• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ຜູ້ອະນຸລັກ ອາຊີບເຮັດໂຄມໄຟ ໄຫວ້ພະຈັນ ຢູ່ພາກໃຕ້

ໃກ້ຈະເຖິງບຸນໄຫວ້ພະຈັນ, ຄອບຄົວລຸງ ຫງວຽນຈ້ອງແທ່ງ ຢູ່ ບ້ານ ຝູ໋ບິ່ງ, ເມືອງ 11 ນະຄອນ ໂຮ່ຈີມິນ ພວມພະຍາຍາມເຮັດ ໃຫ້ສຳເລັດໂຄມໄຟ ຫຼາຍໜ່ວຍ ເພື່ອສົ່ງໃຫ້ລູກຄ້າ. ໄດ້ສືບ ທອດອາຊີບຈາກພໍ່, ເຖິງປັດຈຸບັນ ລຸງ ຫງວຽນຈ້ອງແທ່ງ ໄດ້ທຳ ອາຊີບດັ່ງກ່າວ ມາເປັນເວລາກວ່າ 50 ປີ. 
“ຕັ້ງແຕ່ຕອນພໍ່ຂ້ອຍຍັງໜຸ່ມ, ຈາກນາມດິ້ງ ມາທີ່ນີ້ ເພື່ອທຳມາ ຫາກິນ ດ້ວຍອາຊີບເຮັດໂຄມໄຟ ແລ້ວຖ່ອຍທອດຄືນໃຫ້ລູກ ຫຼານ” - ລຸງ ແທ່ງ ເລົ່າໃຫ້ພວກຂ້າພະເຈົ້າຟັງກ່ຽວກັບ “ຕົ້ນກຳ ເນີດ” ຂອງອາຊີບທີ່ເພ່ິ່ນໄດ້ທຳໃນຕະຫຼອດເວລາກວ່າ 50 ປີ ຜ່ານມາ. ບ້ານ ຝູ໋ບິ່ງ ມີຫຼາຍຄອບຄົວທຳອາຊີບເຮັດໂຄມໄຟ, ແຕ່ເຮັດໂຄມໄຟຂະໜາດໃຫຍ່, ມີຈຸດພິເສດສະເພາະ ແມ່ນມີ ແຕ່ ຄອບຄົວລຸງ ແທ່ງ ເທົ່ານັ້ນ. ເຖິງບຸນໄຫວ້ພະຈັນ, ຄອບຄົວ ເພ່ິນໄດ້ຈຳໜ່າຍໂຄມໄຟຫຼາຍພັນໜ່ວຍ ດ້ວຍຂະໜາດ ແລະ ຮູບຊົງທີ່ແຕກຕ່າງກັນ. 

ລຸງ ແທ່ງ ໃຫ້ຮູ້ວ່າ ການເຮັດໂຄມໄຟ ມີທັງສັບສົນ ທັງງ່າຍດາຍ. ຜູ້ເຮັດຕ້ອງກຳໃຫ້ໄດ້ 4 ຂັ້ນຕອນພື້ນຖານຄື: ຜ່າໄມ້ໄຜ່ ເພື່ອ ສ້າງຂອບໂຄມໄຟ, ຕິດເຈ້ຍ ແລະ ແຕ້ມລວດລາຍປະດັບປະ ດາແມ່ນສາມາດເຮັດໄດ້ໂຄມໄຟ ໜ່ວຍໜຶ່ງຕາມໃຈມັກ. 


ລຸງ ຫງວຽນຈ້ອງແທ່ງ ມີປະສົບການໃນອາຊີບເຮັດໂຄມໄຟ
ມາເປັນເວລາກວ່າ 50 ປີ. 



ເພື່ອສຳເລັດໂຄມໄຟໜ່ວຍໜຶ່ງ ເຮົາຕ້ອງຜ່ານຫຼາຍ ຂັ້ນຕອນ.


ໄມ້ໄຜ່ ເປັນວັດຖຸຕົ້ນຕໍ ໃນການເຮັດໂຄມໄຟ. ໄມ້ໄຜ່ ຕ້ອງ ອ່ອນ, ໜຽວ ຈຶ່ງສ້າງໄດ້ຂອບໂຄມໄຟທີ່ມີຮູບຊົງສວຍງາມ. 


ຄອບຄົວລຸງ ແທງ ຮັບເຮັດໂຄມໄຟຂະໜາດໃຫຍ່ ເພື່ອຮັບໃຊ້ ໃຫ້ແກ່ງານບຸນ ຕ່າງໆ.


ຟອຍແຕ້ມຫຼາຍກ້ານ ມີຄວາມສະໜິດຕິດພັນກັບອາຊີບເຮັດ ໂຄມໄຟຂອງຄອບຄົວລຸງ ຫງວຽນຈ້ອງແທງ.


ແປ້ງສີ ປະສົມ ໄດ້ນຳໃຊ້ເພື່ອປະດັບປະດາໃຫ້ໂຄມໄຟ.


ຂັ້ນຕອນການຕິດເຈ້ຍເຫຼື້ອມແກ້ວ.


ໃນບັນດາຂັ້ນຕອນການເຮັດໂຄມໄຟ, ຂັ້ນຕອນແຕ້ມຮູບໃສ່
ເຈ້ຍເຫຼື້ອມແກ້ວ ແມ່ນຍາກກວ່າໝູ່.



ຂັ້ນຕອນແຕ້ມລວດລາຍປະດັບປະດາ ຕ້ອງໃຊ້ເວລາ ແລະ ຄວາມຄ່ອງແຄ້ວ, ລະອຽດລະອໍຂອງນາຍຊ່າງ.


ບັນດາລວດ ລາຍແຕ້ມທີ່ລະອຽດ ຈະເຮັດໃຫ້ໂຄມໄຟ ຍິ່ງມີຊີ ວິດ ຊີວາ ຂຶ້ນ.


ໂຄມໄຟມູນເຊື້ອທີ່ມີຮູບສັດ ໄດ້ຮັບການນິຍົມຊົມຊື້ຫຼາຍກວ່າ ໃນໄລຍະບຸນໄຫວ້ພະຈັນ.

ລຸງ ແທ່ງ ໃຫ້ຮູ້ວ່າ ຊຸມປີມໍ່ໆ ມານີ້, ເຖິງບຸນໄຫວ້ພະຈັນ, ໄດ້ມີ ລູກຄ້າມາສັ່ງຊື້ໂຄມໄຟຫຼາຍກວ່າເກົ່າ. ໂຄມໄຟມູນເຊື້ອ ທີ່ມີ ຮູບສັດ ໄດ້ຮັບການນິຍົມຊົມຊື້ຫຼາຍກວ່າ ຍ້ອນມັນມີຫຼາຍຮູບ ແບບ ແລະ ງາມກວ່າ ເມື່ອທຽບກັບໂຄມໄຟ ເອເລັກໂຕຣນິກ.

ໂຄມໄຟຂະໜາດນ້ອຍໜ່ວຍໜຶ່ງ ຈະມີລາຄາປະມານ 20.000 ດົ່ງ (1 USD), ສຳລັບໂຄມໄຟທີ່ມີຂະໜາດໃຫຍ່ ຈະມີລາຄາປະມານ 200.000 ດົ່ງ/ໜ່ວຍ.

ຄອບຄົວລຸງ ແທ່ງ ເຮັດໂຄມໄຟ ບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ບຸນ ໄຫວ້ ພະຈັນເທ່ົານັ້ນ, ຫາກຍັງຮັບໃຊ້ໃນງານບຸນຕ່າງໆ. ລຸງ ແທ່ງ ໃຫ້ຮູ້ວ່າ: “ທຳມະດາກໍ່ມີຫຼາຍຄົນມາສັ່ງຊື້, ເປັນຕົ້ນ ແມ່ນ ໃນໄລຍະງານບຸນ, ພວກຂ້າພະເຈົ້າຈະເຮັດ ໂຄມ ໄຟຕາມສັ່ງ. ເພື່ອຮັບໃຊ້ໃຫ້ບຸນໄຫວ້ພະຈັນ, ພວກຂ້າພະເຈົ້າ ຕ້ອງກະກຽມ ວັດຖຸດິບ ກ່ອນໜ້ານັ້ນ 2 ເດືອນ. ໂຄມໄຟ ໄຫວ້ພະຈັນ ໄດ້ ຂາຍແຕ່ເດືອນ 6-8, ຂາຍດີກວ່າໝູ່ແມ່ນເດືອນ 7”.

ໂຄມໄຟ ໜ່ວຍໃຫຍ່ສຸດ ທີ່ຄອບຄົວລຸງ ແທ່ງ ເຄີຍເຮັດ ມີ ຂະ ໜາດໃຫຍ່ກວ່າ 3 ແມັດ ແລະ ເຮັດສຳເລັດພາຍໃນ 3 ວັນ.

ແຕ່ກ່ອນ, ໂຄມໄຟ ມີຈຳນວນໜ້ອຍ, ສ່ວນຫຼາຍແມ່ນຂາຍ ຍ່ອຍ ຫຼື ສົ່ງຕາມຮ້ານຄ້າ.  ປັດຈຸບັນ, ເມື່ອເຮັດສຳເລັດຈະມີ ພໍ່ຄ້າມາເກັບຊື້ໝົດ, ບໍ່ຈຳເປັນຕ້ອງສົ່ງ. ໂຮງງານຜະລິດໂຄມໄຟ ຂອງຄອບຄົວລຸງ ແທ່ງ ບໍ່ພຽງແຕ່ຮັບໃຊ້ໃຫ້ຕະຫຼາດ ນະ ຄອນ ໂຮ່ຈີມິນ ເທົ່ານັ້ນ, ຫາກຍັງໄດ້ຈຳໜ່າຍອອກສູ່ຫຼາຍແຂວງ ໃນທົ່ວປະເທດອີກດ້ວຍ. ຄອບຄົວລຸງ ແທ່ງ ກໍ່ຈຳໜ່າຍ ໂຄມໄຟ ອອກສູ່ຕ່າງປະເທດ ເພື່ອຮັບໃຊ້ໃຫ້ແກ່ ປະຊາຊົນ ຊາວ ຫວຽດນາມ ທີ່ພວມອາໄສຢູ່ຕ່າງປະເທດ ໃນໄລຍະ ບຸນ ໄຫວ້ພະຈັນ. 

ໂຄມໄຟຈຳນວນໜຶ່ງ ໂດຍຄອບຄົວລຸງ ຫງວຽນຈ້ອງແທ່ງ ເປັນຜູ້ເຮັດ:

















 
ປະຕິບັດ: ທົງຫາຍ

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top