• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຜົນງານອັນດີເດັ່ນຂອງຂະແໜງບູຮານຄະດີວິທະຍາ ຫວຽດນາມ ພາຍຫຼັງສະຕະວັດໜຶ່ງ

ດ້ວຍເຄື່ອງບູຮານ 300 ຊິ້ນທີ່ໄດ້ຮັບຖືເປັນຜົນງານອັນດີເດັ່ນທີ່ສຸດໃນກວ່າສະຕະວັດໜຶ່ງຂອງ ຂະແໜງງບູຮານຄະດີ ວິທະຍາ ຫວຽດນາມ, ຫ້ອງວາງສະແດງເຄື່ອງບູຮານທີ່ມີຫົວຂໍ້ “ຂອງປະເສີດຂອງຂະແໜງບູຮານຄະດີວິທະຍາ ຫວຽດນາມ” ທີ່ຫໍພິພິທະພັນປະຫວັດສາດ ຫວຽດນາມ (ຮ່າໂນ້ຍ) ໄດ້ດຶງດູດຄວາມສົນໃຈແບບພິເສດຂອງທ່ານຜູ້ຊົມພາຍໃນ ແລະ ຕ່າງປະເທດ.
ບັນດາວັດຖຸບູຮານທີ່ໂດດເດັ່ນແຕ່ສະໄໝຍຸກດຶດດຳບັນເຖິງ ສະໄໝ ເລຈຸງຮືງ (ສະຕະວັດທີ 17-18) ໄດ້ຮັບການຄັດເລືອກ ແລະ ເອົາມາແນະນຳກັບມະຫາຊົນດ້ວຍ 3 ເນື້ອໃນຕົ້ນຕໍ່ ແມ່ນ: ຂອງປະເສີດຂອງຂະແໜງບູຮານຄະດີວິທະຍາ ສະໄໝ ຍຸກດຶດດຳບັນ; ຂອງປະເສີດຂອງຂະແໜງບູຮານຄະດີວິທະຍາສະໄໝ ໂລຫະ ແລະ ຂອງປະເສີດຂອງຂະແໜງ ບູຮານຄະດີ ວິທະຍາ ສະໄໝປະຫວັດສາດ.
 
ບັນດາວັດຖຸບູຮານໄດ້ຈັດວາງຕາມຫົວຂໍ້ ແຕ່ສະໄໝຍຸກດຶດດຳບັນ ເຖິງສະໄໝສັກດີນາຢູ່ ຫວຽດນາມ. ຂອງປະເສີດຂອງ ຂະແໜງບູຮານຄະດີວິທະຍາ ຫວຽດນາມ ສະໄໝ ຍຸກດຶດດຳ ບັນ ໄດ້ສຸມໃສ່ແນະນຳບັນດາເຄື່ອງບູຮານທີ່ໂດດເດັ່ນຄື: ເຄື່ອງມືຮັບໃຊ້ໃຫ້ແກ່ການອອກແຮງງານ, ເຄື່ອງແຕ່ງຕົວ ທີ່ເຮັດດ້ວຍຫີນ, ເຄື່ອງປັ້ນດິນເຜົາ ແລະ ອື່ນໆ.
 
ຂອງປະເສີດຂອງຂະແໜງບູຮານຄະດີວິທະຍາ ຫວຽດນາມ ສະໄໝ ໂລຫະ ມີສູນກາງວັດທະນະທຳຄົ້ນຄວ້າ ປະຫວັດສາດເດີມ 3 ແຫ່ງແມ່ນວັດທະນະທຳ ໂດງເຊີນ ຢູ່ພາກເໜືອ, ວັດທະນະທຳ ຊາຮວິ່ງ ຢູ່ພາກກາງ ແລະ ວັດທະນະທຳ ໂດ່ງນາຍ ຢູ່ພາກໃຕ້. ວັດທະນະທຳ ໂດງເຊີນ ແມ່ນພື້ນຖານວັດທະນະທຳ ສະໄໝ ໂລຫະ, ມັນກຳເນີດ ອອກມາ ແລະ ມີການພັດທະນາ ແບບ ໂດຍກົງຈາກພື້ນຖານ ວັດທະນະທຳຂອງຂົງເຂດແມ່ນຳ້ ໂຮ່ງ, ແມ່ນຳ້ ໝາ໋ ແລະ ແມ່ນຳ້ ລາມ ຢູ່ພາກເໜືອ ຫວຽດນາມ. ບັນດາວັດຖຸບູຮານ ທີ່ໄດ້ຈັດວາງຕາມຫົວຂໍ້ດັ່ງກ່າວ ລວມມີ: ສາຍແຂນ, ຕຸ້ມຫູທີ່ເຮັດດ້ວຍຫີນ ຂຶ້ນກັບວັດທະນະທຳ ຝຸ່ງຫງວຽນ, ໂດ່ງເດົ້າ; ກອງທອງ ຊາວວ່າງ-ແທງຮວ໋າ, ໄຫທອງ, ລະຄັງທອງ ຂຶ້ນກັບວັດທະນະທຳ ໂດງເຊີນ ແລະ ອື່ນໆ.


ງານວາງສະແດງດ້ວຍຫົວຂໍ້ “ຂອງປະເສີດຂອງຂະແໜງ ບູຮານຄະດີວິທະຍາ ຫວຽດນາມ” ໄດ້ຈັດຂຶ້ນທີ່ຫໍພິພິຕະພັນ ປະຫວັດສາດ ຫວຽດນາມ (ຮ່າໂນ້ຍ).


ມູມໜຶ່ງໃນງານວາງສະແດງ.


ຜູ້ມາທ່ຽວຈະໄດ້ຊົມເບິ່ງ ກອງ ຊາວວ່າງ (ກອງທອງ) ຂອງ ວັດທະນະທຳ ໂດງເຊີນ, ຫ່າງຈາກນີ້ 2.500-2.000 ປີ.
ກອງທອງ ໄດ້ຄົ້ນເຫັນທີ່ເທດທະບານ ຊາວວ່າງ,ເມືອງ ເຖາະຊວນ, ແຂວງ ແທງຮວ໋າ.



ຫີບສົບໜ່ວຍໜຶ່ງໄດ້ຄົ້ນເຫັນໃນສຸສານແຫ່ງໜຶ່ງທີ່ຕາແສງ ເຈົາການ, ມີລວງຍາວແຕ່ 1,85-2,32 ແມັດ,
ມີເສັ້ນຜ່າສູນ ກາງ 0,5 ແມັດ. ໃນສຸສານແຫ່ງນີ້ ຍັງມີວັດຖຸບູຮານຫຼາຍຊິ້ນທີ່ເຮັດດ້ວຍທອງຄື: ຂວານ, ຫອກ, ແວ່ນ...
ແລະ ວັດຖຸບູຮານຈຳນວນໜ່ຶງທ່ີເຮັດດ້ວຍໄມ້ໄຜ່, ໄມ້, ເຄື່ອງປັ້ນດິນເຜົາ.



ຜູ້ມາທ່ຽວຈະໄດ້ຊົມເບິ່ງ ໝາກສົບໄຖທີ່ເຮັດດ້ວຍທອງ ຂຶ້ນກັບວັດທະນະທຳ ໂດງເຊີນ, ຫ່າງຈາກນີ້
ປະມານ 2.500-2.000 ປີ, ໄດ້ຄົ້ນເຫັນທີ່ຕາແສງ ໂກລວາ, ເມືອງ ໂດງແອ໋ງ, ຮ່າໂນ້ຍ.



ກອງ ຝູ໋ເຟືອງ I ທີ່ເຮັດດ້ວຍທອງ, ຂຶ້ນກັບວັດທະນະທຳ ໂດງເຊີນ, ຫ່າງຈາກນີ້ ປະມານ 2.500 2.000 ປີ.
ໄດ້ຄົ້ນເຫັນທີ່ຕາແສງ ຝູ໋ເຟືອງ, ເມືອງ ບາວີ່, ຮ່າໂນ້ຍ ເມື່ອປີ 1973.



ຜູ້ມາທ່ຽວພວມຊົມເບິ່ງວັດຖຸບູຮານດ້ວຍແວ່ນຂະຫຍາຍ Linga. ສະຕະວັດທີ 8-9, ເມືອງ ກາດຕຽນ, ແຂວງ ເລິມໂດ່ງ. 

ວັດທະນະທຳ ຊາຮວິ່ງ ເປັນໜຶ່ງໃນ 3 ສູນກາງວັດທະນະທຳຄົ້ນຄວ້າປະຫວັດສາດເດີມ ສະໄໝ ໂລຫະ ຫວຽດນາມ. ບັນດາວັດຖຸບູຮານທີ່ໄດ້ວາງສະແດງຢູ່ທີ່ນີ້ ລວມມີ ສາຍແຂນ ທີ່ເຮັດດ້ວຍແກ້ວ, ຄົ້ນເຫັນຢູ່ ຊາຮວິ່ງ, ແຂວງ ກວາງຫງາຍ; ເກນໄຫ ມີຝາ ໄດ້ຄົ້ນເຫັນຢູ່ ດົ່ງເກື່ອມ, ແຂວງ ບິ່ງດິ້ງ; ໂຄມໄຟເຮັດດ້ວຍເຄື່ອງປັ້ນດິນເຜົາ, ສາຍແຂນເຮັດດ້ວຍແກ້ວ ແລະ ອື່ນໆ.
 
ຂົງເຂດວາງສະແດງວັດທະນະທຳ ໂດ່ງນາຍ ໄດ້ແນະນຳວັດຖຸບູຮານຈຳນວນໜ່ຶງຄື: ກຸ່ມວັດຖຸບູຮານຂອງ ເຂດຮ່ອງຮອຍ ໂຣ່ງກາໂວ່ ປີ 1994 (ສາຍແຂນ, ຕຸ້ມຫູທີ່ເຮັດ ດ້ວຍຫີນ); ສາຍແຂນ, ແຫວນ, ໃບຄຳເປັນວັດຖຸບູຮານທີ່ເຮັດດ້ວຍຄຳ ອັນທຳອິດຢູ່ ຫວຽດນາມ; ບັນດາເຄື່ອງປັ້ນດິນເຜົາຄື ໝໍ້, ຂາຢັ່ງ; ກຸ່ມວັດຖຸບູຮານຂອງເຂດຮ່ອງຮອຍ ລອງເຊີນ(ບ່າເຣ້ຍ-ຫວູງເຕົ່າ); ກຸ່ມວັດຖຸບູຮານຂອງເຂດຮ່ອງຮອຍ ຫງໍ່ໂອຈົ່ວ (ລອງອານ).

ຢູ່ທີ່ນີ້ ກໍ່ໄດ້ວາງສະແດງ ກອງທອງ ໂດງເຊີນ ຈຳນວນໜຶ່ງ ທີ່ຄົ້ນເຫັນຢູ່ ຝູ໋ແຈງ-ບິ່ງເຢຶອງ, ສິ່ງດັ່ງກ່າວ ສະແດງໃຫ້ເຫັນການພົບປະສ້າງສັນທີ່ກວ້າງຂວາງລະຫວ່າງບັນດາສູນກາງວັດທະນະທຳ ໃນສະໄໝ ໂລຫະ ຢູ່ ຫວຽດນາມ.
 
ຂອງປະເສີດຂອງຂະແໜງ ບູຮານຄະດີ ວິທະຍາ ສະໄໝ ປະຫວັດສາດ ໄດ້ນຳມາແນະນຳຕໍ່ມະຫາຊົນວັດຖຸບູຮານຈຳນວນໜ່ຶງຂອງ ຫວຽດນາມ ໃນ 10 ສະຕະວັດກ່ອນ ຄຣິດຕະສັກກະຫຼາດ ພ້ອມກັບບັນດາພື້ນຖານວັດທະນະທຳຄື:ວັດທະນະທຳ ຈຳບາ ແລະ ມໍລະດົກວັດທະນະທຳໂລກ ໝີ໋ເຊີນ; ວັດທະນະທຳ ອອກແອວ-ຝູ່ນາມ.



ຮູບປັ້ນສັດທີ່ເຮັດດ້ວຍທອງ, ຫ່າງຈາກນີ້ ປະມານ 2.500 ປີ, ຄົ້ນເຫັນທີ່ ຢົກຈົ່ວ, ເມືອງ ເຕິນອວຽນ, ແຂວງ ບິ່ງເຢືອງ
ເມື່ອປີ 1977, ຂຶ້ນກັບວັດທະນະທຳ ໂດ່ງນາຍ.



ລູກທະນູທີ່ເຮັດດ້ວຍທອງ ແລະ ຫີນ, ຫ່າງຈາກນີ້ 2.500-2.000 ປີ, ຄົ້ນເຫັນທີ່ຕາແສງ ໂກລວາ, ເມືອງ ດົງແອງ, ຮ່າໂນ້ຍ.


ຕົວແບບເຮືອນທີ່ໄດ້ກໍ່ດ້ວຍດິນເຜົາ, ແຕ່ສະຕະວັດທີ 1-3, ໄດ້ທ່ານ Bezacier ຄົ້ນເຫັນຢູ່ ເກົ່າໄຢ,
ຮ່າໂນ້ຍ ເມື່ອເດືອນ ມີນາ 1936.  



ໄຫໃຫຍ່ທີ່ເຮັດດ້ວຍທອງ, ແຕ່ສະຕະວັດທີ 1-3, ຄົ້ນເຫັນຢູ່ ເມືອງ ຝູ໋ຊວຽນ, ຮ່າໂນ້ຍ.


ມູມໜຶ່ງທີ່ວາງສະແດງຮູບປັ້ນດ້ວຍຫີນຂອງ ຈຳບາ ໃນຫວ່າງເວຫາຂອງ
“ຂອງປະເສີດຂອງຂະແໜງ ບູຮານຄະດີ ວິທະຍາ ຫວຽດນາມ”.



ຮູບປັ້ນສິງໂຕເຮັດດ້ວຍຫີນ, ແຕ່ສະຕະວັດທີ 12-13, ຄົ້ນເຫັນທີ່ ທາບເໝີມ,​ ແຂວງ ບິ່ງດິ້ງ, ຂຶ້ນກັບວັດທະນະທຳ ຈຳບາ.


Shiva yogi ທີ່ເຮັດດ້ວຍ ຫີນ, ແຕ່ສະຕະວັດທີ 12-13, ຄົ້ນເຫັນທີ່ ທາບເໝີມ,​ ແຂວງ ບິ່ງດິ້ງ ເມື່ອປີ 2011,
ຂຶ້ນກັບວັດທະນະທຳ ຈຳບາ.



Linga ທີ່ເຮັດດ້ວຍຫີນແຂ້ວໜູມານ, ແຕ່ສະຕະວັດທີ 8-9, ຄົ້ນເຫັນທີ່ເມືອງ ກາດຕຽນ, ແຂວງ ເລີມດົ່ງ.


(ແຕ່ຊ້າຍຫາຂວາ) ໂຖ ຕີ່ບ່າ, ຮູບປັ້ນແມ່ຍິງຂຶ້ນກັບຊົ້ນຊັ້ນ ຂຸນນາງ, ການຳ້ (ເຮັດດ້ວຍເຄື່ອງປັ້ນດິນເຜົາ ຮວາລາມ),
ຂຶ້ນກັບສະໄໝເຈົ້າຊີວິດ ເລ, ສະຕະວັດທີ 15. ຄົ້ນເຫັນໃນກຳປັ່ນເກົ່າລຳໜຶ່ງ ຢູ່ ກູ່ລາວຈ່າວ,
ໂຮ້ຍອານ, ກວາງນາມ ເມື່ອປີ 1997-2000.

ຫວ່າງເວຫາທີ່ວາງສະແດງຂອງປະເສີດຂອງຂະແໜງບູຮານຄະດີວິທະຍາ ຫວຽດນາມ ສະໄໝສັກດີນາ ຈະແນະນຳຕໍ່ສາມັນຊົນວັດຖຸບູຮານ ຈຳນວນໜຶ່ງຄື: ດິນຂໍ ອວຽນເອືອງ (ຮວາລື-ນິງບິ່ງ), ດິນຈີ່...ພິເສດແມ່ນບັນດາວັດຖຸບູຮານໄດ້ຄົ້ນເຫັນທີ່ກຳແພງຕະກູນ ໂຮ່ (ແທງຮວາ) ແລະ ກຳແພງ ເມືອງຫຼວງ ທັງລອງ (ຮ່າໂນ້ຍ).
 
ມີຈຸດພິເສດແມ່ນວັດຖຸບູຮານຈຳນວນດັ່ງກ່າວ ໄດ້ນຳມາ ວາງສະແດງທີ່ ເຢຍລະມັນແຕ່ປີ 2016 ເຖິງເດືອນກຸມພາ 2018 ແລະ ດຶງດູດຄວາມສົນໃຈຂອງຄົນ ເຢຍລະມັນ ເປັນຈຳນວນ ມາກມາຍ. ສິ່ງດັ່ງກ່າວຊ່ວຍເຮັດໃຫ້ຄົນ ເຢຍລະມັນ ແລະ ເອີຣົບ ມີຄວາມເຂົ້າໃຈເພີ່ມເຕີມກ່ຽວກັບ ປະເທດຊາດ, ປະຫວັດສາດ, ວັດທະນະທຳ, ຜູ້ຄົນ ຫວຽດນາມ ຜ່ານບັນດາເອກະສານ, ວັດຖຸບູຮານ. ນອກຈາກບັນດາການເຄື່ອນໄຫວວາງສະແດງ, ຫວຽດນາມ ແລະ ເຢຍລະມັນ ຍັງມີການຮ່ວມມືໃນຫຼາຍຂົງເຂດຕ່າງໆ ຄື: ຄົ້ນຄວ້າຜົນງານຂອງການຮຳ່ຮຽນ, ຂຸດຄົ້ນວັດຖຸບູຮານ, ຄຸ້ມຄອງຮັກສາ, ບຳລຸງສ້າງ, ພິມຈຳໜ່າຍ ແລະ ອື່ນໆ.

ບົດ ແລະ ພາບ: ກົງດາດ-ເຈິ່ນແທງຢາງ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top