• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ສືບທອດທີ່ສົມບຸນແບບ

ນັກແຕ່ງດົນຕີໂດ໊ຮົ່ງກວນເປັນນັກປະສານດົນຕີແຖວໜ້າ ຂອງ ຫວຽດນາມ ທ່ານໄດ້ສ້າງບົດດົນຕີພື້ນເມືອງຕ່າງໆ ທີ່ເຮັດໃຫ້ ທ່ານຜູ້ຟັງຮູ້ສຶກເຖິງຄວາມສະຫງົບສຸກ ຢູ່ໃນ ສ່ວນເລິກຂອງຫົວໃຈ. ໂດຍເປັນລູກຊາຍຂອງອະດີດນັກດົນຕີທີ່ມີຊື່ສຽງໂດ໊ຍ້ວນ, ດັ່ງນັ້ນເມື່ອເອື່ອຍເຖິງ ນັກດົນ ຕີໂດ໊ຮົ່ງກວນ, ທ່ານສາດສະດາຈານ, ນັກສິລະປິນ ປະຊາຊົນ ຈ້ອງບັ່ງ (ຫົວໜ້າວົງດົນຕີຜູ້ທຳອິດຂອງຫວຽດນາມ) ໄດ້ໃຫ້ວ່າ: “ເຂົາຄົນນັ້ນຄືຜູ້ສືບທອດທີ່ສົມບຸນແບບ”. 
ພວກຂ້າພະເຈົ້າໄດ້ມີໂອກາດລົມກັນ ກ່ຽວກັບແຫລ່ງດົນ ໃຈໃນການປະດິດແຕ່ງ ທີ່ສຳນັກງານຂອງສະມາຄົມນັກດົນຕີຫວຽດນາມ, ເປັນບ່ອນທີ່ນັກດົນຕີ ໂດ໊ຮົ່ງກວນ ກຳລັງດຳລົງຕຳແໜ່ງເປັນປະທານສະມາຄົມ. ທ່ານໄດ້ເວົ້າວ່າ, ໃນໄລຍະທີ່ໂຮງຮຽນດົນຕີອົບພະຍົບ ຢູ່ເຂດອຽນຢຸ໊ງ (ແຂວງບັກຢາງ) ໄດ້ເຕີມເຕັມແນວຄິດຈິດໃຈຂອງລາວ ເພື່ອໃຫ້ກາຍເປັນນັກແຕ່ງບົດດົນຕີໃນອານາຄົດ. ສຳລັບທ່ານໂດ໊ຮົ່ງກວນ, ແຮງບັນດານໃຈ ເພື່ອສ້າງເປັນບົດດົນ ຕີຕ່າງໆນັ້ນແມ່ນກຳເນີດມາຈາກສິ່ງແວດລ້ອມ ຂອງເຂດຊົນນະບົດ, ບ່ອນທີ່ທ່ານໄດ້ດຳລົງຊີວິດນຳຊາວກະສິກອນຜູ້ໃຈດີ, ໃນບັນຍາກາດຂອງມະຫາຄອບຄົວ.

ໃນຊຸມມື້ທີ່ຄອບຄົວຕ້ອງໄປອົບພະຍົບຢູ່ແຂວງບັກຢາງ,ເຖິງແມ່ນວ່າໄດ້ປະສົບກັບຄວາມຫຍຸ້ງຍາກນາໆປະການແຕ່ນັກດົນຕີໂດ໊ຍ້ວນໄດ້ພະຍາຍາມນຳເອົາເຄື່ອງ ປີອາໂນເກົ່່າ ຂອງຕົນມາເຂດຊົນນະບົດ ເພື່ອໃຫ້ ລູກຝຶກຊ້ອມ. ນັກດົນຕີ ໂດ໊ຮົ່ງກວນ ໄດ້ໄຂຄວາມໃນໃຈ ອອກມາດ້ວຍ ຄວາມຕື້ນຕັນໃຈວ່າ: “ເມື່ອຂ້າພະເຈົ້າ ມີອາຍຸສີ່ປີ, ພໍ່ໄດ້ ຈັບມືຂ້າພະເຈົ້າ ແລະ ເລີ່ມຕົ້ນສອນໃຫ້ຂ້າພະເຈົ້າ ຫຼິ້ນ ປີອາໂນ…” ບົດດົນຕີທີ່ມີຊື່ສຽງຂອງເພິ່ນຄື: “ຝາກເຖິງແມ່ ນ້ຳລູກ, ພູຮວ່ຽນ”  ນັ້ນກໍແມ່ນແຫຼ່ງ ຄວາມຄິດສ້າງສັນ ທີ່ກຳເນີດຈາກເຂດຊົນນະບົດ ລູກງ້ານ ແລະ ກັບສຽງກ່ອມລູກນອນທີ່ແມ່ຂອງລາວມັກຮ້ອງໃນຊ່ວງເວລາລາວຍັງນ້ອຍ. 

ນັກດົນຕີ ໂດ໊ຮົ່ງກວນ ຕາງໜ້າສະມາຄົມດົນຕີ ຫວຽດ ນາມ ມອບພິນສາຍດຽວໃຫ້ແກ່ທ່ານປະທານປະເທດ ເຈືອງເຕິນຊາງໃນປີ 2014. ພາບ: ເອກະສານ


ນັກດົນຕີ ໂດ໊ຮົ່ງກວນ ພ້ອມກັບບັນດານັກດົນຕີ ຂອງ ປະເທດຕ່າງໆ ໃນການພົບປະທ່ານປະທານປະເທດ ເຈືອງເຕິນຊາງ ທີ່ສຳນັກງານປະທານປະເທດ
ກ່ອນການດຳເນີນງານມະໂຫລານດົນຕີອາຊີ-ເອີຣົບ ຈັດຕັ້ງຂຶ້ນ ທີ່ຫວຽດນາມໃນປີ 2014. ພາບ: ເອກະສານ



ນັກດົນຕີ ໂດ໊ຮົ່ງກວນ ໃນການພົບປະ ແລະ ມອບປຶ້ມກ່ຽວ ກັບດົນຕີ ຊື່ງທ່ານເອງເປັນຜູ້ແຕ່ງ ແລະ ຮຽບຮຽງ
ມອບໃຫ້ ແກ່ ທ່ານພົນເອກ ຫວໍງວຽນຢາບ. ພາບ: ເອກະສານ



ນັກດົນຕີ ໂດ໊ຮົ່ງກວນ ໃນບົດບາດເປັນຫົວໜ້າວົງດົນຕີ ທີ່ງານມະໂຫລານດົນຕີອາຊີ-ເອີຣົບ 2014 ຊຶ່ງໄດ້ຈັດຕັ້ງຂຶ້ນຢູ່ຮ່າໂນ້ຍ. 


ນັກດົນຕີ ໂດ໊ຮົ່ງກວນ ຮັບເສື້ອ, ໝວກກິຕິມະສັກຈາກ ຄະນະຈັດຕັ້ງ ງານມະໂຫລານດົນຕີອາຊີ-ເອີຣົບ 2014 ໄດ້ຈັດຕັ້ງຂຶ້ນຢູ່ຮ່າໂນ້ຍ.  ພາບ: ເອກະສານ


ນັກດົນຕີ ໂດ໊ຮົ່ງກວນ ຊ່ວງໄລຍະກຳລັງຮຽນດົນຕີ ຢູ່ສະຫະ ພາບໂຊວຽດເກົ່າ. ພາບ: ເອກະສານ


ນັກດົນຕີ ໂດ໊ຮົ່ງກວນ ພ້ອມກັບພໍ່ຂອງຕົນແມ່ນນັກດົນຕີ ໂດ໊ຍ້ວນ (ຜູ້ນອກສຸດທາງເບື້ອງຊ້າຍ). ພາບ: ເອກະສານ


ນັກດົນຕີ ໂດ໊ຮົ່ງກວນ ທົດລອງບົດດົນຕີບົດໃໝ່ທີ່ ຕົນເອງປະດິດແຕ່ງຂຶ້ນ. ພາບ: ເຕິດເຊີນ


ນັກດົນຕີ ໂດ໊ຮົ່ງກວນ ເມື່ອເດືອນກັນຍາ 2015. ພາບ: ເຕິດເຊີນ
 

ຄັ້ງສະແດງສູ່ສາຍຕາມວນຊົນຂອງນັນດົນຕີ ໂດ໊ຮ່ົງກວນ ແມ່ນລາຍການ “ອິງຫຼາເອີຍ” ຢູ່ໂຮງໝໍລະສົບຮ່າໂນ້ຍ ໃນເມື່ອລາວຍັງເປັນເດັກ. ໃນເວລານັ້ນ, ຍ້ອນລາວນ້ອຍໂພດພໍ່ຂອງລາວຕ້ອງໄດ້ຍອງຕັ່ງວາງຕີນນ້ອຍສອງໜ່ວຍຂຶ້ນໃຫ້ມີລວງສູງພໍດີໃຫ້ລາວນັ່ງ ແລະ ຫຼິ້ນປີອາໂນ. ຫຼັງຈາກລາຍການສະແດງສິ້ນສຸດລົງ, ລາວເກືອບລົ້ມຍ້ອນກະວົນກະວາຍເຕັ້ນລົງທ່າມກາງສຽງຫົວ ແລະ ສຽງຕົບມື ຂອງທ່ານຜູ້ຟັງ.

ຫຼັງ 9 ປີບຳລຸງວິຊາຊີບຢູ່ສະຖາບັນ Tchaikovsky (ສະຫະ ພາບໂຊວ໋ຽດເກົ່າ), ປີ 1986, ນັກດົນຕີ ໂດ໊ຮົ່ງກວນ ໄດ້ກັບ ຄືນຫວຽດນາມ, ທ່ານເຮັດວຽກດ້ວຍຄວາມຈູບຈ້າວຫ້າວຫັນ  ແລະ ຍາດໄດ້ຜົນສຳເລັດໃນຂົງເຂດດົນຕີຂອງຕົນແມ່ນເລື່ອງບັນຍາກາດຂອງດົນຕີ. ລາວເປັນທີ່ຮູ້ຈັກ ເໝືອນ ດັ່ງຄົນທີ່ຂຽນສະເພາະກ່ຽວກັບດົນຕີຢູ່ຫວຽດນາມ. ມີບົດ ດົນຕີເປັນ ຈຳນວນຫຼາຍ ຂອງລາວໄດ້ກາຍເປັນຂີດໝາຍ ໃນຂົງເຂດດົນຕີ ຫວຽດນາມ ເຊັ່ນ: ບົດດົນຕີບາເລ “ຮົ່ງຮວາງ” (Primeval Age); ລະຄອນລຳ “ນາງຊາມີ” ອາລາບຳ  “ໃບໄມ້ໃບ ທຳອິດ” ຊຶ່ງຕ່າງກໍມີຮູບແບບ, ຈັງຫວະດົນຕົນຕີ ສະເພາະຕ່າງຫາກທີ່ບໍ່ສັບປົນຄົນເລໄດ້ ໃນສາງພິພິດທະພັນດົນຕີມູນເຊື້ອຂອງຫວຽດນາມ.



ພໍ່ຂອງນັກດົນຕີ ໂດ໊ຮົ່ງກວນແມ່ນອະດີດນັກດົນຕີ ໂດ໊ຍ້ວນ (1922 - 1991). ເພິ່ນເປັນເລຂາທິການໃຫຍ່ຜູ້ທຳອິດ ຂອງສະມາຄົມດົນຕີຫວຽດນາມ ສະໄຫມທີ I  ແລະ ທີ II  ປີ 1958 – 1983. ນັກດົນຕີໂດ໊ຍ້ວນ ເປັນໜຶ່ງໃນຈຳນວນ ນັກດົນຕີທີນຳໜ້າໃນຂົງເຂດດົນຕີປະຕິວັດ. ທັງຍັງເປັນນັກ ດົນຕີຫວຽດນາມຄົນທຳອິດສ້າງບົດ ໂອເປຣາ “ນາງຊາວ” (Aunt Sao) ແລະ ກໍທັງເປັນນັກປະດິດແຕ່ງໃນບົດ “ກອງຫຼອນແມ່ນ້ຳທາວ” ທີ່ຂຶ້ນຊື່ລືສຽງ.


ບົດ: ຖາວວີ - ພາບ: ເຕິດເຊີນ, ເອກະສານ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top