• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ນຳ "ຈິດວິນຍານ ຫວຽດ" ເຂົ້າໃນພາບ Marquetry

ເປັນເວລາກວ່າ 40 ປີ ທີ່ເດີນຕາມຮູບແບບສິລະປະ ພາບຝັງໄມ້ ຫຼື ເອີ້ນວ່າ ພາບແຕ້ມ Marquetry, ນັກຈິດຕະກອນ ຫງວຽນຈຸງກີ່ (ນະຄອນ ໂຮ່ຈີມິນ) ປັດຈຸບັນ ເປັນໜ່ຶງໃນຈຳນວນ ເປັນຜູ້ນຳໜ້າ ໃນການນຳເຂົ້າ ແລະ ພັດທະນາຮູບພາບ ແບບນີ້ ຢູ່ ຫວຽດນາມ. 
ໃນຊຸມປີ 80 ຂອງ ສະຕະວັດກ່ອນ, ທ່ານ ຫງວຽນຈຸງກີ່ ພ້ອມກັບ ໝູ່ເພື່ອນຂອງຕົນ ທີ່ນະຄອນ ໂຮ່ຈີມິນ ເປັນຜູ້ປະດິດສ້າງ ສະເພາະ ກ່ຽວກັບ ປະເພດພາບໂນນ ແລະ ມີ ຜະລິດຕະພັນ ຈຳນວນໜຶ່ງ ໄດ້ ສົ່ງອອກໄປເອີຣົບ. ຍ້ອນມີສີມື ອາຊີບສູງ, ທ່ານໄດ້ຮັບເຂົ້າ ເຮັດວຽກ ໃນບໍລິສັດ ແຫ່ງໜຶ່ງຂອງ ສ ອາເມລິກາ ເພື່ອການ ອອກແບບ ແລະ ຕັດບັນດາ ຜະລິດຕະພັນ ເຄື່ອງໃຊ້ຂອງສອຍ ໃນຄອບຄົວ ດ້ວຍມື.

ໃນຊ່ວງເວລາເຮັດວຽກ ຢູ່ບໍລິສັດແຫ່ງນີ້, ທ່ານ ຈຸງກີ່ ມີໂອກາດ ໄດ້ ຮຽນຮູ້ເພີ່ມ ກ່ຽວກັບບົດຮຽນ, ເຕັກນິກ ຈາກບັນດາເພື່ອນຮ່ວມງານ ຊາວຕ່າງປະເທດ, ຈາກນັ້ນ ທ່ານ ໄດ້ຮູ້ເຖິງ Marquetry ຊ່ຶງແມ່ນ ສິລະປະ ພາບຝັງໄມ້ ຂອງ ຕາເວັນຕົກ. ຈາກ ບັນດາແຜ່ນໄມ້ ທຳ ມະຊາດ, ຜ່ານການ ປະກອບ ເຊື່ອມຕໍ່ ທີ່ເຕັມໄປດ້ວຍ ຄວາມປະ ດິດຄິດສ້າງ ໄດ້ປະກົດຂຶ້ນ ບັນດາພາບແຕ້ມ ທີ່ມີຄວາມງາມ ຢ່າງ ແສນໂດດເດັ່ນ ທັງມີລວງເລິກ ອີກດ້ວຍ ແລະ ນັ້ນກໍເປັນສິ່ງທີ່ ເຮັດ ໃຫ້ ທ່ານ ຈຸງກີ່ ມີຄວາມປະທັບໃຈກັບປະເພດ ພາບແຕ້ມດັ່ງກ່າວ. ຫຼັງຈາກ ເຮັດວຽກກັບ ບໍລິສັດ ເປັນເວລາ 4 ປີ, ທ່ານ ຈຸງກີ່ ໄດ້ຂໍລາ ອອກຈາກງານ ເພື່ອໃຊ້ເວລາ ໃຫ້ການຄົ້ນຄວ້າ ກ່ຽວກັບ ປະເພດ ພາບ Marquetry ກັບບັນດາລາຍໄມ້ ທີ່ມີຄວາມງາມແບບ ມະຫັດ ສະຈັນ ນີ້.

ຍ້ອນບໍ່ແມ່ນອາຊີບມູນເຊື້ອ ຂອງ ຫວຽດນາມ, ເບື້ອງຕົ້ນ ທ່ານ ຈຸງກີ່ ໄດ້ປະສົບກັບຄວາມຫຍຸ້ງຍາກ ນາໆ ປະການ ໃນການປະດິດສ້າງ ພາບ Marquetry. ພິເສດ, ຢູ່ຕະຫຼາດພາຍປະເທດ ຄາວນັ້ນ ບໍ່ມີ ປະເພດໄມ້ veneer (ໄມ້ທຳມະຊາດ ເລື່ອຍເປັນແຜ່ນມີຄວາມໜາປະມານ 0,6 ແມັດ) ຊຶ່ງເປັນ ວັດຖຸດິບຕົ້ນຕໍ ເພື່ອສ້າງ ພາບ Marquetry ນີ້, ເພາະສະນັ້ນ ທ່ານຕ້ອງໄດ້ນຳເຂົ້າໄມ້ veneer ມາ ຈາກຕ່າງປະເທດ. ມີ ໄມ້ແລ້ວ, ທ່ານ ກໍຕ້ອງໄດ້ເຂົ້າ ອິນເຕີເນັດ ເພື່ອຊອກຮູ້ ຂໍ້ມູນ, ປຶ້ມແນະນຳ ຕ່າງໆ ກ່ຽວກັບສິລະປະເຮັດ ພາບ Marquetry ແລະ ໄດ້ສຶກສາ ດ້ວຍຕົນເອງ ກ່ຽວກັບ ປະເພດ ພາບນີ້. ມື້ລະເລັກລະນ້ອຍ, ດ້ວຍຄວາມຮັກ ທີ່ ສະຫງວນ ໃຫ້ແກ່ ປະເພດສິລະປະນີ້ ພ້ອມກັບຄວາມອົດທົນ, ດຸໝັ່ນໃນການຮຽນຮູ້ ແລະ ທົດລອງຂອງຕົນ, ໃນທີ່ສຸດ ທ່ານ ຈຸງກີ່ ໄດ້ກຳແໜ້ນ ເຕັກນິກ ແຕ້ມພາບ ແລະ ກາຍເປັນໜຶ່ງ ໃນ ຈຳນວນບຸກຄົນນຳໜ້າ ໃນການ ພັດທະນາ ປະເພດພາບ Marquetry ຢູ່ ຫວຽດນາມ. 
    

ນັກຈິດຕະກອນ ຫງວຽນຈຸງກີ່ ທີ່ໂຮງແຕ້ມ ຂອງ ຕົນ ຢູ່ ນະຄອນ ໂຮ່ຈີມິນ. 


ນັກຈິດຕະກອນ ຫງວຽນຈຸງກີ່ ໃຊ້ເວລາກວ່າ 40 ປີ ສະໜິດຕິດພັນ ກັບ ປະເພດ ພາບ Marquetry ແລະ ປັດຈຸບັນ
ທ່ານ ຍັງຄົງ ຄົ້ນ ຄ້ວາປະດິດສ້າງບັນດາຜົນການປະດິດແຕ່ງ ທີ່ເປັນເອກະລັກ. 



ເປັນປະເພດພາບນຳເຂົ້າຈາກຕ່າງປະເທດ ເພາະສະນັ້ນ ບັນດາ ນັກຈິດຕະກອນ ເຊັ່ນທ່ານ ຫງວຽນຈຸງກີ່ ຕ້ອງລົງມື ຄົ້ນຄວ້າ ຊອກ ຫາ
ແຫຼ່ງຂໍ້ມູນເອກະສານ ທາງອິນເຕີເນັສ ຫຼື ເອກະສານ ຈາກ ຕ່າງ ປະເທດ ດ້ວຍຕົນເອງ. 



ຂັ້ນຕອນການໃຊ້ມີດຕັດ ແຕ່ລະລາຍລະອຽດ ຫຼັງຈາກວາດຈຸດພື້ນຖານສຳເລັດ.


ຂັ້ນຕອນ ການເຮັດຂອບ ໃຫ້ແກ່ແຜ່ນພາບຝັງໄມ້. 


ມີພາບ Marquetry ຫຼາຍແຜ່ນ ໄດ້ເຮັດຈາກສ່ວນລາຍ ລະອຽດ ນັບພັນ. ໃນພາບ: ພາບແຕ້ມຮູບເສືອດາວ ທີ່ ນັກຈິດຕະກອນ ຫງວຽນຈຸງກີ່
ໄດ້ປະຕິບັດດ້ວຍໃຈ ທັງໝົດ ຂອງຕົນ.  



ຄວາມປະດິດຄິດສ້າງຂອງ ນັກຈິດຕະກອນ ຫງວຽນຈຸງກີ່ ໄດ້ຮັບ ຮອງ ຜ່ານການປະກວດຈຳນວນໜຶ່ງ ຢູ່ ຫວຽດນາມ. 

ທ່ານ ຈຸງກີ່ ໃຫ້ຮູ້ວ່າ ເພື່ອປະດິດສ້າງ ພາບ Marquetry ແຜ່ນໜຶ່ງ ທີ່ສົມບູນແບບ ຕ້ອງຜ່ານຫຼາຍຂັ້ນຕອນ ທີ່ສັບສົນເຊັ່ນ: ວາດຈຸດ ພື້ນຖານ ແນວຄວາມ ຄິດສ້າງສັນ, ເລືອກໄມ້ veneer ທີ່ເໝາະສົມ ກັບ ສ່ວນລາຍລະອຽດ ຂອງ ແຜ່ນພາບ. ຈາກນັ້ນ ປະໄມ້ veneer ຢູ່ໃຕ້ແຜ່ນແຕ້ມ ຈຸດພື້ນຖານ ແລ້ວ ໃຊ້ມີດຕັດສະເພາະ ແຕ່ລະ ລາຍລະອຽດ ຂອງ ແຜ່ນແຕ້ມຈຸດພື້ນຖານ ພ້ອມກັບ ລາຍລະອຽດ ຂອງ ໄມ້ veneer ຢູ່ໃຕ້, ຫຼັງຈາກນັ້ນ ເອົາແຜ່ນ ໄມ້ veneer ທີ່ ຕັດມາແລ້ວ ຕິດໃສ່ ຈຸດທີ່ຕັ້ງ ທີ່ຫາກໍ ຖືກ ຕັດອອກ ຂອງ ແຜ່ນ ພາບຢູ່ເທິງ. ຕ້ອງຕັດ-ປະກອບ ແລະ ຕິດກາວ ໃສ່ແຜ່ນພາບ ຢູ່ເທິງ ເພື່ອກາຍເປັນພາບ ທີ່ສົມບູນແບບ.

ເພື່ອສຳເລັດຜົນງານສິ້ນໜຶ່ງ ຈະໄວ ຫຼື ຊ້າ ແມ່ນຂຶ້ນກັບ ແຕ່ລະ ສ່ວນລາຍລະອຽດ ຂອງແຜ່ນພາບ. ທ່ານ ຈຸງກີ່ ໃຫ້ຮູ້ວ່າ: “ມີ ຜົນ ການປະດິດແຕ່ງພາບ ຫຼາຍແຜ່ນ ທີ່ຂ້າພະເຈົ້າປະຕິບັດພຽງສອງ ສາມມື້ກໍສຳເລັດ, ແຕ່ກໍມີຜົນງານປະດິດແຕ່ງ ຈະຕ້ອງໃຊ້ລາຍລະ ອຽດ ເປັນຈໍານວນຫຼາຍພັນສິ້ນນ້ອຍໆ, ເພາະສະນັ້ນ ຂ້າພະເຈົ້າ ຕ້ອງໃຊ້ເວລາ ເຖິງ 3 ປີ ຈຶ່ງສຳເລັດ”.

ທຳມະດາ ພາບ Marquetry ລວມມີ ຫຼາຍສ່ວນ ລາຍລະອຽດທີ່ ນ້ອຍໆ, ເພາະສະນັ້ນ ຮຽກຮ້ອງ ໃຫ້ຜູ້ເຮັດ ຕ້ອງມີສີມືດີ, ມີຄວາມ ພິຖີພິຖັນ ແລະ ລະມັດລະວັງໃນແຕ່ລະສ່ວນ ລາຍລະອຽດ, ຖ້າ ເຮັດຜິດ ພຽງແຕ່ໜ້ອຍດຽວ ຂອງ ລາຍລະອຽດ ກໍ່ເທົ່າກັບວ່າ ຖິ້ມ ທັງແຜ່ນ ແລະ ຕ້ອງເລີ່ມຕົ້ນເຮັດຄືນໃໝ່. ພາບ Marquetry ບໍ່ມີ ຫຼາຍສີສັນ ຫາກມີພຽງສີສັນ ຂອງ ບັນດາລາຍໄມ້ທຳມະຊາດ ແລະ ສີຂອງໄມ້ ຖືກເຜົາ ດ້ວຍຊາຍ ຕາມການ ປະດິດສ້າງ ຂອງ ນັກສິ ລະປິນ ເປັນຕົ້ນຕໍ. ດ້ວຍເຫດນັ້ນ, ການຊອກຫາໄມ້ ມີລາຍ ທີ່ສອດ ຄ່ອງກັບ ສ່ວນລາຍລະອຽດ ຂອງ ພາບແມ່ນ ຫຍຸ້ງຍາກທີສຸດ. ແລະ ຍ້ອນບັນດາລາຍໄມ້ ແມ່ນແຕກຕ່າງກັນ, ເພາະສະນັ້ນ ເກືອບວ່າ ໃນສິລະປະ Marquetry ຈະບໍ່ມີຜົນການປະດິດແຕ່ງ ສອງສະບັບ ຄືກັນ ອ້ອຍຕ້ອຍ.

ດ້ວຍສີມືອາຊີບ ທີ່ຊຳນານ, ນັກຈິດຕະກອນ ຫງວຽນຈຸງກີ່ ໄດ້ນຳ ມາບັນດາຜົນງານປະດິດແຕ່ງ ກ່ຽວກັບພາບ Marquetry ຂອງ ຕົນ. ພິເສດ ທ່ານ ກຳລັງສຸມໃສ່ ໃນການປະດິດສ້າງ ພາບ  Marquetry ທີ່ມີຄວາມສະໜິດ ຕິດພັນ ກັບ ຫົວເລື່ອງວ່າດ້ວຍ ທັດສະນີຍະພາບ, ບ້ານເກີດ ເມືອງນອນ, ປະເທດຊາດ ແລະ ຜູ້ຄົນ ຫວຽດນາມ. ປະຈຸບັນ, ພາບ Marquetry ຂອງ ເພິ່ນ ໄດ້ຮັບການ ວາງສະແດງ ຢູ່ ສະຖານ ທີ່ທ່ອງທ່ຽວ ຈຳນວນໜຶ່ງ ພາຍ ຢູ່ໃນປະ ເທດ ແລະ ກໍມີຜົນການປະດິດແຕ່ງຈຳນວນໜ່ຶງ ໄດ້ສົ່ງໄປຍັງ ບັນ ດາປະເທດ ຢູ່ ເອີຣົບ ແລະ ໄດ້ຮັບຮອງ ແລະ ຮັກມັກ ຈາກໝູ່ ມະຫາຊົນ.

ນັກຈິດຕະກອນ ຫງວຽນຈຸງກີ່ ໄດ້ໄຂຄວາມໃນໃຈ ອອກມາວ່າ: “ຂ້າພະເຈົ້າ ມີຄວາມປາດຖະໜາ ໃນການໂຄສະນາເຜີຍແຜ່ ຮູບ ພາບ ຂອງ ປະເທດຊາດ ແລະ ຜູ້ຄົນ ຫວຽດນາມ ອອກໄປສູ່ຕ່າງ ປະເທດ ໂດຍ ຜ່ານພາບ Marquetry ຂອງ ເຂົາເຈົ້າ.

ກ່ອນນັ້ນ, ປີ 1987, ນັກຈິດຕະກອນ ຫງວຽນຈຸງກີ່ ໄດ້ນຳ ພາບ Marquetry 6 ແຜ່ນຂອງ ຕົນ ເຂົ້າຮ່່ວມ ງານວາງສະແດງ ກ່ຽວກັບ ເສດຖະກິດ-ເຕັກນິກ ທົ່ວປະເທດ ຢູ່ ຮ່າໂນ້ຍ ແລະ ຍາດ ໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ.


ພາບແຕ້ມ ທ່ີພົ້ນເດັ່ນຈຳນວນໜຶ່ງ ຂອງ ນັກຈິດຕະກອນ ຫງວຽນຈຸງກີ່



















ບົດ ແລະ ພາບ: ເຊີນເງ້ຍ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top