• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຜ້າພົມແລນ ໄຊງ່ອນ

ເປັນໜຶ່ງໃນຈຳນວນບັນດາວິສາຫະກິດທີ່ມີປະສົບການດ້ານ ການຜະລິດແລະ ດຳເນີນທຸລະກິດຜ້າພົມທີ່ເຮັດດ້ວຍຂົນສັດ, ຜ້າພົມແລນ ໄຊງ່ອນ (SAGOCA) ເປັນວິສາຫະກິດນຳໜ້າໃນຂົງເຂດການອອກແບບ, ປະດັບລວດລາຍຜ້າພົມ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ນິຍົມຊົມຊອບຈາກລູກຄ້າພາຍໃນ ແລະ ຕ່າງປະເທດ. 
SAGOCAໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1992, ມີ​ຊື່​ວ່າ ວິ​ສາ​ຫະ​ກິດຜະລິດ​ຜ້າພົມແລນ ໄຊ​ງ່ອນ ຈຳ​ກັດ,​ດຳ​ເນີນ​ກິດ​ຈະ​ການ​ສະ​ຫນອງ​ຜ້າພົມປະດັບປະດາ, ຕ່ຳ​ດ້ວຍ​ມື​ ແລະ ນຳ​ໃຊ້ວັດຖຸດິບໄດ້ມາຈາກທຳມະຊາດທີ່​ເປັນ​ມິດກັບສິ່ງແວດລ້ອມ. ໃນສະໄໝນັ້ນ, SAGOCA ໄດ້ກ້າ​ສ່ຽງລົງທຶນ, ພັດທະນາການຜະລິດ ແລະ ຍາດ​ໄດ້ຕະຫຼາດ​ຈຳ​ຫນ່າຍ​ສິນ​ຄ້າ​ໄດ້ໄວວາຍ້ອນ​ຜະລິດຕະພັນມີທ່າ​ໄດ້​ປຽບໃນດ້ານ​ເອກະ​ລັກວັດທະນະທຳ​ອັນ​ເປັນມູນເຊື້ອ ​ແລະ ​ມີສິ​ລະ​ປະ​.

ນອກຈາກແຫຼ່ງວັດຖຸດິບທີ່ມີພ້ອມຢູ່ພາຍໃນຄື: ເສັ້ນໄໝມ້ອນ, ເສັ້ນຝ້າຍ, ​ເສັ້ນປ່ານ,SAGOCAຍັງໄດ້ນຳເຂົ້າວັ​ດ​ຖຸ​ດິບຂົນແກະຈາກ ນິວຊີແລນ ແລະ ອົສຕາລີ. ຍ້ອນແຫລ່ງ​ສະ​ຫນອງ ວັດຖຸດິບມີຄຸນນະພາບສູງ, ຈຶ່ງ​ເຮັດ​ໃຫ້​ຜ້າພົມແລນໄຊງ່ອນ ມີ​ຊີ​ວິດ​ຊີ​ວາ ແລະ ຫລາກ​ຫລາຍ​ຮູບ​ແບບລະດູໜາວມີ​ຄວາມອົບອຸ່ນ​ດີ ແລະ ລະດູຮ້ອນມີ​ຄວາມເຢັນ​ສະ​ບາຍ.


ຜະລິດຕະພັນຜ້າພົມແລນ ໄຊງ່ອນ ທີ່ຕຳ່ດ້ວຍມືມີຄຸນນະພາບທີ່ລະ​ອຽດ ແລະ ງາມ.
 

ນາຍຊ່າງກຳລັງໃຊ້​ຄວາມ​ລະ​ອຽດ​ລະ​ອໍຕຳ່​ຜ້າພົມແລນ ​ທີ່​ສວຍ​ງາມ ແລະ ​ແຫນ້ນຫນາ​ດີ.
 

ຂັ້ນຕອນການເຮັດໃຫ້ຜ້າພົມກ້ຽງດີ.
 

ຕົວ​ຢ່າງສີສັນ​ຂອງແລນ​ຕ່ຳ​ຜ້າ​ພົມ​ມີຫຼາກຫຼາຍເພື່ອ​ສະ​ຫນອງຕາມຄວາມຕ້ອງການຂອງລູກຄ້າ.


SAGOCA ເປັນເຄື່ອງໝາຍການຄ້າມີຜ້າພົມແລນສຳເລັດຮູບຫຼາກຫຼາຍຮູບແບບ ເພື່ອໃຫ້ລູກຄ້າເລືອກຊື້.
 

ທ່ານ ມາຍດິ່ງກຽມ, ຜູ້ອຳນວຍກາຍໃຫຍ່ຂອງ SAGOCA ກຳລັງແນະນຳກ່ຽວກັບຜະລິດຕະພັນຜ້າພົມແລນ
ທີ່ຜະລິດດ້ວຍວັດຖຸດິບນຳມາຈາກທຳມະຊາດ ແລະ ເປັນ​ມິດກັບສິ່ງແວດລ້ອມ.

ປີ 2015, ລວມຍອດ​ປະລິມານ​ການຜະລິດຂອງ SAGOCA ແມ່ນ 10.000 m2, ໃນນັ້ນ 20% ແມ່ນສົ່ງອອກ (2.000 m2). ທ່ານ ມາຍດິ່ງກຽມ-ຜູ້ອຳນວຍການ SAGOCA.
ປະຈຸບັນ, ຜ້າພົມແລນ ໄຊງ່ອນ ​ໄດ້​ຊະນະໃຈລູກຄ້າດ້ວຍຜະລິດຕະພັນໂດດ​ເດັ່ນສຸດ, ເຕັມໄປດ້ວຍ​​ເອກະລັກວັດທະນະທຳຫວຽດ. ລວດລາຍຢູ່ເທິງຜ້າພົມກໍ່ມີຫຼາກຫຼາຍຮູບແບບຄື: ​ຮູບ​ແບບລາຍໄມ້, ຮູບສັດປະຈຳປີ 12 ໂຕ ຫຼື ​ວັດ​ທະ​ນະ​ທຳ ກອງທອງ ແລະ ອື່ນໆ.
 
ເພື່ອຈະຕຳ່ອອກມາ​ຜ້າພົມ 1 m2, ນາຍຊ່າງຕ່ຳຕ້ອງໃຊ້ຄວາມພະ​ຍາ​ຍາມຂອງຕົນເປັນເວລາໜຶ່ງເດືອນ. ສະເພາະ​ຂອດການຍ້ອມສີຜ້າພົມ​ກໍຕ້ອງມີຂັ້ນຕອນການຜະລິດທີ່​ເຂັ້ມ​ງວດ. ​ໃນແຕ່ລະສີ,ຊ່າງເຕັກນິກຕ້ອງ​ໄດ້ອອກແບບ ແລະ ຍ້ອມຕັ້ງ 5ເຖິງ 7 ຕົວແບບ, ຈາກນັ້ນ ​ຈີ່ງ​ນຳ​ມາປຽບທຽບ ແລ້ວເລືອກເອົາຕົວແບບໃດທີ່​ໄດ້ມາດຕະຖານ​ທີ່​ສຸດ.

ດ້ວຍ​ເຫດນັ້ນ, ຜະລິດຕະພັນຂອງ SAGOCA ຈຶ່ງຮັກສາໄດ້ຄວາມອ່ອນນຸ້ມ ແລະ ຮຸ່ງ​ເຮືອງຜ່ານການເວລາ ​ທີ່​ມີຫຼາຍຈຸດ​ໂດດເດັ່ນຄື: ມີຄວາມຍືດຍຸນດີ, ບໍ່ຢືດ​ອອກ ຫຼື ຍໍ້​ເຂົ້າ​ກັນ, ສາມາດກັນ ແລະ ຕ້ານໄຟຟ້າສະຖິດ, ບໍ່​ສົ່ງ​ສຽງ​ດັງ ແລະ ກັນສຽງ​ໄດ້ດີ. ພິເສດ, ຍ້ອນ​ມີprotein  ໃນເສັ້ນ​ໄຍທຳມະຊາດຈີ່ງເຮັດໃຫ້ຜະລິດຕະພັນສາມາດກັນໄຟໄໝ້​ໄດ້ເປັນຢ່າງດີ.

ຜະລິດຕະພັນມີຫຼາກຫຼາຍຮູບແບບແຕ່SAGOCAມຸ່ງໄປ ເຖິງຈຸດຫມາຍ​ນັ້ນຄືຊ່ວຍ​ໃຫ້ລູກຄ້າ ຄົ້ນຫາ​ເຖິງ​ທີ່​ສຸດ​ຂອງ​ການເປັນຢູ່ທີ່ດີທີ່ສຸດ ແລະ ເໝາະສົມກັບເຄື່ອງຕົບແຕ່ງ ພາຍໃນ​ເຮືອນຊັ້ນ​ສູງ. ຜະລິດຕະພັນຂອງ SAGOCA ບໍ່ພຽງແຕ່ຄອບຄອງຕະຫຼາດພາຍໃນເທົ່ານັ້ນ, ຫາກຍັງໄດ້ສົ່ງອອກໄປສູ່ຫຼາຍປະເທດຕ່າງໆ ໃນໂລກຄື: ລັດເຊຍ, ຝຣັ່ງ, ເຢຍລະມັນ, ອາເມລິກາ, ຮຸງກາຣີ ແລະ ອື່ນໆ.

ຮູບ​ພາບຜ້າພົມແລນພັນ​ລະ​ນາ​ຊີວິດທີ່ມີສີຂະໜາດໃຫຍ່ສຸດຂອງປະທານ​ໂຕນດຶກຖັ໋ງທີ່ຕຳ່ດ້ວຍມືຈາກ​ແລນຂົນແກະ
ແລະ ເສັ້ນຝ້າຍຂອງ
SAGOCA. 

 

ທ່ານ ມາຍດິ່ງກຽມ,ຜູ້ອຳນວຍການ SAGOCA ແນະນຳຜ້າພົມແລນມູນ​ເຊື້ອທີ່​ເປັນຮູບ“ມັງກອນ 4 ໂຕເຝົ້າດວງຈັນ”. 
 

ລວດລາຍກອງທອງເຕັມໄປດ້ວຍສີສັນວັດທະນະທຳ ຫວຽດ ຖືກ​ປະດັບ​ເທິງ​ຜ້າພົມແລນ ໄຊງ່ອນ.
 

ຄວາມສວຍງາມຂອງຜະລິດຕະພັນຜ້າພົມແລນ ໄຊງ່ອນໄດ້ສະແດງ​ໃຫ້​ເຫັນ​ສີມືອັນຄ່ອງແຄ້ວ,
ລະອຽດລະອໍຂອງບັນດານາຍຊ່າງຕຳ່ຜ້າພົມ. 

 

ລວດລາຍທີ່ປະດັບເທິງຜະລິດຕະພັນຂອງ SAGOCA.
 

ຜ້າພົມແລນ ໄຊງ່ອນ​ແຕ່ລະຜືນໄດ້ປະດັບຕາມສິລະ​ປະຍຸກສະໄໝ​ໃຫມ່.  
 

ຜ້າພົມແລນ ໄຊງ່ອນ ເອົາຊະນະໃຈລູກຄ້າດ້ວຍຜະລິດຕະພັນທີ່​ໂດດ​ເດັ່ນ ​ແລະເຕັມໄປດ້ວຍ​ເອກະ​ລັກວັດທະນະທຳ ຫວຽດ. 
 
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top