• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຝູກຸ໋ຍ - ຍົກລະດັບ ໃຫ້ແກ່ ເຄື່ອງປະດັບ ຫວຽດ

ຝູກຸ໋ຍ Group (ກຸ່ມບໍລິສັດ ເງິນ ຄຳ ຫີນປະເສີດມີຄ່າ ຝູກຸ໋ຍ) ເປັນເຄື່ອງໝາຍການຄ້າ ບໍ່ພຽງແຕ່ ສ້າງຂີດໝາຍ ຢູ່ເທິງຕະຫຼາດ ເງິນ ຄຳ ແລະ ຫີນປະເສີດມີຄ່າ ຂອງ ຫວຽດນາມ ດ້ວຍບັນດາຜະລິດຕະພັນ ເຄື່ອງປະດັບດ້ວຍເງິນ, ຄຳ, ເພັດ, ໄຂ່ ມຸກ, ແຫວນໝັ້ນ … ດ້ວຍການອອກແບບທີ່ເປັນເອກະລັກ, ປານີດ  ຊຶ່ງເບື້ອງຫຼັງຂອງແຕ່ລະຜະລິດຕະພັນ ຕ່າງແຝງໄວ້ຄວາມສວຍງາມທີ່ໂດດເດັ່ນ ກໍຄືສະແດງໃຫ້ເຫັນ ສີສັນວັດທະນະທຳ ພື້ນເມືອງ ຫວຽດນາມ ອີກດ້ວຍ. 
ກຸ່ມບໍລິສັດ ເງິນ ຄຳ ແລະ ຫີນປະເສີດມີຄ່າ ຝູກຸ໋ຍ ໄດ້ຮັບການສ້າງຕັ້ງ ເມື່ອປີ 2003, ປັດຈຸບັນ ເປັນຜູ້ນຳ ໃນສ່ວນຕະຫຼາດແຫວນໝັ້ນ ດ້ວຍການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າ ໃນ ການຜະລິດ ບັນດາຜະລິດຕະພັນ ທີ່ທັນສະໄໝ ແຕ່ກໍເຕັມໄປດ້ວຍສີສັນວັດທະນະທຳ ຫວຽດນາມ.

ມາຍັງຫ້ອງວາງສະແດງ ແລະ ແນະນຳຜະລິດຕະພັນເງິນ ຄຳ ຫີນປະເສີດມີຄ່າ ຝູກຸ໋ຍ ຢູ່ຖະໜົນ ເຈິ່ນເຍິນຕົງ (ຮ່າໂນ້ຍ), ພວກຂ້າພະເຈົ້າ ຮູ້ສຶກໄດ້ເຖິງຄວາມດຶງດູດໃຈລູກຄ້າ ຕໍ່ເຄື່ອງ ໝາຍການຄ້າ ຝູກຸ໋ຍ ໃນຊຸມມື້ຕົ້ນລະດູບານໃໝ່ ປີ 2019. ບໍ່ພຽງແຕ່ຄົນ ຫວຽດນາມເທົ່ານັ້ນ, ຫາກຍັງມີຄົນຕ່າງປະເທດກໍຊອກຫາມາເພື່ອການຈັບຈ່າຍ ເປັນຈຳນວນຫຼາຍ, ເຂົາເຈົ້າຕ່າງກໍຮັກມັກ ບັນດາຕົວແບບທີ່ເປັນເອກະລັກ ສະເພາະ.

ທ່ານ KaRa ຊາວອັງກິດ ໃຫ້ຮູ້ວ່າ ທ່ານ ມາທ່ອງທ່ຽວ ຫວຽດ ນາມ ແລະ ໄດ້ມາຍັງ ຝູກຸ໋ຍ ເພື່ອຊອກຊື້ຊຸດສະສົມ “ເທິ່ນຕ່າຍ ຄາຍລົກ, ຝູກຸ໋ຍ ກາດເຕື່ອງ” (ເປັນສັນຍາລັກຂອງຄວາມ ສົມບູນພູນສຸກ, ຄວາມຮັ່ງມີ ແລະ ກຽດສັກສີ), ຈາກນັ້ນ ທ່ານໄດ້ມີໂອກາດຊອກຮູ້ ກ່ຽວກັບຮີດຄອງປະເພນີ ຂອງ ຄົນຫວຽດ ຫຼັງ ບຸນປີໃໝ່ປະຈຳຊາດ. 


ຫ້ອງການອອກແບບ ຂອງ ຝູກຸ໋ຍ ຢູ່ ຮ່າໂນ້ຍ. ພາບໂດຍ: ຝູກຸ໋ຍ ສະໜອງໃຫ້


ໜຶ່ງໃນບັນດາການອອກແບບທີ່ທັນສະໄໝ ກ່ອນນຳເຂົ້າ ສູ່ການຜະລິດ. ພາບໂດຍ: ຝູກຸ໋ຍ ສະໜອງໃຫ້


ບັນດາອຸປະກອນ ທີ່ທັນສະໄໝ ໄດ້ນຳໃຊ້ ໃນບັນດາ ສູນຜະ ລິດ, ເຈຍລະໄນ ເງິນ ຄຳ, ຫີນປະເສີດ ມີຄ່າ ຂອງ ຝູກຸ໋ຍ. ພາບໂດຍ: ຝູກຸ໋ຍ ສະໜອງໃຫ້


ນອກຈາກຕ່ອງໂສ້ການຜະລິດທີ່ທັນສະໄໝ, ຜະລິດຕະພັນທີ່ມີຄວາມປານີດແນບນຽນ ແຕ່ລະຢ່າງ ລ້ວນແຕ່ໝາຍໄວ້ສີມືທີ່ຄ່ອງແຄ້ວ
ຂອງ ບັນດານາຍຊ່າງ ຕີເງິນຄຳ ຢູ່ ຝູກຸ໋ຍ. ພາບໂດຍ: ຝູກຸ໋ຍ ໜອງໃຫ້

ຝູກຸ໋ຍ ໄດ້ກາຍເປັນ ກຸ່ມບໍລິສັດ ເງິນຄຳ ແລະ ຫີນປະເສີດມີຄ່າ ແຖວໜ້າ ໃນການຜະລິດ ເຄື່ອງປະດັບ ທ່ີທັນສະໄໝຍຸກໃໝ່ ພ້ອມກັບບັນດາຕົວແບບ ເຄື່ອງປະດັບ ທີ່ແສນສວຍງາມຢ່າງສົມບູນແບບ. ນັ້ນແມ່ນບັນດາຜະລິດຕະພັນ ຂອງ ບັນດາ ຄົນ ຫວຽດ ທີ່ໜຸ່ມແໜ້ນ ມີນຳ້ໃຈປະ ດິດຄິດສ້າງ ແລະ ດຸໝັ່ນໃນການສຶກສາ ຫາຄວາມຮູ້.

ຈັດຢູ່ໃນອັນດັບ 100 ເຄື່ອງໝາຍການຄ້າ-ຍີ່ຫໍ້ ທ່ີຊົງອິດທິພົນ, ຜະລິດຕະພັນຄຸນນະພາບສູງ, ການບໍລິການ ທີ່ມີຄຸນນະພາບ ທີ່ ສົມບູນແບບ ປີ 2013.

ຂັນລາງວັນ ເພື່ອພາລະກິດ ພັດທະນາ ຂະແໜງຈຳໜ່າຍຂາຍຍ່ອຍ ຂອງ ຫວຽດນາມ ປີ 2011.

ຂັນລາງວັນ ວິສາຫະກິດ ຫວຽດນາມ ຄຳ ປີ 2010.

ຂັນລາງວັນ ເພື່ອພາລະກິດ ຂະແໜງສິລະປະຫັດຖະກຳ ເຄື່ອງປະດັບທີ່ເຮັດດ້ວຍເງິນຄຳ ຫີນປະເສີດ ມີຄ່າ ຫວຽດນາມ ປີ 2010.
ຂັນລາງວັນ ເຄື່ອງໝາຍການຄ້າຄຳ ປີ 2009.

ເຄື່ອງໝາຍ Logo ທີ່ສ້າງຄວາມປະທັບໃຈ ປີ 2008.

ຂັນລາງວັນ ເພື່ອການພັດທະນາ ຂະແໜງຈຳໜ່າຍ ຂາຍຍ່ອຍ ຂອງ ຫວຽດນາມ ປີ 2008.
ຂັນລາງວັນ ເຄື່ອງໝາຍການຄ້າ ຫວຽດ ຂະແໜງເງິນ ຄຳ-ເຄື່ອງ ປະດັບ ປີ 2006. 
ເຄື່ອງປະດັບ ຝູກຸ໋ຍ ແມ່ນສູນລວມ ແຫ່ງການປະສົມປະສານ ລໍ້າສະໄໝ, ລັກສະນະເໝາະສົມ, ຄຸນນະພາບ ແລະ ລາຄາ ພ້ອມກັບຄວາມຫຼາກຫຼາຍຮູບແບບ ຂອງ ເຄື່ອງປະດັບ ສະບັບໃໝ່ ຊຶ່ງສ້າງຄວາມສົນໃຈ ໃຫ້ກັບລູກຄ້າ ໃນແຕ່ລະຄັ້ງໄປຈັບຈ່າຍ.

ຈາກເຄື່ອງປະດັບ ຊັ້ນນຳ ໄປຈົນເຖິງເຄື່ອງປະດັບ ເຮັດດ້ວຍຄຳ 24K ບໍ່ພຽງແຕ່ມີຄຸນຄ່າໃນການສະສົມເທົ່ານັ້ນ, ແຕ່ຍັງມີຄຸນຄ່າດ້ານຄວາມງາມ ອີກດ້ວຍ. ເພັດ ຝູກຸ໋ຍ ໄດ້ປະຕິບັດຢ່າງເຂັ້ມງວດ ຕາມມາດຖານ ເພັດ ແລະ ໄດ້ຮັບຮອງຈາກບັນດາອົງການ ກວດສອບຄຸນນະພາບ ທີ່ຊົງອິດທິພົນ ຢູ່ພາຍໃນ ແລະ ສາກົນ ເຊ່ັນ ສະຖາບັນ ເພັດ ອັນດັບໜຶ່ງໂລກ ຂອງ ສ ອາເມລິກາ.

ແຕ່ປີ 2016, ຝູກຸ໋ຍ ໄດ້ຜັນຂະຫຍາຍ ການຕິດສະແຕມ ເພື່ອ ຮັບປະກັນ ຕ້ານສິນຄ້າປອມແປງ ຢູ່ເທິງຜະລິດຕະພັນແຕ່ລະຢ່າງ ເພື່ອໃຫ້ລູກຄ້າສາມາດຊອກຄົ້ນຕົ້ນກຳເນີດ ຂອງຜະລິດຕະພັນ ຈາກນັ້ນຈະອຸ່ນອຽນໃຈ ກັບຊັບສິນທີ່ຕົວເອງໄດ້ເປັນເຈົ້າຂອງ.



ໜຶ່ງໃນບັນດາຊຸດສະສົມຄຳ ຂອງ ຝູກຸ໋ຍ ທີ່ລູກຄ້າ ມັກເລືອກຊື້ໃນໂອກາດບຸນປີໃໝ່ປະຈຳຊາດ. ພາບໂດຍ: ຝູກຸ໋ຍ ສະໜອງໃຫ້


ຊຸດສະສົມຄຳ 12 ສັດ ປະຈຳລາສີຂອງປີ ທີ່ລູກຄ້າ ມັກເລືອກຊື້ ໃນໂອກາດບຸນປີໃໝ່ ປະຈໍາຊາດ. ພາບ: ຫວຽດເກື່ອງ


ຮ້ານຄ້າແຫ່ງໜ່ຶງ ຂອງ ກຸ່ມບໍລິສັດເງິນ ຄຳ ແລະ ຫີນປະເສີດ ມີ ຄ່າ ຝູກຸ໋ຍ ຢູ່ຖະໜົນ ເຈິ່ນເຍິນຕົງ, ຮ່າໂນ້ຍ. ພາບ: ຫວຽດເກື່ອງ


ການບໍລິການທີ່ເປັນມືອາຊີບ ຂອງ ພະນັກງານ ທີ່ຮ້ານຄ້າ ແຫ່ງ ໜຶ່ງ ຂອງ ກຸ່ມບໍລິສັດເງິນ ຄຳ ແລະ ຫີນປະເສີດມີຄ່າ ຝູກຸ໋ຍ.  ພາບ: ຫວຽດເກື່ອງ


ເຄື່ອງປະດັບ ຄໍາ 24k ເປັນໜຶ່ງໃນບັນດາຜະລິດຕະພັນ ຫຼັກ ຂອງ ຝູກຸ໋ຍ. ພາບ: ຫວຽດເກື່ອງ


ມີຜະລິດຕະພັນທີ່ຫຼາກຫຼາຍຮູບແບບ ດ້ວຍເງິນ ຄຳ ແລະ ຫີນ ປະເສີດ ມີຄ່າ ຫຼາຍຊະນິດ ໄດ້ວາງຂາຍຢູ່ຕາມບັນດາຮ້ານຄ້າຂອງ ຝູກຸ໋ຍ. ພາບ: ຫວຽດເກື່ອງ


ແຫວນໝັ້ນ ຂອງ ຝູກຸ໋ຍ ເປັນທີ່ຮູ້ຈັກ ຂອງ ຫຼາຍຄົນ ເນື່ອງຈາກຄວາມປານີດ ແລະ ສຸພາບຮຽບຮ້ອຍຂອງມັນ. ພາບໂດຍ: ຝູກຸ໋ຍ ສະໜອງໃຫ້


ບັນດາຊຸດສະສົມ ເຄື່ອງປະດັບ ດ້ວຍເງິນ ຄຳ ແລະ ຫີນປະ ເສີດ ມີຄ່າ ຂອງ ຝູກຸ໋ຍ ປະກອບສ່ວນເພີ່ມຄວາມງາມໃຫ້ກັບ ແມ່ຍິງ. ພາບໂດຍ: ຝູກຸ໋ຍ ສະໜອງໃຫ້.

ທ່ານ ຟ້າມຫາຍເອົາ, ຮອງຜູ້ອຳນວຍການກຸ່ມບໍລິສັດ ຝູກຸ໋ຍໃຫ້ຮູ້ວ່າ ພວກຂ້າພະເຈົ້າ ສ້າງ ຝູກຸ໋ຍ ເປັນເຄື່ອງໝາຍການຄ້າໜຶ່ງ ທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄຸນນະພາບ. ລູກຄ້າມາຊື້ເຄື່ອງຢູ່ທີ່ນີ້ ຕ່າງກໍອຸ່ນອຽນໃຈ ດ້ານຄຸນນະພາບ ກໍຄືລາຄາຂອງສິນຄ້າ. ນອກຈາກນັ້ນ ພວກຂ້າພະເຈົ້າ ໄດ້ສົ່ງສານ ວັດທະນະທຳ ຫວຽດ ເຂົ້າສູ່ແຕ່ລະຜະລິດຕະພັນ ດ້ວຍຈຸດປະສົງ ແຜ່ຂະ ຫຍາຍ ຄວາມຮັກ ເຖິງທຸກຄົນ ອີກດ້ວຍ.

ລະດັບການຈະເລີນເຕີບໂຕ ຂອງ ກຸ່ມບໍລິສັດ ຝູກຸ໋ຍ ແມ່ນ 30%/ປີ. ປະຈຸບັນ ຝູກຸ໋ຍ ມີຫ້ອງວາງສະແດງ ແລະ ແນະນຳຜະລິດຕະພັນ 3 ແຫ່ງ ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ດ້ວຍລາຍຮັບ 50.000 ຕື້ດົ່ງ/ປີ.


ກຸ່ມບໍລິສັດເງິນ ຄຳ ຫີນປະເສີດ ມີຄ່າ ຝູກຸ໋ຍ
ສຳນັກງານຕັ້ງຢູ່ ເຮືອນເລກທີ 30 ຖະໜົນ ເຈິ່ນເຍິນຕົງ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ

ໂທລະສັບ ຫ້ອງການດູແລ ລູກຄ້າ: 1800 599 995

Fanpage: https://www.facebook.com/jewelryphuquy/

ເວັບໄຊ: www.phuquy.com.vn



ລະບົບຮ້ານຄ້າ
ຮ້ານຄ້າ ເລກທີ 30, ຖະໜົນ ເຈິ່ນເຍິນຕົງ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ. ໂທລະສັບ: (024) 3944 7846

ຮ້ານຄ້າ ເລກທີ 30, ຖະໜົນ ເກົາໄຢ໋, ເມືອງ ເກົາໄຢ໋, ຮ່າໂນ້ຍ. ໂທລະສັບ: (024) 3573 9169
ຮ້ານຄ້າ ເລກທີ 20, ອານເຢືອງເວືອງ, ບ້ານ 9, ເມືອງ 5, ນະຄອນ ໂຮ່ຈີມິນ. ໂທລະສັບ: (028) 3830 3088

 

ບົດ: ບິກເວິນ - ພາບ: ຫວຽດເກື່ອງ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top