• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2018-ປີບານພັບເພື່ອໃຫ້ຫວຽດນາມສ້າງປະເທດເລີ່ມທຸລະກິດ

      ລັດຖະບານຫວຽດນາມໄດ້ເລືອກເອົາປີ 2016 ແມ່ນ ປີເລີ່ມທຸລະກິດແຫ່ງຊາດ
ໃນ 2 ປີ ທີ່ຜ່ານມາ, ລັດຖະບານກໍຄືທ້ອງຖິ່ນຕ່າງໆໄດ້ມານະພະຍາຍາມຢ່າງສຸດຂີດເພື່ອສ້າງສະພາບແວດລ້ອມເລີ່ມທຸລະກິດໃຫ້ແກ່ທຸກພາກສ່ວນເສດຖະກິດ ແລະ ປະຊາຊົນທຸກຊັ້ນຄົນ, ສ້າງຄວາມເຊື່ອໝັ້ນກວ່າຕໍ່ຕະຫຼາດ, ສ້າງກຳລັງໜູນແກ່ການເລີ່ມທຸລະກິດ, ສົ່ງເສີມການປະດິດຄິດສ້າງ. ປີ 2018 ແມ່ນໄດ້ຮັບຖືວ່າ ແມ່ນປີບານພັບເພື່ອໃຫ້ຫວຽດນາມເພີ່ມຄວາມໄວໃນການເຄື່ອນໄຫວດຳເນີນທຸລະກິດໃນຊຸມປີທີ່ຈະມາເຖິງ.

ພາບປະກອບ
      ນັບແຕ່ຫົວທີ, ລັດຖະບານຫວຽດນາມໄດ້ນຳໜ້າດ້ວຍຄຳໝັັ້ນສັນຍາຢ່າງແຂງແຮງຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກທີ່ວ່າ : ຕັດສິນໃຈສ້າງລັດຖະບານສັດຊື່ບໍລິສຸດ, ສ້າງສັນ, ກະທຳ ແລະ ຮັບໃຊ້. ຄຳໝັັ້ນສັນຍາເຫຼົ່ານັ້ນ, ກໍແມ່ນໜ້າທີ່ຕ້ອງປະຕິບັດແບບບັງຄັບຂອງທຸກໆອົງການປົກຄອງຈາກສູນກາງລົງຮອດທ້ອງຖິ່ນ ແລະ ປະຊາຊົນ, ເປັນຕົ້ນແມ່ນໃນສະພາບການທີ່ປະເທດຊາດເຊື່ອມໂຍງເຂົ້າກັບເສດຖະກິດສາກົນນັບມື້ນັບກ້ວາງເລິກ.
     ເລີ່ມທຸລະກິດເພື່ອສ້າງຄວາມຮັ່ງມີແກ່ຕົນເອງ ແລະ ປະເທດຊາດ
  ນະຄອນໂຮ່ຈິມິນ ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດໃນຂະບວນການ ເລີ່ມທຸລະກິດຂະນະທີ່ໄດ້ຕົກລົງຈັນສັນເງິນ 1000 ຕື້ດົງຈາກແຫຼ່ງງົບປະມານເພື່ອໜູນຊ່ວຍບັນດາໂຄງການ ເລີ່ມທຸລະກິດ, ຈຳນວນເງິນຫຼາຍສຸດທີ່ໜູນຊ່ວຍໃຫ້ແກ່ 1 ໂຄງການແມ່ນ 2 ຕື້ດົງ. ພ້ອມກັນນັ້ນ ກໍກ້າວໄປເຖິງການກໍ່ສ້າງສູນໜູນຊ່ວຍ ເລີ່ມທຸລະກິດເພື່ອເຊື່ອມຈອດບັນດາໂຄງການກັບບັນດາກອງທຶນ. ໄປຄຽງຄູ່ກັນນັ້ນ ກໍເປັນເສນາທີການໃຫ້ແກ່ອຳນາດການປົກຄອງກ່ຽວກັບບັນດານະໂຍບາຍທີ່ກ່ຽວຂ້ອງ. ໄລ່ຮອດທ້າຍປີ 2016, ໄດ້ມີປະມານ 200 ໂຄງການຈົດທະບຽນໄດ້ຮັບການຫນູນຊ່ວຍ. ທາງນະຄອນໄດ້ວາງເປົ້າໝາຍເຖິງປີ 2020 ຈະໜູນຊ່ວຍ ແກ່ 2000 ໂຄງການ ເລີ່ມທຸລະກິດ. ທ່ານນາງ ເຈີນທິບິນມິນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ : 
     “ນະຄອນໂຮ່ຈິມິນຈະສ້າງຕັ້ງ ສູນໜູນຊ່ວຍ ເລີ່ມທຸລະກິດ. ສູນໜູນຊ່ວຍ ເລີ່ມທຸລະກິດ ຈະໃຫ້ຄຳປຶກສາ, ໜູນຊ່ວຍໜ້າພຽງ, ເຊື່ອມຈອດກັບສູນຕ່າງໆ, ເຊື່ອມຈອດກັບບັນດາວິສາຫະກິດໃຫຍ່, ເຊື່ອມຕໍ່ລະຫວ່າງບັນດາແນວຄວາມຄິດກັບວິສາຫະກິດ ”
    ທ່ານວູ້ຕ້ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະ 5 ປີ: 2016-2020, ຫວຽດນາມໄດ້ກຳນົດແມ່ນໄລຍະທີ່ປະເທດຊາດ ເລີ່ມທຸລະກິດ, ແມ່ນໄລຍະ 5 ປີທີ່ທົ່ວປະເທດສຸມກຳລັງເພື່ອພັດທະນາວິສາຫະກິດ. ທ່ານວູ້ຕ້ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມກ່າວວ່າ : 
     “ເລີ່ມທຸລະກິດພວມກາຍເປັນຂະບວນການ ຊຶ່ງແມ່ນກະແສຟອງຂອງພື້ນຖານເສດຖະກິດຫວຽດນາມ. ບັນຫາ ເລີ່ມທຸລະກິດ, ພິເສດແມ່ນ ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງພວມກາຍເປັນຄວາມຮຽກຮ້ອງຕ້ອງການທີ່ສຳຄັນທີ່ສຸດຂອງພື້ນຖານເສດຖະກິດຫວຽດນາມ, ກ່ອນອື່ນໝົດແມ່ນເພື່ອແນໃສ່ເປົ້າໝາຍຮອດປີ 2020 ພວກເຮົາມີວິສາຫະກິດຢ່າງໜ້ອຍ 1 ລ້ານແຫ່ງ, ໝາຍຄວາມວ່າ ໃນໄລຍະ 5 ປີ , ພວກເຮົາເພີ່ມຈຳນວນວິສາຫະກິດໃນພື້ນຖານເສດຖະກິດຂຶ້ນທົບ 2 ເທົ່າ. ໃນໄລຍະ 5 ປີ, ພວກເຮົາສາມາດປະຕິບັດວຽກງານເທົ່າກັບວຽກງານໃນ 30 ປີແຫ່ງການປ່ຽນແປງໃໝ່. ນີ້ແມ່ນບາດກ້າວບຸກທະລຸໃນນະໂຍບາຍພັດທະນາວິສາຫະກິດຢູ່ຫວຽດນາມ”
     ນຳໃຊ້ການປະຕິວັດອຸດສາຫະກຳ 4.0  ເພື່ອ ເລີ່ມທຸລະກິດຢ່າງສຳເລັດຜົນ
   ໃນກະແສຟອງເລີ່ມທຸລະກິດທົ່ວໂລກ, ຫວຽດນາມຖືກຈັດອັນດັບມີຈິດໃຈ ເລີ່ມທຸລະກິດຢືນອັນດັບໜຶ່ງໃນໂລກ. ການປະຕິວັດອຸດສາຫະກຳ 4.0 ໄດ້ສ້າງໃຫ້ມີບັນດາການປ່ຽນແປງຢ່າງບຸກທະລຸໃນການຜະລິດ ດຳເນີນທຸລະກິດໃນທົ່ວໂລກ ແລະ ນີ້ກໍແມ່ນໂອກາດທີ່ສະດວກສຳລັບວິສາຫະກິດຫວຽດນາມ ເລີ່ມທຸລະກິດ. ຜູ້ຊ່ຽວຊານດ້ານເສດຖະກິດ ຝ້າມຈີລານ ໃຫ້ຮູ້ວ່າ : 
     “ ເຕັກໂນໂລຊີບໍ່ພຽງແຕ່ເພື່ອໃຫ້ເຕັກໂນໂລຊີ, ເຕັກໂນໂລຊີຍັງຮັບໃຊ້ເປົ້າຫມາຍພັດທະນາແບບຍືນຍົງ.  ພື້ນຖານໂຄງລ່າງທີ່ສຳຄັນກ່ວາໝູ່ຂອງຍຸກສະໄໝເຕັກໂນໂລຊີດີຈີຕອນນັ້ນ ແມ່ນຖານຂໍ້ມູນ. ວິສາຫະກິດຫວຽດນາມເກືອຍທັງໝົດ ແມ່ນບັນດາວິສາຫະກິດຂອງນັກທຸລະກິດໜຸ່ມ. ເຂົາເຈົ້າຈະຕອງເຮັດວຽກນຳກັນ, ເຮັດວຽກກັບບັນດາຄູ່ຮ່ວມມືອື່ນໆ ແລະ ບໍ່ພຽງແຕ່ກັບມະນຸດ ແລະ ເຄື່ອງຈັກເທົ່ານັ້ນ. ເຂົາເຈົ້າຕ້ອງມີຄຸນທາດ ກໍຄືຄວາມຮັບຜິດຊອບ, ຄວາມສາມາດເພື່ອເຮັດວຽກກັບຄູ່ຮ່ວມມືເຫຼົ່ານັ້ນ ”
      ບັນດານະໂຍບາຍຂອງລັດຖະບານຫວຽດນາມພວມສ້າງທ່ວງທ່າໃຫ້ແກ່ການພັດທະນາວິສາຫະກິດ, ມຸ່ງໄປສູ່ຄາດໝາຍມີ 1 ລ້ານວິສາຫະກິດເຄື່ອນໄຫວຢ່າງມີປະສິດທິຜົນໃນປີ 2020.  ເປົ້າຫມາຍດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຄາດຫວັງຂອງລັດຖະບານທີ່ມີຕໍ່ການພັດທະນາ ແລະ ການເລີ່ມທຸລະກິດຂອງວິສາຫະກິດ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຈຳເປັນຕ້ອງມີຄວາມພະຍາຍາມຂອງບັນດາກະຊວງ, ຂະແໜງການຕ່າງໆ ກໍຄືຂອງວິສາຫະກິດເອງໃນການເຄື່ອນໄຫວຢ່າງໝັ້ນຄົງ ແລະ ພັດທະນາການຜະລິດດຳເນີນທຸລະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top