• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ປູກຕົ້ນກາກາວ-ຕົວແບບເສດຖະກິດທີ່ຍືນຍົງຢູ່ ຈາງບອມ

ປູກຕົ້ນກາກາວ ສະຫຼັບກັບຕົ້ນໄມ້ຊະນິດອື່ນ ກຳລັງໄດ້ຮັບ ຄວາມນິຍົມ  ຢູ່ເມືອງ ຈາງບອມ ແຂວງ ດົ່ງນາຍ ພາກໃຕ້ ຫວຽດນາມ. ນີ້ແມ່ນຮູບແບບເສດຖະກິດທ່ີໝັ້ນຄົງ, ນຳມາ ປະສິດທິຜົນສູງທາງດ້ານເສດຖະກິດ ໃຫ້ທ້ອງຖິ່ນ ໃນໄລຍະ ຜ່ານມາ.  
ປະຈຸບັນ, ເມືອງ ຈາງບອມ ໄດ້ສ້າງຕັ້ງ ສະໂມສອນ 17 ແຫ່ງ, ມີສະມາຊິກ 426 ຄົນ ເຂົ້າຮ່ວມປູກຕົ້ນກາກາວ. ຂະ ບວນ ການປູກຕົ້ນກາກາວ ສະຫຼັບກັບຕົ້ນໄມ້ຊະນິດອື່ນ ກຳ ລັງ ໄດ້ ຮັບຄວາມນິຍົມສູງ ໃນໝູ່ຊາວກະສິກອນ ທັງນ້ີ ກໍ່ ຍ້ອນການສົ່ງເສີມ ກໍ່ຄື ການສົ່ງເສີມ ຂອງ ສູນກະສິກຳ ເມືອງ ຈາງບອມ ທີ່ ໄດ້ໃຫ້ການຊ່ວຍເຫລືອແນວປູກ, ອຸປະກອນ ແລະ ເຕັກນິກ ການປູກ, ພິເສດແມ່ນໂຄງການ ໃຫ້ກູ້ ຢືມທຶນ 25 ລ້ານດົ່ງ ຕໍ່ ຄອບຄົວ. ນອກຈາກນັ້ນ ໃນໄລຍະ ຜ່ານມາ ລາຄາ ກາກາວ ໃນທ້ອງຕະຫລາດ ກໍ່ສູງ ຂຶ້ນຢ່າງຕໍ່ ເນື່ອງ ເປັນເຫດຜົນ ດຶງດູດຊາວ ກະສິກອນ ກ້າລົງທຶນ ແລະ ເປີດ ກວ້າງເນື້ອທີ່ ປູກຕົ້ນກາກາວ.

ທ່ານ ຫງວຽນວຽດເທ, ຫົວໜ້າສູນສົ່ງເສີມກະສິກຳ ເມືອງ ຈາງບອມ ໃຫ້ຮູ້ວ່າ ຕົວແບບປູກຕົ້ນກາກາວ ສະຫຼັບ ກັບ ຕົ້ນ ໄມ້ຊະນິດອື່ນ ໄດ້ນຳໃຊ້ ເປັນເວລາຫລາຍປີມາແລ້ວ ແລະ ມີ ການພັດທະນາໄວ ໃນ 4 ປີຫລັງໆ ມານີ້. ຍ້ອນທ່າໄດ້ປຽບ ຂອງ ຕົ້ນໄມ້ ຊະນິດນີ້ ຄືໃຫ້ຜົນຜະລິດຕະຫລອດປີ, ນຳ ໃຊ້ ເນື້ອທີ່ ຫວ່າງ ເພື່ອປູກສະຫຼັບກັບ ຕົ້ນໄມ້ຊະນິດອື່ນ​, ເຕີບໂຕ ໄວ້ ໃນສະ ພາບແວດລ້ອມ ມີແສງແດດໜ້ອຍ.
 
ໃນເງື່ອນໄຂທີ່ສະດວກຂອງດິນຟ້າອາກາດ, ປະຈຸບັນ ເນື້ອ ທີ່ ປູກຕົ້ນກາກາວ ໃນເມືອງ ຈາງບອມ ບັນລຸໄດ້ 79 ເຮັກຕາ. ພິເສດ ຕົ້ນກາກາວ ຍິ່ງມີອາຍຸສູງ ຍິ່ງໃຫ້ຜົນຜະລິດຫລາຍ. ນີ້ ແມ່ນຈຸດດີເພື່ອໃຫ້ຊາວກະສິກອນຢູ່ ຈາງບອມ ມີຄວາມຕັ້ງ ໃຈປູກຕົ້ນໄມ້ຊະນິດນີ້ ແລະ ຖືການປູກຕົ້ນກາກາວ ສະຫຼັບ ກັບ ຕົ້ນໄມ້ຊະນິດອື່ນ ແມ່ນຕົວແບບພັດທະນາເສດ ຖະກິດ ທີ່ ໝັ້ນຄົງ.

ໃສ່ຝຸ່ນໃຫ້ຕົ້ນກາກາວ.


ປູກ ຕົ້ນກາກາວ ຕາມການແນະນຳ ຂອງ ສູນສົ່ງເສີມ ກະສິ ກຳເມືອງ ຈາງບອມ,
ສະນັ້ນຕົ້ນກາກາວ ຈຶ່ງໃຫ້ຜົນຜະລິດສູງ ແລະ ມີຄຸນນະ ພາບ ເປັນຢ່າງດີ. 



ຕົ້ນກາກາວ ສາມາດປູກສະຫຼັບກັບຕົ້ນໄມ້ຊະນິດອື່ນໃນ ເນື້ອທີ່ ດຽວກັນ.


ໝາກກາກາວ ສ່ວນຫຼາຍອອກຢູ່ລຳຕົ້ນ ແລະ ກົກ.


ຕົ້ນກາກາວ ທີ່ໃຫຍ່ ແລະ ຂະຫຍາຍໂຕດີ ຈະໃຫ້ຜົນຜະລິດ ໝາກທ່ີມີຄຸນນະພາບ ສູງເຖິງ 30 ໂຕນ ຕໍ່ເຮັກຕາ.


ຄອບຄົວໜຶ່ງຢູ່ເມືອງ ຈາງບອມ ກຳລັງເກັບໝາກກາກາວ.


ໝາກກາກາວ ມີຫຼາຍສີແຕກຕ່າງກັນ ຍ້ອນໄດ້ນຳໃຊ້ເຕັກນິກ
ການປູກດ້ວຍການຕິດ ແລະ ຕໍ່ງ່າ.



ແກ່ນກາກາວ ໃນໝາກພາຍຫຼັງການເກັບກ່ຽວ.


ແກ່ນກາກາວ ແຫ້ງຈະມີລາຄາ ແຕ່ 26.000 ດົ່ງຕໍ່ກິໂລຂຶ້ນໄປ. 


ແກ່ນກາກາວ ທີ່ອົບແຫ້ງເພື່ອໃຊ້ເຂົ້າໃນການຜະລິດ Chocolate.


ການຜະລິດ Chocolate ຈາກ ກາກາວ ທ່ີເກັບຊື້ ຈາກ ເມືອງ ຈາງບອມ
ຂອງ ບໍລິສັດ
Marou Faiseurs de Chocolat ຢູ່ເມືອງ ທູດຶກ, ນະຄອນ ໂຮ່ຈີມິນ. 

ໜຶ່ງໃນບັນດາປັດໄຈສຳຄັນທີ່ເຮັດໃຫ້ຕົວແບບປູກຕົ້ນກາກາວ ສະຫຼັບກັບຕົ້ນໄມ້ຊະນິດອື່ນ ໄດ້ຂະຫຍາຍອອກຢ່າງວ່ອງ ໄວ ແມ່ນປາຍທາງຂອງຜະລິດຕະພັນໄດ້ ຮັບປະກັນ, ຊ່ວຍເຮັດ ໃຫ້ ຊາວກະສິກອນ ມີຄວາມໝັ້ນໃຈໃນການປູກຝັງ. ກາກາວ ທີ່ເກັບມາສ່ວນຫຼາຍໄດ້ຂາຍໃຫ້ບໍລິສັດກາກາວ ຈ້ອງດຶກ (ເມືອງ ດິງກວານ, ແຂວງ ດົ່ງນາຍ) ແລະ ບໍລິສັດລົງທຶນ ພັດ ທະນາກະສິກຳ ຫງວຽນລົກ ຈຳກັດ (ເທສະບານ ລອງ ແຄງ, ແຂວງ ດົ່ງນາຍ).
 
ຫາກໍ່ໄດ້ເກັບກ່ຽວລະດູທີສອງ, ແຕ່ຕົ້ນກາກາວ 600 ຕົ້ນ ທີ່ ປູກສະຫຼັບກັບຕົ້ນໄມ້ຊະນິດອື່ນ ບົນເນື້ອທີ່ 1 ເຮັກຕາ ຂອງ ຄອບຄົວອ້າຍ ຮວິ່ງຫາຍ (ບ້ານເລກທີ່ 3, ຕາແສງ ຊົງ ເຈົ່າ) ໄດ້ໃຫ້ຜົນຜະລິດສູງເຖິງ 10 ໂຕນຕໍ່ປີ ແລະ ຄາດວ່າ ໃນຊຸມ ປີຕໍ່ໄປ ຍັງຈະໃຫ້ຜົນຜະລິດເພີ່ມຂຶ້ນອີກ. ສຳລັບຕົວແບບ ປູກ ຕົ້ນກາກາວ ຂອງ ລຸງ ຟ້າມວັນເລີບ (ບ້ານ ອານບິ່ງ, ຕາແສງ ຈຸງຮວ່າ) ແມ່ນໃຫ້ຜົນຜະລິດສູງເກີນຄາດ. ຍ້ອນໄດ້ ຮັບການ ຊ່ວຍເຫລືອດ້ານແນວພັນ ແລະ ວິທີການປູກທີ່ຖືກ ເຕັກນິກ ໃນເນື້ອທີ່ 0,3 ເຮັກຕາ ຂອງ ລຸງ ເລີບ ໄດ້ຕັດສິນໃຈ ລົງ ທຶນ ຕື່ມອີກ 1,1 ເຮັກຕາ. ພາຍຫຼັງການປູກ ແລະ ບົວລະບັດ ມາ ເປັນ ເວລາ 4 ປີ, ປະຈຸບັນ, ສວນກາກາວ ປູກສະຫຼັບ ກັບ ຕົ້ນໝາກມ່ວງ ຫິມະພານ ຂອງ ລຸງ ເລີບ ໃຫ້ຜົນ ຜະລິດສູງ ເຖິງ 30 ໂຕນ ຕໍ່ ເຮັກຕາ, ຂາຍໝາກດິບ ໃນລາຄາ 6.000 ດົ່ງຕໍ່ກິໂລ ຊຶ່ງບໍລິສັດ ກາກາວ ຈ້ອງດຶກ ເປັນຜູ້ ເກັບ ຊື້. ແຕ່ ລະປີ ຄອບຄົວລຸງ ເລີບ ຈະມີກຳໄລສະເລ່ຍ ປະມານ 155 ລ້ານດົ່ງ ເມື່ອຫັກຕົ້ນທຶນອອກ. ບວກກັບ ລາຍຮັບ ຈາກ ຕົ້ນ ໝາກມ່ວງຫິມະພານ, ເຮັດໃຫ້ ຊີວິດການ ເປັນຢູ່ ຂອງ ຄອບ ຄົວ ລຸງ ເລີບ ມີຄວາມໝັ້ນຄົງ.
 
ປະຈຸບັນ, ສູນສົ່ງເສີມກະສິກຳແຂວງ ດົ່ງນາຍ ໄດ້ຈັດຕັ້ງ ການ ຝຶກອົບຮົມໄປແລ້ວ 70 ຊຸດໃຫ້ຊາວກະສິກອນ ກວ່າ 2.800 ຄົນຮູ້ຈັກວີທີປ້ອງກັນ ແລະ ກຳຈັດເຊື້ອ ພະຍາດໃຫ້ ຕົ້ນ ກາກາວ. ນອກຈາກນັ້ນ ຍັງມີການ ຈັດສຳມະນາ ກ່ຽວ ກັບ ວິທີການປູກ ແລະ ບົວລະບັດຮັກສາ, ການເກັບກ່ຽວ ກາ ກາວ ສາມາດດຶງດູດຊາວກະສິກອນ ເຂົ້າຮ່ວມເປັນຈຳນວນ 600 ເທື່ອຄົນ. ຈັດຕັ້ງການໄປຢ້ຽມຢາມບັນດາຕົວແບບ ພົ້ນ ເດັ່ນ ຢູ່ພາຍໃນແຂວງ ແລະ ຕ່າງແຂວງ ເພື່ອຊ່ວຍໃຫ້ຊາວ ກະສິກອນ ມີໂອກາດໄດ້ຮຽນຮູ້, ເກັບກ່ຽວປະສົບການ ໃນ ການ ປູກຕົ້ນ ກາກາວ. ເພື່ອຊ່ວຍເຫຼືອຊາວກະສິກອນ ໃນ ການ ປູກ ຕົ້ນກາກາວ ໃຫ້ມີປະສິດທິຜົນ, ຫວ່າງແລ້ວ ນີ້ຂະ ແໜງ ກະສິກຳແຂວງ ດົ່ງນາຍ ໄດ້ສຳເລັດການຮຽບ ຮຽງ ເອກະ ສານ ສະບັບ ໜຶ່ງທີ່ມີຫົວເລື່ອງ “ວິທີການປູກ, ບົວລະບັດຕົ້ນກາ ກາວ ສະຫຼັບ ກັບຕົ້ນໝາກມ່ວງຫິມະພານ ແລະ ຕົ້ນໄມ້ ຊະ ນິດອື່ນ” ແລ້ວພິມຈຳໜ່າຍອອກ ຫຼາຍພັນ ເຫຼັ້ມ ເພື່ອໃຫ້ຊາວ ກະສິກອນ ນຳໃຊ້.

ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ
 
 

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top