• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ເປັນຂົວຕໍ່ ດ້ານວັດທະນະທຳ ແລະ ການສຶກສາ ຫວຽດນາມ-ຍີ່ປຸ່ນ

ດ້ວຍການເຄື່ອນໄຫວຫຼາຍຢ່າງ ເພື່ອ ຊຸກຍູ້ການແລກປ່ຽນ ດ້ານ ວັດທະນະທຳ, ເສດຖະກິດ ລະຫວ່າງສອງປະເທດ, ຮອງ ສາດ ສະດາຈານ, ປະລິນຍາເອກ (ຮສຈ.ປອ) ໂງມິງຖຸຍ (ມະຫາ ວິທະ ຍາໄລແຫ່ງຊາດ ຮ່າໂນ້ຍ), ເມື່ອມໍ່ໆ ນີ້ ລັດຖະບານ ຍີ່ປຸ່ນ ເຊີດ ຊູເປັນໜ່ຶງໃນຈຳນວນສີ່ຄົນ ຫວຽດນາມ ມີການປະກອບສ່ວນ ເພີ່ມທະວີ ຄວາມເຂົ້າໃຈ ເຊິ່ງ ກັນ ແລະ ກັນ ລະຫວ່າງ ປະຊາ ຊົນສອງ ປະເທດ ຫວຽດນາມ-ຍີ່ປຸ່ນ ແລະ ໃນການສ້າງ ພາສາ ຍີ່ປຸ່ນ ຢູ່ ຫວຽດນາມ. 
ຮສຈ.ປອ ໂງມິງຖຸຍ ຮຽນພາສາ ລັດເຊຍ ແຕ່ຄາວຍັງນ້ອຍ, ຫຼັງ ຈາກນັ້ນ ໄດ້ກາຍເປັນຄູສອນ ຂອງ ມະຫາວິທະຍາໄລ ພາສາ ຕ່າງປະເທດ, ແຕ່ທ່ານນາງ ຍັງຄົງນຳໃຊ້ພາສາອັງກິດ-ລັດເຊຍ ຄຽງຄູ່ກັນ ໃນການສິດສອນ ແລະ ຄົ້ນຄວ້າ. ສາຍແນນທີ່ພາໃຫ້ ທ່ານນາງ ສຳຜັດກັບພາສາ ຍີ່ປຸ່ນ ແມ່ນຂະນະທີ່ພາສານີ້ ໄດ້ ຮັບ ການສອນ ຄືພາສາຕ່າງປະເທດທີ່ສອງ ຢູ່ມະຫາວິທະຍາໄລ ພາ ສາ ຕ່າງປະເທດ ໃນປີ 1992.

ປີ 1996, ທ່ານນາງ ໂງມິງຖຸຍ ເຂົ້າຮ່ວມ ສອບເສັງ ເອົາທຶນການ ສຶກສາ ຈາກລັດຖະບານ ຍີ່ປຸ່ນ. ໃນຈຸດເວລານັ້ນ, ທ່ານນາງໄດ້ ສຳເລັດ ບົດຈົບຊັ້ນ ປະລິນຍາໂທ ຂະແໜງ ພາສາ ລັດເຊຍ ແລະ ປະລິນຍາຕີ ຂະແໜງພາສາອັງກິດ. ເມື່ອອາຍຸ 32 ປີ, ທ່ານ ນາງ ຖຸຍ ເລີ່ມຮຽນພາສາ ຍ່ີປຸ່ນ. ເນື່ອງຈາກວ່າ ເປັນຄົນ ມີ ພອນ ສະຫວັນ ດ້ານພາສາສາດ ກໍຄື ເຄີຍໄດ້ຜ່ານປະສົບການ ຕົວຈິງ ໃນການສິດສອນພາສາ ລັດເຊຍ ແລະ ພາສາ ອັງກິດ ເພາະສະ ນັ້ນ ທ່ານນາງ ໄດ້ປັບຕົວຢ່າງໄວ ແລະ ສຳເລັດປະ ກາດສະນີ ຍະບັດ ຊັ້ນ ປະລິນຍາໂທ ທີ່ມະຫາວິທະຍາໄລ Tsukuba ຫຼັງ ຈາກ ສຶກສາ ມາເປັນເວລາ 4 ປີ.

ປີ 2003, ລັດຖະບານ ສອງປະເທດ ໄດ້ນຳພາສາ ຍີ່ປຸ່ນ ເຂົ້າ ສອນ ທົດລອງ ຢູ່ບັນດາໂຮງຮຽນ ຊັ້ນມັດທະຍົມຕອນຕົ້ນ ຂອງ ຫວຽດນາມ. ທ່ານນາງ ໂງມິງຖຸຍ ໄດ້ຮັບເລືອກເປັນ ຜູ້ຮ່ວມ ຫົວ ໜ້າບັນນາທິການ ສ້າງຫຼັກສູດ, ປຶ້ມສອນພາສາ ຍີ່ປຸ່ນ ໃຫ້ນັກ ຮຽນຊັ້ນມັດທະຍົມ. ພ້ອມກັບ ການພັດທະນາພາສາ ຍີ່ປຸ່ນ ຢູ່ ຊັ້ນມັດທະຍົມ, ທີ່ມະຫາວິທະຍາໄລພາສາຕ່າງປະເທດ, ທ່ານ ນາງ ໄດ້ພ້ອມກັບ ບັນດາເພື່ອນຮ່ວມງານໄດ້ພັດທະນາ ບັນດາ ຫຼັກສູດພາສາ ຍີ່ປຸ່ນ ເທື່ອລະກ້າວເຊັ່ນ: ເປີດລະບົບສ້າງຄູ ພາສາ ຍີ່ປຸ່ນ, ເປີດໂຄງການສອນພາສາ ຍີ່ປຸ່ນ ໃຫ້ແກ່ນັກຮຽນ ສະ ເພາະພາສາຕ່າງປະເທດ ຊັ້ນມັດທະຍົມ, ລະບົບຝຶກອົບຮົມ ພາ ສາ ຍີ່ປຸ່ນ ໃຫ້ແກ່ຜູ້ທັງຮຽນ ທັງເຮັດວຽກ, ບຳລຸງສ້າງ ປະລິນຍາໂທ ຮຽນ ສະເພາະພາສາ ຍີ່ປຸ່ນ, ບຳລຸງສ້າງພາສາ ຍີ່ປຸ່ນ ຄຸນນະພາບສູງ ແລະ ອື່ນໆ.


ຮສຈ.ປອ ໂງມິງຖຸຍ, ຮອງຜູ້ອຳນວຍການ ມະຫາວິທະຍາໄລ ພາ ສາຕ່າງປະເທດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ), ຜູ້ເປັນ ຂົວເຊື່ອມຕໍ່ດ້ານວັດທະນະທຳ
ລະຫວ່າງ ຫວຽດນາມ-ຍີ່ປຸ່ນ. ພາບ: ເຈິ່ນແທງຢາງ



ຕາງໜ້າມະຫາວິທະຍາໄລ ພາສາຕ່າງປະເທດ, ຮສຈ.ປອ ໂງມິງ ຖຸຍ ໄດ້ຮັບໃບຍ້ອງຍໍ ຈາກ ສະຖານທູດ ຍ່ີປຸ່ນ ກ່ຽວກັບ ການປະ ກອບສ່ວນ ຂອງໂຮງຮຽນ ຕໍ່ການເຄື່ອນໄຫວ
ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນ ດ້ານການທູດ ລະຫວ່າງສອງ ປະເທດ. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້



ກຸ່ມນັກຊ່ຽວຊານ ຍີ່ປຸ່ນ ແລະ ຫວຽດນາມ ເຂົ້າຮ່ວມການຮຽບ ຮຽງ ປຶ້ມສອນພາສາ ຍີ່ປຸ່ນ ຊັ້ນປະຖົມ. ພາບ: ເອກະສານໂດຍ ຜູ້ກ່ຽວສະໜອງໃຫ້


ຊຸດປຶ້ມສອນພາສາ ຍີ່ປຸ່ນ ຊັ້ນປະຖົມ ໂດຍ ຮສຈ.ປອ ໂງມິງຖຸຍ ເປັນຫົວໜ້າບັນນາທິການ. ພາບ: ເຈິ່ນແທງຢາງ


ຮສຈ.ປອ ໂງມິງຖຸຍ ເຮັດວຽກກັບພະນັກງານ ຂອງ ຫ້ອງການ ປະຕິບັດງານ ການເມືອງ ນັກສຶກສາ ກະກຽມ ໃຫ້ແກ່ ການໄຂ ສົກຮຽນໃໝ່. ພາບ: ເຈິ່ນແທງຢາງ


ກຸ່ມນັກສຶກສາອາສາສະໝັກ ຖ່າຍຮູບຮ່ວມກັບ ຮສຈ.ປອ ໂງມິງ ຖຸຍ ໃນງານສຳມະນາ ການສຶກສາ ຍີ່ປຸ່ນ JASSO 2018.  ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້

ຜ່ານຜ່າຄວາມຫຍຸ້ງຍາກຫຼາຍປະການ, ເທື່ອລະກ້າວ ທ່ານນາງ ຖຸຍ ພ້ອມກັບເພື່ອນຮ່ວມງານ ສ້າງຂະບວນການຮຽນພາສາ ຍີ່ ປຸ່ນ ໃນຂະແໜງການ ສຶກສາ ຢ່າງທົ່ວເຖິງ. ສະເພາະ ລະບົບ ການ ສຶກສາ ຊັ້ນມັດທະຍົມ: ຈາກມີພຽງໜຶ່ງຫ້ອງ ຮຽນທົດລອງ ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຈູວັນອານ ໃນປີ 2004, ມາຮອດ ປັດຈຸບັນ ໄດ້ມີນັກຮຽນ 25.000 ກວ່າຄົນ ຮຽນພາສາຍີ່ປຸ່ນ. ປັດ ຈຸບັນ ພາສາ ຍີ່ປຸ່ນ ສືບຕໍ່ໄດ້ນຳເຂົ້າສິດສອນຢູ່ ໂຮງຮຽນປະຖົມ.

ສຳລັບການສຶກສາຊັ້ນມະຫາວິທະຍາໄລ, ປີ 2012, ທ່ານນາງ ຖຸຍ ໄດ້ຖືກແຕ່ງຕັ້ງໃຫ້ເປັນເລຂາຄະນະຮຽບຮຽງ ໂຄງຮ່າງຫຼັກ ສູດ ພາສາ ຍີ່ປຸ່ນ ລະບົບມະຫາ. ທ່ານນາງ ພ້ອມກັບບັນດາ ເພື່ອນຮ່ວມງານ ໄດ້ສ້າງ ຫຼາຍຫຼັກສູດໃໝ່, ໃນນັ້ນມີຫຼັກສູດ ບຳ ລຸງສ້າງລະດັບປະລິນຍາຕີພາສາ ຍີ່ປຸ່ນ ລະບົບວິຊາຄູ. ປັດຈຸບັນ, ນີ້ຍັງເປັນຫຼັກສູດສ້າງຄູ ພາສາ ຍີ່ປຸ່ນ ສະບັບທຳອິດ ແລະ ໜຶ່ງ ດຽວ ຢູ່ບັນດາມະຫາວິທະຍາໄລ ຂອງ ຫວຽດນາມ.


ວັນທີ 23 ມິຖຸນາ 2019, ມີຊາວຫວຽດນາມ 4 ຄົນ, ໃນນັ້ນ ມີ ຮສຈ.ປອ ໂງມິງຖຸຍ ທີ່ກະຊວງການຕ່າງປະເທດ ຍີ່ປຸ່ນ ມອບ ໃບ ຍ້ອງຍໍ ຍ້ອນມີການປະກອບສ່ວນ ເພີ່ມທະວີ ຄວາມເຂົ້າໃຈ ເຊິ່ງ ກັນ ແລະ ກັນ ລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ, ກໍຄືບັນດາຜົນງານ ໃນການຝຶກອົບຮົມ ພາສາ ຍີ່ປຸ່ນ ຢູ່ ຫວຽດນາມ. 
ພ້ອມກັບການພັດທະນາບັນດາຫຼັກສູດຝຶກອົບຮົມ, ປອ ໂງມິງຖຸຍ ໄດ້ ຮ່ວມຈັດຕັ້ງ ບັນດາເຫດການ ທີ່ມີລັກສະນະສາກົນ, ໃນນັ້ນ ມີງານສຳມະນາສາກົນ ກ່ຽວກັບການຄົ້ນຄວ້າ, ສິດສອນ ພາສາ ແລະ ວັດທະນະທຳ ຍ່ີປຸ່ນ. ນີ້ແມ່ນຂົງເຂດການສຶກສາ ພາສາ ຍີ່ປຸ່ນ ມີຂອບຂະໜາດໃຫຍ່ທີ່ສຸດ ຊຶ່ງໄດ້ຮັບການຈັດຕັ້ງຢູ່ ຫວຽດ ນາມ. ດ້ວຍບັນດາການເຄື່ອນໄຫວດັ່ງກ່າວ, ຂະແໜງພາສາ ຍີ່ ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ ໄດ້ມີການປະກອບ ສ່ວນຢ່າງຫຼວງຫຼາຍ ຕໍ່ການພັດທະນາ ຂອງ ຂະແໜງການພາສາ ຍີ່ປຸ່ນ ຢູ່ຫວຽດນາມ ເວົ້າລວມ.

ນອກຈາກນັ້ນ, ປອ ໂງມິງຖຸຍ ຍັງເປັນຫົວໜ້າບັນນາທິການ ຂອງ ປຶ້ມສອນ ແລະ ເອກະສານສອນພາສາ ຍີ່ປຸ່ນຫຼາຍສະບັບ. ປັດຈຸ ບັນ, ທ່ານນາງ ເປັນຫົວໜ້າບັນນາທິການ ແລະ ເປັນນັກປະພັນ ຮ່ວມ ຂອງ ປຶ້ມພາສາ ຍ່ີປຸ່ນ 32 ສະບັບ ເພື່ອຮັບໃຊ້ ໃນການສຶກ ສາຊັ້ນມັດທະຍົມ. ທ່ານນາງ ກໍເປັນຫົວໜ້າກຸ່ມ ທັງເປັນຜູ້ຂຽນ ໂຄງການຝຶກອົບຮົມພາສາຍີ່ປຸ່ນ 5 ຫຼັກສູດສອນພາສາ ຍີ່ປຸ່ນ ທາງວິທະຍຸກະ ຈາຍສຽງ ພາສາ ຫວຽດນາມ, ປະຕິບັດໃນ 5 ປີ (2008-2013).

ປອ ໂງມິິງຖຸຍ ໄດ້ພິມຈຳໜ່າຍປຶ້ມສາເພາະ ກ່ຽວກັບສຳນວນ ພາ ສາ ຍີ່ປຸ່ນ ໂດຍສະເພາະ, ປຶ້ມກ່ຽວກັບ ວັດທະນະທຳ-ວັນນະຄະ ດີ ຍີ່ປຸ່ນ, ປຶ້ມຮຽນພາສາ ຫວຽດ ສຳລັບຄົນຍີ່ປຸ່ນ, ປຶ້ມຊອກຄົ້ນ ກ່ຽວກັບລະບົບການສຶກສາ ຫວຽດນາມ (ພິມຈຳໜ່າຍ ຢູ່ ຍີ່ປຸ່ນ). ຄຽງຂ້າງນັ້ນ ທ່ານນາງ ຍັງໄດ້ພິມ ຈຳໜ່າຍ ກາບກອນ 2 ສະບັບ. ເດືອນ ເມສາ 2019, ລັດຖະມົນຕີ ກະຊວງການສຶກສາ ມອບໃບ ຍ້ອງຍໍ ໃຫ້ຮສຈ. ປອ ໂງມິງຖຸຍ ຍ້ອນມີຜົນງານດີເດັ່ນ ໃນການ ສ້າງ ຫຼັກສູດພາສາ ຍີ່ປຸ່ນ ລະບົບສຶກສາຊັ້ນມັດທະຍົມສັງລວມ.



ຮສຈ.ປອ ໂງມິງຖຸຍ ພ້ອມກັບນັກສຶກສາອາສາສະໝັກກຽມຕ້ອນ ຮັບບັນດານັກສຶກສາປີ ທີ່ໜຶ່ງ. ພາບ: ເອກະສານໂດຍຜູ້ກ່ຽວ ສະ ໜອງໃຫ້


ຮສຈ.ປອ ໂງມິງຖຸຍ ຢ້ຽມຢາມນັກສຶກສາ ຮຽນດ້ານການທະ ຫານ ຢູ່ເມືອງ ຮ່ວາລາກ. ພາບ: ເອກະສານ ໂດຍຜູ້ກ່ຽວ ສະ ໜອງໃຫ້


ຮສຈ.ປອ ໂງມິງຖຸຍ ເຂົ້າຮ່ວມການປະຊຸມປະຈຳປີ ASJA ທີ່ ຮ່າໂນ້ຍ ປີ 2015. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້


ຮສຈ.ປອ ໂງມິງຖຸຍ ຖ່າຍຮູບຮ່ວມກັບ ທ່ານເອກອັກຄະລັດ ຖະ ທູດ ຍີ່ປຸ່ນ Umeda Kunio ໃນການຢ້ຽມຢາມສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.
ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້



ການນຳ ບັນດາສະມາຄົມອະດີດນັກສຶກສາ ບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ ທີ່ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມປະຈຳປີຂອງ ການນຳ ASJA ແລະ ASCOJA ຢູ່ ໂຕກຽວ ປີ 2019,  ຮສຈ. ປອ ໂງມິງຖຸຍ (ຜູ້ທີ 5 ຈາກຂວາ). ພາບ: ເອກະສານໂດຍ ຜູ້ກ່ຽວ ສະໜອງໃຫ້


ຮສຈ.ປອ ໂງມິງຖຸຍ ເຂົ້າຮ່ວມການປະຊຸມສະໄໝສາມັນ ສະພາ ມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ໃນຖານະເລຂາທິການ ກຳ ມະການ ສະພາ. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້

Việc sử dụng thành thạo cả 3 ngoại ngữ: Anh, Nga, Nhật đã giúp chị Thủy sử dụng ngôn ngữ như một nhà ngoại giao văn hóa, nối nhịp cầu với các quốc gia trên thế giới. Hiện PGS.TS Ngô Minh Thủy là Phó Chủ tịch Hội Hữu nghị Việt ການນຳໃຊ້ພາສາຕ່າງປະເທດ 3 ພາສາ ທ່ີຄ່ອງແຄ້ວຄື: ອັງກິດ, ລັດເຊຍ ແລະ ຍີ່ປຸ່ນ ໄດ້ຊ່ວຍໃຫ້ທ່ານນາງ ຖຸຍ ນຳໃຊ້ພາສາ ເໝືອນ ດັ່ງນັກການທູດ ດ້ານວັດທະນະທຳ, ເປັນຂົວເຊື່ອມຕໍ່ ກັບ ບັນດາ ປະເທດຢູ່ໃນໂລກ. ປັດຈຸບັນ, ຮສຈ.ປອ ໂງມິງຖຸຍ ເປັນ ຮອງປະທານສະມາຄົມມິດຕະພາບ ຫວຽດນາມ-ຍີ່ປຸ່ນ, ພ້ອມ ກັນນັ້ນ ເປັນປະທານສະໂມສອນ ອະດີດນັກສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ (JAV). ເປັນຜູ້ສົ່ງເສີມການແລກປ່ຽນ ດ້ານວັດທະນະ ທຳ, ເສດຖະກິດ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ, ຮສຈ.ປອ ໂງມິງ ຖຸຍ ມີຄວາມຮັບຜິດຊອບ ສ້າງແຜນການ ແລະ ຊີ້ນຳ ປະຕິບັດ ບັນດາການເຄື່ອນໄຫວ ສັງກັດ ຂົງເຂດການສຶກສາ ແລະ ພົບປະ ສັງສັງລະຫວ່າງນັກຮຽນ ແລະ ນັກສຶກສາ.

ຕະຫຼອດໄລຍະ 18 ປີຜ່ານມາ, JAV ໄດ້ຈັດຕັ້ງການແລກປ່ຽນ ຫຼາຍໂຄງການ ສໍາລັບນັກຮຽນ, ນັກສຶກສາ, ໄດ້ຄັດເລືອກເອົາຜູ້ດີ ເດັ່ນ ໄປຝຶກອົບຮົມ ຢູ່ ຍີ່ປຸ່ນ ກໍຄືຕ້ອນຮັບຄະນະຜູ້ແທນ ຂັ້ນສູງ ຂອງ ຍີ່ປຸ່ນ ຫຼາຍຄະນະ ທີ່ມາຢ້ຽມຢາມຫວຽດນາມ, ພິເສດແມ່ນ ຄະນະ ຂອງ ພະເຈົ້າ ຈັກກະພັດ ແລະ ມະເຫສີ ຍ່ີປຸ່ນ ປະສົບຜົນສຳເລັດ. ໄດ້ມີຫຼາຍ ຄະນະປະຕິບັດງານ ຂອງ ຍີ່ປຸ່ນ ແລະ ບັນດາອົງການຈັດຕັ້ງຂອງ ຫວຽດນາມ ກໍໄດ້ເຂົ້າມາ ສະໂມສອນ ເພື່ອການ ແລກປ່ຽນ ຄຳຄິດຄຳເຫັນ, ປຶກສາຫາລື ກ່ຽວກັບ ບັນດາການເຄື່ອນໄຫວ ຮ່ວມ ມື ລະຫວ່າງ ຫວຽດນາມ-ຍີ່ປຸ່ນ.
ບົດ: ບິກເວິນ - ພາບ: ແທງຢາງ ແລະ ເອກະສານໂດຍ ຜູ້ກ່ຽວ ສະໜອງໃຫ້

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top