• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍຄົນຂອງຫວຽດນາມ ໄດ້ຫາຍດີເປັນປົກກະຕິ

      ໄລ່ຮອດເວລາ 12 ໂມງຂອງວັນທີ 30 ມີນາ, ຫວຽດນາມ ໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 194 ຄົນ ໃນນັ້ນ ມີ 55 ກໍລະນີ ໄດ້ປະກາດວ່າຫາຍດີເປັນປົກກະຕິແລ້ວ.
       
      ຕອນເຊົ້າວັນທີ 30 ມີນາ, ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ ຮ່າໂນ້ຍ ໄດ້ໃຫ້ອອກໂຮງໝໍສໍາລັບຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ຫາຍດີເປັນປົກກະຕິ 27 ຄົນ. ຕາມການແນະນໍາຫຼ້າສຸດຂອງກະຊວງສາທາລະນະສຸກແລ້ວ ຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍຫຼັງໄດ້ອອກໂຮງໝໍແລ້ວ ຈະຕ້ອງປະຕິບັດການແຍກຕົວຢູ່ກັບບ່ອນພັກອາໄສ ແລະ ຕິດຕາມສຸຂະພາບພາຍໃນ 14 ວັນ.
        ແລະກໍໃນວັນດຽວກັນ, ຢູ່ໂຮງໝໍປິ່ນປົວພະຍາດລະບົບຫາຍໃຈ ກູ໋ຈີ ນະຄອນໂຮ່ຈີມິນ ກໍໄດ້ປະກາດວ່າ ມີຜູ້ຕິດເຊື້ອພະຍາດດັ່ງກ່າວ 3 ຄົນ ກໍໄດ້ຫາຍດີເປັນປົກກະຕິພາຍຫຼັງໄດ້ປິ່່ນປົວເປັນເວລາຫຼາຍວັນ. ໃນຈໍານວນຜູ້ຕິດເຊື້ອ 3 ຄົນດັ່ງກ່າວ ມີຜູ້ໜຶ່ງເປັນຊາວຕ່າງປະເທດ ແລະ ສອງຄົນເປັນຊາວຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top