• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຝູ໋ຖາຍ Group ແລະ ການເຊື່ອມໂຍງ

ຝູ໋ຖາຍ Group ໄດ້ສ້າງຕັ້ງຂຶ້ນເມື່ອປີ 1993, ພຽງໜຶ່ງປີ ຫຼັງ ກົດໝາຍວິສາຫະກິດສ່ວນບຸກຄົນມີຜົນສັກສິດຢູ່ ຫວຽດນາມ, ປະຈຸບັນ, ຝູ໋ຖາຍ ບໍ່ພຽງແຕ່ເປັນໜຶ່ງໃນບັນດາກຸ່ມບໍລິສັດ ຈຳໜ່າຍສິນຄ້າຂາຍຍ່ອຍແຖວໜ້າ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນຄູ່ຄ້າທີ່ໜ້າເຊື່ອຖືຂອງບັນດາກຸ່ມບໍລິສັດລາຍໃຫຍ່ໃນໂລກອີກດ້ວຍ. ຜົນສຳເລັດຂອງ ຝູ໋ຖາຍ ແມ່ນກ່ຽວກັບເລື່ອງຄວາມແທດເໝາະຂອງວິສາຫະກິດ ຫວຽດນາມໃນຂະບວນ ວິວັດແຫ່ງການເຊື່ອມໂຍງ.
ເກືອບ 30 ປີ​ຂອງການກໍ່ສ້າງ ແລະ ພັດທະນາດ້ວຍຈັງ​ຫວະ​ການຂະຫຍາຍຕົວເພີ່ມຂຶ້ນ 40% ຕໍ່ປີ, ມາເຖິງປະຈຸບັນ, ກຸ່ມບໍ ລິສັດ ຫຸ້ນສ່ວນ ຝູ໋ຖາຍ ໄດ້ກາຍເປັນຕົວແບບ​ຈັດຈຳໜ່າຍ ແລະ ຂາຍຍ່ອຍແຖວໜ້າຂອງ ຫວຽດນາມ.
 
ດ້ວຍຈຳ​ນວນ​ປະ​ມານ 30 ຫົວໜ່ວຍຂຶ້ນ​ກັບ​ລວມ​ມີ​ບັນ​ດາ​ບໍ​ລິ​ສັດ​ລູກທີ່ເປັນສາຂາ, ​ເປັນສູນ​ຈັດຈຳໜ່າຍ ແລະ ສູນ​ຂອງສາງ ເກັບສິນຄ້າ, ທຸກ​ຫົວ​ຫນ່ວຍ​ແມ່ນ​ໄດ້ນຳໃຊ້ລະບົບ ການຄຸ້ມ ຄອງແບບ​ມືອາ​ຊີ ແລະ ຫັນ​ເປັນສາກົນ, ​ພາກ​ຊອບແວຕ່າງໆ ບໍລິຫານງານ​ແບບທັນສະໄໝ ພ້ອມກັບຖັນແຖວພະ ນັກງານລະ​ດັບຄວາມ​ຮູ້ສູງທັງພາຍໃນ ແລະ ຕ່າງປະເທດ, ຝູ໋ຖາຍ ໄດ້ກໍ່ ສ້າງເຄືອຂ່າຍຈັດຈຳໜ່າຍຂາຍສົ່ງສິນຄ້າທ່ົວ ປະເທດ.​


ນັກທຸລະກິດ ຟ້າມດິ່ງດວ່ານ, ຜູ້ສ້າງຕັ້ງກຸ່ມບໍລິສັດ ຝູ໋ຖາຍ ເປັນ ໜຶ່ງໃນບັນດາຜູ້ກໍ່​ຕັ້ງ​ດຳ​ເນີນທຸລະກິດປະ​ສົບ​ຄວາມສຳເລັດ​ຄົນທຳອິດຂອງ ຫວຽດນາມ ຕະ​ຫລອດໄລຍະເກືອບ 30 ປີຂອງ ການສ້າງຕັ້ງ ແລະ ພັດທະນາປະຊາຄົມວິສາຫະກິດ ຫວຽດ ນາມ. ຈຳນວນວິ​ສາ​ຫະ​ກິດນຳໜ້າ​ພາ​ທາງໃນການ ເຄື່ອນໄຫວດຳ​ເນີນທຸລະກິດໃນໄລຍະນັ້ນ​ມາ​ຮອດ​ປະ​ຈຸ​ບັນຍັງເຫຼືອບໍ່​ເທົ່າ​ໃດຄົນ. ການ​ປະ​ສົບ​ຄວາມສຳເລັດຂອງ ຝູ໋ຖາຍໄລະຍະ ເລີ່ມ​ຕົ້ນ​ທີ່​ເຕັມ​ໄປ​ດ້ວຍຄວາມ​ຫຸ້ຽງ​ຍາກ ແລະ ສີ່ງ​ທ້າ​ທາຍ​ຫລາຍ​ຢ່າງນັ້ນ, ທ່ານ ຟ້າມດິ່ງດວ່ານ ໄດ້​ກ້າຕັດສິນໃຈເລືອກ​ທາງ​ເດີນ​ທີ່ແຕກ ຕ່າງກັບບັນດາວິສາຫະກິດອື່ນໆ​ໃນ​ສະ​ໄຫມນັ້ນ.

ລະບົບຮ້ານຄ້າຂາຍຍ່ອຍ ​ເຄື່ອງ​ນຸ່ງ​ຫົ່ມຍີ່ຫໍ້ OWEN ຂອງກຸ່ມບໍ ລິສັດ ຝູ໋ຖາຍ
ເປັນບ່ອນທີ່ດຶງດູດລູກຄ້າ​ທັງພາຍໃນ ແລະ ຕ່າງປະເທດ.



ລູກຄ້າຕ່າງປະເທດເລືອກຊື້ໂສ້ງເສື້ອທີ່ຮ້ານຄ້າຂາຍຍ່ອຍຍີ່ຫໍ້ OWEN ຂອງກຸ່ມບໍລິສັດຝູ໋ຖາຍ.


ພະນັກງານຂອງກຸ່ມບໍລິສັດຝູ໋ຖາຍ ກຳລັງຈຳແນກປະເພດ ສິນຄ້າຕາມໃບສັ່ງຊື້ສິນຄ້າ. 


ມີ​ແຕ່ສະເພາະກາໝາຍເຄື່ອງ​ນຸ່ມ​ຫົ່ມ​ຍີ່​ຫໍ້ OWEN,
ຝູ໋ຖາຍ ​ໄດ້​ມີເປັນ​ສິບຮ້ານຂາຍຍ່ອຍ ແລະ ລະບົບຈັດຈຳໜ່າຍ ທົ່ວປະ ເທດ. 



ເປັນໜຶ່ງໃນບັນດາກຸ່ມບໍລິສັດຈຳໜ່າຍ, ຂາຍຍ່ອຍແຖວໜ້າ ຫວຽດນາມ, ປະຈຸບັນ, ຝູ໋ຖາຍ ມີ 30 ຫົວໜ່ວຍ
ທີ່ເປັນ
ບໍ​ລິ​ສັດ ສາຂາ ແລະ ​ມີລະບົບຮ້ານ​ຄ້າຂາຍຍ່ອຍ​ຢູ່ທົ່ວ​ທຸກ​ແຂວງ​ພາຍ​ໃນ ແລະ ຕ່າງປະເທດ. 



ຈາກສາງເກັບຮັກສາສິນຄ້າ, ​ມີລະບົບລົດຂົນສົ່ງຂອງ ຝູ໋ຖາຍ
ຂົນສົ່ງສິນຄ້າໄປເຖິງບັນດາ​ຕົວ​ແທນ ແລະ ຫົວໜ່ວຍ ຈຳໜ່າຍ. 



ສິນຄ້າເມື່ອຂົນສົ່ງເຂົ້າໃນສາງເກັບຮັກສາ ໄດ້ຖືກຕິດຍີ່ຫໍ້ ແລະ ຄຸ້ມຄອງດ້ວຍລະບົບເຄື່ອງຈັກທັນສະໄໝ. 


ໝໍ້ຫຸ່ງເຂົ້າ ແລະ ເຄື່ອງໃຊ້ໃນຄອບຄົວ, ເປັນໜຶ່ງໃນບັນດາສິນ​ຄ້າຈຳໜ່າຍຕົ້ນຕໍຂອງ ຝູ໋ຖາຍ.


ໝໍ້ຫຸ່ງເຂົ້າຍີ່ຫໍ້ Cookcu ໂດຍກຸ່ມບໍລິສັດ  ຝູ໋ຖາຍ ຈຳ ໜ່າຍ ຜູ້ຊົມ​ໃຊ້ພາຍໃນນິຄວາມ​ນິຍົມຊົມ​ຊອບຊື້ຫຼວງຫຼາຍ. 

ປະຈຸບັນ, ກຸ່ມບໍລິສັດ ຝູ໋ຖາຍ ມີຫຼາຍສິບບໍ​ລິ​ສັດ​ທີ່ເປັນສາຂາ,
ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫລາຍ​ຂົງ​ເຂດ: ກາ​ນຈັດຈຳໜ່າຍ, ​ການຂາຍ ຍ່ອຍ, logistics, ຂົງ​ເຂດອຸດສາຫະກຳ, ແຟຊັ່ນ, ​ຂົງ​ເຂດ​ຢາ​ປົວ​ພະ​ຍາດ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງການຄ້າອະສັງ ຫາລິມະຊັບ (ລະ​ບົບ​ຮ້ານ​ຊັບ​ພະ​ສິນ​ຄ້າ, ສາງເກັບ​ສິນ​ຄ້າ ແລະ ສູນ​ຈັດ​ສົ່ງ​ສິນ​ຄ້າ...)
ທ່ານ ຟ້າມດິ່ງດວ່ານ ໃຫ້ຮູ້ວ່າ: “ເມື່ອມີໂອກາດໄດ້ໄປຮຽນ ຢູ່ຕ່າງປະເທດ, ຂ້າພະເຈົ້່າເຫັນນັກທຸ​ລະ​ກິດໂລກປະ​ສົບ​ຄວາມສຳເລັດໃນຂົງເຂດການ​ຈັດຈຳໜ່າຍ, ຂາຍຍ່ອຍ. ແລະ ຂ້າພະ ເຈົ້າເລີຍມອງເຫັນອະນາຄົດຂອງຕົນຢູ່ໃນນັ້ນ...”
 
ໃນໄລຍະທີ່ທ່ານ ດວ່ານ ເລີ່ມດຳ​ເນີນທຸລະກິດ, ກົນໄກ ແລະ ສະພາບແວດລ້ອມ​ການ​ດຳ​ເນີນທຸລະກິດໃໝ່ຂອງ ຫວຽດນາມໄດ້ຊ່ວຍເຮັດໃຫ້ບັນດາວິສາຫະກິດສ່ວນ​ບຸກ​ຄົນມີໂອກາດ
ພັດທະນາ​ດີຂຶ້ນ. ​ໂດຍ​ສະ​ເພາະ​ແມ່ນຂົງເຂດການ​ຈັດຈຳໜ່າຍ, ຂາຍຍ່ອຍ ຢູ່ ຫວຽດນາມ ໃນ​ໄລ​ຍະນັ້ນ​ຍັງ​ເປັນ​ສີ່ງ​ແປກໃໝ່. ຍ້ອນ​ມີຄວາມເຊື່ອໝັ້ນບວກ​ກັບ ຄວາມສາມາດ ຂອງຜູ້ນຳໜ້າ ຄືດັ່ງທ່ານ ດວ່ານ ຈຶ່ງນຳຜົນສຳເລັດມາໃຫ້ແກ່ຕົນເອງ ກໍ່​ຄືກຸ່ມ ບໍລິສັດ ຝູ໋ຖາຍ.
ບົດ: ຖາວວີ - ພາບ: ເຈີ່ນກົງດາດ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top