• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຜູ້ແຕ້ມປ້າຍໂຄສະນາດ້ວຍສີນຳ້ມັນສຸດທ້າຍຢູ່ ໄຊງ່ອນ

ກວ່າ 30 ປີທຳອາຊີບແຕ້ມປ້າຍຮ້ານ, ປ້າຍໂຄສະນາດ້ວຍ ສີນຳ້ມັນ, ພໍ່ເຖົ້າ ຫງວຽນເຖ໋ມິງ ມີນາມວ່າ ຮວ່າຍມິງເຟືອງ ເປັນໜຶ່ງໃນຈຳນວນນ້ອຍຄົນຢູ່ ໄຊງ່ອນ ຍັງຮັກສາອາຊີບແຕ້ມປ້າຍໂຄສະນາເກົ່າ ຜ່ານບັນດາລາຍແຕ້ມທີ່ດີເດັ່ນ.
ພໍ່ເຖົ້າ ເຟືອງ ໃຫ້ຮູ້ວ່າ ເມື່ອຍັງຮຽນຢູ່ມັດທະຍົມ,​ ລາວພົບເຫັນນັກແຕ້ມ ຮວາເຫວ້ ພວມນັ່ງແຕ້ມຢູ່ຖະໜົນ ຟານດິ່ງຝຸ່ງ ແລ້ວກາຍເປັນລູກສິດຂອງເພິ່ນ. ຕໍ່ມາ, ດ້ວຍການຊ່ວຍເຫຼືອຂອງນັກແຕ້ມ ຫວູຈ້ອງເຮີບ, ເປັນທີ່ແຮກສ່ຽວເປັນອ້າຍ ນ້ອງກັບພໍ່ລາວ, ລາວຈຶ່ງກາຍເປັນນັກແຕ້ມສີນຳ້ມັນທີ່ດີເດັ່ນ ຄົນໜຶ່ງ.

ລາວໃຫ້ຮູ້ເຕີມອີກວ່າ ຫຼາຍສີບປີກ່ອນ, ເມື່ອເຕັກໂນໂລຊີ, ເຕັກນິກຍັງບໍ່ທັນພັດທະນາຄືປະຈຸບັນ, ລາວຍັງໄດ້ລູກຄ້າຢູ່ ໄຊງ່ອນ ຈ້າງມາແຕ້ມປ້າຍຮ້ານຂາຍເຄື່ອງ, ປ້າຍໂຄສະນາ, ຊື່ບໍລິສັດ, ປ້າຍຮ້ານຂາຍເຝີ... ບາງເທ່ືອ, ມີລູກຄ້າຢູ່ຂົງເຂດ ຕ່າງໆ ເອີ້ນມາ ລາວກໍ່ໄປໝົດ, ບໍ່ວ່າແມ່ນມື້ແດດຮ້ອນ ຫຼື ມື້ຝົນຕົກ. 

ພໍ່ເຖົ້າ ຮວ່າຍມິງເຟືອງ, ອາຍຸ 67 ປີ, ພັກຢູ່ເມືອງ 6, ນະຄອນ ໂຮ່ຈີມິນ ໄດ້ຮູ້ເຖິງເປັນໜຶ່ງໃນຈຳນວນນ້ອຍຄົນຢູ່ ໄຊງ່ອນ
ຍັງຮັກສາອາຊີບແຕ້ມປ້າຍໂຄສະນາເກົ່າ ຜ່ານບັນດາລາຍແຕ້ມທີ່ດີເດັ່ນ.



ແຕ່ລະມື້, ພໍ່ເຖົ້າ ຮວ່າຍມິງເຟືອງ ໄປແຕ້ມປ້າຍໂຄສະນາດ້ວຍສີນຳ້ມັນ ຢູ່ໄຊງ່ອນ. 


ນຳ້ສີຫຼາຍຊະນິດ ໄດ້ພໍ່ເຖົ້າ ເຟືອງ ນຳໃຊ້ໃຫ້ແກ່ວຽກງານ ຂອງຕົນ.


ພໍ່ເຖົ້າ ເຟືອງ ໃຫ້ຮູ້ວ່າ ຂັ້ນຕອນການແຕ້ມຮ່າງບົດເນື້ອໃນ ແມ່ນຂັ້ນຕອນທີ່ຍາກກວ່າໝູ່.


ຂັ້ນຕອນການແຕ້ມຕົວໜັງສື, ຕົວເລກ.


ພໍ່ເຖົ້າ ເຟືອງ ແຕ້ມປ້າຍຊື່ບໍລິສັດໃຫ້ແກ່ບໍລິສັດໜຶ່ງດ້ວຍຄວາມຕັ້ງໃຈ.


ສອງພໍ່ລູກ ພ້ອມກັນອອກແບບປ້ານຮ້ານຂາຍເຄື່ອງໃຫ້ແກ່ລູກຄ້າຄົນໜຶ່ງຢູ່ເມືອງ ບິ່ງແຈງ.

ຊຸມປີມໍ່ໆ​ ມານີ້, ເມື່ອເຕັກໂນໂລຊີ ພັດທະນາຂຶ້ນ, ຫຼາຍຄົນ ນຳໃຊ້ປ້າຍເອເລັກຕໂຣນິກແລ້ວ, ອາຊີບແຕ້ມປ້າຍຮ້ານຂອງ ລາວຄ່ອຍໆ ຖືກຫຼົງລືມ. ແຕ່ລາວຍັງຕັດສິນໃຈຮັກສາອາຊີບ ຂອງຕົນ. ປະຈຸບັນ, ລູກຄ້າຂອງລາວສ່ວນຫຼາຍແມ່ນຜູ້ທີ່ມີ ຄວາມຮັກມັກກັບສິລະປະແຕ້ມຂອງລາວ ຫຼື ເຂົາເຈົ້າຢາກສ້າງ ຈຸດແຕກຕ່າງກັບປ້າຍຮ້ານຂອງຜູ້ອ່ືນ. ອີກດ້ານໜ່ຶງ, ເຂົາເຈົ້າ ຢາກເຊີນລາວມາແຕ້ມໃຫ້ກໍ່ຍ້ອນນັບຖືຜູ້ທີ່ພວມຮັກສາອາຊີບ ເກົ່າຄົນໜຶ່ງ, ເຂົາເຈົ້າຮັກແພງລາວກໍ່ຍ້ອນລາວເປັນຄົນທີ່ ຈິງໃຈ ແລະ ມີຄວາມໃກ້ຊິດ.

ພໍ່ເຖົ້າ ເຟືອງ ໃຫ້ຮູ້ວ່າ ນອກຈາກການແຕ້ມ, ການແຕ່ງກາບ ກອນ ກໍ່ແມ່ນຄວາມມັກຂອງລາວຕັ້ງແຕ່ຍາມນ້ອຍ. ຖ້າລູກຄ້າ ຜູ້ໃດ ມີຄວາມຕ້ອງການ, ລາວກໍ່ສາມາດຂຽນກາບກອນ 2-3 ຄຳໃສ່ປ້າຍຮ້ານໄດ້. 


ປ້າຍໂຄສະນາຈຳນວນໜຶ່ງ ໂດຍພໍ່ເຖົ້າ ຮວ່າງມິງເຟືອງ ແຕ້ມ:













ຕາມທຳມະດາ, ປ້າຍຮ້ານທີ່ພໍ່ເຖົ້າ ເຟືອງ ແຕ້ມຈະມີອາຍຸ ການນຳໃຊ້ຂຶ້ນເຖິງ 5-7 ປີ.
ຫຼັງຈາກທີ່ແຕ້ມແລ້ວໆ, ລາວກໍ່ຈະສີດນຳ້ສີຕ້ານເປັນຂີ້ໝ້ຽງ, ສະນັ້ນ ປ້າຍຮ້ານທີ່ລາວເຮັດຈະມີອາຍຸການນຳໃຊ້ຂຶ້ນເຖິງ 5-7 ປີ. ຖ້າປ້າຍຮ້ານຖືກຕົກສີ, ເປື້ອນ, ເຮົາພຽງແຕ່ເຊັດໃຫ້ ສະອາດແລ້ວທາສີໃໝ່ໃສ່ ກໍ່ແລ້ວ.
 
ໃນຈຳນວນລູກຊາຍ 3 ຄົນຂອງຕົນ, ມີແຕ່ລູກຊາຍຜູ້ທີ 2 ແມ່ນທ້າວ ຫງວຽນເຖ໋ກວາງ ໄດ້ສືບຖອດອາຊີບແຕ້ມປ້າຍໂຄສະນາຂອງຄອບຄົວເທົ່ານັ້ນ.

ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ 

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top