ພໍ່ເຖົ້າ ເຟືອງ ໃຫ້ຮູ້ວ່າ ເມື່ອຍັງຮຽນຢູ່ມັດທະຍົມ, ລາວພົບເຫັນນັກແຕ້ມ ຮວາເຫວ້ ພວມນັ່ງແຕ້ມຢູ່ຖະໜົນ ຟານດິ່ງຝຸ່ງ ແລ້ວກາຍເປັນລູກສິດຂອງເພິ່ນ. ຕໍ່ມາ, ດ້ວຍການຊ່ວຍເຫຼືອຂອງນັກແຕ້ມ ຫວູຈ້ອງເຮີບ, ເປັນທີ່ແຮກສ່ຽວເປັນອ້າຍ ນ້ອງກັບພໍ່ລາວ, ລາວຈຶ່ງກາຍເປັນນັກແຕ້ມສີນຳ້ມັນທີ່ດີເດັ່ນ ຄົນໜຶ່ງ.
ລາວໃຫ້ຮູ້ເຕີມອີກວ່າ ຫຼາຍສີບປີກ່ອນ, ເມື່ອເຕັກໂນໂລຊີ, ເຕັກນິກຍັງບໍ່ທັນພັດທະນາຄືປະຈຸບັນ, ລາວຍັງໄດ້ລູກຄ້າຢູ່ ໄຊງ່ອນ ຈ້າງມາແຕ້ມປ້າຍຮ້ານຂາຍເຄື່ອງ, ປ້າຍໂຄສະນາ, ຊື່ບໍລິສັດ, ປ້າຍຮ້ານຂາຍເຝີ... ບາງເທ່ືອ, ມີລູກຄ້າຢູ່ຂົງເຂດ ຕ່າງໆ ເອີ້ນມາ ລາວກໍ່ໄປໝົດ, ບໍ່ວ່າແມ່ນມື້ແດດຮ້ອນ ຫຼື ມື້ຝົນຕົກ.