• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະນັກງານແນວໂຮມແຕ່ລະຄົນຕ້ອງແມ່ນປັດໃຈຕັ້ງໜ້າປັບປຸງຄວາມສາມັກຄີໃນເຂດຊຸມຊົນ

      ຕອນເຊົ້າວັນທີ 13 ຕຸລາ, ຢູ່ ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມຍ້ອງຍໍປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຂັ້ນຕາແສງ ແລະ ຫົວໜ້າຄະນະປະຕິບັດວຽກງານແນວໂຮມທີ່ດີເດັ່ນທົ່ວປະເທດໄລຍະ 2014-2017.

(ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ)
      ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ຖືວ່າ, ໄລຍະຈະມາເຖິງແນວໂຮມຕ້ອງສືບຕໍ່ປະຕິບັດບົດບາດເຕົ້າໂຮມ, ຮັບຟັງຄວາມເຫັນຂອງປະຊາຊົນ, ລົງເລິກ, ໃກ້ຊິດຕິດແທດກັບະພາບການເພື່ອສ່ອງແສງກັບບັນດາອົງການພັກ ແລະ ລັດຂັ້ນສູນກາງ ກໍ່ຄືທ້ອງຖີ່ນຢ່າງທັນການ… ພະນັກງານແນວໂຮມຂັ້ນຮາກຖານແຕ່ລະຄົນ ແລະ ຫົວໜ້າຄະນະປະຕິບັດວຽກງານແນວໂຮມຢູ່ເຂດຊຸມຊົນ ຕ້ອງເປັນປັດໃຈດີເດັ່ນ ແລະ ຕັ້ງໜ້າທີ່ສຸດໃນການກໍ່ສ້າງຂະບວນການ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີໃນບໍລິເວນ.
        “ດ້ວຍພາລະບົດບາດຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມຂອງຕົນ, ແນວໂຮມປະເທດຊາດ ຫວຽດນາມ ຄວນສົມທົບກັບບັນດາກຳລັງໃນສັງຄົມເພີ່ມທະວີການເຄື່ອນໄຫວຕິດຕາມກວດກາ. ໃນຂັ້ນຮາກຖານແມ່ນຕ້ອງປັບປຸງ, ເພີ່ມທະວີການເຄື່ອນໄຫວຂອງຄະນະກວດກາປະຊາຊົນ ແລະ ຄະນະຕິດຕາມກວດກາການລົງທຶນຂອງປະຊາຄົມ, ເພື່ອເຮັດໃຫ້ບັນດາໂຄງການລົງທຶນ, ບັນດາກິດຈຳການກໍ່ສ້າງໂດຍລັດລົງທຶນ ຫຼືປະຊາຊົນປະກອບສ່ວນ, ລ້ວນແຕ່ມີການສະໜັບສະໜູນ ແລະ ການຕິດຕາມກວດກາຂອງປະຊາຊົນ“.
        ທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ເຈິ່ນແທງເມິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມອບໃບຍ້ອງຍໍ 51 ໃບຂອງນາຍົກລັດຖະມົນຕີ ແລະ 391 ໃບ ຂອງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໃຫ້ບັນດາປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຂັ້ນຕາແສງ ແລະ ຫົວໜ້າຄະນະປະຕິບັດວຽກງານແນວໂຮມທີ່ດີເດັ່ນ.
(ແຫຼ່ງຄັດຈາກ VOV)
 
 

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top