແທງ. ທ່ານ ກີ່ວນ ໃຫ້ຮູ້ວ່າ ເນື່ອງຈາກ ກ່ອນ ໜ້ານີ້ ເປັນວິສະວະກອນ ດ້ານກົນຈັກ, ເພາະສະນັ້ນ ທ່ານ ໄດ້ຊອກຮູ້ ແລະ ຊື້ແຜ່ນ ພະລັງງານແສງຕາເວັນ ມາຈາກ ຕ່າງປະເທດ ແລະ ຕິດຕັ້ງດ້ວຍຕົນເອງ ດັ່ງນັ້ນລາຄາ ສຳເລັດຮູບ ຖືກກວ່າຫຼາຍ. ດ້ວຍເຫດນັ້ນ, ຢູ່ທຸກຈຸດໃນເຂດ ພັກຜ່ອນ ທ່ານຕິດຕັ້ງແຜ່ນຮັບ ພະລັງງານແສງຕາເວັນ, ຊຳ້ບໍ່ໜຳ ລົດໄຟຟ້າກໍໄດ້ ທ່ານຍົກລະດັບປະດິດສ້າງ ເປັນລົດໄຟຟ້າໃຊ້ພະລັງງານແສງຕາເວັນ ເພື່ອການນຳໃຊ້.

ຖ້າຫາກວ່ານະຄອນ ຫວຸ໊ງເຕົ່າ ເປັນທ້ອງຖິ່ນທີ່ຫາກໍໝູນໃຊ້ ບັນດາກິດຈະກຳ ພະລັງງານແສງຕາເວັນຢູ່ເທິງດາດຟ້າ, ນະຄອນ ໂຮ່ຈີມິນ ໄດ້ເປັນນະຄອນ ໝູນໃຊ້ຕົວແບບ ພະລັງງານ ທີ່ສະອາດນີ້ ມີປະສິດທິຜົນຫຼາຍທີສຸດ.


ຕາມແຜນ, ຫວຽດນາມ ຈະພັດທະນາໄຟຟ້າພະລັງງານແຮງ ລົມ 800 MW ໃນປີ 2020, ກວມປະມານ 0,8% ຄວາມ ຕ້ອງການກ່ຽວກັບໄຟຟ້າ. ເປົ້າໝາຍພັດທະນາ 2.000 MW ໄຟຟ້າ ໃຊ້ພະລັງງານແຮງລົມ ໃນປີ 2025 ແລະ 6.000 MW ໃນປີ 2030. 
ແຫຼ່ງ: ກະຊວງ ອຸດສາຫະກຳ ການຄ້າ
ຕາມສະຖິຕິຂອງ ບໍລິສັດໃຫຍ່ໄຟຟ້າ ຫວຽດນາມ, ນະຄອນ ໂຮ່ຈີມິນ ໄດ້ມີ ດາດຟ້າ ຂອງ ເກືອບ 277.000 ຫຼັງ ມີ ເງື່ອນ ໄຂຢ່າງພຽງພໍ ເພື່ອຕິດຕັ້ງ ອຸປະກອນໄຟຟ້າ ໃຊ້ພະລັງງານ ແສງຕາເວັນ. ໄລ່ຮອດຕົ້ນປີ 2019, ນະຄອນ ໄດ້ມີເກືອບ 1000 ຄອບຄົວ, ອົງການລັດ ແລະ ວິສາຫະກິດ ໄດ້ຕິດຕັ້ງ ແຜ່ນຮັບພະລັງງານ ແສງຕາເວັນ ຢູ່ເທິງ ຊັ້ນດາດຟ້າ ດ້ວຍ ຍອດກຳລັງການຜະລິດກວ່າ 11.382 kWp. ໃນນັ້ນ ມີ ກິດ ຈະກຳຈຳນວນໜຶ່ງ ທີ່ພົ້ນເດັ່ນເຊັ່ນ: ໂຮງງານກໍາຈັດນໍ້າເປື້ອນ ຂອງ ບໍລິສັດຫຸ້ນສ່ວນລົງທຶນ ກໍ່ສ້າງ ແລະ ການຄ້າ ຝູ໋ດ່ຽນ ດ້ວຍກຳລັງການຜະລິດ 980 kWp, ບໍລິສັດ Electric Manufacturing ຫວຽດນາມ ຈໍາກັດ 360 kWp, ບໍລິສັດ ຫຸ້ນສ່ວນ ບໍລິການທ່ອງທ່ຽວ ຝູ໋ເຖາະ 259,2 kWp. ພິເສດ ໃນວັນທີ 26 ເມສາ 2019, ບັນດາຄອບຄົວທີ່ ຕິດຕັ້ງ ລະບົບ ໄຟຟ້າໃຊ້ ພະລັງງານແສງຕາເວັນ ຢູ່ເທິງດາດຟ້າ ຈະໄດ້ພະ ແນກໄຟຟ້າ ນະຄອນ ເກັບຊື້ ພະລັງງານໄຟຟ້າ ທີ່ໃຊ້ບໍ່ ໝົດ.

ອາດເວົ້າໄດ້ວ່າ ຍ້ອນແຜນນະໂຍບາຍ, ນະໂຍບາຍ ບຸລິມະສິດ ຂອງ ລັດ, ການລົງທຶນກໍ່ສ້າງ ແລະ ຜະລິດໄຟຟ້າ ຈາກ ພະລັງງານແຮງລົມ, ພະລັງງານໄຟຟ້າ ຈາກ ແສງຕາເວັນ ຢູ່ ຫວຽດນາມ ກຳລັງມີການພັດທະນາ ຢ່າງມີປະສິດທິຜົນຫຼາຍທີສຸດ. ດ້ວຍບັນດາບາດກ້າວ ທີ່ວ່ອງໄວ ແລະ ໜັກແໜ້ນນີ້, ຫວັງວ່າ ໃນອະນາຄົດອັນໃກ້ໆ ນີ້, ຫວຽດນາມ ຈະເປັນຕົວແບບທີ່ພົ້ນເດັ່ນ ຢູ່ເທິງແຜນທີ່ ພະລັງງານໝູນວຽນຂອງໂລກ.

 
ບົດ: ເຕິດເຊີນ
ພາບ: ເຕິດເຊີນ, ກົງດາດ, ທົງຫາຍ ແລະ ເອກະສານ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top