• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຜັກປອດສານພິດ ເຍີດຫວຽດ ເປັນທີ່ນິຍົມຈາກຜູ້ບໍລິໂພກ

ຈາກຄວາມມຸ່ງຫວັງໃນການຜະລິດ ອອກບັນດາຜະລິດຕະພັນກະສິກຳທີ່ປອດສານພິດ, ທ່ານ ຫງວຽນດິ່ງທຽບ ພ້ອມກັບເພ່ືອນຮ່ວມງານ ຈຳ ນວນໜຶ່ງໄດ້ຕັດສິນໃຈນຳໃຊ້ຕົວແບບການເພາະປູກຂອງໝູ່ບ້ານ Kawa kami (ຍີ່ປຸ່ນ) ແລະ ເລີ່ມປະສົບຜົນສຳເລັດ, ຕອບສະໜອງ ຄວາມ ຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ ຢູ່ ຫວຽດນາມ ໄດ້.
ທ່ານ ຫງວຽນດິ່ງທຽບ-ຜູ້ອຳນວຍການບໍລິສັດຫຸ້ນສ່ວນຜັກ ເຍີດຫວຽດ ໃຫ້ຮູ້ວ່າ: “ທາງບໍລິສັດໄດ້ສົ່ງພະນັກງານຈຳນວນໜຶ່ງໄປຮຽນວິທີການຜະລິດກະສິກຳປອດສານພິດ ຢູ່ບ້ານ Kawakami (ຍີ່ປຸ່ນ) ແລ້ວກັບ ມາ ສ້າງຕົວແບບດັ່ງກ່າວຢູ່ຕາແສງ ຈຸງເຫງ້ຍ (ນະຄອນ ຮຶງອຽນ). ໃນ ນັ້ນ, ຊາວກະສິກອນຢູ່ ຍີ່ປຸ່ນ ໄດ້ໃຫ້ຄຳປຶກສາ, ຊ່ວຍເຫຼືອທາງດ້ານ ເຕັກນິກ, ແນວປູກ ແລະ ເຄື່ອງຈັກຈຳນວນໜຶ່ງເພື່ອໃຫ້ພວກຂ້າພະ ເຈົ້າມີຄວາມສະດວກໃນການຜະລິດ”.

ຈຸດເດັ່ນຂອງການປູກຜັກທີ່ນິຄົມຜັກ ເຍີດຫວຽດ ຢູ່ ຮືງອຽນ ແມ່ນນອກຈາກການເຮັດດິນຢ່າງລະອຽດລະອໍ,​ ໃສ່ຝຸ່ນອິນຊີໜຶ່ງເທື່ອ, ແນວປູກຮັບປະກັນດ້ານມາດຕະຖານ 100%, ຜັກໄດ້ປູກຢູ່ທີ່ນີ້ ຈະໄດ້ປົກດ້ວຍຜ້ານິລອນ ເພື່ອປະຢັດນຳ້, ເພີ່ມຄວາມສາມາດຮັບເອົາທາດບຳລຸງ, ຮັກສາຄວາມຊຸ່ມໃຫ້ຜັກ. “ເຕັກນິກການປູກຜັກຂອງ ຍີ່ປຸ່ນ ມີຄວາມ ແຕກຕ່າງກັບວິທີການປູກຜັກຂອງ ຫວຽດນາມ, ຊາວ ຍີ່ປຸ່ນ ເຂົາເຈົ້າ ເຮັດດິນໜຶ່ງເທື່ອ, ໃສ່ຝຸ່ນໜຶ່ງເທື່ອເທົ່ານັ້ນ, ສະນັ້ນ ເຂົາເຈົ້າສາມາດປູກຜັກໄດ້ 2-3 ລະດູໃນການເຮັດດິນໜຶ່ງເທື່ອ”, ອ້າຍ ຫງວຽນດິ່ງທຽບເນັ້ນໜັກຄືແນວນັ້ນ.  


ນິຄົມປູກຜັກ ເຍີດຫວຽດ ໄດ້ນຳໃຊ້ຝຸ່ນອິນຊີ ເຂົ້າໃນການປູກ ເພື່ອ ເຮັດໃຫ້ຜັກ ມີຄວາມແໜ້ນ,
ກອບ ແລະ ປອດໄພ ຕໍ່ຜູ້ບໍລິໂພກ.



ແນວພັນ ຜັກກາດ ທີ່ເປັນມູນເຊື້ອຂອງ ຫວຽດນາມ ໄດ້ກ້າເບ້ຍທີ່ ນິຄົມຜັກເຍີດຫວຽດ.


ຫຼັງຈາກທີ່ກຽມດິນ, ຫວ່ານແນວປູກ, ຂີ້ແກບ ໄດ້ຫວ່ານ ໃສ່ໜານຜັກ ເພື່ອເຮັດໃຫ້ດິນຜົງ,
ບໍ່ແຂງ ຫຼັງຈາກການຫົດນຳ້ ຫຼື ຝົນຕົກ. 



ຜັກໄດ້ປູກເປັນໜານ, ໄດ້ປົກດ້ວຍຜ້ານິລອນ ຕາມຕົວແບບຜະລິດຜັກ
ຂອງບ້ານ Kawakami ເພື່ອຮັກສາຄວາມຊຸ່ມໃຫ້ຜັກ, ເພີ່ມຄວາມ
ສາມາດຮັບເອົາທາດບຳລຸງ, ກຳຈັດດິນເປື້ອນ ແລະ ຫຍ້າໃຫ້ຜັກ.



ລະບົບຫົດນຳ້ ໃຫ້ຜັກ ໄດ້ເອົາມາແຕ່ບໍ່ນຳ້ສະອາດທີ່ນະຄອນ ຮຶງອຽນ ຢ່າງເປັນປະຈຳ
ແລະ ຫົດນ້ຳເພີ່ມຂຶ້ນ ໃນມື້ອາກາດຮ້ອນ.



ເນື້ອທີ່ປູກຜັກກວ່າ 2 ເຮັກຕາຂອງບໍລິສັດ ພວມຜະລິດຜັກ, ໝາກໄມ້ ກວ່າ 22 ຊະນິດ
ທີ່ໄດ້ມາດຕະຖານ ດ້ານຄຸນນະພາບ ແລະ ຖືກ ຮັບ ຮອງ ຈາກ  
VietGAP.



ປູກຜັກກາດຂຽວ ໃນເຮືອນຕານ່າງຕາມມາດຕະຖານ VietGAP ຂອງບໍລິສັດຫຸ້ນສ່ວນຜັກ ເຍີດຫວຽດ
ດ້ວຍເຕັກໂນໂລຊີສູງ ຊ່ວຍເຮັດໃຫ້
ຜັກແຍກອອກຕ່າງຫາກ ຈາກແມງໄມ້ກໍ່ໃຫ້ເກີດພະຍາດ ຫຼື ຮັບມືກັບ
ການປ່ຽນແປງຂອງດິນຟ້າອາກາດ.



ເຂດປູກຜັກຂອງບໍລິສັດຜັກ ເຍີດຫວຽດ ຮັບປະກັນໄດ້ 5 ມາດຕະຖານສະອາດຂອງກະສິກຳ ຍີ່ປຸນຄື:
ແນວປູກສະອາດ, ນຳ້ສະອາດ, ດິນສະ ອາດ, ການເພາະປູກສະອາດ ແລະ ການເກັບກ່ຽວຫຸ້ມຫໍ່ ທີ່ສະອາດ.



ປະຈຸບັນ, ດ້ວຍເນື້ອທີ່ການປູກ 2 ເຮັກຕາ, ຄຽງຂ້າງເນື້ອທີ່ປູກຜັກ ທີ່ ເປັນມູນເຊື້ອຂອງ ຫວຽດນາມ,
ບໍລິສັດຫຸ້ນສ່ວນຜັກ ເຍີດຫວຽດ ຍັງ
ໄດ້ ປູກຜັກທີ່ມີຕົ້ນກຳເນີດຈາກ ຍີ່ປຸ່ນ ຄື: ຜັກສະຫຼັດ, ຜັກກາດຂາວ. 



ຜັກກາດຂຽວ, ຜັກການຫວານ... ຂອງບໍລິສັດໄດ້ເກັບກ່ຽວໃນຍາມ
ຕາເວັນຕົກ ຫຼື ຍາມຮຸ່ງເຊົ້າ, ສະນັ້ນ ຈຶ່ງຮັບປະກັນໄດ້ຄວາມສົດໃນ
ເວລາຮັກສາ ແລະ ຈຳໜ່າຍອອກສູ່ຜູ້ບໍລິໂພກ. 



ຜະລິດຕະພັນຜັກຂອງບໍລິສັດຫຸ້ນສ່ວນຜັກ ເຍີດຫວຽດ ໄດ້ປູກຕາມ ແບບບໍ່ນຳໃຊ້ຢາຂ້າແມງໄມ້,
ຢາປາບສັດຕູພືດ, ຝຸ່ນເຄມີ, ສະນັ້ນ ຈຶ່ງສາມາດກິນກັບທີ່ໄດ້.



ນັກຊ່ຽວຊານ ຍີ່ປຸ່ນ ທຳການສຳຫຼວດ, ແນະນຳວິທີການນຳໃຊ້ຕົວແບບການເພາະປູກ,
ເຕັກນິກການບົວລະບັດຜັກໃຫ້ແກ່ ນັກວິສາວະກອນ ຫງວຽນດິ່ງທຽບ, ເຈິ່ນບາເກີນ
ທີ່ນິຄົມຂອງບໍລິສັດຫຸ້ນສ່ວນ ຜັກ ເຍີດຫວຽດ. ພາບ: ເອກະສານ



ຄະນະນັກຊ່ຽວຊານ ຍີ່ປຸ່ນ ພວມສຳຫຼວດ ຕົວແບບ, ຂັ້ນຕອນການ ປູກຜັກສະຫຼັດ ຍີ່ປຸ່ນ
ທີ່ນິຄົມຂອງບໍລິສັດຫຸ້ນສ່ວນຜັກ ເຍີດຫວຽດ. ພາບ: ເອກະສານ

ປະຈຸບັນ, ລະບົບເຮືອນຕານ່າງກວ້າງ 2 ເຮັກຕາຂອງບໍລິສັດຫຸ້ນສ່ວນຜັກ ເຍີດຫວຽດ ທີ່ບ້ານ ຕິງລິງ, ຕາແສງ ຈຸງເຫງ້ຍ (ນະຄອນ ຮຶງອຽນ)ຢູ່ຫ່າງຈາກເຂດອຸດສາຫະກຳ, ຕົວເມືອງໃຫຍ່, ສະນັ້ນຈຶ່ງຮັບປະ ກັນ ໄດ້ບໍ່ນຳ້ທີ່ສະອາດ ແລະ ອາກາດທີ່ປອດໂປ່ງ ໃຫ້ແກ່ ບັນດາຜະລິດ ຕະພັນ, ຮັບປະກັນໄດ້ 5 ມາດຕະຖານສະອາດ ຂອງກະສິກຳ ຍີ່ປຸນຄື: ແນວປູກສະອາດ, ນຳ້ສະອາດ, ດິນສະອາດ, ການເພາະປູກ ສະອາດ ແລະ ການກຽບກ່ຽວຫຸ້ມຫໍ່ທີ່ສະອາດ.
 
ນອກຈາກ ເນື້ອທີ່ປູກຜັກຊະນິດມູນເຊື້ອຂອງ ຫວຽດນາມ, ບໍລິສັດຫຸ້ນ ສ່ວນຜັກ ເຍີດຫວຽດ ຍັງໄດ້ປູກຜັກທີ່ມີຕົ້ນກຳເນີດ ຈາກ ຍີ່ປຸ່ນ ຄື: ຜັກ ສະຫຼັດ, ຜັກກາດຂາວ, ໝາກເລັ່ນ...

 
ປີ 2016, ບໍລິສັດເກັບກ່ຽວຜັກ, ໝາກໄມ້ ໄດ້ຫຼາຍຮ້ອຍໂຕນ ເພື່ອ ສະ ໜອງໃຫ້ແກ່ຮ້ານສັບພະສິນຄ້າ ແລະ ຮ້ານຂາຍສະບຽງອາ ຫານປອດ ສານ ພິດ ຫຼາຍແຫ່ງທີ່ແຂວງ ຮຶງອຽນ, ຮ່າໂນ້ຍ ແລະ ເຂດໃກ້ຄຽງສ້າງ ລາຍຮັບໄດ້ກວ່າ 2 ຕື້ດົ່ງ, ມີກຳໄລ 500 ລ້ານດົ່ງ. ໄລສະເລ່ຍ, ເນື້ອ ທີ່ ປູກຜັກ 1 ເຮັກຕາ ຈະມີກຳໄລ 250 ລ້ານດົ່ງ/ປີ. 
ເຖິງວ່າ ເບິ່ງຮູບນອກບໍ່ຈັບຕາປານໃດ, ແຕ່ຜະລິດຕະພັນຜັກ ຂອງ ບໍລິສັດໄດ້ປູກຕາມແບບບໍ່ນຳໃຊ້ຢາຂ້າແມງໄມ້, ຢາປາບສັດຕູ ພືດ, ຝຸ່ນເຄມີ, ສະນັ້ນ ຈຶ່ງສາມາດກິນກັບຢູ່ກັບທີ່ໄດ້.
 
ຍ້ອນໄດ້ປູກຕາມເຕັກໂນໂລຊີຂອງ ຍີ່ປຸ່ນ, ສະນັ້ນ ຈຶ່ງມີລາຄາສູງກວ່າຢູ່ຕະຫຼາດ1,5-2 ເທື່ອ, ແຕ່ຍັງໄດ້ຮັບການນິຍົມຊົມຊື້ຫຼາຍຈາກຕະ ຫຼາດ ແລະ ຜູ້ບໍລິໂພກ. ຫຼັງຈາກເກັບກ່ຽວມາ, ຜັກໄດ້ຫຸ້ມຫໍ່, ຕິດສະ ແຕມ ກັນຕ້ານຂອງປອມ ແລະ ຈຳໜ່າຍອອກສູ່ຕະຫຼາດດ້ວຍລາຄາ ແຕ່ 20.000 – 25.000 ດົ່ງ/ກິໂລກຣາມ.
 
ທ່ານ ຫງວຽນດິ່ງທຽບ ກ່າວວ່າ “ປະຈຸບັນ, ບໍລິສັດພວມຜະລິດຜັກ, ໝາກໄມ້ກວ່າ 22 ຊະນິດ ທີ່ບັນໄດ້ຄຸນນະພາບ, ມາດຕະຖານ ແລະ VietGAP ໄດ້ມອບໃບຮັບຮອງ. ບັນດາຜະລິດຕະພັນຜັກ, ໝາກໄມ້ ເຍີດຫວຽດ ໄດ້ຜະລິດຕາມລະ ດູ, ສະນັ້ນ ຜັກຈຶ່ງມີຄຸນນະພາບດີ, ມີ ຮ້ານອາຫານ, ຮ້ານສັບພະສິນຄ້າ ຫຼາຍແຫ່ງ ມາເຊັນສັນຍາສັ່ງຊື້ສິນ ຄ້າ”.

 

ຜັກຈາກນິຄົມ ຈະໄດ້ສົ່ງມາຍັງເຂດປຸງແຕ່ງໃນຂັ້ນຕົ້ນ, ຫຸ້ມຫໍ່ ແລະ ເອົາ ໄປເກັບຮັກສາໃນຫ້ອງເຢັນ
ຈົນເຖິງເວລາຈຳໜ່າຍອອກສູ່ຜູ້ບໍລິ ໂພກ, ສະນັ້ນ ຜັກຍັງຮັກສາໄດ້ຄວາມສົດ.



ຜັກຢູ່ນິຄົມໄດ້ຮັບການເກັບຮັກສາຢ່າງສະອາດ, ສະນັ້ນ ຈຶ່ງຮັບປະກັນ ໄດ້ຄວາມສົດ.


ບັນດາຜະລິດຕະພັນຜັກ, ໝາກໄມ້ຂອງບໍລິສັດ ມີຄຸນນະພາບດີ, ມີ
ການຜະລິດທີ່ໝັ້ນຄົງ, ມີຮ້ານອາຫານ, ຮ້ານສັບພະສິນຄ້າ ຫຼາຍແຫ່ງ ມາ ເຊັນສັນຍາສັ່ງຊື້ສິນຄ້າ. 




ບັນດານັກຮຽນຂອງໂຮງຮຽນອະນຸບານ ຫຼຽວຢາຍ (KIDS BY NATURE) ມາຢ້ຽມຢາມຕົວແບບການເພາະປູກ
ແລະ ທົດລອງເຮັດ
ກະສິກຳແບບສະອາດທີ່ນິຄົມຂອງບໍລິສັດຫຸ້ນສ່ວນຜັກ ເຍີດຫວຽດ.
ພາບ: ເອກະສານ

 
ບົດ: ທຸກຮ່ຽນ - ພາບ: ແຄງລອງ ແລະ ເອກະສານ
 

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top