• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ພະລັງແຮງໃໝ່ໃນການພົວພັນ ລະຫວ່າງ ຫວຽດນາມ ກັບ ອິນໂດເນເຊຍ ແລະ ມຽນມາ

ການຢ້ຽມຢາມ ສາທາລະນະລັດ ອິນໂດເນເຊຍ ຢ່າງເປັນທາງ ການ (ລະຫວ່າງວັນທີ 22-24 ສິງຫາ) ແລະ ຢ້ຽມຢາມທາງ ລັດ ຖະກິດເຖິງ ສາທາລະນະລັດ ແຫ່ງ ສະຫະພາບ ມຽນມາ (ລະ ຫວ່າງ ວັນທີ 24-26 ສິງຫາ) ຂອງ ສະຫາຍ ຫງວຽນຝູ໋ຈ້ອງ, ເລ ຂາທິການ ໃຫຍ່ ຄະນະບໍລິຫານງານ ສູນກາງພັກ ຄອມມູນິດ ຫວຽດ ນາມ ໄດ້ສ້າງຂີດໝາຍ ແລະ ພະລັງແຮງໃໝ່, ປະກອບ ສ່ວນ  ປັບປຸງ ພື້ນຖານການເມືອງ ອັນສຳຄັນ ແລະ ເພີ່ມທະວີ ການ ຮ່ວມມືເຂົ້າສູ່ລວງເລິກ ໃນທຸກຂົງເຂດ ການພົວພັນຂອງ ຫວຽດນາມ ກັບສອງປະເທດດັ່ງກ່າວ. 
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ

ທີ່ອິນໂດເນເຊຍ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ ມີການພົບປະເຈລະຈາກັບ ປະທານາທິບໍດີ ໂຈໂກວີໂດໂດ, ພົບ ປະສ່ວນຕົວ ແລະ ແລກປ່ຽນ ຄຳຄິດຄຳເຫັນ ກັບ ປະທານພັກ ປະຊາທິປະໄຕ ຕໍ່ສູ້ ທ່ານນາງ ເມກາວາຕີ ສຸກາໂນ ບຸດຕຣີ; ພົບ ປະແລກປ່ຽນຄຳຄິດຄຳເຫັນ ກັບບັນດາຜູ້ນຳ ຂອງ ບັນດາອົງ ການ ຈັດຕັ້ງນິຕິບັດຍັດ; ໂອ້ລົມທີ່ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ ອິນໂດເນເຊຍ; ເຂົ້າຮ່ວມ ແລະ ກ່າວປາໄສ ໃນງານລ້ຽງ ຮັບຮອງ ຂອງ ເວທີປາໄສ ວິສາຫະກິດ ອິນໂດເນເຊຍ-ຫວຽດ ນາມ.

ຜ່ານການພົບປະເຈລະຈາ, ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປ ກົງມາ ທັງລວງກວ້າງ ແລະ ລວງເລິກ, ສອງຝ່າຍໄດ້ບັນລຸ ທິດ ທາງ ໃນການຊຸກຍູ້ການພົວພັນລະຫວ່າງ ສອງປະເທດ ແນໃສ່ ປະກອບສ່ວນ ປັບປຸງພື້ນຖານຄວາມໄວ້ວາງໃຈທາງດ້ານການ ເມືອງ, ຊຸກຍູ້ການພົວພັນຮ່ວມມື ດ້ານພັດທະນາ ເຂົ້າໃນຕົວຈິງ ແລະ ມີປະສິດທິຜົນ; ພ້ອມເຊື່ອໝັ້ນວ່າ ຈະບັນລຸມູນຄ່າການ ຄ້າສອງຝ່າຍ 10 ຕື້ ໂດລາສະຫະລັດ ໃນມໍ່ໆ ນີ້. ໃນໂອກາດນີ້, ສອງຝ່າຍໄດ້ເຊັນສັນຍາ ເອກະສານຮ່ວມມື 6 ສະບັບ.

ສອງຝ່າຍໄດ້ເປັນເອກະສັນ ໃນການປະສານສົມທົບ ແລະ ຮ່ວມ ມື ຢ່າງແໜ້ນແຟ້ນ ກັບບັນດາປະເທດ ສະມາຊິກ ອາຊຽນ ໃນ ການຮັກສາຄວາມສາມັກຄີ, ເອກະພາບກັນ ພາຍໃນກຸ່ມ, ເສີມ ຂະຫຍາຍບົດບາດເປັນຈຸດໃຈກາງ ແລະ ນຳພາ ຂອງອາຊຽນ ໃນໂຄງປະກອບພາກພື້ນ, ເຮັດໃຫ້ ບັນດາຈຸດໝາຍ ຂອງ ປະ ຊາຄົມ ປະກົດຜົນເປັນຈິງ ແລະ ປະກອບສ່ວນ ຮັກສາສັນຕິ ພາບ, ສະຖຽນລະພາບໃນພາກພື້ນ.

ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ສະຫາຍ ເລຂາທິການ ໃຫຍ່ ຫງວຽນຝູ໋ຈ້ອງ ແລະ ບັນດາຜູ້ນຳ ອິນໂດເນເຊຍ ໄດ້ຢືນ ຢັນເຖິງ ຄວາມສຳຄັນ ໃນການຮັກສາ ສັນຕິພາບ, ສະຖຽນລະ ພາບ ໃນພາກພື້ນ, ຮັບປະກັນຄວາມສະຫງົບປອດໄພ ໃນ ການ ເດີນທະເລ ແລະ ການເດີນອາກາດ ຢ່າງເສລີ ຢູ່ທະເລຕາເວັນ ອອກ, ແກ້ໄຂບັນດາຂໍຂັດແຍ້ງ ໂດຍສັນຕິວິທີ, ປະຕິບັດຕາມ ກົດໝາຍ ສາກົນ; ໃນນັ້ນມີສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍ ກົດໝາຍທະເລ 1982 (UNCLOS); ປະຕິບັດ ຢ່າງ ຄົບຖ້ວນ ແລະ ມີປະສິດທິຜົນ ຖະແຫຼງການກ່ຽວກັບ ການປະ ພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ແລະ ສ້າງໃຫ້ ສໍາເລັດໂດຍໄວ ປະມວນກົດລະບຽບການ ປະພຶດຕໍ່ ຢູ່ທະເລຕາເວັນອອກ (COC); ເປັນເອກະສັນໃນການ ປະສານສົມທົບ ແລະ ຮ່ວມມືຢ່າງແໜ້ນແຟ້ນ ກັບບັນດາ ປະເທດ ສະມາຊິກ ອາຊຽນ ໃນການຮັກສາຄວາມສາມັກຄີ, ເອກະພາບກັນພາຍໃນກຸ່ມ, ເສີມຂະຫຍາຍບົດບາດ ເປັນຈຸດໃຈກາງ ແລະ ນຳພາ ຂອງ ອາຊຽນ ໃນໂຄງປະກອບ ພາກພື້ນ, ເຮັດໃຫ້ບັນດາຈຸດໝາຍ ຂອງ ປະຊາຄົມປະກົດ ຜົນເປັນຈິງ ແລະ ປະກອບສ່ວນ ຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ.

ພິທີຕ້ອນຮັບສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກຄອມມູນິດ ຫວຽດນາມ
ຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ. ພາບ: ຈີ້ຢຸງ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະສ່ວນ ຕົວ ກັບປະທານາທິບໍດີ ອິນໂດເນເຊຍ ໂຈໂກ ວີໂດໂດ. ພາບ: ຈີ້ຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະເຈ ລະຈາ ກັບປະທານາທິບໍດີ ອິນໂດເນເຊຍ ໂຈໂກ ວີໂດໂດ. ພາບ: ຈີ້ຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ປະທານາທິບໍດີ ອິນໂດເນເຊຍ ໂຈໂກ ວີໂດໂດເປັນສັກຂີພິຍານ ໃນການ ລົງ ນາມໃນຂໍ້ຕົກລົງ
ກ່ຽວກັບການຮ່ວມມືລະຫວ່າງ ສອງປະເທດ. ພາບ: ຈີ້ຢຸງ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ກ່າວບົດປາໄສ ສຳ ຄັນ ທີ່ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ ອິນໂດເນເຊຍ (CSIS). ປະເທດ. ພາບ: ຈີ້ຢຸງ/VNA

ຂີດໝາຍໃໝ່ໃນການພົວພັນກັບມຽນມາ

ທີ່ມຽນມາ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ມີ ການພົບປະສ່ວນຕົວ ແລະ ເຈລະຈາກັບປະທານາທິບໍດີ  ອູຕິນ ຈໍ; ພົບປະສ່ວນຕົວ ແລະ ແລກປ່ຽນ ຄຳຄິດຄຳເຫັນກັບ ທີ່ ປຶກ ສາແຫ່ງລັດ ທ່ານນາງ ອອງຊານຊູຈີ; ພົບປະແລກປ່ຽນ ຄຳຄິດ ຄຳເຫັນກັບ ບັນດາຜູ້ນຳ ອື່ນໆ ຂອງ ມຽນມາ; ພົບປະກັບ ການ ນຳ ບັນດາພັກການເມືອງ ຂອງ ມຽນມາ ແລະ ໄປຢ້ຽມຢາມ ນະ ຄອນຢາງກຸ້ງ…

ຜ່ານການພົບປະເຈລະຈາ, ແລກປ່ຽນຄຳຄິດຄຳເຫັນຮ່ວມກັນ, ສອງຝ່າຍໄດ້ເປັນເອກະສັນ ໃນບັນດາທິດທາງ ແລະ ມາດຕະ ການ ເພື່ອຊຸກຍູ້ຮອບດ້ານ ການພົວພັນ ສອງປະເທດ; ສືບຕໍ່ ປະ ສົມປະສານກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢູ່ບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະ ເພາະຢ່າງຍິ່ງ ແມ່ນໃນກອບອາຊຽນ, ການຮ່ວມມື ຕາເວັນອອກ-ຕາເວັນຕົກ, ຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ອື່ນໆ...

ເນື່ອງໃນໂອກາດນີ້ ສອງປະເທດໄດ້ສ້າງຂອບການພົວພັນ ຄູ່ ຮ່ວມມືຮອບດ້ານຢ່າງເປັນທາງການ. ນີ້ແມ່ນ “ຂີດໝາຍໃໝ່, ລະດັບສູງໃໝ່, ພະລັງແຮງໃໝ່” ໃຫ້ແກ່ການພົວພັນ ສອງປະ ເທດ. ເນື່ອງໃນໂອກາດຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ ເຊັນສັນ ຍາເອກະສານຮ່ວມມື 4 ສະບັບ.

ກ່ຽວກັບບັນຫາທະເລຕາເວັນອອກ, ສະຫາຍເລຂາທິການໃຫຍ່ ແລະ ບັນດາຜູ້ນຳມຽນມາ ເຫັນວ່າ ບັນດາຂໍ້ຂັດແຍ້ງ ຕ້ອງແກ້ ໄຂ ໂດຍສັນຕິວິທີ, ປະຕິບັດຕາມກົດໝາຍສາກົນ; ໃນນັ້ນມີ ສົນທິສັນຍາ ຂອງສະຫະປະຊາຊາດ ວ່າດ້ວຍ ກົດໝາຍ ທະເລ 1982 (UNCLOS); ປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິ ຜົນ ຖະແຫຼງການກ່ຽວກັບການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະ ເລຕາເວັນອອກ (DOC) ແລະ ສ້າງໃຫ້ສໍາເລັດ ໂດຍໄວ ປະ ມວນກົດລະບຽບການປະພຶດຕໍ່ ຢູ່ທະເລຕາເວັນອອກ (COC) ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ ແລະ ການຮ່ວມມື ໃນພາກພື້ນ.

ພິທີຕ້ອນຮັບສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ຈັດ ຂຶ້ນຢ່າງສົມກຽດ ທີ່ທຳນຽບປະທານາທິບໍດີ ມຽນມາ ຢູ່ ນະຄອນ ຫຼວງ ເນປີດໍ. ພາບ: ຈີ້ຢຸງ/VNA
 

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະຢ່າງ  ໜິດໜົມ ກັບ ປະທານາທິບໍດີມຽນມາ ອູຕິນ ຈໍ. ພາບ: ຈີ້ຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະເຈ ລະຈາ ກັບ ປະທານາທິບໍດີມຽນມາ ອູຕິນ ຈໍ. ພາບ: ຈີ້ຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ  ແລະ ປະທານາທິບໍ ດີ ມຽນມາ ອູຕິນ ຈໍ ເປັນສັກຂີພິຍານໃນການ
ລົງນາມ ໃນ ບັນດາເອກະສານຮ່ວມມື ລະຫວ່າງສອງປະເທດ. ພາບ: ຈີ້ຢຸງ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະສ່ວນຕົວ ກັບ ທ່ານນາງ ອອງຊານຊູຈີ, ທີ່ປຶກສາແຫ່ງລັດ,
ລັດຖະມົນຕີການ ຕ່າງປະເທດມຽນມາ. ພາບ: ຈີ້ຢຸງ/VNA
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top