• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຜົນງານດີເດັ່ນຂອງ ຫວຽດນາມ ຢູ່ ຊີເກມ 28

ທີ່ ຊີເກມ ຄັ້ງທີ 28 ໄຂຂຶ້ນຢູ່ປະເທດ ສິງກະໂປ, ຄະນະ ນັກກິລາ ຫວຽດນາມ ຍາດໄດ້ຜົນງານດີເດັ່ນໃນການ ແຂ່ງຂັນຢູ່ຫຼາຍປະເພດກິລາ, ເປັນຕົ້ນແມ່ນບັນດາປະເພດກິລາ ໂອແລມປີກ ຄື: ລອຍນ້ຳ, ແລ່ນ, ກາຍະກຳ ແລະ ອື່ນໆ.

ລວມທັງໝົດ, ຄະນະນັກກິລາ ຫວຽດນາມ ຍາດໄດ້ 73 ຫຼຽນຄຳ, 53 ຫຼຽນເງິນ ແລະ 60 ຫຼຽນທອງ, ເປັນອັນດັບ ສາມໃນຕາຕະນາງຫຼຽນທີ່ຍາດໄດ້, ອັນດັບໜຶ່ງແມ່ນ ປະເທດ ໄທ ແລະ ອັນດັບສອງແມ່ນປະເທດເຈົ້າພາບ ສິງກະໂປ.
 
ໃນຈຳນວນ 73 ຫຼຽນຄຳຂອງຄະນະນັກກິລາ ຫວຽດນາມ, ນັກລອຍນ້ຳ ຫງວຽນທິແອງວຽນ ຍາດໄດ້ 8 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ, ທຳລາຍສະຖິຕິຂອງ ຊີເກມ 8 ປະເພດ. ລາວເປັນນັກກິລາຍາດໄດ້ຫຼາຍຫຼຽນທີ່ສຸດໃຫ້ຄະນະນັກກິລາ ຫວຽດນາມ ແລະ ກໍ່ເປັນນັກກິລາຍາດໄດ້ຫຼຽນຄຳ ຫຼາຍທີສອງຂອງ ຊີເກມ, ໜ້ອຍກວ່ານັກກິລາ Joseph Schooling ຂອງ ສິງກະໂປໜຶ່ງຫຼຽນເທົ່ານັ້ນ. 

ນັກລອຍນ້ຳ ຫງວຽນທິແອງວຽນຍາດໄດ້ຫຼຽນຄຳ
ໃນປະເພດກິລາລອຍແບບແມງກະເບື້ອໄລຍະທາງ 200 ແມັດສຳລັບຍິງ. ພາບ: ກວັກແຄງ/VNA


ນັກກິລາ ໂດ໋ທິຖາວ ດີໃຈທີ່ໄດ້ຮັບຫຼຽນຄຳ ໃນປະເພດ
ກິລາ ແລ່ນໄລຍະທາງ 1.500 ແມັດສຳລັບຍິງ. ພາບ: ກວັກແຄງ/VNA


ນັກກິລາ ຫງວຽນວັນລາຍ (ໝາຍເລກເສື້ອ 325) ຍາດໄດ້ ຫຼຽນຄຳໃນປະເພດກິລາແລ່ນ
ໄລຍະທາງ 5.000 ແມັດ ສຳລັບຊາຍ. ພາບ: ກວັກແຄງ/VNA


ນັກກິລາ ຟານທິຮ່າແທງ ຍາດໄດ້ຫຼຽນຄຳໃນປະເພດກິລາ
ກາຍະກຳສຳລັບຍິງ. ພາບ: ກວັກແຄງ/VNA


ນັກກິລາ ເຈີ່ນທິແລນ (ເບື້ອງຂວາ) ຍາດໄດ້ຫຼຽນຄຳໃນ
ປະເພດກິລາຟັນດາບສາມຫຼ່ຽມ ສຳລັບຍິງ. ພາບ: ກວັກແຄງ/VNA


ຄວາມດີໃຈຂອງກອງເຊຍ ຫວຽດນາມ ຢູ່ ຊີເກມ 28. ພາບ: ກວັກແຄງ/VNA
 
ນອກຈາກ ແອງວຽນ, ດິງເຟືອງແທ່ງ ກໍ່ຍາດໄດ້ ຜົນງານ ດີເດັ່ນໃນການແຂ່ງຂັນຢູ່ວິຊາກາຍະກຳ ເມື່ອຍາດໄດ້ ທັງໝົດ 4 ຫຼຽນຄຳໃນປະເພດຄານດ່ຽວ, ຄານຄູ່, ທິມ ແລະ ສະແດງຄວາມສາມາດຮອບດ້ານ.
 
ນັກກິລາ ຟານທິຮ່າແທງ ສືບຕໍ່ສະແດງຄວາມສາມາດຂອງຕົນເມື່ອຍາດໄດ້ 3 ຫຼຽນຄຳໃນວິຊາກາຍະກຳ ຢູ່ປະເພດສະແດງຄວາມສາມາດຮອບດ້ານສຳລັບຍິງ, ຂົວຕີລັງກາ, ໂດດຄ້ຳມື ແລະ ໜຶ່ງຫຼຽນທອງປະເພດ ສະແດງກາຍະກຳ. ລວມທັງໝົດ, ທິມກາຍະກຳຍາດໄດ້ 9 ຫຼຽນຄຳມາໃຫ້ແກ່ຄະນະກິລາຫວຽດນາມ.
 
ວິຊາຟັນດາບ ແລະ Rowing ບັງເອີນກາຍເປັນຄວາມ ເອກອ້າງທະນົງໃຈຂອງຄະນະກິລາ ຫວຽດນາມ ເມື່ອບັນດານັກກິລາຍາດມາໄດ້ 8 ຫຼຽນຄຳຢູ່ທຸກໆ ປະເພດ, ສະແດງ ໃຫ້ເຫັນການພັດທະນາ ຢ່າງກະໂດດ ຂັ້ນຖ້າທຽບກັບ ຊີເກມ ຫຼາຍຄັ້ງກ່ອນ.
 
ວິຊາແລ່ນ ແລະ ລານສືບຕໍ່ແມ່ນທ່າແຮງຂອງ ຫວຽດນາມດ້ວຍ 11 ຫຼຽນຄຳ, 15 ຫຼຽນເງິນ ແລະ 8 ຫຼຽນທອງ, ທຳລາຍ 7 ສະຖິຕິຂອງ ຊີເກມ. ຢູ່ວິຊາມວນທຸກປະເພດ, Judo ຍາດໄດ້ 2 ຫຼຽນຄຳ, Pencak Silat ຍາດໄດ້ 3 ຫຼຽນຄຳ.
 
ໃນນັ້ນ, Taekwondo ສືບຕໍ່ເປັນ “ຄວາມສາມາດ ຈຳເພາະ” ຂອງ ຫວຽດນາມ ດ້ວຍ 5 ຫຼຽນຄຳ, ຫຼາຍກວ່າໝູ່ໃນປະເພດກິລາມວຍ.
ປະຕິບັດໂດຍ: VNA/VNP

bichlien

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top