• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຜະລິດຕະພັນອາຫານຈາກບົວ

ເຂດທົ່ງບົວ ງໍ່ຖາບ, ຕາແສງ ໝີ໋ຮວ່າ, ເມືອງ ຖາບເມື່ອຍ, ແຂວງ ດົ່ງຖາບ ບໍ່ພຽງແຕ່ຈັບໃຈ ນັກທ່ອງທ່ຽວດ້ວຍ ກິ່ນຫອມຈັດຂອງດອກບົວເທົ່ານັ້ນ, ຫາກຍັງດ້ວຍລົດຊາດ ພິເສດຂອງອາຫານເຍື່ອງຕ່າງໆທີ່ໄດ້ຮັບການປຸງແຕ່ງຈາກບົວອີກດ້ວຍ.
ເມື່ອ​ມາ​ຮອດ​ມາ​ເຖິງ​ເຂດ​ທົ່ງບົວ ງໍ່ຖາບ, ນັກທ່ອງ ທ່ຽວຈະມີ ໂອກາດຊອກຮູ້ກ່ຽວ ກັບດິນ​ແດນແຫ່ງນີ້ ​ໂດຍ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ກັບ​ປະຊາຊົນ​ຊາວນາ​ຜູ້​ໃຈດີ ແລະ ຈະ​ໄດ້​ຊີມລົດຊາດຂອງອາຫານຫຼາຍເຍື່ອງທີ່ປຸງແຕ່ງມາ​ຈາກບົວຄື: ປາຄໍ່ປີ້ງໃບບົວ, ເຂົ້າໜຶ້ງໃບບົວ, ຕົ້ມກະປູ, ປີ້ງໄກ່, ປາເຂັງຕົ້ມເຄັມດ້ວຍໝໍ້ດິນ, ຊາດອກບົວ, ນົມດອກບົວ. 

ເລີ່​ມ​ແຕ່​ເດືອນ​ກໍລະກົດ​ຂອງ​ແຕ່ລະ​ປີ, ດອກ​ບົວ​ງໍ່ຖາບ​ຈະ​ເບັ່ງ​ບານ​ເຜີຍ​ສີສັນ.


ຄວາມສວຍສົດງົດງາມແບບບໍລິສຸດຂອງດອກບົວຢູ່ ງໍ່ຖາບ. 


ມາ​ຢ້ຽມຢາມ ງໍ່ຖາບ ໃນລະດູນີ້, ນັກທ່ອງທ່ຽວຍັງ​ສາມາດ
ຊອກຮູ້ກ່ຽວກັບວິຖີດຳລົງຊີວິດປະຈຳວັນຂອງປະຊາຊົນໃນເຂດອີກດ້ວຍ.



ໝາກບົວທີ່​ຫາ​ກໍ່​ເກັບ​ກ່ຽວ​ໃໝ່ໆ​ ພວມ​ຖືກ​ຂົນ​ຖ່າຍ​ໄປ​ຍັງ​ບ່ອນ​ເຕົ້າ​ໂຮມ​ເພື່ອຂາຍໃຫ້ພໍ່ຄ້າ.


ພໍ່ຄ້າເກັບຊື້ໝາກບົວຢູ່ ງໍ່ຖາບ.


ນັກທ່ອງທ່ຽວພ້ອມກັບຊາວບ້ານຂີ່ເຮືອໄປຫາປາໃນເຂດປູກຕົ້ນບົວ ງໍ່ຖາບ.


ຊາວບ້ານແນະນຳໃຫ້ນັກທ່ອງທ່ຽວວິທີເກັບດອກບົວໃນເຂດປູກຕົ້ນບົວ ງໍ່ຖາບ.


ຊາວບ້ານແນະນຳໃຫ້ນັກທ່ອງທ່ຽວວິທີເກັບໝາກບົວໃນເຂດປູກຕົ້ນບົວ ງໍ່ຖາບ.


ທາງຍ່າງທີ່​ເຮັດ​ດ້ວຍ​ໄມ້​ແປ້ນ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ທ່ຽວ​ຊົມ​ເຂດ​ທົ່ງ​ບົວ.


ເຂດທົ່ງບົວ ງໍ່ຖາບ ເປັນແຫຼ່ງທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.


ປາຄໍ່ປີ້ງໃບບົວເປັນອາຫານເຍື່ອງໜຶ່ງທີ່ຈັບໃຈນັກທ່ອງທ່ຽວ.


ລາຍການອາຫານເຂົ້າໜຶ້ງໃບບົວ. 


ແກ່ນບົວໄດ້ປະຊາຊົນຊາວທ້ອງຖິ່ນນໍາ​ໄປປຸງແຕ່ງເປັນ ອາຫານຫຼາຍເຍື່ອງທີ່ມີທາດບຳລຸງສູງ. 


ນັກທ່ອງທ່ຽວຮັບປະທານບັນດາລາຍການອາຫານພິເສດຂອງທ້ອງຖິ່ນທີ່ເຂດທົ່ງບົວ ງໍ່ຖາບ. 

ກ່ອນອື່ນໝົດແມ່ນເຍື່ອງ ປາຄໍ່ປີ້ງໃບບົວທີ່​ສົ່ງ​ກິ່ນ​ຫອມ​ກຸ້ມຊຶ່ງໄດ້ຜ່ານການປຸງແຕ່ງຄືດັ່ງນີ້: ປາຄໍ່ສົດລ້າງສະອາດ, ເອົາ​ໄມ້ຫ້ອຍ​ແຫຼມສຽບ ແຕ່ປາກຈົນຮອດຫາງແລ້ວ ຫໍ່ດ້ວຍໃບບົວ​ແກ່ 2-3 ຊັ້ນ. ປິ້ງ​ເທິງ​ເຕົາ​ຖ່ານ ໝັ່ນ​ປິ້ນ​ໄປ​ປີ້ນ​ມາ​ຫຼາຍ​ເທື່ອ​ເມື່ອ​ໃດ​ໃບ​ບົວ​ໄໝ້​ໝົດ​ກໍ່​ແມ່ນປາ​ສຸກພໍດີ​. ກິ່ນຫອມແບບ ບໍລິສຸດຂອງໃບບົວເຈືອຈານເຂົ້າກັບ ກິ່ນຫອມຫວານ ຂອງປາຄໍ່, ສ້າງເປັນອາຫານເຍື່ອງ ໜຶ່ງທີ່ປະທັບໃຈຍາກ​ທີ່​ຈະ​ພັນ​ລະນາ​ໄດ້.

ເຂົ້າຫນຶ້ງໃບບົວກໍ່ເປັນອາຫານເຍື່ອງໜຶ່ງທີ່ນັກທ່ອງທ່ຽວບໍ່ສາມາດລືມໄດ້. ລ້າງເຂົ້າໃຫ້ສະອາດ, ​ເຢິງໄວ້​ໃຫ້​ສະ​ເດັດ​ນໍ້າ, ປົນກັບເຄື່ອງປຸງແລ້ວເອົາໄປຂົ້ວກ່ອນ​ຈະ​ຫູງ. ແກ່ນບົວພາຍຫລັງ​ເອົາ​​ໃນ​ອອກ​ໝົດ​ແລ້ວລ້າງ​ໃຫ້ ສະອາດ ແລະ ຕົ້ມຈົນສຸກ ຫຼັງ​ຈາກ​ນັ້ນ​ຕັກ​ແກ່ນ​ບົວ​ອອກ​ໄວ້ຕ່າງຫາກ.

ເອົາ​ນໍ້າ​ລວກ​ບົວ​ຖອກ​ໃສ່​ເຂົ້າສານ​ທີ່​ຂົ້ວ​ໄວ້​ນັ້ນ ​ແລ້ວ​ກໍ່​ຫູງ​ຂຶ້ນ​ຕາມ​ປົກກະຕິ. ເຂົ້າຫຼັງຈາກຫຸງສຸກແລ້ວ ຕັກໃສ່ກາງໃບບົວ ແລ້ວກໍ່​ຫຸບ​ສີ່​ແຈ​ເຂົ້າຫໍ່ແນວໃດ ໃຫ້ມັນງາມຕາ. ພິເສດ, ໃບບົວທີ່ ນຳມາ​ຫໍ່ເຂົ້າຕ້ອງ ແມ່ນໃບບົວແກ່, ສີຂຽວອ່ອນ ແລະ ໄດ້ລວກຜ່ານນຳ້ຮ້ອນໃຫ້ສະອາດ.

ໃນພາເຂົ້າຂອງຊາວຊົນນະບົດຈະມີ ປາຄໍ່ປີ້ງໃບບົວ, ເຂົ້າໜຶ້ງໃບບົວ, ຕົ້ມກະປູທົ່ງ, ດອງ​ສົ້ມແກ່ນບົວ… ດ້ວຍ​ເຫດ​ນັ້ນ, ເຂດທົ່ງບົວ ງໍ່ຖາບ ຈຶ່ງດຶງດູດໄດ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມາຢ້ຽມຊົມນັບເປັນຈຳນວນຫຼວງຫຼາຍ. 
ບົດ ແລະ ພາບ: ຫງວຽນແອ໋ງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top