• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ກຳກັບຍິງ Connie Field ແລະ ຮູບເງົາ ເລື່ອງ “ຜູ້ຟື້ນຄືນ ເຫດການ ໝີ໊ລາຍ”

ເປັນຜູ້ຜະລິດຮູບເງົາເອກະສານ ນຳໜ້າ ກ່ຽວກັບ ບັນຫາທາງ ສັງຄົມ ແລະ ເຄີຍຄວ້າລາງວັນ Emmy, Oscar. ເມື່ອບໍ່ດົນ ມານີ້, ຜູ້ກໍາກັບ ຊາວ ອາເມລິກາ Connie Field ມາ ຫວຽດ ນາມ ເພື່ອເປີດຕົວຮູບເງົາເລື່ອງ “ຜູ້ຟື້ນຄືນເຫດການ ໝີ໊ລາຍ”. ນີ້ແມ່ນຮູບເງົາ ທີ່ຕົວທ່ານເອງ ແລະ ບັນດາເພື່ອນຮ່ວມງານ ເປັນຜູ້ປະຕິບັດ ມີເນື້ອໃນ ກ່າວເຖິງ ຂະບວນການຕໍ່ຕ້ານ ສົງ ຄາມ ທີ່ເກີດຂຶ້ນຢູ່ ສ ອາເມລິກາ ຫຼັງຈາກເຫດການສັງຫານໝູ່ ທີ່ເກີດຂຶ້ນຢູ່ ໝີ໊ລາຍ ຕາແສງ ເຊີນໝີ, ເມືອງ ເຊີນຕີ້ງ, ແຂວງ ກວ່າງຫງ໊າຍ ຂອງ ຫວຽດນາມ. 
ຜູ້ຜະລິດຮູບເງົາ ກ່ຽວກັບ ບັນດາບັນຫາສັງຄົມ
ພວກຂ້າພະເຈົ້າ ພົບກັບ ຜູ້ກຳກັບ Connie Field ໃນຂະນະ ທີ່ທ່ານນາງ ມາ ຫວຽດນາມ ເພື່ອເປີດສາຍ ຮູບເງົາເລື່ອງ “ຜູ້ຟື້ນ ຄືນເຫດການ ໝີ໊ລາຍ”. ທ່ານນາງ Connie Field ໃຫ້ຮູ້ວ່າ ແຕ່ ປີ 1967 ຮອດປີ 1973, ທ່ານນາງ ເປັນນັກການເມືອງ ເຄີຍ ເຂົ້າ ຮ່ວມຂະບວນການ ຕໍ່ຕ້ານສົງຄາມຢູ່ ຫວຽດນາມ ແລະ ທຳການເຄື່ອນໄຫວ ໃນອົງການຈັດຕັ້ງຈຳນວນໜ່ຶງ ກ່ຽວກັບສິດທິ ຂອງແມ່ຍິງ.

ໃນໄລຍະນີ້, ທ່ານນາງ Connie Field ໄດ້ພ້ອມກັບ ອົງການ ຈັດຕັ້ງ Newsreel ປະຕິບັດ  ແລະ ແຈກຢາຍຮູບເງົາ ກ່ຽວກັບ ບັນດາຂະບວນການສັງຄົມ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ທ່ານນາງ ຄິດວ່າ ການຜະລິດຮູບເງົາ ຈະຊ່ວຍ ເພີ່ມລາຍຮັບ ທັງສາມາດ ໂຄສະນາ ບັນດາບັນຫາສັງຄົມ ເຖິງມວນຊົນ ໄດ້ຍິ່ງຂຶ້ນ. ປີ 1973, ທ່ານນາງ ຕັດສິນໃຈ ໄປຍັງລັດ New York ເຮັດ ວຽກ ເປັນ ຜູ້ຊ່ວຍ ໃນການຜະລິດ ຟີມເອກະສານ ແລະ ຟີມເລື່ອງ. ຫຼັງຈາກນັ້ນ, ທ່ານນາງ ໄດ້ຍ້າຍໄປຍັງລັດ California ເພື່ອ ເຮັດວຽກ ກັບ ກຸ່ມຜະລິດ ຮູບເງົາ ກຸ່ມໜຶ່ງ ດ້ວຍຈຸດປະສົງ ສ້າງ ບັນດາຟີມຮູບເງົາ ທີ່ມີລັກສະນະ ສັງຄົມ.

ຮູບເງົາເລື່ອງທຳອິດ ທີ່ຜູ້ກຳກັບ Connie Field ຜະລິດ ໂດຍ ຕົນເອງມີຊື່ວ່າ: “The Life and Times of Rosie the Riveter” ຊຶ່ງກ່າວເຖິງ ແມ່ຍິງ ທີ່ເຮັດວຽກໃນສະໄໝ ສົງຄາມ ໂລກຄັ້ງ ທີ II, ເຂົາເຈົ້າຕ້ອງໄດ້ເຮັດວຽກ ຂອງຜູ້ຊາຍຕະຫຼອດ ໄລຍະສົງຄາມ ແລະ ຖືກປ່ອຍປະ ຫຼັງຈາກສົງຄາມ ສິ້ນສຸດລົງ ບໍ່ດົນ. ຮູບເງົາເລື່ອງນີ້ ໄດ້ນຳສະເໜີ ອອກສູ່ ສາຍຕາ ທ່ານຜູ້ ຊົມ ເມື່ອເດືອນ ກັນຍາ 1980 ແລະ ຄວ້າລາງວັນສາກົນ ຫຼາຍ ລາງວັນ ທີ່ສະຫງວນໃຫ້ແກ່ ຮູບເງົາ ເອກະສານ ມ່ວນທີສຸດ ແລະ ໄດ້ຖືກສະເໜີຊື່ ເຂົ້າຊີງ ລາງວັນ Oscar. ນອກຈາກນັ້ນ, ຮູບເງົາ ເລື່ອງນີ້ຍັງໄດ້ແປເປັນ 20 ພາສາ ເພື່ອການສາຍ ໃນ ງານບຸນ ແລະ ມະຫາວິທະຍາໄລ ຫຼາຍແຫ່ງ ຢູ່ສ.ອາເມລິກາ, ອັງກິດ, ອົສຕຣາລີ ແລະ ອື່ນໆ...

ຫຼັງຈາກຮູບເງົາເລື່ອງທຳອິດນີ້ ໄດ້ປະສົບຜົນສຳເລັດ, ບັນດາ ຮູບເງົາ ທີ່ມີເນື້ອໃນ ກ່ຽວກັບຂະບວນການ ສິດທິມະນຸດ, ການ ຕໍ່ສູ້ ກ່ຽວກັບສຸຂະພາບ ທົ່ວໂລກ, ຕ້ານການຈຳແນກເຊື້ອຊາດ ຂອງ ທ່ານນາງ ໄດ້ຮັບຫຼາຍ ລາງວັນທີ່ແຕກຕ່າງກັນ ແລະ ໄດ້ ສາຍບົນຊ່ອງໂທລະພາບ ຂອງບັນດາ ປະເທດເຊັ່ນ: ຍີ່ປຸ່ນ, ບຣາຊິນ, ອາຟຣິກາໃຕ້, ອັງກິດ, ອົສຕຣາລີ ແລະ ອື່ນໆ...

ເມື່ອກ່າວເຖິງ ການ ຜະລິດຮູບເງົາ, ຜູ້ກຳກັບ Conne Field ໄດ້ກ່າວວ່າ: “ປັດຈຸບັນ, ເຕັກໂນໂລຊີ ມີການ ຂະຫຍາຍຕົວ ຢ່າງແຂງແຮງ, ເພາະສະນັ້ນ ການຖ່າຍທຳ ແລະ ຮຽບຮຽງ ຮູບ ເງົາ ກໍ່ງ່າຍດາຍກວ່າ. ສິ່ງທີ່ໃຊ້ເວລາ ຫຼາຍທີ່ສຸດ ແມ່ນການ ຂໍອຸປະຖຳ ຈາກຜູ້ສະໜັບສະໜູນເພື່ອຜະລິດຮູບເງົາ”.

ດ້ວຍຜົນງານດີເດັ່ນ ໃນການຜະລິດຮູບເງົາເອກະສານ, ທ່ານ ນາງ ໄດ້ຮັບລາງວັນ John Grierson ໃນປະເພດ  ຮູບເງົາ “ນັກຜະລິດຮູບເງົາ ດ້ານສັງຄົມ ທີ່ດີເດັ່ນສຸດ” ແລະ ກາຍເປັນ ສະມາຊິກ ຂອງສະພາບັນດິດ ວິທະຍາສາດ ແລະ ສິລະປະ ຮູບເງົາ ອາເມລິກາ. ປັດຈຸບັນ, ທ່ານນາງ ໄດ້ສ້າງຕັ້ງ ບໍລິສັດ Clarity Films ແລະ ກາຍເປັນຜູ້ຜະລິດ ຮູບເງົາ ເອກະລາດ ກ່ຽວກັບ ເລື່ອງລາວ ຕ່າງໆ ທີ່ຍັງບໍ່ທັນຖືກເປີດເຜີຍໃນປະຫວັດສາດ. 


ທ່ານນາງ Connie Field, ຜູ້ກໍາກັບ ຮູບເງົາເລື່ອງ “ຜູ້ຟື້ນຄືນ ເຫດການ ໝີ໊ລາຍ”. ພາບ: ແຄ໋ງລອງ


ຜູ້ກຳກັບ Connie Field ຮັບລາງວັນ Emmy ຮູບເງົາເລື່ອງ "Have You Heart From Johannesburg" ຂອງ ສ ອາເມ ລິກາ ປີ 2012.
ພາບ: ຂ້ໍມູນໂດຍ ຜູ້ກ່ຽວສະໜອງໃຫ້



ຜູ້ກຳກັບ Connie Field ໃນພິທີມອບລາງວັນ Oscar ກັບ ຮູບເງົາເລື່ອງ "Free on my mind" ປີ 1955. ພາບ: ຂ້ໍມູນໂດຍ ຜູ້ກ່ຽວສະໜອງໃຫ້

ເລື່ອງລາວ ກ່ຽວກັບ “ຜູ້ຟື້ນຄືນເຫດການ ໝີ໊ລາຍ”
ຜູ້ກຳກັບ Connie Field ໄດ້ເປີດເຜີຍເຖິງແນວຄວາມຄິດ ສ້າງ ສັນ ໃນການຜະລິດ ຮູບເງົາເລື່ອງນີ້ວ່າ ທ່ານນາງ ໄດ້ພົບກັບ ນັກປະດິດແຕ່ງດົນຕີ Jonathan Berger ໃນງານລ້ຽງຄັ້ງໜຶ່ງ. ຢູ່ທີ່ນີ້, ທ່ານ Jonathan Berger ໄດ້ເອີ່ຍເຖິງ ຈຸດປະສົງ ຂອງ ທ່ານນາງ ໃນການຈະສ້າງຮູບເງົາ ເອກະສານ ເລື່ອງໜຶ່ງ ກ່ຽວ ກັບຕົວລະຄອນ ປະສານສົມທົບ ກັບດົນຕີ ເວົ້າເຖິງ ເຫດການ ສັງຫານໝູ່ ໝີ໊ລາຍ ຢ່າງປ່າເຖື່ອນ ຊຶ່ງໄດ້ເລົ່າຄືນຈາກ ວາທີ Hugh Thompson.

ຮູບເງົາເລື່ອງ “ຜູ້ຟື້ນຄືນເຫດການ ໝີ໊ລາຍ” ໄດ້ເລີ່ມ ຖ່າຍທຳ ເມື່ອ ປີ 2015. ກ່ອນຈະສ້າງຮູບເງົາເລື່ອງນີ້, ຜູ້ກຳກັບConnie Field ຍັງບໍ່ຮູ້ຈັກ ກັບ ວາທີ Hugh Thompson ແຕ່ຢ່າງໃດ, ເພາະສະນັ້ນ ທ່ານນາງ ຕ້ອງໄດ້ຊອກຮູ້ ກ່ຽວກັບຊີວິດຂອງ ຕົວ ລະຄອນ ໂດຍຜ່າຍການ ເລົ່າເລື່ອງ ຂອງ ນັກປະດິດແຕ່ງດົນຕີ Jonathan Berger, ຊອກຮູ້  ຂໍ້ມູນເອກະສານກ່ຽວກັບ ເຫດ ການ ໝີ໊ລາຍ ຢູ່ຕາມອິນເຕີເນັດ ແລະ ຊ່ອງ CBS ຂອງ ສ ອາ ເມລິກາ. ຫຼັງຈາກນັ້ນ, ທ່ານນາງ ໄດ້ໃຊ້ ເວລາ 1 ປີ ເພື່ອການ ຖ່າຍ ທຳຮູບເງົາເລື່ອງນີ້ ແລະ ອີກ 6 ເດືອນ ເພື່ອການບັນນາທິ ການ ຮູບເງົາ ໂດຍມີການ ຊ່ວຍເຫຼືອ ຈາກສາມີ.

ຮູບເງົາເລື່ອງ “ຜູ້ຟື້ນຄືນເຫດການ ໝີ໊ລາຍ” ເລົ່າຄືນ ເຫດການ ສັງຫານໝູ່ໝີ໊ລາຍ ທີ່ໂຫດຮ້າຍປ່າເຖື່ອນ, ໂດຍມີຄວາມ ແຕກ ຕ່າງກັບ ຮູບເງົາ ເລື່ອງອື່ນໆ, ຮູບເງົາເລື່ອງນີ້ ມີລັກສະນະ ສິ ລະປະສູງ ຊຶ່ງສ້າງຜົນກະທົບ ດ້ານຄວາມຮູ້ສຶກ ເມື່ອນຳໃຊ້ ການ ປະສານສຽງ ລະຫວ່າງ ເຄື່ອງດົນຕີພື້ນເມືອງ ຫວຽດນາມ ແລະ ຕາເວັນຕົກ ເຂົ້າກັນ, ຊຶ່ງຊ່ວຍໃຫ້ຜູ້ຊົມ ຮູ້ສຶກໄດ້ຢ່າງ ຈະ ແຈ້ງ ຂອງ ເນື້ອເລື່ອງ. ດົນຕີ ໄດ້ປະກອບສ່ວນ ພັນລະນາ ໃຫ້ ເຫັນເຖິງການສາດກະສູນ ຢ່າງປ່ວງບ້າ ຂອງ ທະຫານ ອາເມລິ ກາ, ຄວາມເຈັບປວດ ຂອງ ປະຊາຊົນ ຫວຽດນາມ, ໂດຍສະ ເພາະ ຢ່າງຍິ່ງ ແມ່ນສ່ອງແສງ ໃຫ້ເຫັນເຖິງຜົນກະທົບທາງ ດ້ານຈິດໃຈ ຢ່າງເລິກເຊິ່ງ ຂອງ ວາທີ Hugh Thompson ໃນ ຂະນະທີ່ເຂົາ ຕັດສິນໃຈ ເປັ່ງສຽງອອກມາ ກ່າວ ປະນາມໂທດ ກຳ ອັນປ່າເຖື່ອນ ຂອງ ທະຫານອາເມລິກາ ໃນການສັງຫານໝູ່ ຢູ່ ໝີ໊ລາຍ.

ຄວາມຄ່ອງແຄ່ວສະຫຼາດສະຫຼຽວ ຂອງ ຜູ້ກຳກັບ Connie Field ໃນຮູບເງົາ ແມ່ນການ ລວບລວມເອົາ ລາຍລະອຽດ 3 ຄັ້ງ ພະຍາຍາມ ກູ້ເອົາຊີວິດປະຊາຊົນ ໝີ໊ລາຍ ຜູ້ໄຮ້ດຽງສາ ຂອງ ນັກບິນ ເຮລີກອບແຕ Hugh Thompson ພ້ອມກັບ ມືປືນກົນ ສອງຄົນ ຄື Larry Colburn  ແລະ  Glenn Andreotta ຊຶ່ງຊ່ວຍໃຫ້ຜູ້ຊົມ ສັງເກດເຫັນໄດ້ ຄວາມໝາຍ ດ້ານມະນຸດສະທຳ ຂອງຮູບເງົາ.



ພິທີ ເປີດສາຍຮູບເງົາ “ຜູ້ຟື້ນຄືນເຫດການ ໝີ໊ລາຍ” ແລະ ພົບ ປະສັງສັນ ກັບນັກກຳກັບ Connie Field ເນື່ອງໃນ ໂອກາດ ລະນຶກ 50 ປີ
ການສັງຫານໝູ່ ໝີ໊ລາຍ ຢ່າງໂຫດຮ້າຍປ່າເຖື່ອນ (1968-2018) ໂດຍ ສະມາຄົມ ຫວຽດນາມ-ອາເມລິກາ ສັງ ກັດ ສະຫະພັນ
ບັນດາ ອົງການຈັດຕັ້ງ ມິດຕະພາບ ຫວຽດນາມ ຈັດຕັ້ງ ທີ່ ຮ່າໂນ້ຍ. ພາບ: ແຄ໋ງລອງ



ຜູ້ກຳກັບ Connie Field ກ່າວກ່ຽວກັບ ຂະບວນການ ຜະລິດ ຮູບເງົາ. ພາບ: ແຄ໋ງລອງ


ຜູ້ກຳກັບ Connie Field ຖ່າຍຮູບທີ່ລະນຶກ ພ້ອມກັບ ແຂກ ທີ່ເຊີນ ເຂົ້າຮ່ວມ ພິທີເປີດສາຍ ຮູບເງົາ “ຜູ້ຟື້ນຄືນເຫດການ
ໝີ໊ລາຍ” ທີ່ຮ່າໂນ້ຍ. ພາບ: ແຄ໋ງລອງ



ຜູ້ກຳກັບ Connie Field ຢ້ຽມຢາມ ຫໍພິພິທະພັນ ເຊີນໝີ໊, ແຂວງ ກວ່າງຫງ໊າຍ. ພາບ: ລາຍການ Talk Vietnam VTV4 ສະໜອງໃຫ້


ຜູ້ກຳກັບ Connie Field ພົບປະກັບປະຊາຊົນທ້ອງຖິ່ນ ຢູ່ ຫໍ ພິພິທະພັນ ເຊີນໝີ໊, ແຂວງ ກວ່າງຫງ໊າຍ.
ພາບ:  ລາຍການ Talk Vietnam VTV4 ສະໜອງໃຫ້



ຜູ້ກຳກັບ Connie Field ພົບປະກັບຜູ້ປະສົບເຄາະຮ້າຍ ຄົນ ໜຶ່ງທີ່ລອດຕາຍ ຈາກເຫດການສັງຫານໝູ່ ໝີ໊ລາຍ ໃນວັນທີ 16 ມີນາ 1968.
ພາບ: ລາຍການ Talk Vietnam VTV4 ສະໜອງໃຫ້

ຜູ້ກຳກັບ Connie Field ໃຫ້ຮູ້ວ່າ: “ມາຫວຽດນາມ ຄັ້ງນີ້, ຂ້າ ພະເຈົ້າ ໄດ້ໄປຍັງ ຫໍພິພິທະພັນ ເຊີນໝີ໊ ແລະ ໄດ້ພົບກັບ ທ່ານ ເຈິ່ນວັນດຶກ ເປັນຜູ້ປະສົບ ເຄາະຮ້າຍ ໃນບັ້ນ ການສັງຫານໝູ່ ໂຫດ ຄັ້ງນັ້ນ. ຂ້າພະເຈົ້າ ໄດ້ຮັບຟັງ ເລື່ອງລາວ ຕ່າງໆ ທີ່ ເກີດຂຶ້ນ ຕົວຈິງ ຊຶ່ງມີຄວາມກ່ຽວພັນເຖິງ ຮູບຖ່າຍ ກ່ຽວກັບ ແມ່ ຂອງ ລາວ ຜູ້ຖືກຍິງຕາຍ ໃນການສັງຫານໝູ່ໂຫດ ທີ່ພວກຂ້າ ພະເຈົ້າ ໄດ້ນຳໃຊ້ໃນຮູບເງົາ. ຂ້າພະເຈົ້າ ຄາດວ່າ ຈະສາຍຮູບ ເງົາ ເລື່ອງນີ້ ໃນຊ່ອງໂທລະພາບ ຂອງ ສ ອາເມລິກາ ແລະ ໃນ ອະນາຄົດ ຈະຜະລິດຮູບເງົາ ກ່ຽວ ກັບຂະບວນການ ຕ້ານສົງ ຄາມ ເພື່ອໃຫ້ ປະຊາຊົນ ສອງປະເທດສາມາດແບ່ງປັນ ແລະ ມີ ຄວາມ ເຂົ້າໃຈເຊິ່ງກັນ ແລະ ກັນ ຍິ່ງຂຶ້ນ. 
ບົດ: ເງິນຮ່າ, ຫງວຽນເຮີບ-ພາບ: ແຄ໋ງລອງ, ຂ້ໍມູນໂດຍ ຜູ້ກ່ຽວ ແລະ ລາຍການ Talk Vietnam VTV4 ສະໜອງໃຫ້

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top