• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຜັກປອດສານພິດ ຮວາວຽນ

ລຽບແຄມຕີນພູ ບ່າ (ຕາແສງອຽນບິ່ງ, ເມືອງແຖກເຖິດ, ຮ່າໂນ້ຍ), ນິຄົມ ຮວາວຽນ ປັດຈຸບັນໄດ້ກາຍເປັນແຫລ່ງສະໜອງຜັກປອດ ສານພິດທີ່ໄວ້ວາງໃຈຂອງປະຊາຊົນນະຄອນຫຼວງ ຮ່າໂນ້ຍ ຊຶ່ງມີເຄື່ອງໝາຍການຄ້າວ່າ “ຜັກປອດສານພິດດ້າຍງ່ານ”. 
ດ້ວຍຄວາມມຸ່ງມາດປາດຖະໜານຳເອົາແຫຼ່ງອາຫານປອດສານພິດ ເຖິງມືຜູ້ບໍລິໂພກ, ນາງ ເຈືອງກິມຮວາ, ເຈົ້າຂອງນິຄົມ ຮວາ ວຽນ ໄດ້ຫັນບັນດາໜ່ວຍພູຫົວໂລ້ນ, ພື້ນທີ່ເຂດບໍລິເວນດິນຄ້ອຍຊັນທີ່ ເຕັມໄປດ້ວຍຕົ້ນໄມ້ໃບຫຍ້າຮົກເຮື້ອໄດ້ກາຍເປັນເຂດປູກຜັກ ອິນຊີທີ່ຂຽວງາມ. ໂດຍໝຸນໃຊ້ທ່າໄດ້ທຽບທີ່ມີເນື້ອທີ່ດິນກວ້າງ ຂວາງ, ມີແຫຼ່ງນຳ້ທຳມະຊາດຈາກພູບ່າ (ຂຶ້ນກັບປ່າສະຫງວນ ແຫ່ງຊາດບາວີ່) ທີ່ມີຄວາມປອດໃສສະອາດສູງ, ນາງຮວາຈຶ່ງໄດ້ ກ້າຕັດສິນໃຈລົງທຶນປູກຜັກອິນຊີໃນເນື້ອທີ່ດິນ 5 ເຮັກຕາໃນເບື້ອງຕົ້ນ.

ຕໍ່ໜ້າຄວາມຕ້ອງການຂອງຜູ້ບໍລິໂພກດ້ານຜັກປອດສານພິດນັບມື້ນັບສູງຂຶ້ນ, ພ້ອມກັບການຊ່ວຍເຫຼືອຂອງພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນຮ່າໂນ້ຍ ແລະ ຄະນະກຳມະການ ປະຊາຊົນເມືອງ ແຖກເຖິດ ໃນວຽກງານຝຶກອົບຮົມກຳມະວິທີການ ຜະລິດໃຫ້ແກ່ກຳມະກອນໃນແຕ່ລະທິດ,  ນິຄົມຮວາວຽນໄດ້ເປີດ ກວ້າງເນື້ອທີ່ປູກຜັກອິນຊີເພີ່ມຂຶ້ນເປັນ 10 ເຮັກຕາແລ້ວ.

ດ້ວຍທິດນຳທີ່ວ່າບໍ່ພຽງແຕ່ສະໜອງຜະລິດຕະພັນທີ່ເປັນປະ ໂຫຍດຕໍ່ສຸຂະພາບຂອງຜູ້ຊົມໃຊ້ເທ່ົານັ້ນ ຫາກຍັງຊ່ວຍປົກປັກຮັກ ສາສິ່ງແວດລ້ອມ ແລະ ສຸຂະພາບຂອງຊາວກະສິກອນຜູ້ມີສ່ວນ ຮ່ວມຜະລິດອີກດ້ວຍ, ນິຄົມຮວາວຽນໄດ້ປະຕິບັດຂັ້ນຕອນປູກ ຜັກອິນຊີຢ່າງເຂັ້ມງວດ ເລີ່ມແຕ່ຂອດການເລືອກແນວພັນເຖິງຂອດເກັບກ່ຽວ. ທຸກໆຂັ້ນຕອນຄື: ເສຍຫຍ້າ, ກະກຽມດິນ… ລ້ວນ ແຕ່ໄດ້ໃຊ້ມື. ຂັ້ນຕອນການປາບສັດຕູພືດກໍ່ແມ່ນໄດ້ນຳໃຊ້ເຄື່ອງຈັບ ຫຼື ນຳໃຊ້ປະເພດສັດຄື: ຄັນຄາກ ແລະ ຂີ້ກ້ຽມ… ເພື່ອກິນສັດຕູພືດທຳລາຍຜັກ. 


ແນວຜັກປອດສານພິດທີ່ຈະໄດ້ນຳໄປປູກຢູ່ທົ່ງນາທີ່ນິຄົມ ຮວາວຽນ. 


ເຂດປູກຜັກອິນຊີສະຫຼັບກັນກັບຕົ້ນໄມ້ອື່ນໆທີ່ນິຄົມຮວາວຽນ. 


ທຸກໆຂັ້ນຕອນຂອງການປູກຜັກປອດສານພິດເຊັ່ນ: ເສຍຫຍ້າ, ກະກຽມດິນລ້ວນແຕ່ໄດ້ນຳໃຊ້ມືຂອງກຳມະກອນ. 


ຄົນງານໃນນິຄົມປະຈຸບັນມີປະມານ 100 ຄົນ, ລາຍຮັບແຕ່ລະມື້ເທົ່າກັບ 100.000 ດົ່ງ/ມື້, ໃນນັ້ນມີຈຳນວນ 90% ແມ່ນແມ່ຍິງໃນ ທ້ອງຖິ່ນ. 


ກະສິກອນຜູ້ໜຶ່ງທີ່ໄດ້ສິ້ນສຸດການເຮັດວຽກ ໃນນິຄົມຮວາວຽນ ຢູ່ໃນສະພາບແວດລ້ອມທີ່ບໍ່ມີສານເຄມີ. 


ລະບົບຫົດນ້ຳໂດຍອັດຕະໂນມັດໃນນິຄົມ ຮວາວຽນ. 


ເພື່ອປ້ອງກັນສັດຕູພືດ, ນິຄົມຮວາວຽນບໍ່ໄດ້ໃຊ້ຢາເຄມີ ຫາກແທນດ້ວຍການໃສ່ເຄື່ອງຈັບແມງໄມ້ເພື່ອປ້ອງກັນບໍ່ໃຫ້ສັດຕູພືດທຳລາຍ. 


ຂັ້ນຕອນການບົວລະບັດຕັດຮອນໃບ, ຈັບແມງໄມ້… ຊາວສວນປະຕິບັດຕາມແບບຫັດຖະກຳ…


… ດັ່ງນັ້ນບັນດາຜະລິດຕະພັນຜັກປອດສານພິດຂອງນິຄົມ ຮວາວຽນ ຮັບປະກັນດ້ານຄຸນນະພາບ ແລະ ມີລົດຊາດເຂັ້ມຄົ້ນກວ່າເກົ່າ. 


ນິຄົມຮວາວຽນປະຈຸບັນກຳລັງລົງທຶນສ້າງເຮືອນຕາໜ່າງເພື່ອປູກ ຜັກປອດສານພິດຈຳນວນໜຶ່ງທີ່ມີຄວາມຮຽກຮ້ອງ ເຖິງສິ່ງ ແວດລ້ອມສູງ.


ຖ້າວ່າ 13 ປີກ່ອນຫນ້ານີ້ເປັນພຽງເຂດດິນຊັນ, ພູຫົວໂລ້ນ, ມາຮອດປັດຈຸບັນໄດ້ກາຍເປັນຫນານຜັກປອດສານພິດນອນເດຍລະດາດ
ຕາມເນີນພູ, ສະໜອງຜັກປອດສານພິດໃຫ້ແກ່ຜູ້ບໍລິໂພກ ໃນນະຄອນຫຼວງ. 



ແຕ່ລະວັນ, ນິຄົມຮວາວຽນສະໜອງສົ່ງອອກຕະຫຼາດປະມານ 7-8 ໂຕນຜັກທຸກຊະນິດ.

ພິເສດ, ຕະຫລອດໄລຍະເວລາປູກ ແລະ ບົວລະບັດຜັກ, ທາງນິຄົມ ໄດ້ນຳໃຊ້ຝຸ່ນອິນຊີ 100% ແມ່ນຝຸ່ນທີ່ໄດ້ຜ່ານການບົ່ມໃຫ້ເໜົ່າ ເປື່ອຍ, ຝຸ່ນຂີ້ໝູຈາກການລ້ຽງໝູປ່າ ແລະ ຝຸ່ນຊີວະພາບໄດ້ ບົ່ມ ເຊື້ອຈາກໝາກຖ່ົວເຫຼືອງ. ມາຮອດປັດຈຸບັນ, ໜຶ່ງໃນບັນດາຜົນສຳ ເລັດຂອງນິຄົມຮວາວຽນ ແມ່ນຊ່ວຍໃຫ້ຊາວກະສິກອນປ່ຽນແປງ ຄວາມເຄີຍຊິນປູກຝັງດັ່ງເດີມແມ່ນຮູ້ແຕ່ນຳໃຊ້ຝຸ່ນ ແລະ ໃຊ້ຢາ ເຄມີຂ້າຫຍ້າເທົ່ານັ້ນ.

ຕາມນາງ ດັ້ງທິຊວນ, ກຳມະກອນເຮັດວຽກຢູ່ຫນ່ວຍປູກຜັກເລກ 5 ໄດ້ໃຫ້ຮູ້ວ່າ: “ກ່ອນໜ້ານີ້, ຂ້າພະເຈົ້າບໍ່ຮູ້ຈັກຜັກອິນຊີ ດັ່ງນັ້ນໄດ້ໃຊ້ ຢາປາບແມງໄມ້ ແລະ ຢາຂ້າຫຍ້າເວລາປູກຜັກ. ນັບແຕ່ເມື່ອໄດ້ ເຮັດວຽກຢູ່ນິຄົມ ຮວາວຽນ, ໄດ້ຮັບການບຳລຸງສ້າງກ່ຽວກັບ ຂັ້ນຕອນ ແລະ ໄດ້ປະຕິບັດຕົວຈິງທີ່ນີ້, ຂ້າພະເຈົ້າເອງ ແລະ ຍັງ ອີກ 8 ຄອບຄົວຢູ່ບ້ານໃກ້ຄຽງກໍໄດ້ນຳໃຊ້ວິທີປູກຜັກຄືກັນກັບນິຄົມ ຮວາວຽນ”.

ຕາມນາງຮວາແລ້ວ, ປັດຈຸບັນນິຄົມຮວາວຽນໄດ້ສະໜອງຕາມຄວາມຕ້ອງການຂອງຕະຫຼາດແມ່ນແຕ່ 7-10 ໂຕນເຂົ້າຫ້ອງ showroom ຢູ່ບ້ານເງ້ຍເຕີນ (ເມືອງເກົ່າໄຢ)ຢ່າງເປັນທາງການ ແລະ ບັນດາຕົວແທນຈຳໜ່າຍອາຫານປອດໄພເຊັ່ນ: EcoFoods, Sevel Food, CleverFood, Topgreen… ນອກຈາກນັ້ນ, ຕົວແບບປູກຜັກອິນຊີຂອງນິຄົມຮວາວຽນປະຈຸບັນຍັງມີນັກ ຊ່ຽວຊານຈຳນວນໜຶ່ງຈາກປະເທດ ຍີ່ປຸ່ນ, ອິສຣາແອນ, ແດນມາກມາຢ້ຽມຢາມ ແລະ ນຳສະເໜີຮູບແບບການຮ່ວມມື.  ນິຄົມຮວາວຽນມີແຮງງານປະມານ 100 ຄົນໃນຂອບເຂດເມືອງ ແຖກເຖິດ, ລາຍຮັບປະມານ 5-7 ລ້ານດົ່ງ /ເດືອນ/ຄົນ.

ເວົ້າເຖິງການພັດທະນາຮູບແບບນິຄົມຮວາວຽນໃນອະນາຄົດ, ນາງ ເຈືອງກິມຮວາ ໄດ້ແບ່ງປັນຄວາມເຫັນວ່າ: “ຄວາມຕ້ອງການຊົມ ໃຊ້ຜັກປອດສານພິດໃນປັດຈຸບັນແມ່ນຫຼວງຫຼາຍສຸດທີ່, ດັ່ງນັ້ນ ເພື່ອເຮັດໃຫ້ “ຜັກປອດສານພິດດ້າຍງ່ານ” ເວົ້າສະເພາະ ແລະ ຜັກອິນຊີເວົ້າລວມໝັ້ນຄົງ ແລະ ພັດທະນາຈະ ຕ້ອງໄດ້ຮັບການ ຮ່ວມມືຮ່ວມແຮງຈາກພາກລັດຖະບານໃນຫຼາຍດ້ານຕ່າງໆເຊັ່ນ: ກົນໄກນະໂຍບາຍ, ການຖ່າຍຖອດເຕັກໂນໂລຊີ, ການຄຸ້ມຄອງ ກວດກາຕິດຕາມສິນຄ້າໃນຂອດການເຄື່ອນຍ້າຍ. ແຕ່ເຖິງຢ່າງໃດກໍ່ດີ, ພວກຂ້າພະເຈົ້າໄດ້ພະຍາຍາມອອກແຮງສຸດຂີດເພື່ອຮັກສາ ແລະ ຍົກສູງຄຸນນະພາບຂອງຜະລິດຕະພັນ, ເຮັດໃຫ້ “ຜັກປອດ ສານພິດດ້າຍງ່ານ” ເປັນເພື່ອນຮ່ວມທາງທີ່ໄວ້ວາງໃຈຂອງແມ່ ເຮືອນຕະຫຼອດໄປ”. 
ບົດ: ເງີນຮ່າ - ພາບ: ຫວຽດເກື່ອງ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top