• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ປຶ້ມແຫ່ງອະນຸສອນຊ່ວງໄວນັກສຶກສາ

ໃນຊຸມປີມ່ໍໆ ມານີ້, ວົງການນັກສຶກສາຢູ່ມະຫາວິທະຍາໄລ ແຫ່ງຕ່າງໆ ຂອງ ຮ່າໂນ້ຍໄດ້ມີຄວາມນິຍົມເປັນຕາຮັກ, ນັ້ນ ຄືໄປຍັງ ບູຮານສະຖານອັນເປັນ ປະຫວັດສາດທີ່ມີຊື່ສຽງເຊັ່ນ ວັນມ໋ຽວກວັກຕື້ຢ໋າມ, ກຳແພງເມືອງເກົ່າ ທັງ ລອງ… ເພື່ອຖ່າຍຮູບ ເຮັດປຶ້ມ ອະນຸສອນ ບັນທຶກສິ່ງທີ່ໜ້າຈົດຈຳ ກ່ອນ ຈະ ອຳລາຈາກມະຫາວິທະຍາໄລ.
 
ໃນມື້ສຸດທ້າຍຂອງສັບປະດາໜຶ່ງ, ພວກຂ້າພະເຈົ້າໄດ້ໄປ ຕາມຈຸນັກສຶກສາ ຂະແໜງ ອອກແບບອຸດສາຫະກຳ ມະຫາ ວິທະຍາໄລ ອຸດສາຫະກຳຮ່າໂນ້ຍ ມາວັນມ໋ຽວ-ກວັກຕື້ຢ໋າມ ເພື່ອເບິ່ງເຂົາເຈົ້າຖ່າຍຮູບ ເປັນທີ່ລະນຶກໃນ ມື້ຮຽນຈົບ. ເຫັນ ໃບໜ້າສະຫວ່າງສົດໃສ ພ້ອມດ້ວຍ ການປະດັບເອ້ ແລະ ເຄື່ອງຂອງປະກອບ ແກ່ການຖ່າຍຮູບ ທີ່ໄດ້ກະກຽມ ຢ່າງຄັກ ແນ່ນັ້ນ, ສາມາດນຶກໄດ້ວ່າ ພວກເພື່ອນ ນັກສຶກສາມີຄວາມ ກະຕືລືລົ້ນທີ່ສຸດ ຕ່ໍການຖ່າຍຮູບ ໃນຄັ້ງພິເສດນີ້.

ເພື່ອໃຫ້ມີພາບຖ່າຍທີ່ປະທັບໃຈ ແລະ ມີຄວາມໝາຍ ກ່ຽວກັບຊ່ວງໄລຍະ ເປັນນັກສຶກສາທີ່ໜ້າຈົດຈຳ, ພວກເພື່ອນ ຕ່າງ ກ່ໍກະກຽມ ເຄື່ອງນຸ່ງຂອງຖືຢ່າງລຽບລ້ອຍ, ໂດຍສະເພາະແມ່ນ ພວກເພື່ອນຍິງ. ເຂົາເຈົ້າແຕ່ງຕົວ ເອ້ຢ້ອງ ຢ່າງສວຍງາມ ທີ່ສຸດ ດ້ວຍການ ເລືອກເສື້ອຜ້າອາພອນ, ຊົງຜົມ ກ່ອນຈະປະກົດຕົວ ຕ່ໍໜ້າກ້ອງຖ່າຍ. ນາງ ຫງວຽນຫງອກລິນ, ນັກ ສຶກສາຜູ້ໜຶ່ງ ຂອງມະຫາວິທະຍາໄລ ອຸດສາຫະກຳ ຮ່າໂນ້ຍ ໃຫ້ຊາບວ່າ: “ລາຍຈ່າຍແກ່ການແຕ່ງໜ້າ ແລະ ຊຸດອາພອນ ກ່ໍເປືອງຫຼາຍ ແຕ່ຍ້ອນນີ້ແມ່ນ ພາບຖ່າຍພິເສດ ບັນທຶກ ສິ່ງທີ່ໜ້າຈົດຈຳຂອງໄວນັກສຶກສາ, ສະນັ້ນ ໃຜໆກ່ໍຢາກແຕ່ງ ກາຍໃຫ້ເດັ່ນຂຶ້ນ ເພື່ອຈະມີພາບຖ່າຍ ດັ່ງໃຈປະສົງ”.

ພວກເພື່ອນຜູ້ທີ່ຫາກ່ໍເສັງຈົບຈາກມະຫາວິທະຍາໄລ ຫ້າວ ຫັນ ທີ່ສຸດ ເມື່ອໄດ້ຖ່າຍພາບ ເພື່ອເຮັດປຶ້ມອະນຸສອນ ຂອງຫ້ອງ.

ຮອຍຍີ້ມອັນສົດໃສຂອງບັນດານັກສຶກສາ ໃນຊຸດປະຣິນຍາໄດ້ອັດໄວ້ໃນກ້ອງຖ່າຍພາບ.

 ພວກເພື່ອນນັກສຶກສາຮ່າໂນ້ຍຖ່າຍພາບຢູ່ເຂດວັນມ໋ຽວ-ກວັກຕື້ຢ໋າມ ເພື່ອເປັນຫຼັກໝາຍ ແກ່ວັນເວລາ ເປັນນັກສຶກສາ ຢູ່ມະຫາວິທະຍາໄລ.

ນັກສຶກສາຜູ້ໃດກ່ໍສົດໃສ ຊື່ນບານໃນຊຸດປະຣິນຍາ…

… ແລະ ຢາກບັນທຶກຊ່ວງເວລາອັນໜ້າຈົດຈຳ ນີ້ຢູ່ກັບໝູ່ຄູ່.

ແຂກຕ່າງປະເທດຫຼາຍຄົນ ເມື່ອມາຢ້ຽມຊົມ ວັນມ໋ຽວ-ກວັກ ຕື້ຢ໋າມ ກ່ໍຍາດໂອກາດຖ່າຍພາບ ກັບພວກນັກສຶກສາໃນ ຊຸດ ປະຣິນຍາ.
ໃນເມື່ອພວກເພື່ອນຍິງອ້ອນແອ້ນ ແລະ ມີສະເໜຫາໃນຊຸດ ເສື້ອຍາວຫຼາກຫຼາຍ ສີສັນ ກັບຊ່ໍດອກກຸຫຼາບທີ່ສົດຊື່ນນັ້ນ, ພວກເພື່ອນຊາຍ ພັດກະກຽມ ຊຸດສາກົນທີ່ຂືມໆແດ່. ພິເສດ, ພວກເພື່ອນທັງໝົດລ້ວນແຕ່ມີຊຸດປະຣິນຍາຕິດຕົວ ເພື່ອໄດ້ ຖ່າຍ ພາບລວມ ຫຼື ສ່ວນຕົວ, ບັນທຶກອານຸສອນ ຍາກທີ່ຈະລືມ ໄດ້ຂອງຄາວເປັນນັກສຶກສາ ພ້ອມໆກັບ ໃບປະກາດສະນີ ຍະບັດ ຂອງຕົນ.

ເພື່ອຈະມີພາບຖ່າຍ ສ້າງຄວາມປະທັບໃຈ ໃນປຶ້ມອະນຸສອນ ຂອງຫ້ອງ, ຄຽງຄູ່ກັບການ ປະດິດສ້າງ ຂອງມືກ້ອງ, ພວກ ເພື່ອນນັກສຶກສາ ກ່ໍຄິດອອກ ຫຼາຍແບບ ທີ່ແປກໆ ແລະ ເອກະລັກ. ແຂກທ່ອງທ່ຽວ ຊາວຕ່າງປະເທດ ຫຼາຍຄົນ ເມື່ອມາ ຢ້ຽມ ຊົມວັນມ໋ຽວ-ກວັກຕື້ຢ໋າມ ຕ່າງກ່ໍ ປະຫຼາດໃຈ ແລະ ຮູ້ສຶກຈັບໃຈເມື່ອປະຈັກຕາ ການຖ່າຍຮູບ ທີ່ມີຄວາມໝາຍນີ້ ຂອງ ພວກນັກສຶກສາ ຫາກ່ໍຈົບຈາກ ມະຫາ ວິທະຍາໄລ, ຊ້ຳບ່ໍໜຳ, ຫຼາຍຄົນ ຍັງຂໍ ຖ່າຍພາບ ພ້ອມກັບພວກເພື່ອນ ເພື່ອ ເປັນ ທີ່ລະນຶກ ຄັ້ງໜຶ່ງໄດ້ມາຮອດ ຫວຽດນາມ.
 
ບົດ: ເງິນຮ່າ - ພາບ: ເຕີດເຊີນ

bichlien

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top