• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລືກ່ຽວກັບມາດຕະການຟື້ນຟູເສດຖະກິດຂອງບັນດາແຂວງເຂດເສດຖະກິດຈຸດສຸມທາງພາກໃຕ້

      ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ແຂວງບ່າເຣ້ຍ - ຫວູງເຕົ່າ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມ ກັບການນໍາຫຼັກແຫຼ່ງຂອງ 8 ແຂວງເຂດເສດຖະກິດຈຸດສຸມທາງພາກໃຕ້ ກ່ຽວກັບໜ້າທີ່ພັດທະນາເສດຖະກິດສັງຄົມ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກກ່າວຄໍາເຫັນທີ່ກອງປະຊຸມ (ພາບ:  VGP)
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ຕັ້ງບັນຫາມາວ່າ ຕ້ອງຍົກອອກນະໂຍບາຍແນວໃດ ເພື່ອຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ນີ້ກໍແມ່ນຄໍາຖາມສໍາລັບບັນດາແຂວງຢູ່ເຂດເສດຖະກິດຈຸດສຸມທາງພາກໃຕ້, ໂດຍສະເພາະແມ່ນ 8 ແຂວງຂອງເຂດນີ້ສວມບົດບາດສໍາຄັນສໍາລັບປະເທດຊາດ ເຊິ່ງກວມເອົາ 42% GDP ແລະ 42% ງົບປະມານແຫ່ງລັດ. ເພື່ອສາມາດບັນລຸໄດ້ເປົ້າໝາຍ ພື້ນຖານເສດຖະກິດມີລາຍຮັບສູງໃນປີ 2045, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັກຟຸກ ຖືວ່າ:
        “ດ້ວຍທີ່ຕັ້ງບົດບາດຂອງເຂດເສດຖະກິດຈຸດສຸມທາງພາກໃຕ້, ພວກຂ້າພະເຈົ້າຂໍສະເໜີ: ທີໜຶ່ງແມ່ນ, ພື້ນຖານເສດຖະກິດໂລກພວມຊຸດໂຊມຢ່າງແຮງ ແລະ ມີການເຕີບໂຕທາງລົບ, ຫວຽດນາມ ຕ້ອງສູ້ຊົນຫຼາຍກວ່າອີກ, ເພື່ອບັນລຸລື່ນກາຍລະດັບ ຫຼື ທຽບເທົ່າກັບລະດັບ ເຊິ່ງແຜນການຂອງລັດໄດ້ມອບໝາຍໃຫ້. ເພາະສະນັ້ນ, ຂ້າພະເຈົ້າສະເໜີ ຕ້ອງມີວິທີການແກ້ໄຂ ແລະ ມາດຕະການປະຕິບັດເພີ່ມເຕີມ”.
        ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ບັນດາທ້ອງຖິ່ນດັ່ງກ່າວ ຈົ່ງສຸມໃສ່ການພັດທະນາບັນດາເຂດອຸດສາຫະກໍາ, ເຂດຕົວເມືອງອັດສະລິຍະ. ພ້ອມກັນນັ້ນ, ທ່ານກໍຮຽກຮ້ອງໃຫ້ມີມາດຕະການພັດທະນາເສດຖະກິດພາກເອກະຊົນ; ພັດທະນາເສດຖະກິດດີຈີຕອນ ແລະ ບັນດາຮູບແບບດໍາເນີນທຸລະກິດໃໝ່, ກະຕຸ້ນຄວາມຕ້ອງການພາຍໃນປະເທດ ແລະ ຍູ້ແຮງການສົ່ງອອກ. 
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top