• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ປີລະກາມາຊົມເບິ່ງກຸ່ມນັກແຕ້ມ G39 ແຕ້ມພາບໂຕໄກ່

ຫວ່າງແລ້ວນີ້, ທີ່ນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດຂຶ້ນງານວາງ ສະແດງ “Dau Dome 2017” ເພື່ອຕ້ອນຮັບປີລະກາ. ນີ້ແມ່ນປີທີສາມ ຮ່າງຢາ Galleria ແລະ ກຸ່ມນັກແຕ້ມ G39 ຮ່ວມກັນຈັດຕັ້ງງານວາງສະແດງພາບແຕ້ມສັດປະຈຳປີ ຕ້ອນຮັບປີໃໝ່. 
Dau Dome 2017 ໄດ້ຖືຮູບພາບໂຕໂກ່, ສັດປະຈຳປີໂຕ 1 ໃນ 12 ໂຕ. ຕ່າງກັບງານວາງສະແດງ 2 ຄັ້ງກ່ອນ ທີ່ໄດ້ແຕ້ມ ໂຕ ແບ້ ແລະ ໂຕ ລີງ, ງານວາງສະແດງຄັ້ງນີ້ ບໍ່ພຽງແຕ່ມີຈຳນວນຫຼາຍກວ່າເທົ່ານັ້ນ, ຫາກຍັງມີຫຼາຍຮູບການປະຕິບັດບັນດາບົດປະພັນອີກດ້ວຍ.

ງານວາງສະແດງຄັ້ງນີ້ ໄດ້ວາງສະແດງ 60 ບົດປະພັນຂອງ ນັກແຕ້ມ 24 ຄົນ. ນອກຈາກບັນດາຮູບແຕ້ມດ້ວຍສີນຳ້ມັນ, ສີຂັບມັນ, ແປ້ງສີ ເທິງເຈ້ຍໜັງສືພິມ, ເຈ້ຍສາ, ແພໄໝ... ຫາກຍັງມີບັນດາ ບົດປະພັນທີ່ແຕ້ມເທິງຈານ, ຮູບປັ້ນເຄືອບ ດິນເຜົາ ໄດ້ນັກແຕ້ມ ປະຕິບັດຢູ່ໝູ່ບ້ານອາຊີບຜະລິດ ເຄື່ອງປັ້ນດິນເຜົາ 2 ແຫ່ງຄື: ບາດຈ່າງ ແລະ ເຮືອງແກງ.

ງານວາງສະແດງ “Dau Dome 2017” ຂອງກຸ່ມນັກແຕ້ມ G39 ນຳມາໃຫ້ບັນດາທ່ານຜູ້ຊົມບັນດາບົດປະພັນທີ່ແປກໃໝ່.


ມາຍັງງານວາງສະແດງ, ທ່ານຜູ້ຊົມຍັງໄດ້ຮັບຊົມບັນດາ ບົດປະພັນທີ່ໄດ້ເອົາມາຈາກໝູ່ບ້ານອາຊີບຜະລິດເຄື່ອງປັ້ນ
ດິນເຜົາທີ່ມີຊື່ສຽງ 2 ແຫ່ງແມ່ນ ບາດຈ່າງ ແລະ ເຮືອງແກງ.



ທ່ານຜູ້ຊົມຍັງໄດ້ຮັບເອົາຮູບແຕ້ມຂອງບັນດານັກແຕ້ມ ແຕ້ມກັບທີ່ເພື່ອເມືອຫຼິ້ນບຸນເຕັດ. 


ນັກທ່ອງທ່ຽວຕ່າງປະເທດສອງຄົນສະແດງຄວາມດີໃຈທີ່ໄດ້
ຮັບຮູບແຕ້ມທີ່ງານວາງສະແດງ.

ຄວາມປ່ຽນແປງດ້ວຍໂຕໄກ່ນ້ອຍມີຮູບແຕ້ມຂອງນັກແຕ້ມ ຕ່າວລິງ, ຟ້າມລອງກວັນ; ຄວາມລະອຽດດ້ວຍໂຕໄກ່ຜູ້ ມີຮູບແຕ້ມຂອງນັກແຕ້ມແຕ້ມ ເລທຽດເກືອງ, ເລຟ້າມຮ່ຽນ; ຄວາມແຂງແຮງດ້ວຍໂຕໄກ່ຕີມີຮູບແຕ້ມຂອງ ນັກແຕ້ມ ຟ້າມເຈີ່ນກວັນ; ຄວາມຜາສຸກມີຮູບແຕ້ມຂອງນັກແຕ້ມ ຫວູຕວຽນ; ຄວາມສົດໃສມີຮູບແຕ້ມຂອງນັກແຕ້ມ ກວັກຖາຍ, ຫງວຽນແທງຫາຍ... ທັງໝົດສ້າງຂຶ້ນຄວາມສົດຊື່ນ, ອົບອຸ່ນມາໃຫ້ແກ່ບັນດາທ່ານຜູ້ຊົມໃນໄລຍະປີໃໝ່. ແລະ ພິເສດ, ບັນດານັກແຕ້ມຈະມີໂອກາດພົບປະສ້າງສັນກັບບັນດາທ່ານຜູ້ຊົມຜ່ານການແຕ້ມພາບໂຕໄກ່ ແລະ ມອບໃຫ້ແກ່ທ່ານຜູ້ຊົມ.
ບົດປະພັນຈຳນວນໜຶ່ງທີ່ໄດ້ວາງໃນງານວາງສະແດງ “Dau Dome 2017”:

ບົດປະພັນ ເກຕື (ໄກ່ 4 ໂຕ) ຂອງນັກແຕ້ມ ຟ້າມເຈີ່ນກວັນ.


ພາບແຕ້ມໂຕໄກ່ ໄດ້ແຕ້ມດ້ວຍນຳ້ມຶກ ເທິງເຈ້ຍສາຂອງ ນັກແຕ້ມ ຫງວຽນກວາງທ່ຽວ.


ພາບແຕ້ມໂຕໄກ່ ໄດ້ນຳໃຊ້ສີນຳ້ມັນຂອງນັກແຕ້ມ ຫງວຽນກວາງທ່ຽວ.


ບັນດາບົດປະພັນບໍ່ພຽງແຕ່ຕິດພັນກັບຮູບພາບຂອງໂຕໄກ່ເທົ່ນ
ນັ້ນ, ຫາກຍັງເຊື່ອມຕໍ່ເຖິງຮີດຄອງປະເພນີ ຄົນ ຫວຽດນາມ ໃນສະໄໝກ່ອນ ອີກດ້ວຍ. 



ບົດປະພັນ ໄກ່ ຂອງນັກແຕ້ມ ຫງວຽນດຶກຫວູ ໄດ້ແຕ້ມເທິງ Acrylic.


ພາບແຕ້ມສີຂັດມັນ “ເຂົ້າເປຶອກແທ້...ເຂົ້າເປືອກແທ້” ຂອງນັກແຕ້ມ ຫງວຽນໂຮ່ງເຟືອງ.


ພາບແຕ້ມສີຂັດມັນໄດ້ແຕ້ມຢ່າງລະອຽດລະອໍ ຜ່ານບັນດາລາຍແຕ້ມ.


ບົດປະພັນ ດິງເຢົ້າ (ປີລະກາ) ຕ້ອນຮັບປີໃໝ່ຂອງນັກແຕ້ມ ຫງວຽນກວັກຖັງ.


ບົດປະພັນຂອງນັກແຕ້ມ ຫງວຽນກວັກຖັງ.


ບົດປະພັນຄວາມຜາສຸກຂອງນັກແຕ້ມ ຫວູຕວຽນ.


ບົດປະພັນທີ່ໄດ້ແຕ້ມເທິງແພໄໝຂອງນັກແຕ້ມ ຫງວຽນວຽດແອງ.


ບົດປະພັນ ໄກ່ຜູ້ ຂອງນັກແຕ້ມ ເລທຽດເກືອງ.


ບົດປະພັນ ໄກ່ແມ່, ໄກ່ນ້ອຍ ຂອງນັກແຕ້ມ ຮວ່າງທິເຟືອງລຽນ.




ບັນດາບົດປະພັນແຕ້ມພາບໂຕໄກ່ເທິງເຄື່ອງປັ້ນດິນເຜົາຂອງ
ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ແລະ ເຮືອງແກງ ຂອງກຸ່ມນັກແຕ້ມ G39. 

ປະຕິບັດໂດຍ: ເຈີ່ນແທງຢາງ ແລະ ຫວູແຄງລອງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top