• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຝູ໋ອຽນ ແຜ່ນດິນແຫ່ງຄວາມສະຫງົບສຸກ

ເປັນແຂວງໜຶ່ງຢູ່ເຂດທະເລພາກກາງຕອນໃຕ້ ຫວຽດນາມ, ຝູ໋ອຽນ ໄດ້ມີທ່າແຮງບົ່ມຊ້ອນໃນດ້ານເສດຖະກິດທະເລ ແລະ ການທ່ອງທ່ຽວ. ຝູ໋ອຽນ ຍັງເປັນບ່ອນກໍ່ສ້າງຂຶ້ນອາຊີບຕຶກປາທູນາມະຫາສະມຸດຂອງ ຫວຽດນາມ, ເປັນອາຊີບໜຶ່ງທີ່ບໍ່ພຽງແຕ່ນຳມາແຫຼ່ງລາຍຮັບສູງດ້ານເສດຖະກິດເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກສິດຂອງປະເທດຊາດອີກດ້ວຍ.
ທ່າແຮງບົ່ມຊ້ອນເສດຖະກິດທະເລ

“ແຕ່ລະປີ, ແຂວງຂຸດຄົ້ນປາທູນາມະຫາສະມຸດ ໄດ້ 6.000 ໂຕນ ແລະ ປາມຶກ 3.000 ໂຕນ. ປີ 2016, ແຂວງ ມີແຜນ
ການປະກອບໃໝ່ກຳປັ່ນຫາປາ 185 ລຳ, ສ້ອງແປງ ແລະ ຍົກລະດັບ 465 ລຳ ແລະ ພະຍາຍາມເຖິງປີ 2020 ຈະປະກອບໃໝ່ໄດ້ 315 ລຳ, ສ້ອງແປງ ແລະ ຍົກລະດັບໄດ້
705 ລຳ…”
(ທ່ານ ເລວັນຈຸກ, ຮອງປະທານຜູ້ປະຈຳຄະນະກຳມະການ
ປົກຄອງປະຊາຊົນແຂວງ ຝູ໋ອຽນ)
ເວົ້າເຖິງ ຝູ໋ອຽນ ແມ່ນເວົ້າເຖິງອາຊີບຕຶກປາຢູ່ກາງທະເລ, ພິເສດແມ່ນອາຊີບຕຶກປາທູນາມະຫາສະມຸດ. ຊາວບ້ານ ຝູ໋ອຽນ ເອີ້ນປາທູນາມະຫາສະມຸດແມ່ນ “ປາງົວໂກ່ງ”, ຍ້ອນປາຊະນິດນີ້ ມີຫຼັງໂກ່ງ ແລະ ເນື້ອແດງຄືຊີ້ນງົວ. ຕາມເລື່ອງລາວເລົ່າສຸ່ກັນຟັງວ່່າ ເມື່ອປີ 1994, ຊາວປະມົງຈຳນວນໜຶ່ງຢູ່ບ້ານ ຝູ໋ເກົາ (ປະຈຸບັນແມ່ນບ້ານ 6, ນະຄອນ ຕຸຍຮ່ວາ) ຕຶກໄດ້ປາທູນາມະຫາສະມຸດໂດຍຄວາມບັງເອີນ. ແນວນັ້ນແລ້ວ, ອາຊີບຕຶກປາທູນາມະຫາສະມຸດເປັນອາຊີບ ໄດ້ກໍ່ສ້າງຂຶ້ນມາ, ພັດທະນາຢ່າງກວ້າງຂວາງ ຢູ່ບັນດາ ແຂວງເຂດທະເລພາກກາງຕອນໃຕ້.
 
ມາເຖິງປະຈຸບັນ, ອາຊີບຕຶກປາທູນາມະຫາສະມຸດຢູ່ ຝູ໋ອຽນນັບມື້ນັບພັດທະນາຢ່າງແຂງແຮງ. ຜະລິດຕະພັນ ປາທູນາມະຫາສະມຸດ ມີໜ້າຢູ່ເກືອບ 90 ປະເທດໃນໂລກ, ໃນນັ້ນ ມີ 3 ຕະຫຼາດມູນເຊື້ອແມ່ນ ອາເມລິກາ, ອີຢູ ແລະ ຍີ່ປຸ່ນ. ອາຊີບຕຶກປາທູນາມະຫາສະມຸດຂອງ ຝູ໋ອຽນ ກໍ່ໄດ້ລັດຖະບານເລືອກເຟັ້ນໃຫ້ເປັນພື້ນຖານເພື່ອກໍ່ສ້າງແຜນການຫາປາຢູ່ກາງທະເລໃຫ້ແກ່ຊາວປະມົງໃນທົ່ວປະເທດ. ແຕ່ປີ 2011, ປາທູນາມະຫາສະມຸດ ຝູ໋ອຽນ (Phuyen Tuna) ກາຍເປັນຍີ່ຫໍ້ປາທູນາມະຫາສະມຸດທຳອິດຢູ່ ຫວຽດນາມ ໄດ້ກົມກຳມະສິດດ້ານພູມປັນຍາ, ກະຊວງ ວິທະຍາສາດ-ເຕັກໂນໂລຊີ ມອບໃຫ້ໃບຮັບຮອງລົງທະບຽນຍີ່ຫໍ້.

ເພື່ອຮັບໃຊ້ໃຫ້ແກ່ການຫາປາຢູ່ເຂດໄກກັບຝັ່ງ, ປະຈຸບັນ, ຝູ໋ ອຽນ ໄດ້ຂະຫຍາຍໜ່ວຍກຳປັ່ນຫາປາຂຶ້ນເປັນ 600 ລຳ. ຫຼາຍຄອບຄົວມີ 2-3 ເຊັ່ນຄົນໄດ້ທຳອາຊີບຫາປາທູນາ ມະຫາສະມຸດ ຢູ່ກາງທະເລເພື່ອທັງຫາກິນທັງປະກອບສ່ວນປົກປັກຮັກສາອາທິປະໄຕທະເລໝູ່ເກາະຂອງບ້ານເກີດ ເມືອງນອນ. ສຳລັບພໍ່ເຖົ້າ ຟານຖ້ວນ, ລາວພັກຜ່ອນຫຼັງຈາກ ໄດ້ທຳອາຊີບ ຫາປາມາເປັນເວລາ 50 ປີ, ປະຈຸບັນ ລາວກຳລັງຮັກສາ ຕຳແໜ່ງປະທານຄະນະຮ່ວມອາຊີບ ຫາປາ ບ້ານ 6, ນະຄອນຕຸຍຮວ່າ. ລາວມີລູກ 5 ຄົນ, ທັງ 5 ຄົນກໍ່ທຳອາຊີບຕຶກປາທູນາມະຫາສະມຸດ. ຫຼື ຢູ່ບ້ານ ດົງຕາກ, ບ້ານ ຝູ໋ດົງ, ມີອ້າຍນ້ອງສອງຄົນແມ່ນ ເລືອງກົງດົ່ງ ແລະ ເລືອງກົງດົງ ຖືກອ້າງຊື່ວ່າ “ໝາທະເລ”. ຜູ້ໜຶ່ງມີກຳປັ່ນ ຫາປາລຳໜຶ່ງມີກຳລັງແຮງ 400 CV, ເປັນບ່ອນອີງ ຂອງກຳປັ່ນລຳຕ່າງໆ ໃນການອອກ ໄປຫາປາຢູ່ກາງທະເລ ດ້ວຍໄລຍະຍາວ.

ໜ່ວຍກຳປັ່ນຕຶກປາທູນາມະຫາສະມຸດຂອງ ຝູ໋ອຽນ ອອກໄປຫາປາຢູ່ກາງທະເລ,
ປະກອບສ່ວນ ປົກປັກຮັກສາອາທິປະໄຕ ທະເລໝູ່ເກາະຂອງບ້ານເກີດ ເມືອງນອນ. ພາບ: ເລມິນ/VNP



ຝູ໋ອຽນ ຂຸດຄົ້ນ​ປາທູນາມະຫາສະມຸດ ​ໄດ້ປະມານ 6.000 ​ໂຕນ​ຕໍ່ປີ. ພາບ: ​ເອກະສານ VNP


ປຸງ​ແຕ່ງ​​​ໃນ​ຂັ້ນ​ຕົນປາທູນາມະຫາສະມຸດ​ຢູ່ ຝູ໋ອຽນ. ພາບ: ​ເອກະສານ VNP


ຊາວ​ປະມົງສ້ອມ​ແປງ​ກຳ​ປັ່ນ,​​ ກະກຽມ​ໃຫ້ການ​ອອກ​ໄປ​ຫາ​ປາ​ຢູ່​ກາງ​ທະ​ເລດ້ວຍ​ໄລຍະ​ຍາວ. ພາບ: ​ເລ​ມິນ/VNP


ຝູ໋ອຽນ ຍັງມີທ່າ ແຮງໃນການລ້ຽງສິນໃນນຳ້ທີ່ມີຄຸນນະພາບ ສູງຄື: ກຸ້ງມັງກອນ, ກຸ່ມຕິນຂາວ, ຫອຍນາງນົມ, ປາເປົ້າ…
ດ້ວຍຈຳນວນກວ່າ 10.000 ໂຕນຕໍ່ປີ. ພາບ: ທົງ​ຫາຍ/VNP



ປະຈຸ​ບັນ, ອາຊີບ​ລ້ຽງ​ກຸ້ງມັງກອນກຳ​ລັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ
ຈຳນວນ​ການ​ຜະລິດ​ຂອງ​ຂະ​ແໜງ​ສິນ​ໃນ​ນຳ້ຂອງ ຝູ໋ອຽນ. ພາບ: ທົງ​ຫາຍ/VNP


ປຸງ​ແຕ່​ງປາກົດ​ຮັບ​ໃຊ້​ການສົ່ງ​ອອກ​ໄປ ສ.​ເກົາຫຼີ ທີ່​ບໍລິສັດ ​ແອ​ງມິ​ງກວັນ ຈຳກັດ. ພາບ: ທົງ​ຫາຍ/VNP

ພ້ອມກັບທ່າແຮງໃນການຫາປາຢູ່ໄກກັບຝັ່ງ, ຝູ໋ອຽນ ຍັງມີທ່າແຮງໃນການລ້ຽງສິນໃນນຳ້ທີ່ມີຄຸນນະພາບສູງຄື: ກຸ້ງມັງກອນ, ກຸ່ມຕິນຂາວ, ຫອຍນາງນົມ, ປາເປົ້າ… ດ້ວຍຈຳນວນກວ່າ 10.000 ໂຕນຕໍ່ປີ.  

ພ້ອມກັບທ່າແຮງໃນການຫາປາຢູ່ໄກກັບຝັ່ງ, ຝູ໋ອຽນ ຍັງມີທ່າ
ແຮງໃນການລ້ຽງສິນໃນນຳ້ທີ່ມີຄຸນນະພາບສູງຄື: ກຸ້ງມັງກອນ, ກຸ່ມຕິນຂາວ, ຫອຍນາງນົມ, ປາເປົ້າ… ດ້ວຍຈຳນວນກວ່າ 10.000 ໂຕນຕໍ່ປີ. 
ຝູ໋ອຽນ ເປັນທ້ອງຖິ່ນມີເສັ້ນທາງນຳ້, ທາງບົກ, ທາງລົດໄຟ, ທາງອາກາດ, ທາງທະເລຢ່າງຄົບຖ້ວນ. ດ້ວຍທີ່ຕັ້ງຕິດກັບ ເຂດ ໄຕຫງວຽນ ແລະ ບັນດາທ້ອງຖິ່ນຕ່າງໆ​ ທີ່ມີກຳລັງແຮງ
ບົ່ມຊ້ອນດ້ານເສດຖະກິດຄື ບິ່ງດິງ, ແຄງຮວ່າ, ສະນັ້ນ ຈຶ່ງມີຫຼາຍທ່າດີໃນການພັດທະນາເສດຖະກິດ.
 
ປະຈຸບັນ, ເຂດອຸດສາຫະກຳ ຮວ່າຮຽບ, ອານຝູ໋ ແລະ ຕາເວັນອອກສ່ຽງເໜືອແມ່ນຳ້ ເກົ່າ ຂອງ ຝູ໋ອຽນ ດ້ວຍລະບົບພື້ນຖານໂຄງລ່າງໄດ້ຮັບການກໍ່ສ້າງຢ່າງສຳເລັດ ພວມດຶງດູດແຫຼ່ງເງິນລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງວຽກເຮັດງານທຳໃຫ້ຊາວທ້ອງຖິ່ນ, ຮັບເອົາເຕັກໂນໂລຊີໃໝ່, ຜະລິດສິນຄ້າສົ່ງອອກ, ສິນຄ້າຄຸນນະພາບສູງເພື່ອແທນໃຫ້ສິນຄ້ານຳເຂົ້າ. ຄຽງຄູ່ກັນນັ້ນ, ບັນດາເຂດຜະລິດອຸສາຫະກຳຂະໜາດນ້ອຍຢູ່ເມືອງຕ່າງໆ ກໍ່ມີບົດບາດສ້າງເງື່ອນໄຂ ຮັກສາ ແລະ ຂະຫຍາຍອາຊີບມູນເຊື້ອ ດ້ວຍຂະໜາດທີ່ເໝາະສົມເພື່ອຂຸດຄົ້ນແຫຼ່ງວັດຖຸພັນຢ່າງມີປະສິດທະພາບ ແລະ ແກ້ໄຂບັນຫາວຽກເຮັດງານທຳຢູ່ເຂດຊົນນະບົດ ອີກດ້ວຍ.
 
ຕາມທ່ານ ເລວັນແທ່ງ, ຫົວໜ້າຄະນະຄຸ້ມຄອງເຂດ ເສດຖະກິດແຂວງ ຝູ໋ອຽນ ໃຫ້ຮູ້ວ່າ ໃນອະນາຄົດ, ເມື່ອໂຄງການກໍ່ສ້າງໂຮງງານກັນ, ຕ້ອງນ້ຳມັນອາຍແກັດ ຫວູງໂຣ ໄດ້ຮັບການກໍ່ສ້າງຈະດຶງດູດບັນດາໂຄງການຕ່າງໆ ມາເຂົ້າຮ່ວມການລົງທຶນຄື: ໂຄງການຜະລິດຝຸ່ນ, ອາຍແກັດ… ເຮັດໃຫ້ຂົງເຂດດັ່ງກ່າວ ກາຍເປັນສູນອຸດສາຫະກຳໃຫຍ່ແຫ່ງໜຶ່ງຂອງພາກກາງ. ຕາມສະພາບຕົວຈິງ, ປະຈຸບັນ ຝູ໋ອຽນ ມີ ໂຄງການ 39 ແຫ່ງກຳລັງເຄື່ອນໄຫວດ້ວຍທຶນຕ່າງປະເທດ, ມີຍອດເງິນລົງທຶນແມ່ນ 318.5 ລ້ານ USD ແລະ 114 ໂຄງການເຄື່ອນໄຫວດ້ວຍທຶນພາຍໃນ, ມີຍອດເງິນລົງທຶນ ແມ່ນ 9.796 ຕື້ດົ່ງ.
 
ທ່າແຮງບົ່ມຊ້ອນໃນດ້ານທ່ອງທ່ຽວ
 
ຫຼາຍປີຜ່ານມາ, ຝູ໋ອຽນ ເປັນແຜ່ນດິນທີ່ສະຫງົບສຸກ, ພາບທຳມະຊາດທີ່ສວຍງາມ, ຈັບໃຈນັກທ່ອງທ່ຽວ. ນະຄອນ ຕຸຍຮ່ວາ ມີເຂດຊຸມຊົນໄດ້ອ້ອມຮອບດ້ວຍບັນດາທົ່ງນາ ທີ່ກວ້າງໃຫຍ່ໄພສານ, ໂອບລ້ອມເອົາຈອມພູ ຈອບບ່າຍ ທີ່ສວຍງາມ; ບັນດາຫາດຊາຍທະເລທີ່ໃສສະອາດ, ບັນດາໂງ່ນຫີນສວຍງາມແບບປະຖົມປະຖານ; ໂບດ ມັ່ງລັງ ທີ່ເກົ່າແກ່… ທັງໝົດໄດ້ສ້າງຄວາມສວຍສົດງົດງາມແບບແບບສະເພາະໃຫ້ແກ່ແຜ່ນດິນແຫ່ງນີ້.
 
ເມື່ອເວົ້າເຖິງ ຝູ໋ອຽນ ແມ່ນຕ້ອງເວົ້າເຖິງເຂດທ່ອງທ່ຽວ ໂງ່ນຫີນ ເດຍ ຢູ່ຕາແສງ ນິງດົ່ງ, ເມືອງ ຕຸຍອານ, ມີປະກົດການທໍລະນີພິເສດ, ມີໜຶ່ງບໍ່ມີສອງຢູ່ ຫວຽດນາມ. ນອນຢູ່ແຄມຝັ່ງທະເລ, ໂງ່ນຫີນ ເດຍ ເບິ່ງຄ້າຍຄືຮັງເຜິ້ງໜ່ວຍໜຶ່ງທີ່ຍິ່ງໃຫຍ່ ໄດ້ປະກອບດ້ວຍບັນດາກ້ອນຫີນມີ 5 ລ່ຽມ, 6 ລ່ຽມ. 

ໂງ່ນຫີນ ເດຍ ຢູ່ຕາແສງ ນິງດົ່ງ, ເມືອງ ຕຸຍອານ, ມີປະກົດການທໍລະນີພິເສດ,
ມີໜຶ່ງບໍ່ມີສອງຢູ່ ຫວຽດນາມ. ພາບ: ຈ້ອງ​ດາດ



ໂບດ ມັ່ງ​ລອງ ມີ​ອາຍຸ​ເກືອບ 120 ປີ, ​ເປັນ​ກິດຈະການ​ກໍ່ສ້າງ
​ທີ່ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ຂອງ​​ ຝູ໋ອຽນ. ພາບ: ທົງ​ຫາຍ/VNP



ທາດ ຍ້ານ, ສັນຍະລັກ​ວັດທະນະທຳ​ພິ​ເສດ​​ໜຶ່ງ​ຂອງ ຝູ໋ອຽນ. ພາບ: ທົງ​ຫາຍ/VNP
 

ທິວ​ທັດທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ແກ້ງ​ນຳ້ ​ແດ່ນ, ຢູ່ຕາ​ແສງ
ອານ​ເຈີ​ນ, ​ເມືອງ ຕຸຍ​ອານ. ພາບ: ທົງ​ຫາຍ/VNP



ບຶງ ​ໂອ​ລວາ​ນ, ບ່ອນ​ທີ່​ມີ​ທັດສະ​ນີຍະ​ພາບ​ທີ່​ສວຍ​ສົດ​ງົດ​ງາມ
​ແລະ ມີ​ອາຫານ​ຫຼາຍ​ເຍື່ອງ​ທີ່​ຈັບ​ໃຈ. ພາບ: ​ເອກະສານ VNP

ຈຳນວນນັກທ່ອງທ່ຽວມາ ຝູ໋ອຽນ ໄລຍະ 2011-2015 ເພີ່ມ 20% ຕໍ່ປີ, ໃນນັ້ນ ນັກທ່ອງທ່ຽວສາກົນເພີ່ມ 10% ຕໍ່ປີ; ລາຍຮັບດ້ານການທ່ອງທ່ຽວເພີ່ມ 30%.​ ປີ 2015, ຈຳນວນນັກທ່ອງ
ທ່ຽວມາ ຝູ໋ອຽນ ປະມານ 900.000 ຖ້ຽວຄົນ, ໃນນັ້ນ ຈຳນວນນັກທ່ອງທ່ຽວສາກົນປະມານ 30.000 ຖ້ຽວຄົນ, ສ້າງລາຍຮັບກວ່າ 850 ຕື້ດົ່ງ. 
ເບິ່ງມາຈາກມູມສູງ, ເຂດທ່ອງທ່ຽວແຫ່ງຊາດ ບຶງ ໂອລວານ ຢູ່ເມືອງ ຕຸຍອານ ຄືນົກໂຕໜຶ່ງທີ່ຍິ່ງໃຫຍ່ ກຳລັງໃນທ່າ ພ້ອມແລ້ວຈະບິນຂຶ້ນສູ່ທ້ອງຟ້າ. ບຶງ ໂອລວານ ມີທິວທັດທຳມະຊາດທີ່ສວຍງາມ ແລະ ມີອາຫານຫຼາຍເຍື່ອງທີ່ຈັບໃຈ,ເປັນຕົ້ນແມ່ນເຍື່ອງອາຫານຫອຍນາງພູ່ທີ່ມີຊື່ສຽງ.
 
ນອນຢູ່ແຄມແມ່ນຳ້ ບາ ທີ່ສະຫງົບຫງຽບ, ໂບດ ມັ່ງລັງ ມີອາຍຸເກືອບ 120 ປີ, ໂບດແຫ່ງນີ້ ກຳລັງເກັບຮັກສາປຶ້ມຫົວໜຶ່ງທີ່ເປັນຂອງປະເສີດຂອງປະເທດຊາດ, ນັ້ນແມ່ນ “ຄວາມໂຊກໄຊເທສະໜາໃນແປກວັນ”, ປຶ້ມຫົວນີ້ ໄດ້ຂຽນດ້ວຍພາສາແຫ່ງຊາດຫົວທຳອິດຂອງ ຫວຽດນາມ, ໂດຍຄຸນພໍ່ Alexandre de Rhodes ພິມຈຳໜ່າຍໃນປີ 1651 ທີ່ນະຄອນ ໂຣມ, ປະເທດ ອີຕາລີ. ຫວູງໂຣ ນອນຢູ່ທິດໃຕ້ຂຶ້ນກັບຕາແສງ ຮວ່າຊວນນາມ, ເມືອງ ດົງຮວ່າ ເປັນເຂດທະເລທີ່ກວ້າງໃຫຍ່ໄພສານ, ໄດ້ອ້ອມຮອບດ້ວຍຮ່ອມພູ ກາ, ພູ ດາເບຍ ແລະ ຮ່ອນບ່າ. ທີ່ນີ້ ນັກທ່ອງທ່ຽວສາມາດໄປທ່ຽວຊົມທັດສະນີຍະພາບ ຂອງທ້ອງທະເລທີ່ສວຍງາມ ຫຼື ຈອມພູຫີນ ດາເບຍ ຍາມໃດກໍ່ເຕັມໄປດ້ວຍນຳ້ໝອກ. ຫ່າງຈາກ ຫວູງໂຣ ບໍ່ໄກບານໃດແມ່ນແຫຼມ ດ້າຍແຫຼງ, ຈຸດໄກສຸດໃນດິນຕໍ່ແຜ່ນຂອງທິດຕາເວັນອອກ, ເປັນບ່ອນຮັບແສງຕາເວັນອອກຍາມອະລຸນແສງທຳອິດຂອງປະເທດ ຫວຽດນາມ.

ດ້ວຍທ່າແຮງບົ່ມຊ້ອນທີ່ຍິ່ງໃຫຍ່ ກ່ຽວກັບທະເລ ແລະ ຄວາມສວຍສົດງົດງາມຂອງທິວທັດທຳມະຊາດ, ຝູ໋ອຽນ ມີໂອກາດທີ່ຍິ່ງໃຫຍ່ເພື່ອການພັດທະນາ.


ບົດ: ຫງວຽນຫວູແທ່ງດາດ - ພາບ: ຖົງຫາຍ, ຫງວຽນລວນ ແລະ ເອກະສານ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top