• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຜະລິດຕະພັນເຟີນີເຈີ ເລີມຮວ່າງຟາດ

ແຕ່ໃດໆ ມາ, ບັນດາປະເທດຕາເວັນຕົກ ແມ່ນນິຍົມໃຊ້ໄມ້ ໂອກ ຫຼື ໄມ້ກໍ່ ໃນການຜະລິດເຄື່ອງເຟີນີເຈີ ພາຍໃນເຮືອນ ຍ້ອນມີລວດລາຍ ທີ່ສວຍງາມ, ຄວາມທົນທານສູງ. ປະຈຸບັນ ຢູ່ຫວຽດນາມ, ເຄື່ອງເຟີນີເຈີ ທີ່ເຮັດດ້ວຍໄມ້ໂອກ ກຳລັງ ເປັນ ທີ່ນິຍົມນຳໃຊ້ນັບມື້ເພີ່ມຂຶ້ນ. ເລີມຮວ່າງຟາດ ຊຶ່ງເປັນ ບໍລິ ສັດ ນຳໜ້າ ໃນການຜະລິດເຄື່ອງ ເຟີນີເຈີ ທີ່ມີຄຸນນະພາບ ສູງ, ຮູບຊົງທີ່ສວຍງາມ ຊຶ່ງຜະລິດດ້ວຍ ໄມ້ໂອກ ທີ່ນຳເຂົ້າ ຈາກ ອາເມລິກາເໜືອ. 
ຕົ້ນໄມ້ໂອກ ມີຫຼາຍຢູ່ ທະວີບເອີຣົບ ແລະ ອາເມລິກາເໜືອ. ໄມ້ໂອກ ໄດ້ນຳໃຊ້ຢ່າງກວ້າງຂວາງໃນຊີວິດການເປັນຢູ່ ປະ ຈຳວັນ ຂອງ ບັນດາປະເທດຕາເວັນຕົກ, ພິເສດແມ່ນຜະລິດ ເຄື່ອງ ເຟີນີເຈີ. ໃນຊຸມປີມໍ່ໆ ມານີ້, ເຄື່ອງເຟີນີເຈີ ທີ່ເຮັດ ດ້ວຍ ໄມ້ໂອກ  ໄດ້ ຮັບຄວາມນິຍົມ ໃຊ້ຫຼາຍຢູ່ ຫວຽດນາມ ຍ້ອນມີ ລວດລາຍທີ່ສວຍງາມ, ສີສັນທີ່ສົດໃສ, ສະແດງອອກມາ ເຖິງ ຄວາມທັນສະໄໝ ແລະ ຄວາມຫຼຸຫຼາ ຂອງ ເຮືອນຫວຽດ. ຍ້ອນແນວນີ້, ບໍລິສັດ ເລີມຮວ່າງຟາດ ຈຳກັດ ຈິ່ງໄດ້ຄົ້ນຄວ້າ ແລະ ຜະລິດບັນດາຜະລິດຕະພັນ ເຄື່ອງເຟີນີເຈີ ທີ່ມີຄຸນນະ ພາບສູງຈາກ ໄມ້ໂອກ.

ຕັ້ງແຕ່ຕົ້ນ, ເລີມຮວ່າງຟາດ ໄດ້ຄັດເລືອກແຫຼ່ງໄມ້ໂອກ ຢ່າງ ລະອຽດ, ຮັບປະກັນດ້ານມາດຕະຖານກ່ອນຈະເອົາໄປ ຜະ ລິດ. ນອກຈອກນັ້ນ, ທາງບໍລິສັດຍັງສ້າງຕັ້ງລະບົບ ຄວບຄຸມ ຄຸນ ນະພາບຢ່າງເຄັ່ງຄັດ ເພື່ອຄວາມ ໄວ້ວາງໃຈ ແລະຄຸນນະ ພາບ. 

ໄມ້ໂອກ ທີ່ນຳເຂົ້າມາຈາກ ສ.ອາເມລິກາ ໄດ້ນຳໃຊ້ ເພື່ອ ຜະລິດເຄື່ອງເຟີນີເຈີ. 


ໂຮງງານຜະລິດເຄື່ອງເຟີນີເຈີ ດ້ວຍໄມ້ໂອກ ຂອງ ບໍລິສັດ ເລີມຮວ່າງຟາດ ຢູ່ເຂດອຸດສາຫະກຳ ຕາມເຟືອກ,
ນະຄອນ ບຽນຮວ່າ, ແຂວງ ດົ່ງນາຍ.



ກຳມະກອນຂອງບໍລິສັດ ເລີມຮວ່າງຟາດ ກຳລັງ ປຸງແຕ່ງໄມ້ໂອກ... 


... ແລະ ຕ່ອງໂສ້ ການອົບໄມ້ໂອກ ໃຫ້ແຫ້ງ ຂອງ ໂຮງງານ.


ກຳມະກອນຂອງບໍລິສັດ ເລີມຮວ່າງຟາດ ກຳລັງ ປຸງ ແຕ່ງ ໄມ້ໂອກ ຕາມຂັ້ນກອນການຜະລິດ. 


ແຫຼ່ງສະໜອງໄມ້ໂອກ ທີ່ໝັ້ນຄົງ, ຄຸນນະພາບດີ, ສະນັ້ນຜະລິດຕະພັນເຄື່ອງເຟີນີເຈີ
ຂອງ ເລີມຮວ່າງຟາດ ເປັນຜະ ລິດ ຕະພັນທີ່ມີຄຸນນະພາບສູງ, ມີຄວາມທົນທານ. 

ພາຍຫຼັງສ້າງຕັ້ງມາເປັນເວລາ 5 ປີ, ປະຈຸບັນ ບໍລິສັດ ເລີມ ຮວ່າງ ຟາດ ມີໂຮງງານຜະລິດເຄື່ອງເຟີນີເຈີ ດ້ວຍໄມ້ໂອກ ໜຶ່ງແຫ່ງ ມີເນື້ອທີ່ກວ້າງ 20.000 ຕາລາງແມັດ, ຕັ້ງຢູ່ເຂດ ອຸດສາຫະກຳ ຕາມເຟືອກ, ແຂວງ ດົ່ງນາຍ. ປະຈຸບັນ ບໍລິສັດ ມີກຳມະກອນທີ່ ຊຳນານງານກວ່າ 200 ຄົນ ພ້ອມກັບຖັນ ແຖວ ຜູ້ຊ່ຽວຊານດ້ານ ການອອກແບບ ແລະ ນັກສະຖາປາ ນິກ ທີ່ມີປະສົບການ.

ຄວາມເປັນມືອາຊີບ ຂອງ ພະນັກງານໃນບໍລິສັດໄດ້ສະແດງ ອອກ ຜ່ານການໃຫ້ຄຳປຶກສາຢ່າງຕັ້ງໃຈ, ອອກ ແບບຢ່າງພິຖີ ພິຖັນໃນແຕ່ລະຂັ້ນຕອນການຜະລິດຕົວຈິງ ເພື່ອຮັບປະກັນ ໃນການນຳໃຊ້ທີ່ທົນທານ, ສວຍງາມ ແລະ ລາຄາປະຫຍັດ. ຈາກທ່າໄດ້ປຽບນີ້, ເລີມຮວ່າງຟາດ ບໍ່ພຽງແຕ່ຮັບປະກັນ ດ້ານ ຄຸນນະພາບ ຢູ່ຕະຫາດພາຍໃນປະເທດ ແລະ ຕ່າງປະ ເທດ ເທົ່ານັ້ນ, ຫາກຍັງສະໜອງປະເພດເຄື່ອງເຟີນີເຈີ ແລະ ເຄື່ອງ ຕົບແຕ່ງ ພາຍໃນ, ຂອງທີ່ລະນຶກ ດ້ວຍໄມ້ໂອກ, ພ້ອມ ກັບບໍ ລິການຜູ້ບໍລິໂພກ ຢ່າງຮອບຄອບ, ມີຄວາມໄວ້ວາງໃຈ ຢ່າງ ສູງ. ບັນດາຜະລິດຕະພັນ ເຟີນີເຈີ ທີ່ຜະລິດດ້ວຍ ໄມ້ໂອກ ຂອງ ເລີມຮວ່າງຟາດ ມີຈຳນວນລູກຄ້າທີ່ໝັ້ນຄົງ ຢູ່ບັນດາ ປະເທດເອີຣົບ, ອັງກິດ, ຝຣັ່ງ, ອົສຕາລີ ຊຶ່ງແຕ່ລະເດືອນ ສະເລ່ຍໄດ້ຂົນສົ່ງສິນຄ້າ 12-15 ຕູ້ຄອນເທນເນີຕໍ່ເດືອນ.
 
ປະຈຸບັນ, ເລີມຮວ່າງຟາດ ເປັນບໍລິສັດແຫ່ງທຳອິດ ແລະ ໜຶ່ງ ດຽວຢູ່ ຫວຽດນາມ ທີ່ໃຫ້ບໍລິການແບບຄົບວົງຈອນ ນັບແຕ່ໃຫ້ ຄຳປຶກສາ, ອອກແບບ ແລະ ຜະລິດເຄື່ອງເຟີນີເຈີ ທີ່ເຮັດດ້ວຍ ໄມ້ໂອກ. ທາງບໍລິສັດ ມີຄວາມພະຍາຍາມ ຢ່າງບໍ່ຢຸດຢັ້ງ ເພື່ອ ຕອບສະໜອງ ບັນດາຜະລິດຕະພັນ ທີ່ມີຄຸນນະພາບສູງ ແບບ ເອີຣົບ ທີ່ທັນສະໄໝ ແລະ ສະດວກ ສະ ບາຍເຂົ້າແຕ່ລະ ຫຼັງ ເຮືອນ ຂອງ ຄົນ ຫວຽດນາມ. 

ບໍລິສັດເລີມຮວ່າງຟາດ
ຜະລິດເຄື່ອງເຟີນີເຈີ ທີ່ເຮັດດ້ວຍ ໄມ້ ໂອກ ຄ່ອຍໆ ຢືນຢັນໄດ້ເຄື່ອງໝາຍການຄ້າ ຂອງຕົນດ້ວຍ ຄວາມໄວ້ວາງໃຈ, ຄວາມເປັນມືອາຊີບ, ຮັບປະກັນດ້ານ ຄຸນ ນະພາບ ແລະ ບໍລິການ ຊຶ່ງໄດ້ຮັບສອງລາງວັນ “ເຄື່ອງໝາຍ ການຄ້າແຖວໜ້າຫວຽດນາມ - Top Brands 2015” ແລະ “ເຄື່ອງໝາຍການຄ້າໄວ້ວາງໃຈ - Trustpro Brand 2016” ໂດຍສາຖະບັນ ຄົ້ນຄວ້າວິສາຫະກິດ ຂະໜາດກາງ ແລະ ນ້ອຍ (Research Institute for Medium and Small Enterprises. ຊື່ຫຍໍ້: RISME) ຈັດຕັ້ງເພື່ອຍ້ອງຍໍ ບັນດາ ເຄື່ອງໝາຍການຄ້າທີ່ ໄວ້ວາງໃຈໃນຫຼາຍຂົງ ເຂດ ແລະ ຜູ້ບໍ ລິໂພກ ໃຫ້ຄວາມໄວ້ເນື້ອເຊື່ອໃຈ.

ບໍລິສັດ ເລີມຮວ່າງຟາດ ຈຳກັດ ແນະນຳບັນດາຜະລິດຕະພັນເຄື່ອງເຟີນີເຈີ ຂອງຕົນຕໍ່ຜູ້ນຳໃຊ້. 


ຄວາມສວຍງາມ ທັນສະໄໝ ຂອງ ເຄື່ອງໃຊ້ພາຍໃນ ຫ້ອງນອນ ຊຶ່ງ ຜະລິດຈາກໄມ້ໂອກ. 


ແລະ ໃນຫ້ອງບູຊາຂອງຄອບຄົວຊາວ ຫວຽດນາມ ຄົນໜຶ່ງ. 


ບໍລິສັດເລີມຮວ່າງຟາດ ຜະລິດເຄື່ອງເຟີນີເຈີ ທີ່ເຮັດດ້ວຍ ໄມ້ໂອກ ໄດ້ຮັບລາງວັນ “ເຄື່ອງໝາຍການຄ້າໄວ້ວາງໃຈ
- Trustpro Brand 2016” ຈາກສາຖະບັນຄົ້ນຄວ້າວິສາຫະກິດ ຂະໜາດກາງ ແລະ ນ້ອຍ.



ບໍລິສັດ ເລີມຮວ່າງຟາດ ຈຳກັດ:
ສາຂາ 1:
ເຮືອນເລກທີ 1338, ຖະໜົນ 31B, ຄຸ້ມ C, ບ້ານ ອານຝຸ ອານແຄງ, ເມືອງ 2,
ນະຄອນ ໂຮ່ຈີມິນ.
ສາຂາ 2:
ເລືອນເລກທີ 239/4, ຖະໜົນ ຫງວຽນຢຸຍຈິງ,​ ບ້ານ ບິ່ງຈຶງໄຕ, ເມືອງ 2, ນະຄອນ ໂຮ່ຈີມິນ.
ໂຮງງານຜະລິດ:
ຕັ້ງຢູ່ຖະໜົນເລກ 8, ເຂດອຸດສາຫະກຳ ຕາມເຟືອກ, ຕາແສງ ຕາມເຟືອກ, ນະຄອນ ບຽນຮວ່າ-ດົ່ງນາຍ.
ໂທລະສັບ: (08) 62872927 ເວັບໄຊ:
ອີເມວ: sales@noithatgosoi.com
ເວັບໄຊ: www.noithatgosoi.com

ບົດ: ເຊີນເງ້ຍ - ພາບ: ດັ້ງກິມເຟືອງ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top