• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ຜູ້ກໍ່ສ້າງນັກອອກແບບໃຫ້ແກ່ຂະແໜງແຟຊັ່ນ ຫວຽດນາມ

ພາຍຫຼັງການສິດສອນຢູ່ ຫວຽດນາມ ມາເປັນເວລາ 5 ປີ, ນາງ May Cortazzi ໄດ້ປະກອບສ່ວນ ກໍ່ສ້າງນັກອອກແບບທີ່ມີຊື່ສຽງຂອງຂະແໜງແຟຊັ່ນ ຫວຽດນາມຢ່າງ​ມີ​ຜົນ​ສໍາ​ເລັດຄື: ນາງ ຫວູຕາລິງ, ທ້າວ ແຄລິ ບຸ່ຍ, ທ້າວ ເລີມຢາຄາງ… ພ້ອມນັ້ນກໍ່ຊ່ວຍເຮັດໃຫ້ສະພາບ​ແວດ​ລ້ອມການກໍ່ສ້າງ, ສິດສອນວິຊາອອກແບບຂອງ ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ ທີ່ ຮ່າໂນ້ຍ ກາຍເປັນມືອາຊີບ, ດຶງດູດຄວາມສົນໃຈຂອງວົງການແຟຊັ່ນພາຍໃນ ແລະ ສາກົນຢ່າງຫຼວງຫຼາຍ.
ຮຽນຈົບຂະແໜງວິຊາອອກແບບແຟຊັ່ນ-ມະຫາວິທະຍາໄລ Northumbria ແລະ ມີໃບປະກາສະ​ນິຍະ​ບັດປະລິນຍາໂທລົງ​ເລິກຂະແໜງວິຊາອອກແບບແຟຊັ່ນ ຈາກມະຫາວິທະຍາໄລ Nottingham Trent ຂອງ ອັງກິດ, ນາງ May Cortazzi ໄດ້​ເລືອກ​ເອົາ​ຮ່າ​ໂນ່ຍ​ເປັນ​ບ່ອນ​ດໍາລົງ​ຊີວິດ ​ແລະ ​ເຮັດ​ວຽກ​ໃນ​ຂົງ​ເຂດ​ອອກ​ແບບ​ແຟຊັນ.

ປະຈຸບັນ, ລາວດໍາລົງ ຕຳແໜ່ງເປັນ ຫົວໜ້າຂະແໜງວິຊາອອກແບບຂອງ ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ ແລະ ປະກອບສ່ວນຢ່າງ​ມີ​ຜົນ​ສໍາ​ເລັດເຂົ້າໃນການກໍ່ສ້າງບັນດານັກອອກແບບດີເດັ່ນຂອງ ຫວຽດນາມ.ກ່ອນທີ່ມາເຮັດວຽກຢູ່ ຫວຽດນາມ, ນາງ May Cortazzi ເຄີຍໄດ້ເຮັດວຽກຢູ່ບັນດາໂຮງຮຽນຂອງ ອັງກິດ, ອິນໂດເນເຊຍ ແລະ ໄທ ແຕ່ປີ 2004. ປີ 2010, ລາວຍ້າຍມາເຮັດວຽກຢູ່ ຫວຽດນາມ ຕາມຄຳເຊີນຂອງສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ ທີ່ ຮ່າໂນ້ຍ ໂດຍຈຸດປະສົງຢາກຮູ້ຄວາມແຕກຕ່າງໃນຂະແໜງແຟຊັ່ນຢູ່ບັນດາປະເທດ ແລະ ກໍ່ຢາກພັດທະນາວຽກງານຂອງຕົນຂຶ້ນ​ສູ່ລະດັບສູງກວ່າ.
 
ເມື່ອຫາກໍ່ມາເຮັດວຽກທີ່ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ, ນາງ May Cortazzi ກໍ່ປະສົບຄວາມຫຍຸ້ງຍາກ
ຫຼາຍປະການ. ເພາະສະນັ້ນໃນ​ໄລຍະ​ເວລາ​ສັ້ນໆ, ລາວຈໍາຕ້ອງສ້າງ​ຄວາມ​ຄຸ້ນ​ເຄີຍ​ກັບ​ສະພາບ​ແວດ​ລ້ອມ ທັງ ຖ່າຍທອດ ຄວາມຮູ້ທີ່ດີທີສຸດໃຫ້ແກ່ນັກຮຽນຂອງຕົນ. 

ນາງ May Cortazzi ໄດ້ຖ່າຍທອດບັນດາຄວາມຊຳນິຊຳນານ
ໃນການອອກແບບແຟຊັ່ນ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ. 



ນາງ May Cortazzi ແນະນໍານັກສຶກ ອອກແບບຜ່ານບັນດາບົດຝຶກຫັດໃນຊົ່ວໂມງຮຽນ. 


ນາງ May Cortazzi ກວດກາບັນດາບົດຝຶກຫັດກ່ຽວກັບການອອກແບບ ໃຫ້ນັກສຶກສາ.


ນາງ May Cortazzi ກວດກາບັນດາຊຸດອອກແບບ
ໂດຍນັກສຶກສາປະຕິບັດຕາມການແນະນຳຂອງລາວ. 



ນາງ May Cortazzi ເປັນລູກຄ້າທີ່​ມັກມາຊື້ຜະລິດຜົນຊຸດອອກແບບ​ໂດຍ​ນັກ​ສຶກສາ​ຂອງ​ລາວ​ເອງ.   


ນາງ May Cortazzi ຍັງຊ່ວຍເຫຼືອດ້ານ​ແນວ​ຄວາມ​ຄິດ​ໃຫ້ນັກສຶກສາໃນການ
ອອກແບບບັນດາຊຸດໂສ້ງເສື້ອທີ່ສະແດງໃນພິທີປ້ອງກັນບົດຈົບຊັ້ນຂອງຕົນ. 



ນາງ May Cortazzi ​ໃຫ້​ຄໍາປຶກສາ​ແກ່ນັກຮຽນກ່ຽວ​ກັບ​ວິທີ​ທີ່​ຈະ​ຂາຍໄດ້
ຜະລິດຕະພັນຂອງຕົນ ຢູ່ທີ່ບັນດາລາຍການຂອງສະຖາບັນ. 



ນາງ May Cortazzi ​ໃຫ້​ຄໍາປຶກສາ​ແກ່ນັກຮຽນຂອງຕົນກ່ຽວກັບການຈັດ​ວາງ​ເຄື່ອງ​ຂອງ​ສິນຄ້າ​
ໃນ
ຮ້ານຂາຍເຄ່ືອງຂອງ​ຕົນ ຢູ່ ທີ່ບັນດາງານວາງສະແດງ ຜະລິດຕະພັນໂດຍສະຖາບັນຈັດຂຶ້ນ. 



ລາວໄດ້ຈັດຕັ້ງບັນດາງານວາງສະແດງ ແລະ ງານປ້ອງກັນບົດ
ຈົບຊັ້ນໃຫ້ແກ່ບັນດານັກສຶກສາ.



ບັນດາງານວາງສະແດງ ແລະ ງານປ້ອງກັນບົດຈົບຊັ້ນ ໂດຍນາງ May Cortazzi ຈັດຕັ້ງ
ເປັນໂອກາດເພື່ອໃຫ້ນັກສຶກສາ
ຂະແໜງການອອກແບບ ຫວຽດນາມ ສະແດງຄວາມສາມາດ
ແລະ ການ​ເຕີບ​ໃຫຍ່ຂອງຕົນ.



ນາງ May Cortazzi ເປັນຜູ້ປະກອບສ່ວນເຂົ້າໃນການ ກໍ່ສ້າງຢ່າງມີ​ຜົນສຳເລັດບັນດານັກອອກແບບ
ທີ່ມີຊື່ສຽງຂອງວົງການ
ແຟຊັ່ນ ຫວຽດນາມ.



ເຖິງວ່າ ເປັນອາຈານ​ຜູ້​ໜຶ່ງ​ທີ່​ເອົາ​ໃຈ​ຍາກ​ໃນ​ເວລາ​ສິດສອນ​ນັກຮຽນ,
ແຕ່ນອກຊົ່ວໂມງ ສອນລາວກໍ່ເປັນ ​ເພື່ອນຜູ້ໜຶ່ງຂອງບັນດານັກສຶກສາ. 

ນາງ May Cortazzi ເຄີຍໄດ້ຮັບຫຼາຍລາງວັນໃນຂະແໜງ
ອຸດສາຫະກຳແຟຊັ່ນ ຄື: ລາງວັນວິສາຫະກິດສີຂຽວ ໂດຍ ຫ້ອງການການຄ້າ Derbyshire ມອບໃຫ້, ລາງວັນນັກທຸລະກິດມີຄວາມປະດິດສ້າງ
Nottingham ໂດຍສະພານະຄອນ Nottingham ມອບໃຫ້ ແລະ ລາງວັນນັກທຸລະກິດແຟຊັ່ນ ອັງກິດ ໂດຍສະພາ ອັງກິດ ມອບໃຫ້. 
ດ້ວຍ ປະສົບການຂອງຕົນ, ລາວໄດ້ຖ່າຍທອດບັນດາຄວາມຊຳນິຊຳນານໃນການອອກແບບແຟຊັ່ນ ໃຫ້ແກ່ບັນດານັກສຶກສາຂະແໜງແຟຊັ່ນ ຫວຽດນາມ.​ ທຳອິດລາວແນະນຳເຖິງປະຫວັດຄວາມເປັນມາຂອງຂະແໜງແຟຊັ່ນໂລກ, ວັດທະນະທຳແຟຊັ່ນ ເພື່ອໃຫ້ນັກສຶກສາມີການສັງເກດລວມ. ຫຼັງຈາກນັ້ນ ລາວຈຶ່ງສອນບັນດາຄວາມຊຳນິຊຳນານ, ການຄົ້ນຄວ່າທ່າອ່ຽງແຟຊັ່ນ ບໍ່ພຽງແຕ່ເທິງເວທີສະແດງເທົ່ານັ້ນຫາກຍັງຢູ່ທ້ອງຖະໜົນເພື່ອໃຫ້ນັກຮຽນເສີມຂະຫຍາຍຄວາມສາມາດຂອງຕົນໃນການຄາດຄະເນບັນດາທ່າອ່ຽງ, ພ້ອມນັ້ນກໍ່ຊອກຮູ້ການຕະຫຼາດເພື່ອຂາຍໄດ້ຜະລິດຕະພັນຂອງຕົນດ້ວຍລາຍຈ່າຍຕຳ່ທີ່ສຸດ.
 
ພິເສດ, ເມື່ອເຮັດວຽກຢູ່ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ, ລາວປະສົບຜົນສຳເລັດໃນການຈັດຕັ້ງບັນດາງານວາງສະແດງ ແລະ ພິທີປ້ອງກັນບົດຈົບຊັ້ນໃຫ້ແກ່ນັກສຶກສາ. ດ້ວຍບົດຮຽນກ່ຽວກັບການຈັດຕັ້ງງານວາງສະແດງສາກົນ ແລະ ການສະແດງເທິງເວທີ Catwalk, ນາງ May Cortazzi ເປັນຜູ້ແນະນຳ ແລະ ຊີ້ນຳບັນດາລາຍການປ້ອງກັນບົດຈົບຊັ້ນ
ຂອງນັກສຶກສາທີ່ຮຽນຢູ່ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ.
 
ເມື່ອເວົ້າເຖິງທີ່ລະນຶກ​ແລະ​ສິ່ງ​ທີ່​ຄວນ​ຈົດ​ຈໍາ​ທີ່​ສຸດຂອງຕົນໃນເວລາເຮັດວຽກຢູ່ສະຖາບັນ, ນາງ May Cortazzi ໃຫ້ຮູ້ວ່າ ນັ້ນແມ່ນເລື່ອງທີ່ລາວ​ໄດ້ແນະນຳ ນັກສຶກສາ 5 ຄົນຈັດຕັ້ງງານວາງສະແດງ ແລະ ປ້ອງກັນ ບົດຈົບຊັ້ນ ເມ່ືອປີ 2015. ສຳລັບລາວ, ນີ້ແມ່ນໄລຍະທາງທີ່ເຕັມໄປດ້ວຍຄວາມຮູ້ສຶກ ​ເມື່ອ​ເລີ່​ມດ້ວຍ​ການກະກຽມຮ່ວມກັບນັກສຶກສາຈົນເຖິງເວລາສິ້ນສຸດລາຍການ. ລາວໄດ້ຊ່ວຍເຫຼືອນັກສຶກສາກະກຽມຈັດຕັ້ງລາຍການ​ເປັນເວລາໜຶ່ງປີ, ນັບ​ຕັ້ງ​ແຕ່ການສ້າງ​ແນວ​ຄວາມ​ຄິດ,ອອກແບບຈົນເຖິງການຖ່າຍທໍາວິດີໂອ ໂຄສະນາ, ​ແນວ​ຄວາມ​ຄິດ​​ໃນ​ການສະ​ແດງ​ໃນ​ງານ​ວາງສະ​ແດງ ແລະ ປ້ອງກັນບົດຈົບຊັ້ນ. ສິ້ນສຸດ ລາຍການດ້ວຍ 5 ຊຸດອອກແບບຂອງນັກສຶກສາ 5 ຄົນໄດ້ຖືກ​ຄັດເລືອກເອົາໄປວາງສະແດງທີ່ ສັບປະດາແຟຊັ່ນ ຫວຽດນາມ. 
ບົດ: ເງິນຮ່າ - ພາບ: ແຄງລອງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top