• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ກຳກັບການສະແດງ Olivier Lorelle ນຳຮູບພາບ ຫວຽດນາມ ສະເໜີອອກສູ່ໂລກ

ເປັນຜູ້ແຕ່ງບົດຮູບເງົາກວ່າຊາວເລື່ອງ ທີ່ຖືກສະເໜີ ຮັບ ເລືອກ ແລະ ເຊີດຊູ ໃນບັນດາງານມະໂຫລານຮູບເງົາ ສາກົນທີ່ໃຫຍ່ໆ ເຊັ່ນ: Cannes, Venise, Berlin, Locarno, ນັກຂຽນບົດລະ ຄອນ Olivier Lorelle ເປັນຄັ້ງ  ທຳອິດ ໄດ້ ລອງທົດສອບ ໃນ ບົດບາດໃໝ່ ຄືເປັນຜູ້ກຳກັບ ການສະແດງ ຂອງ ຟີມຮູບເງົາ ທີ່ ໃສ່ຊື່ວ່າ “ທ້ອງຟ້າສີແດງ” (Red Sky) ຊຶ່ງ ໄດ້ຈັດສາກການ ຖ່າຍທຳ ທັງໝົດຢູ່ເຂດໜອງ ບາເບ (ແຂວງ ບັກ ກ້ານ) ແລະ ດົ່ງວັນ (ແຂວງ ຮ່າຢາງ) ຂອງ ຫວຽດນາມ.
ພວກຂ້າພະເຈົ້າພົບກັບຜູ້ກຳກັບການສະແດງ OlivierLorelle ກ່ອນ ນຳສະເໜີ ຮູບເງົາ “ທ້ອງຟ້າສີແດງ” ຢູ່ສູນວັດທະນະທຳ ຝຣັ່ງ ທີ່ຮ່າໂນ້ຍ. ໂອ້ລົມກັບ ພວກຂ້າພະເຈົ້າ ກ່ຽວກັບແນວ ຄວາມຄິດສ້າງສັນ ເນື້ອໃນຮູບເງົາ, ຜູ້ກຳກັບການສະແດງ Olivier Lorelle ໃຫ້ຮູ້ວ່າ ລາວໄດ້ ເບິ່ງຟີມເອກະສານ ແລະ  ປື້ມສະບັບຕ່າງໆ ຢູ່ຫໍສະໝຸດ ຂອງຝຮັ່ງ, ພິເສດແມ່ນ ບົດບັນ ທຶກຄວາມຊົງຈຳ ຂອງ ທະຫານຝຣັ່ງຄົນໜຶ່ງ ທີ່ໄດ້ເຂົ້າຮ່ວມໃນ ສົງຄາມ ຫວຽດນາມ ແລະ ນັ້ນແມ່ນແຮງບັນດານໃຈ ເຮັດໃຫ້ ລາວຂຽນເລື່ອງຮູບເງົານີ້ຂຶ້ນມາ.

ເພື່ອເລືອກບ່ອນຈັດການຖ່າຍທຳ, ຜູ້ກຳກັບການສະແດງ Olivier Lorelle ໄດ້ມາຫວຽດນາມ ແລະ ໄປ ສຳຫຼວດ ສະຖານທີ່ ຈຳນວນໜຶ່ງເຊັ່ນ: ອ່າວຮ້າລອງ, ນິງບິ່ງ, ຮ່າຢາງ... ແລະ ເພິ່ນມີຄວາມຮູ້ສຶກປະທັບໃຈທີສຸດ ຕໍ່ທັດສະນີຍະພາບ ທີ່ມີ ຄວາມງາມແບບດັ້ງເດີມ ແລະ ຍັງບໍ່ທັນຖືກປະກົດຂຶ້ນຢູ່ໃນ  ຮູບເງົາ ຂອງ ໜອງບາເບ (ແຂວງບັກກ້ານ ແລະ ເມືອງ ດົ່ງວັນ (ແຂວງ ຮ່າຢາງ).

ຜູ້ກຳກັບການສະແດງ Olivier Lorelle ໃຫ້ຮູ້ວ່າ “ຂ້າພະເຈົ້າ ມີຄວາມປະທັບໃຈຢ່າງຍິ່ງຕໍ່ທິວທັດທຳມະຊາດ ຢູ່ ນະແຫ່ງນີ້. ຂ້າພະເຈົ້າຄິດວ່າ ໃຜໄດ້ເຫັນແລ້ວ ແມ່ນຢາກຈະກັບມານະ ແຫ່ງນີ້ ແລະ ຢາກຖ່າຍທຳຢູ່ທີ່ນີ້ ຄືຂ້າພະເຈົ້າ. ພ້ອມກັບ ການ ໃຫ້ກຳລັງໃຈ ຂອງບັນດາສະມາຊິກ ໃນຄະນະຖ່າຍທຳ, ຂ້າ ພະເຈົ້າ ໄດ້ຕັດສິນໃຈ ເລືອກສະຖານທີ່ສອງແຫ່ງນີ້ ເພື່ອສອດ ຄ່ອງກັບຫົວເລື່ອງ ແລະ ເນື້ອໃນຂອງຮູບເງົາ”.



ນັກຂຽນບົດລະຄອນ, ຜູ້ກຳກັບການສະແດງ Olivier Lorelle, ສ້າງຮູບເງົາ “ທ້ອງຟ້າສີແດງ” ໄດ້ ເລືອກ ໜອງບາເບ (ແຂວງ ບັກກ້ານ),
ເມືອງ ດົ່ງວັນ (ແຂວງ ຮ່າຢາງ) ຂອງ ຫວຽດນາມ ເປັນບ່ອນຖ່າຍທຳ. ພາບ: ກົງດາດ



ເມື່ອເວົ້າກ່ຽວກັບຄວາມຫຍຸ້ງຍາກຂອງຄະນະຖ່າຍທຳ ໃນຊ່ວງ ເວລາ 3 ສັບປະດາ ຢູ່ຫວຽດນາມ, ຜູ້ກຳກັບການສະແດງ Olivier Lorelle ໃຫ້ຮູ້ວ່າ ຍ້ອນບໍ່ລຶ້ງກັບ ສະພາບອາກາດ ແລະ ມີຄວາມຊຸ່ມສູງ ໄດ້ເຮັດໃຫ້ບັນດາສະມາຊິກ ຂອງຄະນະ ມີຄວາມຮູ້ສຶກອິດເມື່ອຍ ໃນເລລາຖ່າຍທຳ. ແຕ່ວ່າຕາມຄວາມ ຄິດຂອງລາວເອງ, ສິ່ງດັ່ງກ່າວກໍຊ່ວຍໃຫ້ຮູບເງົາ ເລື່ອງນີ້ ໄດ້ສະແດງອອກມາສົມຈິງທີ່ສຸດ. ພາບ: ກົງດາດ


ເພື່ອເລືອກບ່ອນຈັດການຖ່າຍທຳ, ຜູ້ກຳກັບການສະແດງ Olivier Lorelle ໄດ້ມາຫວຽດນາມ ແລະ ໄປ ສຳຫຼວດ ສະ ຖານທີ່ຈຳນວນໜຶ່ງເຊັ່ນ ອ່າວຮ້າລອງ, ນິງບິ່ງ, ຮ່າຢາງ... ແລະ ລາວ ມີຄວາມຮູ້ສຶກປະທັບໃຈທີສຸດ ຕໍ່ທັດສະນີຍະພາບຄວາມ ງາມແບບດັ້ງເດີມ ແລະ ຍັງບໍ່ທັນຖືປະກົດຂຶ້ນຢູ່ໃນ  ຮູບເງົາ ຂອງ ໜອງ ບາເບ (ແຂວງບັກກ້ານ ແລະ ເມືອງ ດົ່ງວັນ (ແຂວງ ຮ່າຢາງ). ພາບ: ເອກະສານ


ນອກຈາກຊ່ວຍ ຜູ້ສ້າງຮູບເງົາ, ນັກສິລະປິນດີເດັ່ນ ຈ່ຽວຊວນ ກໍຖືບົດບາດເປັນຕົວລະຄອນສຳຮອງ ໃນຮູບເງົາເລື່ອງນີ້. ພາບ: ກົງດາດ


ຜູ້ກຳກັບການສະແດງ Olivier Lorelle ແລະ ນັກສະແດງ ເອກຍິງ ຕອບຄຳຖາມນັກຂ່າວ ໃນພິທີເປີດໂຕຮູບເງົາ
ເທື່ອ ທຳອິດຢູ່ຮ່າໂນ້ຍ. ພາບ: ກົງດາດ



ນັກສ້າງຮູບເງົາ ແລະ ຜູ້ກຳກັບການສະແດງ Olivier Lorelle ໂອ້ລົມກັບຜູ້ຊົມກ່ອນເວລາເປີດສາຍ. ພາບ: ກົງດາດ

ຜູ້ກຳກັບການສະແດງ Olivier Lorelle ພ້ອມກັບ ນັກສ້າງ ຟີມຮູບເງົາ ເລືອກເຟັ້ນຕົວລະຄອນເອກ ໂດຍອີງໃສ່ ຮູບຮ່າງ, ຄວາມສະມາດໃນການສະແດງ, ພິເສດແມ່ນຕ້ອງມີຄວາມ ກ້າ ຫານ ເພື່ອເຂົ້າຮ່ວມ ການຖ່າຍທຳຮູບເງົານີ້ໄດ້ຢ່າງສົມບູນ. ຍ້ອນຄ່າໃຊ້ຈ່າຍການຜະລິດ ຮູບເງົາ ຖືກຈຳກັດ, ຄະນະຖ່າຍ ທຳຮູບເງົາ “ທ້ອງຟ້າສີແດງ” ຈິ່ງໄດ້ດຳເນີນການຖ່າຍທຳ ເລື່ອງ ນີ້ ໃນປີ 2015 ໃຊ້ເວລາ 3 ສັບປະດາ, 14 ວັນຢູ່ໜອງ ບາເບ ແລະ 7 ວັນ ຢູ່ດົ່ງວັນ. ເນື້ອໃນຂອງຮູບເງົາ ແມ່ນປິ່ນອ້ອມ ເລື່ອງລາວກ່ຽວກັບ ທະຫານ ຝຣັ່ງ ຄົນໜຶ່ງ ຖືກສົ່ງມາ ຫວຽດ ນາມ ເພື່ອເຂົ້າຮ່ວມການສູ້ຮົບ ລະຫວ່າງ ຝຣ່ັງ ແລະ ຫວຽດນາມ. ເຂົາມີຄວາມຮູ້ສຶກ ເປົ່າປ່ຽວດຽວດາຍ ເມື່ອຢູ່ໃກ້ບ້ານທີ່ບໍ່ຮູ້ຈັກ. ຄວາມດຽວດາຍ ແລະ ມີຫຼາຍຄັ້ງຖືກໂຈມຕີ ດ້ວຍຍຸດທະສາດທາງທະຫານ ຂອງ ຫວຽດນາມ, ພ້ອມກັບບໍ່ລື້ງກັບສະພາບອາກາດ ເຮັດໃຫ້ ເຂົາຕົກຫຼຸມຮັກກັບສາວຫວຽດນາມ. ພວກເຂົາໄດ້ພ້ອມກັນ ລັກໂຕນໜີ ໂດຍຜ່ານປ່າດົງ ແລະ ລີ້ຊ່ອນ ຢູ່ທ່າມກາງ ທຳມະຊາດທີ່ແສນງາມ ໃກ້ກັບໜອງ ບາເບ ເພື່ອຕັດກັບໂລກພາຍນອກ, ອອກຈາກສົງຄາມ. ຜົນສຸດທ້າຍ ທະຫານຝຣັ່ງ ຄົນນີ້ ກໍ່ຖືກຈັບນຳໄປສູ່ເຂດພູເຂົາ ທີ່ສວຍງາມ ໃນເຂດດົ່ງວັນ.

Olivier Lorelle ໄດ້ຮັບລາງວັນ César ກ່ຽວກັບ ຮູບເງົາມ່ວນ ທີສຸດ ໃນຮູບເງົາເລື່ອງ “Indigènes” (ຄົນມາຈາກ ຕ່າງປະ ເທດ) ຂອງ ຜູ້ ກຳກັບການສະແດງ Rachid Bouchared ປີ 2007 ແລະ ຮູບເງົາ ດັ່ງກ່າວ ໄດ້ຮັບລາງວັນສະແດງ ຢູ່ Cannes ແລະ ຖືກສະເໜີ ເຂົ້າແຂ່ງຂັນຮັບ ລາງວັນ Oscars ໃນປີດຽວກັນ. ບົດຮູບເງົາ “Hors la loi” (ນອກວົງກົດໝາຍ) ຂອງ Olivier Lorelle ຂຽນໃຫ້ແກ່ ຜູ້ກຳກັບການສະແດງ Rachid Bouchareb ກໍຖືກເລືອກໃຫ້ເຂົ້າແຂ່ງຂັນຮັບລາງວັນ Oscars ປີ 2010. 
ຄວາມຈັບອົກຈັບໃຈໃນບົດລະຄອນ ຂອງ ຜູ້ກຳກັບການສະແດງ Olivier Lorelle ນັ້ນແມ່ນ ເອົາເລື່ອງ ຄວາມຮັກ ຂອງສອງຕົວລະຄອນ ນຳເຂົ້າໃນການຕໍ່ສູ້ຂອງຄົນ ຫວຽດນາມ ກັບ ຄົນຝຣັ່ງ ເພື່ອຍາດເອົາ ອິດສະຫຼະພາບ ຂອງ ຄົນຫວຽດນາມ ໃນຊຸມຕົ້ນປີ ຂອງສົງຄາມອິນດູຈີນ. ກົງກັນຂ້າມກັບ ຮູບເງົາ ອື່ນໆ ເຊັ່ນ “ຄົນຮັກ” “ດຽນບຽນຝູ” ແລະ “ໂດງເຢືອງ” ຂອງ ບັນດານັກກຳກັບການສະແດງ ກ່ອນໜ້ານີ້ 20 ປີ. “ທ້ອງຟ້າສີແດງ” ເປັນຮູບເງົາ ເລື່ອງທຳອິດ ຂອງ ຝຣ່ັງ ໄດ້ຖ່າຍທຳ ຢູ່ ຫວຽດນາມ ຊຶ່ງໄດ້ເນັ້ນໜັກ ເຖິງ ຄວາມສວຍງາມ ຂອງ ທິວທັດທຳມະຊາດ ແລະ ສົງຄາມ ເປັນພຽງສາກຫຼັງ ເພື່ອເຮັດໃຫ້ ເລື່ອງຄວາມຮັກ ຂອງສອງ ຕົວລະຄອນເອກເດັ່ນຂຶ້ນ.

ເມື່ອເວົ້າກ່ຽວກັບຄວາມຫຍຸ້ງຍາກ ຂອງ ຄະນະຖ່າຍທຳ ໃນເວລາ ຢູ່ຫວຽດນາມ, ຜູ້ກຳກັບການສະແດງ Olivier Lorelle ໃຫ້ ຮູ້ວ່າ ຍ້ອນບໍ່ລື້ງກັບສະພາບອາກາດ, ເພາະສະນັ້ນ ບັນດາສະມາຊິກ ຂອງ ຄະນະ ບາງຄັ້ງຄາວ ມີຄວາມຮູ້ສຶກອິດເມື່ອຍ ໃນເລລາ ຖ່າຍທຳ, ແຕ່ວ່າຕາມຄວາມຄິດຂອງເພິ່ນເອງ, ສິ່ງດັ່ງກ່າວ ກໍຊ່ວຍໃຫ້ ເລື່ອງນີ້ ໄດ້ສະແດງອອກມາ ຢ່າງຊື່ຕົງ ຈາກການໂຕນໜີ ແລະ ການໄລ່ລ່າ ໃນພູຜາປ່າດົງ ຢ່າງອິດເມື່ອຍ.

“ຂ້າພະເຈົ້າໄດ້ອ່ານບົດບັນທຶກຄວາມຊົງຈຳ ຂອງ ທະຫານ ຝຣັ່ງ, ໃນເວລາລາວເຂົ້າຮ່ວມການສູ້ຮົບ ຢູ່ຫວຽດນາມ, ໃນປ່າ ແມ່ນຂາດເຂີນທຸກຢ່າງ, ພິເສດແມ່ຂາດນຳ້. ໃນປ່າມີເຄືອເຂົາ ແລະ ທະຫານຝຣັ່ງ ຄົນນັ້ນ ໄດ້ຕັດເຄືອເຂົາ ເພື່ອໃຫ້ມີ ນ້ຳໄຫຼອອກມາ ແລ້ວດື່ມ. ໃນຮູບເງົາເລື່ອງນີ້, ກໍຈັດໃຫ້ມີສາກ ນີ້ ແລະ ເມື່ອນັກສະແດງສອງຄົນ ໄດ້ຕັດເຄືອເຂົາ ເພື່ອເອົານ້ຳ ດື່ມ, ຂ້າພະເຈົ້າແປກໃຈ ເມື່ອເຫັນວ່າມັນແມ່ນຄວາມຈິງ. ໃນ ຕະຫຼອດຊ່ວງຂອງການຖ່າຍທຳ, ພວກຂ້າພະເຈົ້າໄດ້ຮັບການ ຊ່ວຍເຫຼືອຢ່າງຫຼວງຫຼາຍ ຂອງ ທີມຫວຽດນາມ ແລະ ຖືກຕ້ອນ ຮັບດ້ວຍໄມຕີຈິດອັນອົບອຸ່ນ ຈາກຊາວທ້ອງຖິ່ນ”. ຜູ້ກຳກັບ ການສະແດງ Olivier Lorell ກໍໄດ້ແບ່ງປັນ ກ່ຽວກັບຄວາມ ຮູ້ສຶກ ໃນເວລາຖ່າຍທຳຮູບເງົາ ເລື່ອງນີ້ ຢູ່ຫວຽດນາມ.



ຜູ້ກຳກັບການສະແດງ Olivier Lorelle ໃຫ້ຮູ້ວ່າ “ຂ້າພະເຈົ້າ ມີຄວາມປະທັບໃຈຢ່າງຍິ່ງ ຕໍ່ທິວທັດທຳມະຊາດ ຢູ່ແຫ່ງ ນີ້. ຂ້າພະເຈົ້າຄິດວ່າ
ໃຜໄດ້ຊົມເຫັນ ກໍຈະຢາມມາທີ່ນີ້ ແລະ ຢາກ ຖ່າຍທຳຢູ່ທີ່ນີ້ ຄືຂ້າພະເຈົ້າຢ່າງແນ່ນອນ. ພ້ອມກັບ ການໃຫ້ ກຳລັງໃຈຂອງ ບັນດາສະມາຊິກ
ໃນຄະນະຖ່າຍທຳ, ຂ້າພະເຈົ້າ ໄດ້ເລືອກສະຖານທີ່ສອງແຫ່ງນີ້ ເພື່ອສອດຄ່ອງ ກັບເນື້ອໃນ ຂອງ ຮູບເງົາ”. ພາບ: ເອກະສານ



ຜູ້ກຳກັບການສະແດງ Olivier Lorelle ພ້ອມກັບ ນັກສ້າງ ຟີມຮູບເງົາ ເລືອກເຟັ້ນຕົວລະຄອນເອກ ໂດຍອີງໃສ່ ຮູບຮ່າງ, ຄວາມສະມາດໃສການສະແດງ ແລະ ພິເສດ ຕ້ອງມີຄວາມ ກ້າຫານ ເພື່ອສາມາດເຂົ້າຮ່ວມ ການຖ່າຍທຳ ຮູບເງົານີ້ໄດ້ ສົມບູນ. ພາບ: ເອກະສານ


ຜູ້ກຳກັບການສະແດງ Olivier Lorelle ໃຫ້ຮູ້ວ່າ ຢູ່ “ທ້ອງຟ້າ ສີແດງ”, ທິວທັດ ທຳມະຊາດ ຫວຽດນາມ ເປັນ ຕົວລະຄອນ ສຳຄັນອັນດັບທີສາມ
ຖັດຈາກ ສອງຕົວລະຄອນເອກ. ພາບ: ເອກະສານຜູ້ກຳກັບການສະແດງ Olivier Lorelle ໃຫ້ຮູ້ວ່າ ຢູ່ “ທ້ອງຟ້າ ສີແດງ”, ທິວທັດ ທຳມະຊາດ ຫວຽດນາມ ເປັນ ຕົວລະຄອນ ສຳຄັນອັນດັບທີສາມ ຖັດຈາກ ສອງຕົວລະຄອນເອກ. ພາບ: ເອກະສານ



ຕົວລະຄອນເອກຍິງ ໃນການຖ່າຍທຳ ຮູບເງົາ ຢູ່ເຂດ ພູພຽງ ຫີນ ດົ່ງວັນ. ພາບ: ເອກະສານ


ໃນການຖ່າຍທຳ, ຜູ້ກຳກັບການສະແດງ Olivier Lorelle ຮັກ ສາໄວ້ ທັດສະນີຍະພາບ ຂອງ ຫວຽດນາມ ຢ່າງສົມຈິງທີສຸດ. ພາບ: ກົງດາດ


ທີມນັກສະແດງຂອງຫວຽດນາມທີ່ເຂົ້າຮ່ວມສ້າງຮູບເງົາເລື່ອງນີ້. ພາບ: ເອກະສານ


ຄວາມສວຍງາມ ຂອງທຳມະຊາດ ໜອງ ບາເບ, ພູຜາປ່າດົງ, ດົ່ງວັນ ໄດ້ປະກົດຕົວໃນຮູບເງົາ. ພາບ: ເອກະສານ


ຮູບເງົາ ສະແດງໃຫ້ເຫັນພູຜາປ່າດົງພົງໄພທີ່ ກວ້າງໃຫຍ່ໄພສານ ຂອງ ເຂດພູສູງຫວຽດນາມ. ພາບ: ເອກະສານ






ຮູບພາບຈຳນວນໜ່ຶງໃນຮູບເງົາ “ທ້ອງຟ້າສີແດງ”. ພາບ: ເອກະສານ

ຕາມທີ່ຮູ້, ຮູບເງົາ “ທ້ອງຟ້າສີແດງ” ຈະໄດ້ເປີດສາຍ ຢູ່ໂຮງສາຍຮູບເງົາຝຣ່ັງ ໃນເດືອນ ກໍລະກົດ 2017. ນອກຈາກ ນັ້ນ, ຜູ້ກຳກັບການສະແດງ Olivier Lorelle ພ້ອມກັບນັກ ສ້າງຮູບເງົາ Mille Et Une Produtions  ກຳລັງເຮັດວຽກ ກັບ ບັນດາ ບໍລິສັດຂອງ ຫວຽດນາມ ພ້ອມກັບ ນາງ ຫງວຽນທິຈ່ຽວຊວນ, ນັກສິລະປິນດີເດັ່ນ ຂອງ ຫວຽດນາມ ໃນ ການຈຳໜ່າຍຟີມ ເພື່ອ ກະກຽມໃຫ້ການເປີດສາຍ ຢູ່ໂຮງສາຍຮູບເງົາ ຫວຽດນາມ ໃນເດືອນຕຸລາປີນີ້. 
ບົດ: ເງິນຮ່າ - ພາບ: ກົງດາດ-ເອກະສານ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top