• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ພະລັງງານສະອາດ ຢູ່ເກາະ ຟານວິງ

ຢູ່ເມືອງເກາະ ເຈື່ອງຊາ (ແຂວງ ແຄ໋ງຮ່ວາ), ສາຍໄຟຟ້າແຫ່ງຊາດ ບໍ່ສາມາດເຊື່ອມຕໍ່ໄດ້, ແຕ່ ເຈື່ອງຊາ ສະຫວ່າງສະໄຫວ ດ້ວຍພະ ລັງງານສະອາດ ເຊັ່ນ: ພະລັງງານລົມ ແລະ ແສງຕາເວັນ. ລະບົບ ພະລັງງານສະອາດ ຢູ່ເທິງ ເກາະ ຟານວິງ ໄດ້ເສີມຂະຫຍາຍ ບົດບາດ, ຊ່ວຍ ໃຫ້ນັກຮົບ ແລະ ປະຊາຊົນ ຢູ່ເທິງເກາະ ປັບປຸງ ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ວັດທະນະທຳ, ອຸ່ນອ່ຽນໃຈ ປົກປັກຮັກສາ ສິດອຳນາດ ອະທິປະໄຕ ເໜືອໝູ່ເກາະທະເລອັນ ສັກສິດ ຂອງ ປະເທດຊາດ ຢ່າງໝັ້ນຄົງ. 
ກ່ອນໜ້ານີ້, ໃນສະພາບທີ່ຫ່າງໄກ ຈາກດິນຕໍ່ແຜ່ນ, ເກາະ ຟານ ວິງ ສ່ວນຫຼາຍແມ່ນໃຊ້ຈັກໄຟຟ້າ ແລ່ນດ້ວຍນໍ້າມັນ ກະຊວນ ເພື່ອ ຮັບໃຊ້ຊີວິດການເປັນຢູ່ ແລະ ການເຮັດວຽກຂອງນັກຮົບ ແລະ ປະ ຊາຊົນ ຢູ່ ເທິງເກາະ. ການໃຊ້ນໍ້າມັນ ເພື່ອແລ່ນເຄື່ອງປັ່ນໄຟຟ້າ ແມ່ນຂ້ອນຂ້າງແພງ, ສ້າງສຽງດັງ ລົບກວນ, ກໍ່ມົນລະພິດຕໍ່ ສິ່ງ ແວດລ້ອມ, ເພາະສະນັ້ນ ການຮັກສາແຫຼ່ງພະລັງງານ ທີ່ໝັ້ນຄົງ ແມ່ນ ມີຄວາມຫຍຸ້ງຍາກຫຼາຍ, ໂດຍປົກກະຕິ ໄດ້ໃຊ້ພຽງບໍ່ເທົ່າໃດ ຊົ່ວໂມງ ໃນຍາມຄໍ່າຄືນ ແລະ ໃນກໍລະນີ ຈໍາເປັນເທົ່ານັ້ນ.

ເພື່ອປັບປຸງສະພາບການດັ່ງກ່າວ, ປີ 2009, ເກາະ ຟານວິງ ໄດ້ ຮັບການລົງທຶນຈາກ ລັດຖະບານ ເພື່ອຕິດຕັ້ງລະບົບໄຟຟ້າ ພະລັງ ງານສະອາດ, ໝູນໃຊ້ຈົນສຸດຄວາມສາມາດ ແຫຼ່ງພະລັງງານລົມ ແລະ ແສງຕາເວັນ ດ້ວຍຄວາມຮ້ອນສູງ. ປັດຈຸບັນ, ທົ່ວເກາະ ຟານວິງ ມີ ແຜງໂຊລາເຊວ ຈຳນວນກວ່າ 300 ແຜງ ແລະ ກັງຫັນລົມ ທີ່ໄດ້ຕິດຕັ້ງ ຢູ່ຕາມຫຼັງຄາເຮືອນ ແລະ ຈຸດຕ່າງໆ ຕາມການຮຽກ ຮ້ອງ ຂອງ ອົງການວິຊາສະເພາະ. ໃນສະພາບ ດິນຟ້າອາກາດ ຂອງ ເກາະ ຄື: ລະດູຮ້ອນ ມີແດດຫຼາຍ, ແຕ່ມີລົມໜ້ອຍ, ໃນລະ ດູຝົນ ມີ ແສງແດດໜ້ອຍ ແຕ່ມີລົມຫຼາຍ. ມີກັງຫັນລົມ ແລະ ແບັກເຕີລີ ນຳໃຊ້ ພະລັງງານແສງຕາເວັນ ສາມາດເຊື່ອມໃຫ້ກັນ, ຮັບປະກັນ ພະລັງງານໄຟຟ້າ ນຳໃຊ້ ເປັນປະຈຳຢູ່ເທິງເກາະ. 


ທັດສະນີຍະພາບ ຂອງເກາະ ຟານວິງ. ພາບ: ທົງຫາຍ/VNP


ກັງຫັນລົມ ໄດ້ຖືກຕິດຕັ້ງຢູ່ເກາະ ຟານວິງ. ພາບ: ທົງຫາຍ/VNP


ບັນດານັກຮົບ ບໍາລຸງຮັກສາແຝງໂຊລາເຊວ ເປັນປະຈໍາ. ພາບ: ທົງຫາຍ/VNP


ບັນດາແຝງໂຊລາເຊວ ໄດ້ຖືກຕິດຕັ້ງ ຢູ່ເກາະ ຟານວິງ. ພາບ: ທົງຫາຍ/VNP


ລະບົບໝໍ້ເກັບໄຟ ເພື່ອເກັບຮັກສາພະລັງງານ. ພາບ: ທົງຫາຍ/VNP
 

ແຫຼ່ງພະລັງງານ ໄດ້ຖືກແບ່ງອອກເພື່ອໃຊ້ຖືກຈຸດປະສົງ ແລະ ປະຢັດ. ພາບ: ທົງຫາຍ/VNP


ໃຊ້ພະລັງງງານໄຟຟ້າ ຈາກແສງອາທິດ ເພື່ອການກັ່ນຕອງນ້ໍາ. ພາບ: ທົງຫາຍ/VNP

ໃນຊຸມປີຜ່ານມາ, ລະບົບໄຟຟ້າ ໃຊ້ພະລັງງານນີ້ ໄດ້ເສີມຂະ ຫຍາຍ ປະສິດທິຜົນ. ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເທິງ ເກາະ ໄດ້ຖື ສຳຄັນຈິດໃຈ ສຶກສາດ້ວຍຕົນເອງ ເພື່ອນຳໃຊ້, ບຳ ລຸງຮັກສາ ແລະ ປະຕິບັດ ການປະຢັດໄຟ, ປະກອບສ່ວນຊ່ວຍຍືດ ອາຍຸ ຂອງ ກັງຫັນລົມ, ແບັກເຕີລີ ກໍຄືລະບົບໝໍ້ໄຟ ເພື່ອຮັບໃຊ້ ຊີ ວິດການເປັນຢູ່ ປະຈຳວັນ ຂອງ ພະນັກງານ, ນັກຮົບ ແລະ ປະຊາ ຊົນ ຢູ່ເທິງເກາະ.

ມີໄຟຟ້າພະລັງງານສະອາດ, ການດຳລົງຊີວິດຢູ່ເທິງເກາະ ໄດ້ມີ ຄວາມ ສະດວກກວ່າແຕ່ກ່ອນ. ຖ້າໃນອະດີດ, ການເກັບຮັກສາ ອາຫານ ຢູ່ເທິງ ເກາະ ປະສົບກັບ ຄວາມຫຍຸ້ງຍາກ ຫຼາຍປະການ ເນື່ອງຈາກ ໄຟຟ້າ ບໍ່ໝັ້ນຄົງ, ນັບແຕ່ເມື່ອມີລະບົບໄຟຟ້າພະລັງ ງານສະອາດ, ບັນດາ ເກາະໄດ້ໃຊ້ຕູ້ແຊ່ແຂງ ເພື່ອການຮັກສາ ອາ ຫານ, ປະກອບສ່ວນ ປັບປຸງ ຄຸນນະພາບ ຊີວິດການເປັນຢູ່ ໃຫ້ ພະນັກງານ ແລະ ນັກຮົບ ພ້ອມທັງ ຮັບໃຊ້ວຽກງານຝຶກອົບຮົມ ມີ ການນຳໃຊ້ອຸປະກອນໄຟຟ້າ ແລະ ແສງສະຫວ່າງ ໃນຍາມຄໍ່າຄືນ, ຕອບສະໜອງ ໄດ້ຄວາມຕ້ອງ ການຕົວຈິງ ໃນ ສະພາບການພ້ອມ ສູ້ຮົບ ຢູ່ເຂດທະເລໝູ່ເກາະ.

ແນວໃດກໍ່ຕາມ, ຢູ່ໃຕ້ໃບພັດລົມ ກໍາລັງໝູນ ແລະ ບັນດາຫຼັງຄາ ເຮືອນ ເຕັມແຕ່ ແຜງ ພະລັງງານ ແສງຕາເວັນ ສີຟ້າ ຄ້າຍຄືກັບສີ ຂອງມະຫາສະໝຸດນັ້ນ ແມ່ນຄວາມຫ່ວງໃຍ ແລະ ພະຍາຍາມ ຢ່າງບໍ່ລົດລະ ຂອງບັນດາ "ນັກຮົບ" ຜູ້ເຮັດໜ້າ ທີ່ຮັກສາອຸ ປະ ກອນ. ເຖິງວ່າໃນລະດູຝົນ, ເຂົາເຈົ້າ ຈະຕ້ອງກຽມພ້ອມ ເພື່ອແກ້ ໄຂການຕິດຂັດ, ຮັບປະກັນໃຫ້ ບັນດາເກາະ ບໍ່ຖືກ ຂາດແສງສະ ຫວ່າງ, ສົ່ງຜົນກະທົບຕໍ່ວຽກງານ.

ມີໄຟຟ້າ, ມີນໍ້າສະອາດ, ກິດຈະກໍາການປະສານງານ ຂອງບັນດາ ກໍາລັງ ຢູ່ເທິງ ເກາະໄດ້ດໍາເນີນໄປຢ່າງສະດວກ ແລະ ມີປະສິດທິ ຜົນຍ່ິງຂຶ້ນ, ນັບແຕ່ການໂຄສະນາເຜີຍແຜ່, ການຂົນຂວາຍ ປະຊາ ຊົນ, ວຽກງານ ພະລາທິການ, ວັດທະນະທໍາ ແລະ ສິລະປະ ຕະ ຫຼອດຮອດວຽກງານກູ້ໄພ, ຊ່ວຍຫຼືອຊາວປະມົງ ຢູ່ກາງທະເລ... ຕ່າງກໍມີຄວາມສະດວກ. ມີໄຟຟ້າ, ມີສະຖານີຮັບ ແລະ ສົ່ງສັນ ຍານ ໂທລະພາບ, ບັນດາເກາະມີເງື່ອນໄຂ ໃນການຕິດຕາມຂ່າວ ແລະ ສະຖານະການຂອງປະເທດ ຢູ່ດິນຕໍ່ແຜ່ນ ແລະໃນໂລກໂດຍ ຜ່ານ ໜັງສືພິມປະເພດຕ່າງໆ. ມີໄຟຟ້າ ແລະ ເຄືອຂ່າຍ Viettel, ເພາະ ສະນັ້ນ ເກາະເຖິງວ່າ ຈະຢູ່ ຫ່າງໄກ ແຕ່ຄືວ່າ ຢູ່ໃກ້ ກັບດິນ ຕໍ່ແຜ່ນ, ຍາດພີ່ນ້ອງ ແລະ ຄອບຄົວ ສາມາດເຊື່ອມຕໍ່ ຫາກັນ ໄດ້ ງ່າຍ.


ເກາະ ຟານວິງ ໃນເມື່ອກ່ອນເອີ້ນວ່າ ຮ່ອນເຊິບ, ຕັ້ງຢູ່ ຫ່າງຈາກ ນະຄອນ ໂຮ່ຈີມິນ ປະມານ  430 ໄມ, ຫ່າງຈາກ ທ່າກໍາປັ່ນ ກາມ ແຣງ ປະມານ 300 ໄມ (ປະມານ 600 ກມ) ໄປທາງ ທິດຕາເວັນ ອອກ.  ເດືອນ ພຶດສະພາ 1978, ໃນລະຫວ່າງ ລົງກວດກາ ວຽກ ງານ ຢູ່ທີ່ນີ້, ພົນເຮືອເອກ  ຢ໋າບວັນເກືອງ, ຜູ້ບັນຊາການກອງທັບ ເຮືອ ໄດ້ສະເໜີ ປ່ຽນຊື່ເກາະ ຮ່ອນເຊິບ ຕັ້ງຊື່ ກັບຕັນເຮືອ ວິ ລະຊົນ ຫງວຽນຟານວິງ ຜູ້ໄດ້ເສຍສະຫຼະຊີວິດເພືື່ອຊາດ ໃນສະ ໄໝຕໍ່ສູ້ ກູ້ຊາດ ຕ້ານຈັກກະພັດ ອາເມລິກາ ຜູ້ຮຸກຮານ.

ປະຕິບັດ: ທົງຫາຍ - ແປໂດຍ: ບິກລຽນ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top