• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຜົນສຳເລັດຈາກການປູກໝາກລຳໄຍ ໄອໂດ ຢູ່ ເຖີຍອານ

ດ້ວຍຜົນຜະລິດ ແລະ ຄຸນນະພາບສູງ, ຕົວແບບການປູກ ໝາກລຳ ໄຍ ໄອໂດ (ຊື່ທາງວິທະຍາສາດວ່າ: Euphoria Longana) ໄດ້ສະ ແດງ ໃຫ້ເຫັນຜົນຜະລິດ ທາງ ດ້ານເສດຖະກິດສູງ, ສ້າງ ລາຍຮັບ ຫຼາຍ ຮ້ອຍລ້ານດົ່ງຕໍ່ປີໃຫ້ແກ່ຊາວກະສິກອນ ຫຼາຍຄອບຄົວ ຢູ່ນະ ຄອນ ເກິ່ນເທີ.
ພວກຂ້າພະເຈົ້າມາຢ້ຽມຢາມສວນປູກໝາກລຳໄຍ ຂອງ ອ້າຍ ຫງວຽນວັນອຸດ ຢູ່ບ້ານ ເຖີຍອານ ໃນໄລຍະເກັບກ່ຽວ. ຄອບຄົວ ອ້າຍ ອຸດ ເນື້ອທີ່ເຄິ່ງເຮັກຕາ ເພື່ອປູກໝາກລຳໄຍ ໄອໂດ ແລະ ເປັນປີທີ່ 3 ໃຫ້ຜົນຜະລິດ. ປີນີ້ ຄອບຄົວອ້າຍ ອຸດ ເກັບໝາກລຳໄຍ ໄດ້ 20 ໂຕນ, ສ້າງລາຍຮັບໄດ້ກຳໄລ ເກືອບ 550 ລ້ານ ດົ່ງ.
 
ພັນໝາກລຳໄຍ ໄອໂດ ໃຫ້ຜົນຜະລິດປີລະຄັ້ງ. ໝາກໃຫຍ່, ເປືອກ ບາງ, ເນື້ອໜາ ແລະ ຫອມຫວານ, ຊຶ່ງໄດ້ຮັບຄວາມນິຍົມຈາກ ຜູ້ ບໍລິໂພກ. ໝາກລຳໄຍໄອໂດ ໃຫ້ຜົນຜະລິດສູງ ແລະ ມີຄວາມ ທົນ ທານ ຕ້ານພະຍາດໄດ້ດີ. ຊຸມປິຜ່ານມາ, ໝາກລຳໄຍໄອໂດ ຈະມີ ລາຄາແຕ່ 20.000-30.000 ດົ່ງ ຕໍ່ກິໂລກຣາມ ແລະ ໄດ້ສົ່ງອອກ ໄປຍັງຕະຫລາດ: ສປ ຈີນ, ຍີ່ປຸ່ນ ແລະ ສ.ອາເມລິກາ.


ເຈົ້າຂອງສວນ ຢູ່ ເຖີຍອານ ຫຼາຍຄອບຄົວ ກໍ່ຄືແຫ່ງຕ່າງໆ ຢູ່ ເກິ່ນ ເທີ ກຳລັງຫັນປ່ຽນ,
ປັບປຸງ ສວນ ຂອງ ຕົນ ດ້ວຍການປູກ ໝາກລຳ ໄຍ ໄອໂດ.



ແນວພັນໝາກລຳໄຍ ໄອໂດ ທີ່ນຳເຂົ້າມາຈາກປະເທດ ໄທ ເໝາະ ກັບດິນຟ້າອາກາດ ຂອງ ເຂດ ເຖີຍອານ.


ເກັບກ່ຽວໝາກລຳໄຍ ໄອໂດ ທີ່ສວນແຫ່ງໜຶ່ງຢູ່ ເຖີຍອານ.


ເນື້ອທີ່ປູກໝາກລຳໄຍ ໄອໂດ 1.000 ຕາຕະລາງແມັດ ຈະໃຫ້ລາຍ ຮັບແຕ່ 80-120 ລ້ານດົ່ງຕໍ່ປີ. 


ການຂົນສົ່ງ ໝາກລຳໄຍ ໄອໂດ ຈາກສວນ ເມືອເຮືອນ ເພື່ອແຍກ ປະເພດ...


...ຕັດ ໝາກລຳໄຍ ທີ່ລີບ ແລະ ບໍ່ສົມບູນ ອອກຈາກພວງ.


ອີງຕາມແຕ່ລະໜ້າວຽກ, ກຳມະກອນ ຈະໄດ້ຮັບເງິນແຮງງານ ແຕ່ 150.000-250.000 ດົ່ງຕໍ່ມື້ຕໍ່ຄົນ ໃນລະດູເກັບກ່ຽວ. 


ໝາກລຳໄຍ ໄອໂດ ຈະມີຂະໜາດໃຫຍ່, ເປືອກບາງ, ເນື້ອໜາ. 


ຜະລິດຕະພັນ ໝາກລຳໄຍ ໄອໂດ ສຳເລັດຮູບ ຈະໄດ້ສົ່ງໄປຍັງ ຫຼາຍ ປະເທດ ຄື: ສປ ຈີນ, ຍີ່ປຸ່ນ, ສ. ອາເມລິກາ...

ໃນການຖອດຖອນບົດຮຽນກ່ຽວກັບການປູກໝາກລຳໄຍ ໄອໂດ ອ້າຍ ອຸດ ໃຫ້ຮູ້ວ່າ: “ໝາກລຳໄຍໄອໂດ  ເໝາະສົມກັບສະພາບອາ ກາດ ຂອງ ເຂດເຖີຍອານ. ຢາກໃຫ້ຜົນຜະລິດສູງ, ຜູ້ປູກ ຕ້ອງເອົາ ໃຈໃສ່ໃນການບົວລະບັດຮັກສາ ແລະ ສີດຢາປ້ອງກັນສັດຕູພືດ ຖືກ ຕາມເຕັກນິກ. ຫຼັງຈາກເກັບກ່ຽວແລ້ວ, ຕ້ອງປະຕິບັດການດູແລ ບົວ ລະບັດ. ພິເສດ, ຕ້ອງຖິ້ມໜ່ວຍລີບ ແລະ ບໍ່ສົມບູນ ອອກ, ປະໄວ້ ໜ່ວຍທີ່ສົມບູນ. ເຮັດຄືແນວນັ້ນ, ໝາກລຳໄຍ ຈະມີໜ່ວຍໃຫຍ່, ສີ ສັນ ຈັບຕາກວ່າ”.
 
ໃນລະດູເກັບກ່ຽວໝາກລຳໄຍ, ບັນດາເຈົ້າຂອງສວນຢູ່ ເຖີຍອານ ຕ້ອງຈ້ອງກຳມະກອນ ຈຳນວນຫຼາຍ. ຂຶ້ນກັບວຽກງານ, ຜູ້ໜຶ່ງ ຈະ ໄດ້ ຮັບຄ່າແຮງງານ ແຕ່ 150.000-250.000 ດົ່ງຕໍ່ມື້.
 
ປະຈຸບັນ, ເຈົ້າຂອງສວນຫຼາຍຄົນຢູ່ ເຖີຍອານ ກໍ່ຄືໃນເຂດຕ່າງໆ ຢູ່ ເກິ່ນເທີ ພວມຫັນປ່ຽນວິທີການເພາະປູກໝາກລຳໄຍ ໄອໂດ. ທ່ານ ຫງວຽນວັນຈຸງ, ປະທານສະມາຄົມຊາວກະສິກອນ ເມືອງ ໂອມົນ ໃຫ້ຮູ້ວ່າ: “ປະສິດທິຜົນທາງດ້ານເສດຖະກິດ ຂອງ ໝາກລຳໄຍ ໄອ ໂດ ແມ່ນສູງ, ສະນັ້ນພວກຂ້າພະເຈົ້າກຳລັງຂະຫຍາຍ ເນື້ອທີ່ປູກ ໝາກລຳໄຍ ໄອໂດ ໃນຊຸມປິຈະມາເຖິງ. ອຳນາດປົກຄອງທ້ອງຖິ່ນ ຈະມີການຊ່ວຍເຫຼືອໃນການໃຫ້ກູ້ຢືມເງິນ ກໍ່ຄືແນະນຳເຕັກນິກ ເພື່ອ ໃຫ້ເຈົ້າຂອງສວນຫຼາຍຄອບຄົວມີຄວາມ ເຊື່ອໝັ້ນ ໃນການປູກ ໝາກລຳໄຍ ໄອໂດ”.
ບົດ: ຫງວຽນແອງ - ພາບ: ຫງວຽນລວນ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top