• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ທີ່ນຳເອົາສິລະປະເຊີດສິງໂຕ ອອກໄປສູ່ຊາວໂລກ

ຕະຫຼອດໄລຍະເວລາ 30 ປີ ທີ່ຕິດພັນກັບສິລະປະ ເຊີດສິງໂຕ, ນັກສິນລະປິນພື້ນບ້ານ ເລືອງເຕີນຫັ່ງ ເປັນຜູ້ກໍ່ຕັ້ງ ຄະນະເຊີດສິງ ໂຕ ຫັ່ງແອ໋ງເດື່ອງ ເຊິ່ງຮອດດຽວນີ້ ມີສະມາຊິກທັງໝົດເກືອບ 4000 ຄົນເຄື່ອນໄຫວຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ພິເສດໄປກວ່ານັ້ນ, ບັນດາລູກສິດທີ່ດີເດັ່ນຂອງທ່ານ ໄດ້ສ້າງຕັ້ງ ຄະນະ ເຊີດສິງໂຕ ຂຶ້ນຢູ່ບາງປະເທດ ເຊັນ: ຝຣັ່ງ, ນອກແວ, ສ.ອາເມລິກາ, ເຢຍລະມັນ... ເພື່ອນຳເອົາສິລະປະ ເຊີດສິງໂຕຂອງ ຫວຽດນາມ ອອກໄປສູ່ສາຍຕາຊາວໂລກ. ເມື່ອອາຍຸ 10 ປີ, ເລືອງເຕີນຫັ່ງ ໄດ້ເລີ່ມໃສ່ຫົວໂຂນສິງໂຕ ແລະ ຊ້ອມ ທ່າເຕັ້ນພື້ນຖານຂອງການເຊີດສິງໂຕ. ເມື່ອອາຍຸ 20 ປີ, ເພິ່ນໄດ້ສ້າງຕັ້ງຄະນະເຊີດສິງໂຕ ຫັ່ງແອ໋ງເດືອງ, ຫຼັງຈາກນັັ້ນໄດ້ ຂະຫຍາຍ ແລະ ຍົກລະດັບກາຍເປັນຄະນະ ເຊີດສິງໂຕ ອາຊີບ. ປີ 2005 ຄະນະເຊີດສິງໂຕ ຫັ່ງແອ໋ງເດືອງ ໄດ້ຖືກເຊີນໄປຮ່ວມງານ ກັບຄະນະ ເຊີດສິງໂຕ ຂອງ ສປ ຈີນ ຢູ່ນະຄອນຫຼວງ ປັກກິ່ງ. ຮູບ ແບບບົດເຊີດທີ່ເປັນເອກະລັກ ແລະ ສວຍງາມຂອງຄະນະ ຫັ່ງ ແອ໋ງເດືອງ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ຕໍ່ກັບບັນດາ ຄະນະເຊີດສິງໂຕຂອງປະເທດເຈົ້າພາບ.

ປີ 2010. ທ່ານ ເລືອງເຕີນຫັ່ງ ພ້ອມດ້ວມລູກສິດໄດ້ເດີນທາງໄປເຂົ້າຮ່ວມງານບຸນປະເພນີ ເຊີດສິງໂຕ ຂອງ ຍີ່ປຸ່ນ. ໃນຄັ້ງນີ້, ທ່ານ ແລະ ບັນດາລູກສິດ ໄດ້ນຳສະເໜີ 3 ບົດຟ້ອນ ສູ່ສາຍຕາຊາວຍີ່ປຸ່ນ ເຊັ່ນ: ສິງໂຕສີ່ໂຕ, ສິງໂຕເວີ່ນຫຼິ້ນໝາກບານ, ເຊີດສິງໂຕເທິງເສົາ ຊຶ່ງໄດ້ຮັບຄວາມນິຍົມຊົມຈາກຄະນະຕ່າງໆ. .

ນັກສິນລະປິນພື້ນບ້ານ ເລືອງເຕີນຫັ່ງ, ຫົວໜ້າຄະນະສິລະປະເຊີດ
ສິງໂຕ ຫັ່ງແອ໋ງເດື່ອງ ຢູ່ ນະຄອນ ໂຮ່ຈີມິນ. ພາບ: ຫງວຽນລວນ



ລາຍການ “ສິງໂຕຂີ່ໄມ້ໂຢກເຢກ” ກຳກັບໂດຍສິນລະປິນ ເລືອງເຕີນຫັ່ງ
ແລະ ສະແດງໂດຍສະມາຊິກໃນຄະນະ ຫັ່ງແອ໋ງເດື່ອງ. ພາບ: ຫງວຽນລວນ



ລາຍການສະແດງ “ຕີກອງ”ຂອງຄະນະ ຫັ່ງແອ໋ງເດື່ອງ ໃນເທດສະການເຊີດສິງໂຕ ເມືອງ 11,
ນະຄອນ ໂຮ່ຈີມິນ ໃນປີ 2015. ພາບ: ເອກະສານ



ນັກສິນລະປິນ ເລືອງເຕີນຫັ່ງ ( ເສື້ອດຳ) ພ້ອມກັບບັນດາລູກສິດ ໃນ ການສະແດງມິດຕະພາບຢູ່ ສປ ຈີນ. ພາບ: ເອກະສານ

ສິລະປະເຊີດສິງໂຕ ຄົນຈີນ ເປັນຜູ້ນຳເຂົ້າມາ ຫວຽດນາມ ແລະ ໄດ້ ກາຍເປັນເອກະລັກ ວັດທະນະທຳພື້ນບ້ານ ແລະ ຂະຫຍາຍ ໂຕ ຢ່າງວ່ອງໄວ ໃນນະຄອນ ໂຮ່ຈີມິນ. ການເຊີດສິງໂຕ ຈະສະແດງ ໃນງານບຸນໄຫວ້ພະຈັນ,  ບຸນປີໃໝ່ປະ ຈຳຊາດ, ງານເປີດພິທີ, ວາງ ສີລາລືກ, ວັນເກີດ, ງານດອງ..., ຈຸດປະສົງແມ່ນເພື່ອ ໃຫ້ມີ ໂຊກ ລາບ, ມີແຕ່ຄວາສຸກຄວາມຈະເລີນ ແລະ ອາຍຸໝັ້ນຂວັນຍືນ.
ສິລະປະເຊີດສິງໂຕ ໄດ້ແຜ່ຂະຫຍາຍຫຼາຍໃນບັນດາປະເທດ ອາຊີ, ຢູ່ແຕ່ລະປະເທດພັດມີຮູບແບບການສະແດງ ແຕກຕ່າງກັນຊຶ່ງ ສະ ແດງເຖິງຄວາມເປັນເອກະລັກຂອງແຕ່ລະຊາດ. ໃນໂອກາດໄດ້ ພົບປະມິດຕະພາບຢູ່ສປ ຈີນ, ຍີ່ປຸ່ນ, ທ່ານ ເລືອງເຕີນຫັ່ງ ໄດ້ຮຽນຮູ້, ເຂົ້າໃຈເລິກເຊິ່ງກ່ຽວກັບ ກົດລະບຽບການແຂ່ງຂັນໃນເວທີສາກົນ ແລະ ທ່ານໄດ້ນຳເອົາປະສົບການຕ່າງໆ ມາເຜີຍແຜ່ຕໍ່ກັບ ຄະນະ ເຊີດສິງໂຕ ພາຍໃນປະເທດ. ຄະນະ ຫັ່ງແອ໋ງເດື່ອງ ເລີ່ມການ ເຊີດ ສິງໂຕ ໄປຕາມຂະບວນການ ໄດ້ຫັນມາ ເປັນຮູບແບບທຸລະ ກິດ. ເມື່ອຄະນະເຊີດສິງໂຕ ຂອງເພິ່ນໄດ້ຖືກຮັບເຊີນ ໄປສະແດງໃນ ຫຼາຍໆ ງານ, ສະນັ້ນທ່ານ ເລືອງເຕີນຫັ່ງ ຈຶ່ງສ້າງຕັ້ງບໍລິສັດສະແດງ ເຊີດສິງໂຕ ຫັ່ງແອ໋ງເດື່ອງ ເພື່ອເຮັດໃຫ້ຄະນະເຊີດສິງໂຕ ກາຍເປັນ ໜ່ວຍເຄື່ອນໄຫວຢ່າງມີລະບຽບ ກວ່າເກົ່າ. ຍິ່ງໄປກວ່ານັ້ນ ສະມາ ຊິກໃນ ຫັ່ງແອ໋ງເດື່ອງ ສຸມໃສ່ແຕ່ການສະແດງຢ່າງດຽວ, ບໍ່ໄດ້ເຮັດ ວຽກອື່ນເພີ່ມ, ສະນັ້ນຈຶ່ງຮັກສາໄດ້ລະດັບມາດຖານ ການສະແດງ ເປັນຢ່າງດີ.

ນັກສິນລະປິນເລືອງເຕີນຫັ່ງ ໄດ້ມີການຄົ້ນຫາ, ປະດິດສ້າງບັນດາລາຍການສະແດງໃໝ່ໆ ຄື: ສິງໂຕ ສີ່ໂຕ, ສິງໂຕ ເວີ່ນຫຼິ້ນ ໝາກ ບານ, ເຊີດສິງໂຕເທິງເສົາ, ສິງໂຕສອງໂຕ ອວຍພອນໃນງານດອງ, ສິງໂຕຂີ່ໄມ້ໂຢກເຢກ... ໄດ້ສ້າງຄວາມ ແຕກຕ່າງ ແລະ ຈັບໃຈທ່ານ ຜູ້ຊົມເປັນຢ່າງຍິ່ງ.
 
ປີ 2015, ຫັ່ງແອ໋ງເດື່ອງ ເຂົ້າຮ່ວມງານເທດສະການເຊີດສິງໂຕ ປະ ຈຳປີ ຢູ່ທີ່ Kun SengKeng, ປະເທດ ມາເລເຊຍໂດຍແມ່ນ ສະມາ ຄົມ ເຊີດສິງໂຕ ສາກົນຈັດຂຶ້ນ. ນີ້ແມ່ນໂອກາດ ອັນລ້ຳຄ່າຕໍ່ ກັບ ລູກ ສິດຂອງສິນລະປິນ ເລືອງເຕີນຫັ່ງ ໄດ້ຮຽນຮູ້, ຖອດຖອນປະສົບການ ກັບຄູ່ແຂ່ງ ແລະ ໃນປີນີ້, ຄະນະຫັ່ງແອ໋ງເດື່ອງ  ໄດ້ເຂົ້າເປັນສະມາ ຊິກ ສະມາຄົມ ເຊີດສິງໂຕສາກົນ, ເຊິ່ງເປັນ ອີກບາດກ້າວທີ່ສຳຄັນ ເພື່ອກ້າວສູ່ໂລກພາຍນອກ ຂອງຄະນະເຊີດສິງໂຕ ຫັ່ງແອ໋ງເດື່ອງ.
 
ທ່ານ ນາງ ຫງຽນທີກີມເຫີບ, ຜູ້ຮັບຜິດຊອບຂະແໜງ ເຊີດສິງໂຕ ນະຄອນ ໂຮ່ຈີມິນ ( ຂຶ້ນກັບພະແນກວັດທະນະທຳ-ກິລາ-ທ່ອງທ່ຽວ ນະຄອນ ໂຮ່ຈີມິນ ) ໄດ້ຕີລາຄາວ່າ: “ສິນລະປິນ ເລືອງເຕີນຫັ່ງ ໄດ້ ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການຈັດຕັ້ງ ເປີດຊຸດອົບຮົມວຽກ ງານກຳມະການ, ເຝີກອົບຮົມການສະແດງ ທີ່ນຳມາຜົນສຳເລັດ ແລະ ຄຸນນະພາບສູງ”. 
 

ຫົວສິງໂຕ ແລະ ໂຕມັງກອນ ໄດ້ຮັບການປະດັບປະດາ ຢ່າງລະອຽດ
ກຽມພ້ອມສະແດງໃນຫົວຂໍ້ໃໝ່ ຂອງຄະນະ ຫັ່ງແອ໋ງເດື່ອງ. ພາບ: ຫງວຽນລວນ



“ເຊີດສິງໂຕ ເທິງເສົາ”, ໜຶ່ງໃນລາຍການສະແດງທີ່ເປັນເອກະລັກ ໃນການເຊີດສິງໂຕ
ເຊິ່ງສະແດງໂດຍຄະນະ ຫັ່ງແອ໋ງ ເດື່ອງ. ພາບ: ຫງວຽນລວນ



 
“ສິງໂຕຂີ່ໄມ້ໂຢກເຢກ” ສະແດງໂດຍຄະນະ ຫັ່ງແອ໋ງເດື່ອງ ໃນງານ
ເທດສະການ
ຕາມທ້ອງຖະໜົນຢູ່ ນະຄອນ ໂຮ່ຈີມິນ. ພາບ: ຫງຽນລວນ
 


ລາຍການສະແດງ “ສິງໂຕເວີ່ນຫຼິ້ນໝາກບານ” ສະແດງໂດຍ ຄະນະ ຫັ່ງແອ໋ງເດື່ອງ. ພາບ: ຫງວຽນລວນ


ນັກສິນລະປິນ ເລືອງເຕີນຫັ່ງ ຊ່ວຍລູກສິດພາກສ່ວນດົນຕີ ໃນການສະແດງເຊີດສິງໂຕ. ພາບ: ຫງຽນລວນ


ຊຸດສະແດງອາຊີບຂອງບັນດາສະມາຊິກໃນຄະນະ ເຊີດສິງໂຕ ຫັ່ງແອ໋ງເດື່ອງ. ພາບ: ຫງຽນລວນ 


ສະມາຊິກໜຸ່ມນ້ອຍຄົນໜຶ່ງ ຂອງຄະນະ ຫັ່ງແອ໋ງເດື່ອງ ຫຼັງຈາກຈົບ ການສະແດງຂອງຕົນ. ພາບ: ຫງຽນລວນ
ຕໍ່ກັບການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນຂົງເຂດ ສິນລະປະ ເຊີດສິງໂຕ, ລັດຖະບານໄດ້ມອບນາມມະຍົດສິນລະປິນ ພື້ນບ້ານ (ປີ 2007) ແລະ ສິນລະປິນດີເລີດ (ປີ 2015) ໃຫ້ແກ່ ນັກສິນລະ ປິນ ເລືອງເຕີນຫັ່ງ. ປັດຈຸບັນ, ຄະນະ ຫັ່ງແອ໋ງເດື່ອງ ມີສະມາຊິກ ເກືອບ 4000 ຄົນ ທຳການເຄ່ືອນໄຫວຢູ່ຫຼາຍທ້ອງຖິ່ນໃນ ທົ່ວປະ ເທດ. ພິເສດ ລູກສິດທີ່ດີເດັ່ນຂອງທ່ານຈຳນວນໜຶ່ງ ໄດ້ສ້າງຕັ້ງ ຄະ ນະເຊີດສິງໂຕ ຂຶ້ນຢູ່ບາງປະເທດຄື: ຝຣັ່ງ, ນອກແວ, ສ.ອາເມລິກາ, ເຢຍລະມັນ.
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top