• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຜູ້ເປັນເພື່ອນຂອງມໍລະດົກ ຫວຽດນາມ

ສະມາຄົມເພື່ອນມິດຂອງມໍລະດົກ ຫວຽດນາມ (Friends of Vietnam Heritage, FVH) ເປັນອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ. FVH ເຕົ້າໂຮມຖັນແຖວອາສາສະໝັກ ທີ່ເຄື່ອນໄຫວແບບບໍ່ມີກຳໄລ ດ້ວຍຈຸດປະສົງແມ່ນຄົ້ນຄວ້າ, ອະນຸລັກຮັກສາ ແລະ ໂຄສະນາເຜີຍແຜ່ບັນດາມໍລະດົກວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ.
FVH ຈັດຕັ້ງເປັນ ປະຈຳໜ້ອຍສຸດ 4 ເຫດການຕໍ່ເດືອນ, ໃນນັ້ນ ການຍ່າງຊອກຮູ້ມໍລະດົກ ຮ່າໂນ້ຍ (City walk) ແມ່ນລາຍການສຳຄັນກວ່າໝູ່. ພວກຂ້າພະເຈົ້າໄດ້ເຂົ້າຮ່ວມການເຄື່ອນໄຫວ City walk ດ້ວຍຫົວຂໍ້ “ຊອກຮູ້ສະຖາປັດ ຕະຍະກຳ ຝຣັ່ງ ທີ່ ຮ່າໂນ້ຍ” ພ້ອມກັບນັກທ່ອງທ່ຽວຕ່າງປະເທດ 10 ຄົນໂດຍທ່ານ Alvaro Grana, ອາສາສະໝັກມາຈາກປະເທດ ແອສະປາຍ ເປັນຜູ້ນຳພາ. ໄປນຳທ່ານ Alvaro, ພວກຂ້າພະເຈົ້າ ຍ່າງຂ້າມຜ່ານຖະໜົນຫຼາຍສາຍຢູ່ໃຈກາງ ຮ່າໂນ້ຍເພື່ອຊອກຮູ້ກ່ຽວກັບບັນດາກິດຈະກຳທີ່ໄດ້ອອກແບບຕາມສະຖາປັດຕະຍະກຳຂອງ ຝຣັ່ງ ຄື: ໂຮງມະໂຫລະສົບໃຫຍ່, ມະຫາວິທະຍາໄລສັງລວມ, ສຳນັກງານຂອງກະຊວງການຕ່າງປະເທດ.


ໂຮງມະໂຫລະສົບ ຮ່າໂນ້ຍ, ກິດຈະກຳທີ່ໄດ້ອອກແບບຕາມສາຕະປັດຕະຍະກຳຂອງ ຝຣັ່ງ, ເປັນມໍລະດົກວັດທະນະທຳໜຶ່ງຂອງ ຫວຽດນາມ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຈາກເພື່ອນມິດສາກົນ.


ມະຫາວິທະຍາໄລສັງລວມ ຮ່າໂນ້ຍ ຫຼັງເກົ່າ-ເປັນມໍລະດົກ
ວັດທະນະທຳແຫ່ງໜຶ່ງຂອງ ຫວຽດນາມ ໄດ້ອອກແບບຕາມສະຖາປັດຕະຍະກຳຂອງ ຝຣັ່ງ. 



ໃນແຜນການ City walk ຂອງ FVH, ນັກທ່ອງທ່ຽວຕ່າງປະເທດ ຈະໄດ້ຊອກຮູ້ກ່ຽວກັບວັດທະນະທຳ, ຄວາມເຊື່ອຖືດ້ານສາສະໜາ ຂອງຄົນ ຫວຽດນາມ ໃນເວລາມາຢ້ຽມຢາມວັດ ຫຼີກວກຊື (ຮ່າໂນ້ຍ).


ບັນດານັກທ່ອງທ່ຽວຂອງ  FVH ໄດ້ຊອກຮູ້ກ່ຽວກັບຄວາມເຊື່ອຖື ສັກກະລະບູຊາຂອງຄົນ ຫວຽດນາມ
ທີ່ວັດຫຼາຍແຫ່ງຢູ່ ຮ່າໂນ້ຍ.



FVH ມີຖັນແຖວອາສາສະໝັກຫຼາຍຄົນ, ມາຈາກຫຼາຍປະເທດໃນໂລກ. ເຂົາເຈົ້າມີຄວາມຮັກມັກກັບການຊອກຮູ້
ບັດດາມໍລະດົກວັດທະນະທຳແຫ່ງພິເສດຂອງ ຫວຽດນາມ.



ຫໍພິພິດຕະພັນປະຫວັດສາດແຫ່ງຊາດ (ຮ່າໂນ້ຍ) ເປັນສະຖານທີ່ ຊິນເຄີຍ ສຳລັບບັນດາອາສາສະໝັກຂອງ FVH.


ນາງ ເລຫວູຮ່າຈີ (ຜູ້ຂວາສຸດ) ພວມພາບັນດາກຸ່ມ ອາສາສະໝັກມາຈາກຕ່າງປະເທດ ຂອງ FVH ໄປຢ້ຽມຢາມຫໍພິພິດຕະພັນປະຫວັດສາດແຫ່ງຊາດ.


ບັນດານັກທ່ອງທ່ຽວ ຊອກຮູ້ປະຫວັດສາດຂອງ ຫວຽດນາມ ຜ່ານບັນດາວັດຖຸສິ່ງຂອງທິີ່ໄດ້ວາງສະແດງຢູ່ຫໍພິພິດຕະພັນປະຫວັດສາດແຫ່ງຊາດ.


ບັນດານັກທ່ອງທ່ຽວ ຊອກຮູ້ຂໍ້ມູນຂ່າວສານຂອງບັນດາວັດຖຸສິ່ງຂອງເກົ່າແກ່ ທິີ່ໄດ້ວາງສະແດງຢູ່ຫໍພິພິດຕະພັນປະຫວັດສາດແຫ່ງຊາດ.


ຜ່ານແຜນການ City walk, ບັນດາອາສາສະໝັກມາຈາກຕ່າງປະເທດ ໄດ້ຊອກຮູ້ບັນດາສິ່ງໃໝ່ໆ, ປະທັບໃຈ ກ່ຽວກັບປະຫວັດສາດຂອງ ຫວຽດນາມ.


ຮູບພາບແຜ່ນໜຶ່ງໄດ້ແຕ້ມກກ່ຽວກັບໄຊຊະນະແມ່ນຳ້ ແບກດັ່ງ
(ປີ 938) ສ້າງຄວາມປະທັບໃຈເປັນຢ່າງແຮງໃຫ້ແກ່ນັກທ່ອງທ່ຽວ.



ນາງ ເລຫວູຮ່າຈີ ພວມພາບັນດາກຸ່ມ ອາສາສະໝັກມາຈາກຕ່າງປະເທດ ຂອງ FVH ໄປຊອກຮູ້ກ່ຽວກັບປະຫວັດສາດຂອງ
ນະຄອນຫຼວງເກົ່າ ຮວາລື (ນິງບິ່ງ). 

ທີ່ກິດຈະກຳແຕ່ລະແຫ່ງ, Alvaro ບໍ່ພຽງແຕ່ມີການອະທິບາຍກ່ຽວກັບປະຫວັດຄວາມເປັນມາ, ຈຸດພິເສດຂອງກິດຈະກຳເທົ່ານັ້ນ, ຫາກຍັງມີການແບ່ງປັນກັບນັກທ່ອງທ່ຽວ ຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວອະນຸລັກຮັກສາມໍລະດົກ, ກໍ່ຄືຜົນສະທ້ອນຂອງມັນຕໍ່ສະຖາປັດຕະຍະກຳ ແລະ ການອອກແບບຕົວເມືອງຂອງ ຮ່າໂນ້ຍ ອີກດ້ວຍ.

ມື້ໜຶ່ງ, ພວກຂ້າພະເຈົ້າພ້ອມກັບກຸ່ມອາສາສະໝັກໂດຍນາງ ແທງລວານ ເປັນຜູ້ຮັບຜິດຊອບ ຍ່າງໄປຊອກຮູ້ມໍລະດົກທາງດ້ານມະໂນຈິດຂອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ຂະບວນການເດີນທາງເລີ່ມຕົ້ນແຕ່ ໂບດໃຫຍ່ ຮ່າໂນ້ຍ, ຂ້າມຜ່ານຖະໜົນ ຫຼີກວກຊື, ອຽນຖາຍ, ຫ່າງກວາດ ແລະ ຫ່າງໂຈງ. ຜ່ານສາຍທາງເດີນດ່ັງກ່າວ, ນັກທ່ອງທ່ຽວຈະໄດ້ຟັງເລື່ອງທີ່ໜ້າຈັບໃຈຫຼາຍບົດກ່ຽວກັບສາລາເກົ່າແກ່ຫຼາຍຫຼັງ, ໄດ້ຊອກຮູ້ກ່ຽວກັບຊີວິດການເປັນຢູ່ທາງດ້ານມະໂນຈິດຂອງຊາວນະຄອນຫຼວງ ຮ່າໂນ້ຍ. 

ນາງ Stella Ciorra, ຫົວໜ້າກຸ່ມເຫດການຂອງ FVH ໃຫ້ຮູ້ວ່າ ບັນດາກຸ່ມອາສາສະໝັກ ຈະສ້າງແຜນ ຈັດຕັ້ງການເຄື່ອນໄຫວ “City walk” ຢູ່ສະຖານທີ່ໃດໜຶ່ງຂອງ ຮ່າໂນ້ຍ. ຫົວໜ້າກຸ່ມຈະຮັບຜິດຊອບການມອບວຽກໃຫ້ສະມາຊິກແຕ່ລະຄົນ, ສ້າງແຜນຈັດຕັ້ງການເຄື່ອນໄຫວຢ່າງລາຍລະອຽດ. 

ນາງ Stella Ciorra ໃຫ້ຮູ້ວ່າ: “ຮ່າໂນ້ຍ ເປັນນະຄອນຫຼວງທີ່ມີມູນເຊື້ອວັດທະນະທຳ, ມີມໍລະດົກຫຼາຍແຫ່ງ ຕ້ອງການໄດ້ອະນຸລັກຮັກສາ ແລະ ໂຄສະນາເຜີຍແຜ່ ຢ່າງກວ້າງຂວາງ ເຖິງນັກທ່ອງທ່ຽວຕ່າງປະເທດ. ຄຽງຄູ່ກັນກັບການຈັດຕັ້ງ “City walk”, ແຕ່ລະເດືອນ, FVHຍັງຈັດຕັ້ງຫຼາຍການເຄື່ອນໄຫວຄື: ສະໂມສອນປຶ້ມ, ໄປກິນກາເຟ, ໄປເບິ່ງໜັງ ຫວຽດນາມ ຫຼື ໄປຢ້ຽມຢາມບັນດາໝູ່ບ້ານອາຊີບມູນເຊື້ອອີກດ້ວຍ”.  


ໜອງ ເກືອມ - ສັນຍາລັກຂອງນະຄອນຫຼວງ, ເປັນສະຖານທີ່
ດຶງດູດນັກທ່ອງທ່ຽວຕ່າງປະເທດ ໃນເວລາມາຢ້ຽມຢາມ ຮ່າໂນ້ຍ. 

ເສົາທຸງ ຮ່າໂນ້ຍ ນອນໃນຂະບວນການເດີນທາງ "City walk" ຂອງກຸ່ມ FVH. 

ວັດເສົາດຽວ ກໍ່ນອນໃນຂະບວນການເດີນທາງ "City walk" ຂອງກຸ່ມ FVH.

ວັນມຽວ-ກວກຕືຢາມ ກໍ່ນອນໃນຂະບວນການເດີນທາງ ຊອກຮູ້ມໍລະດົກ ຮ່າໂນ້ຍ ໂດຍFVH ເປັນຜູ້ຈັດຕັ້ງ.

ກຳແພງ ທັງລອງ-ມໍລະດົກວັດທະນະທຳ ທີ່ໄດ້ອົງການ ຢູແນສໂກ ຮັບຮອງເປັນມໍລະດົກຂອງໂລກ, ເປັນບ່ອນທ່ອງທ່ຽວທີ່ໜ້າຊົມຂອງນັກທ່ອງທ່ຽວຕ່າງປະເທດ ທີ່ມາຊອກຮູ້ກ່ຽວກັບປະຫວັດຄວາມເປັນມາຂອງບັນດາລາດຊະວົງສັກດີນາ ຫວຽດນາມ. 

FVHໄດ້ຮັບການຊ່ວຍເຫຼືອຈາກບັນດານັກປະຫວັດສາດ, ນັກຊ່ຽວຊານ, ນັກຄົ້ນຄວ້າວັດທະນະທຳຂອງ ຫວຽດນາມ. ໃນນັ້ນ, ຜູ້ທີ່ມີການເຂົ້າຮ່ວມຢ່າງຫ້າວຫັນກວ່າໝູ່ແມ່ນນັກປະຫວັດ ສາດທີ່ມີຊື່ສຽງ ເລວັນລານ. FVH ກໍ່ມີສູນເກັບຮັກສາຂໍ້ມູນຂ່າວສານແຫ່ງໜຶ່ງຢູ່ຫໍສະໝຸດ ຮ່າໂນ້ຍ (ເຮືອນເລກທີ 47 ຖະໜົນ ບ່າຈ້ຽວ). ທີ່ນີ້ ໄດ້ວາງສະແດງປຶ້ມ ແລະ ວາລະສານກ່ຽວກັບສິລະປະ, ປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ. FVH ໄດ້ພິມ ແລະ ຈຳໜ່າຍອອກປຶ້ມ 8 ຫົວທີ່ຂຽນກ່ຽວກັບວັດທະນະທຳ ຮ່າໂນ້ຍ ດ້ວຍພາສາ ອັງກິດ. ທ່ານ Jonh Reilly, ປະທານສະມາຄົມ Frends of Vietnam Heritage ຢືນຢັນວ່າ: “ເປົ້າໝາຍແຖວໜ້າຂອງພວກຂ້າພະເຈົ້າແມ່ນອະນຸລັກຮັກສາ ແລະ ພັດທະນາຄຸນຄ່າຂອງບັນດາມໍລະດົກວັດທະນະທຳ ຫວຽດນາມ, ຊ່ວຍເຮັດໃຫ້ເພື່ອນມິດສາກົນ ຮູ້ເຖິງບັນດາມໍລະດົກວັດທະນະທຳ ທີ່ດີເດ່ັນຂອງ ຫວຽດນາມ”.
 
ບົດ: ບິກເວີນ - ພາບ: ກົງດາດ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top