• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ປີໃໝ່ ຂອງ ຊາວຫວຽດນາມ

ແຕ່ໃດໆ, ເມື່ອປີໃໝ່ປະຈຳຊາດ ມາເຖິງ, ຄົນຫວຽດ ແມ່ນ ມີຄວາມນິຍົມກັນ ໃນການຊອກຫາ ບັນດາລາຍການອາຫານ ຊຶ່ງເປັນຂອງພື້ນບ້ານທີ່ແຊບ, ຫາຍາກກ່ອນອື່ນໝົດແມ່ນ ເພື່ອໄຫວ້ບູຊາບັນພະບຸລຸດ, ຫຼັງນັ້ນແມ່ນຄວາມເຕົ້າໂຮມກັນ ພາຍໃນຄອບຄົວ. ຄວາມນິຍົມດັ່ງກ່າວໄດ້ ກາຍ ເປັນວັດທະນະທຳ ອັນເປັນມູນເຊື້ອ ທີ່ໜ້າປະທັບໃຈ,  ບໍ່ພຽງ ແຕ່ເວົ້າເຖິງ ຄ່ານິຍົມໃນການ ກິນດື່ມ, ການຫຼິ້ນມ່ວນຊື່ນລື້ນເລິງ ຂອງ ຄົນຫວຽດນາມ ເທົ່ານັ້ນ, ແຕ່ຍັງສ່ອງແສງໃຫ້ເຫັນເຖິງ ສີສັນວັດທະນະທຳ ໃນໂອກາດປີໃໝ່ ປະຈຳຊາດ ຂອງ ແຕ່ລະເຂດ, ແຕ່ລະພາກ, ແຕ່ລະທ້ອງຖິ່ນອີກດ້ວຍ. 
ເຄື່ອງຂອງພິເສດໃນໂອກາດປີໃໝ່ປະຈຳຊາດຫວຽດນາມ ໃຕ້ສະໄໝສັກດິນາ ລວມມີຊັບສິ່ງຂອງທຳມະຊາດທີ່ແຊບ, ແປກໆ ແລະ ຫາຍາກຢູ່ໃນດິນສິນໃນນຳ້ເຊັ່ນ: ປາຝາ, ເຕົ່າທອງ (hawksbill sea turtles), ເຊີມເກີ່ມ(black coot), ຮັງນົກແອ່ນທະເລ, ໄກ່ເກົ້າເດືອຍ… ທີ່ສະຫງວນໃຫ້ແກ່ສະເພາະຊັ້ນເຈົ້າກະສັດ ແລະ ອາດຍາເຈົ້ານາຍເທົ່ານັ້ນ. ສ່ວນບັນດາລາຍການອາຫານ,      ເຄື່ອງຂອງທີ່ມີລັກສະນະທົ່ວໄປເຊັ່ນ: ສິນໝູ, ສົ້ມຫົວບົ່ວ, ເຂົ້າຕົ້ມ ຫຼື ຕົ້ນກະຖິນ, ກະໂພກ, ຄຳກອນເປັນຄູ່ ຄອບຄົວໃດກໍມີ ໂດຍບໍ່ຈຳແນກຜູ້ຮັ່ງ-ຜູ້ທຸກ. 
ຄົນຫວຽດມັກຈັດວາງພາໝາກໄມ້ຫ້າຊະນິດເພື່ອໄຫວ້ບູຊາ ບັນພະບຸລຸດ ເພື່ອຂໍພອນໃຫ້ມີຄວາມສຸກ ສຸຂະພະລານາໄມ ແລະ ຄວາມມີໂຊກລາບ ໃນປີໃໝ່.

ຄ່ານິຍົມຊອກຫາແຫຼ່ງອາຫານ, ເຄື່ອງຂອງທີ່ແຊບໆແປກໆຂອງຄົນຫວຽດ ກໍໄດ້ຂະຫຍາຍໄປຕາມວັນເວລາ. ແຕ່ກ່ອນ ໃນໂອກາດປີໃໝ່ປະຈຳຊາດ ພຽງຕ້ອງການແຕ່ເຂົ້າຕົ້ມ, ສົ້ມຫົວບົ່ວ, ປ້າຍຄຳຄູ່ແດງເທົ່ານັ້ນ ແຕ່ໃນປັດຈຸບັນຄົນ ຫວຽດມີຕື່ມອີກຫຼາຍຢ່າງ ທີ່ເປັນຂອງແຊບຂອງແປກ ອື່ນອີກເຊ່ັນ: ໄກ່ດົງຕາວ, ຕົ້ນຄາຍເຍີດເຕີນ, ເຟີດຖູ (finger citron), ໝາກກ້ວຍ ດ້າຍຮວ່າງ… (ພາກເໜືອ); ດອກເຈ້ຍ ແທງຕຽນ, ພາບແຕ້ມໝູ່ບ້ານ ຊິ່ງ, ລາຍການອາຫານຕ່າງໆໃນລາຊະວັງ… (ພາກກາງ); ດອກຊ້າງນ້າວ(ດອກເໝີຍ), ໝາກກ້ຽງໃຫຍ່ ເຕິນຮົ່ງ, ເຂົ້າໜົມແຕັດ, ໄກ່ກິເລນ… (ພາກເໜືອ). ຊ້ຳບໍ່ໜຳ ຫຼາຍຄົນກໍຍັງຄົ້ນຫາອາຫານ, ເຄື່ອງຂອງທີ່ມີຄ່າຫາຍາກ ເຊັ່ນ ຮັງນົກແອ່ນທະເລ, ປາແອງຫວູ (Cyprinidae), ປາລັງ (Bagridae), ໄກ່ເກົ້າເດືອຍ… ເພື່ອການກິນ ແລະ ລະຫຼິ້ນໃນຊຸມມື້ຕົ້ນປີໃໝ່. 

ດອກຄາຍ ເຍີດເຕິນ ເປັນດອກໄມ້ ທີ່ຂາດບໍ່ໄດ້ ໃນໂອກາດ ປີໃໝ່ປະຈຳຊາດຢູ່ນະຄອນຫຼວງຮ່າໂນ້ຍ. ພາບ: ຫງວຽນຖັ໋ງ


ຕະຫຼາດດອກໄມ້ຮ່າງເລືອກ(ຮ່າໂນ້ຍ), ບ່ອນວາງຂາຍຕົ້ນໄມ້, ດອກໄມ້ປະດັບຫຼາຍຊະນິດ ຮັບໃຊ້ຊາວນະຄອນຫຼວງ
ໃນໂອກາດວັນຕຸດ. ພາບ: ເອກະສານ VNP



ທ່ານ ເລດຶກຢ໋າບ, ຊາວກະສິກອນ ຢູ່ເມືອງແທງອວາຍ (ຮ່າ ໂນ້ຍ) ໄດ້ປະສົບຜົນສຳເລັດໃນການຕໍ່ຕົ້ນໜາກໄມ້ຫ້າ ຊະນິດ ເຂົ້າໃສ່ກັນເຊັ່ນ:
ໝາກພຸກ, ໝາກກ້ຽງ, ໝາກກ້ຽງນ້ອຍ, ໝາກແປ້ນ, ໝາກ “ເຟີດຖູ” (Buddha’s hands) ເພື່ອ ຕອບສະໜອງ
ຄວາມຮຽກຮ້ອງຕ້ອງການ ຂອງລູກຄ້າໃນ ໂອ ກາດປີໃໝ່ປະຈຳຊາດ. ພາບ: ຫວຽດເກື່ອງ



ໝູ່ບ້ານປູກດອກໄມ້ ເຕິນກີວດົງ ຢູ່ແຂວງ ດົ່ງທາບ ເປັນສູນ ປູກ ດອກໄມ້ໃຫຍ່ທີສຸດຢູ່ພາກໃຕ້. ເມື່ອເຖິງທ້າຍປີ,
ໝູ່ບ້ານ ປູກ ດອກໄມ້ ເຕັມໄປດ້ວຍສີສັນ ຂອງດອກໄມ້ ຫຼາຍຊະນິດ. ພາບ: ຫງວຽນຖັ໋ງ



ດອກເໝີຍ, ໝາກໂມ, ໝາກກ້ຽງນ້ອຍ… ເປັນປະເພດ ຕົ້ນ ໄມ້, ໝາກໄມ້ທີ່ຄົນຫວຽດນິຍົມນຳໃຊ້ໃນຊຸມມື້ຕຸດ. ພາບ: ຫງວຽນລວນ


ບັນດານັກສິລະປິນ ພາກໃຕ້ ປະດັບປະດາ ບັນດາປະເພດ ໝາກໄມ້ເປັນຮູບມັງກອນເພື່ອຕ້ອນຮັບປີໃໝ່ປະຈຳຊາດ. ພາບ: ມິງກວກ

ບຸນປີໃໝ່ ປະຈຳຊາດ ຂອງ ຫວຽດນາມ ເປັນບຸນປະເພນີສຳ ຄັນທີສຸດຂອງຄົນຫວຽດ. ບຸນເຕັດໄດ້ດຳເນີນໄປ ກົງກັບ ສາມມື້ທຳອິດ ຂອງເດືອນຈຽງຕາມຈັນທະປະຕິທິນ, ເປັນໂອກາດ ເພື່ອໃຫ້ທຸກຄົນ ໃນຄອບຄົວໄດ້ເຕົ້າໂຮມກັນ ເພື່ອລະນຶກເຖິງບັນພະບູລຸດ ແລະ ອວຍພອນຊຶ່ງກັນ ຈົ່ງປະສົບ ແຕ່ສິ່ງທີ່ດີງາມ ໃນຕະຫຼອດ ປີໃໝ່.  
ໃນບຸນປີໃໝ່ປະເພນີ, ຊາວຫວຽດນາມຢູ່ທຸກເຂດພາກຂອງປະເທດ ມັກປຸງແຕ່ງອາຫານທີ່ແຊບໆ, ຮຽກຮ້ອງຄວາມພິຖີພິຖີພິຖັນໃນການປຸງແຕ່ງ, ງາມສະດູດຕາ ແລະ ມີລັກສະນະເປັນເອກະລັກຂອງແຕ່ລະທ້ອງຖິ່ນ, ເຂດພາກ. ສົມມຸດຄື ເຂດທົ່ງພຽງແມ່ນ້ຳແດງ ແຕ່ສະໄໝປາງກ່ອນໄດ້ປະກອບເປັນຮູບເປັນຮ່າງ ບັນດາໝູ່ບ້ານອາຊີບທີ່ມີຊື່ສຽງໂດ່ງດັງ ຜະລິດສະເພາະ ບັນດາລາຍການອາຫານທີ່ແຊບໆ ໃນວັນບຸນເຕັດຄື ເຂົ້າຕົ້ມ, ຢໍ່ ເອືອກເລ໊ ຢູ່ ຮ່າໂນ້ຍ, ເຂົ້າໜົມ, ກວັນ ຊວນດິງ ຢູ່ ຮ່າໂນ້ຍ, ປາຕົ້ມເຄັມ ດ້າຍຮວ່າງ ຢູ່ ນາມດິ້ງ…
ສ່ວນຢູ່ພາກກາງ (ນະຄອນເຫວ້), ເຄີຍເປັນະຄອນຫຼວງ ໃນສະໄໝ ສັກດິນາສຸດທ້າຍຂອງຫວຽດນາມ, ມາຮອດປັດຈຸບັນ ຍັງຄົງຮັກສາໄວ້ໄດ້ ຮີດເກົ່າຄອງເດີມ. ແຕ່ສະໄໝກ່ອນ, ເຫວ້ມີສອງຮູບການກິນກຸດ, ນັ້ນຄືກຸດພື້ນເມືອງ ແລະ ກຸດໃນພະລາຊະວັງ. ມາຮອດປັດຈຸບັນ, ພ້ອມກັບຄວາມຜັນແປປ່ຽນແປງຂອງປະຫວັດສາດ, ຮູບການກິນກຸດໃນພະລາຊະວັງ ໄດ້ປະສົມປະສານກັບ ຮູບການກິນກຸດພື້ນເມືອງແລ້ວ. ບຸນປີໃໝ່ປະຈຳຊາດເປັນໂອກາດ ໃຫ້ພໍ່ແມ່ພີ່ນ້ອງ ຢູ່ເຫວ້ ສະແດງຄວາມສາມາດຂອງຕົນກ່ຽວກັບ ສິລະປະປຸງແຕ່ງອາຫານ. ຍົກຕົວຢ່າງເຊັ່ນ ຂອງເຄັມລວມມີ ເຂົ້າໜົມແຕັດ, ສົ້ມຜັກ, ຊີ້ນງົວແຊ່ນ້ຳປາ, ຂາໝູ່ພັນ, ສົ້ມຜັກສະຄູ້... ຂອງຫວານກໍມີທຸກຊະນິດເຊັ່ນ ກວັນຂີງ, ກວັນໝາກພ້າວ, ກວັນມັນດ້າງ, ກວັນເມັດບົວ, ກວັນໝາກມ່ວງ ແລະ ນຳ້ຫວານກໍມີຫຼາຍຊະນິດອີກດ້ວຍ. ບໍ່ພຽງແຕ່ເທົ່ານັ້ນ, ເຫວ້ຍັງຂຶ້ນຊື່ລືສຽງກັບບັນດາລາຍການອາຫານເຈ ແລະ ຜູ້ຍິງເຫວ້ເກືອບວ່າຜູ້ໃດກໍສາມາດແຕ່ງກິນໄດ້ໜຶ່ງ ຫຼືສອງລາຍການອາຫານເຈ.
ໃນຊຸມມື້ບຸນເຕັດ, ຄົນພາກໃຕ້ກໍປຸງແຕ່ງ ລາຍການອາຫານທີ່ແຊບໆ ຫຼາຍເຍື່ອງເຊ່ັນ: ເຂົ້າຕົ້ມແຕັດ, ຊີ້ນໝູ້ຕົ້ມເຄັມ, ຢໍ່, ໝາກໄສ່ຍັດຊີ້ນ, ຊີ້ນປິ້ງ ແລະ ອື່ນໆ... ບັນດາລາຍການຫອາຫານນີ້ ກ່ອນອື່ນໝົດແມ່ນໄຫວ້ບູຊາບັນພະບຸລຸດ, ຫຼັງນັ້ນແມ່ນເພື່ອການຮັບປະທານໃນຊຸມມື້ບຸນເຕັດ. ຢູ່ພາກເໜືອ, ເຂົ້າຕົ້ມໄດ້ຫໍ່ເປັນຮູບຈະຕຸລັດ (ເອີ້ນວ່າ “ແບ໋ງຈຶງ”), ໃນຂະນະນັ້ນ, ຢູ່ພາກໃຕ້ເຂົ້າຕົ້ມໄດ້ຫໍ່ເປັນຮູບທໍ່ (ເອີ້ນວ່າ ແບ໋ງແຕັດ ຫຼືວ່າ ເຂົ້າຕົ້ມແຕັດ). ເຂົ້າຕົ້ມແຕັດໄດ້ຖືວ່າເປັນສັນຍາລັກໃຫ້ແກ່ ຄວາມອີ່ມໜຳສຳລານໃນຕະຫຼອດປີ. ຄົນພາກໃຕ້ເຮັດເຂົ້າຕົ້ມແຕັດດ້ວຍຫຼາຍລົດຊາດ ທີ່ແຕກຕ່າງກັນເຊັ່ນ: ເຂົ້າຕົ້ມແຕັກເຄັມ, ເຂົ້າຕົ້ມແຕັດປະສົມ, ເຂົ້າຕົ້ມແຕັດຫວານ ແລະ ເຂົ້າຕົ້ມແຕັດບໍ່ມີໃນ. 

ດອກບົວເຈ້ຍ ແທງຕຽນ (ເຫວ້) ເພື່ອປະດັບປະດາ ແທ່ນ ບູຊາໃນຊຸມມື້ບຸນເຕັດ. ພາບ: ເຈິ່ນແທງຢາງ


ຮູບພາບມື້ບຸນເຕັດ ຢູ່ໝູ່ບ້ານ ຊິ່ງ, ນະຄອນເຫວ້. ພາບ: ຫວີງຮຶງ


ທູບວົງ ເປັນໜຶ່ງໃນຫຼາຍປະເພດທູບໄດ້ນຳໃຊ້ຫຼາຍ ໃນໂອ ກາດ ມື້ບຸນເຕັດ. ພາບ: ໂງຢື


ຕະຫຼາດໜັງສື ໃນມື້ປີໃໝ່. ພາບ: ກົງດາດ


ຮູບພາບພື້ນເມືອງ ດົງໂຮ່ (ເມືອງຖ້ວນແທ່ງ, ແຂວງບັກນິງ) ຊາວພາກເໜືອເຄີຍໃຊ້ ເພື່ອປະດັບປະດາ
ຢູ່ພາຍໃນເຮືອນ ໃນໂອກາດປີໃໝ່ວຽນມາເຖິງ. ໃນພາບ: ນັກສິລະປິນ ຫງວຽນ ດັງເຈ໋
ຢູ່ໝູ່ບ້ານແຕ້ມພາບ ດົງໂຮ່ ແຕ້ມພາບ ໂຕໄກ່ ໃນມື້ຕຸດ. ພາບ: ຈິ້ງໂບ້

 
ໃນໂອກາດປີໃໝ່, ຄົນຫວຽດໄດ້ກະກຽມເຂົ້າຕົ້ມ, ເຂົ້າໜົມຫຼາຍຊະນິດເປັນພິເສດເຊັ່ນ: ເຂົ້າໜົມເມັດບົວ, ເຂົ້າ ໜົມຂີງ, ເຂົ້າໜົມໝາກພ້າວ, ເຂົ້າໜົມ “ອິນ” ເພື່ອໄຫວ້ບູຊາ ບັນພະບຸລຸດ ແລະ ເພື່ອຕ້ອນຮັບແຂກທີ່ມາຢາມ. 
ນອກຈາກບັນດາຜະລິດຕະພັນພິເສດທີ່ໄດ້ປຸງແຕ່ງໂດຍຕົນເອງແລ້ວ, ບຸນເຕັດຂອງຄົນຫວຽດ ຍັງມີຫຼາຍສິ່ງຂອງທີ່ພິເສດອື່ນໆອີກເຊັ່ນ: ດອກຄາຍ ເຍີດເຕີນ, ໝາກກ້ຽງໃຫຍ່ ຢ໊ຽນ(ຮ່າໂນ້ຍ), ໄກ່ ດົງຕາວ(ຮືງອຽນ), ໝາກກ້ວຍ ດ້າຍຮວ່າງ(ຮ່ານາມ), ພາບແຕ້ມ ດົງໂຮ່(ບັກນິງ) ແລະ  ພາບແຕ້ມ ໝູ່ບ້ານຊິ່ງ(ເຫວ້).

ວິທີນຳໃຊ້ ແລະ ຊື່ນຊົມຊັບສິ່ງຂອງພິເສດໃນໂອກາດບຸນເຕັດ ຢູ່ແຕ່ລະທ້ອງຖິ່ນ, ເຂດພາກກໍມີຄວາມແຕກຕ່າງກັນ. ສົມມຸດຄືຄົນເຫວ້ມັກໃຊ້ພາບ ໝູ່ບ້ານ ຊິ່ງ ແລະ ດອກເຈ້ຍ ແທງຕຽນ ເພື່ອການປະດັບປະດາ ໃນຊຸມມື້ປີໃໝ່ປະຈຳຊາດ. ຄົນພາກໃຕ້ມັກເລືອກໝາກໄມ້ ທີ່ມີຢູ່ໃນສວນ ເພື່ອການບູຊາບັນພະບຸລຸດ. ຕາມທຳມະດາ, ຄົນພາກໃຕ້ມັກເລືອກບັນດາຊະນິດໝາກໄມ້ເຊັ່ນ: ໝາກຂຽບ, ໝາກພ້າວ, ໝາກຮຸ່ງ, ໝາກມ່ວງ ຍ້ອນຊື່ເອີ້ນຂອງໝາກໄມ້ບັນດາຊະນິດນີ້ ຕາມການຜັນສຽງຂອງຄົນພາກໃຕ້ ມີຄວາມໝາຍ ຄອງຄອຍ ມຸ່ງຫວັງປີໃໝ່ທີ່ວຽນມາດ້ວຍຄວາມສົມບູນພູນສຸກ. ນອກນັ້ນ, ຄົນພາກໃຕ້ມີຄວາມເຊື່ອວ່າ ດອກຊ້າງນ້າວ ນຳມາເຊິ່ງຄວາມໂຊກລາບ, ເພາະສະນັ້ນ, ຄອບຄົວໃດໆກໍມີ ກະຖາງດອກຊ້າງນ້າວຢູ່ໃນເຮືອນ ໃນໂອກາດປີໃໝ່. 

ໝູ່ບ້ານເຂົ້າຕົ້ມ ແຈງຄຸກ (ຮ່າໂນ້ຍ) ຫໍ່ເຂົ້າຕົ້ມໃນໂອກາດ ບຸນປີໃໝ່. ພາບ: ຈິ້ງໂບ້


ໃບຕອງ, ເຂົ້າໜຽວ, ໝາກຖົ່ວເຫຼືອງ, ໜໍ່ໄມ້ແຫ້ງ,  ເຫັດຫູໜູ… ໄດ້ວາງຂາຍຢູ່ຕະຫຼາດ ໃນມື້ໃກ້ຈະຮອດມື້ຕຸດ. ພາບ: ຈ້ອງຈິ໋ງ


ໄກ່ດົງຕາວ ເມືອງຄວ໋າຍເຈົາ, ແຂວງ ຮຶງອຽນ ມີຊີ້ນທີ່ແຊບ, ຮູບຊົງແປກປະຫຼາດ, ຖືວ່າເປັນ ອາຫານພິເສດ
ໃນມື້ຕຸດ ຢູ່ ເຂດທົ່ງພຽງ ທາງພາກເໜືອ. ພາບ: ກົງດາດ



ບັນດາປະເພດເຂົ້າໜົມພື້ນເມືອງຂອງຄົນຫວຽດ. ພາບ: ຈ່າມີ, ວັນກວ່ຽນ


ພາຖາດໝາກໄມ້ຫ້າຊະນິດໃນມື້ບຸນເຕັດ. ພາບ: ເອກະສານ VNP


ເຂົ້າຕົ້ມແມ໊ງກ່ຳ ຢູ່ ແຂວງ ເກິ່ນເທີ. ພາບ: ຫງວຽນລວນ


ເຂົ້າໜຽວໝາກເຂົ້າ ແລະ ແກງໜໍ່ໄມ້ຂາໝູ ເປັນໜຶ່ງ ໃນບັນດາລາຍການອາຫານພື້ນເມືອງ
ຂອງຄົນຫວຽດ ໃນມື້ບຸນເຕັດ. ພາບ: ຈ່າມີ  



ບັນດາລາຍການອາຫານໃນໂອກາດປີໃໝ່ ປະຈຳຊາດ. ພາບ: ຈ່າມີ


ປາຕົ້ມເຄັມ ເປັນລາຍການອາຫານພື້ນບ້ານ ຢູ່ເມືອງຫຼີເຍີນ, ແຂວງ ນາມດິ້ງ. ພາບ: ຫວຽດເກື່ອງ


ພາເຂົ້າໃນມື້ບຸນເຕັດຂອງຄົນຫວຽດ. ພາບ: ເຈິ່ນແທງຢາງ

ຄົນຫວຽດຖືສຳຄັນຫຼັກສິນທຳ “ກິນເຂົ້າຄິດເຖິງຄຸນນາ,ໄດ້ກິນປາ ຄິດເຖິງຄຸນນ້ຳ” ດັ່ງນັ້ນມັກມອບໃຫ້ແກ່ກັນເຄື່ອງຂອງພິເສດໃນໂອກາດປີໃໝ່. ແຕ່ປາງກ່ອນ, ລູກສິດມອບໂຕໄກ່ໃຫ້ນາຍຄູ ເພື່ອສະແດງຄວາມເຄົາລົບນັບຖື; ລູກມອບ ແພໄໝ, ກິ່ງດອກຄາຍ ຫຼື ກະຖາງດອກຊ້າງນ້າວ ໃຫ້ພໍ່ແມ່, ສະແດງ ຄວາມຮູ້ບຸນຄຸນ ຂອງຕົນ ຕ່ໍຜູ້ທີ່ໄດ້ໃຫ້ກຳເນີດ; ໝູ່ເພື່ອນສະໜິດສະໜົມມອບແກ່ກັນ ແຜ່ນຄຳກອນເປັນຄູ່ ຫຼື ພາບແຕ້ມ ເພື່ອໃຫ້ນ້ຳໃຈເພື່ອນມິດຍິ່ງມີຄວາມສະໜິດແໜ້ນຂຶ້ນຕື່ມ…
ຄົນຫວຽດຊົມໃຊ້ບຸນເຕັດດ້ວຍຈິດໃຈເປັນຕົ້ນຕໍ. ແຕ່ບັນດາຕົວເມືອງຕະຫຼອດຮອດເຂດບ້ານນາ, ຮູບພາບຂອງບຸນເຕັດຢູ່ຕາມຕະຫຼາດ ແລະ ຖະໜົນຫົນທາງ ແມ່ນຄຶກຄື້ນທີສຸດ. ໃນຕະຫຼອດຊຸມມື້ປີໃໝ່, ເຂົາເຈົ້າມັກໄປມາຫາສູ່ກັນ ເພື່ອການຢ້ຽມຢາມຖາມຂ່າວ ແລະ ຮ່ວມກັນຮັບປະທານ ບັນດາລາຍການອາຫານ, ເຄື່ອງດື່ມທີ່ພິເສດ ຂອງບຸນເຕັດ ແລະ ອວຍໄຊໃຫ້ພອນໃຫ້ແກ່ກັນ ບັນດາຄຳອວຍພອນ ກ່ຽວກັບສຸຂະພາບ, ຄວາມໂຊກລາບ ແລະ ຜາສຸກ ໃນບັນຍາກາດສຸດທີ່ມ່ວນຊື່ນເລີງ. ຄວາມເຄີຍວັດທະນະທຳນີ້ສະແດງອອກມາ ການພົວພັນລະຫວ່າງຍາດພີ່ນ້ອງ ແລະ ບ້ານໃກ້ເຮືອນຄຽງ ທີ່ໝັ້ນຄົງຂອງຄົນຫວຽດ.
ບົດ: ທົງທ້ຽນ - ພາບ: VNP

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top