• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2018: ປີຂອງການພົວພັນການຕ່າງປະເທດພິເສດ

      ປີ 2018, ຫວຽດນາມ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບບັນດາຄູ່ຮ່ວມມືຄື: ຝະຣັ່ງ, ອັງກິດ, ຍີ່ປຸ່ນ, ອົດສະຕາລີ, ແຟງລັງ

ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Lianys Torres Rivera
      ປີ 2018, ການທູດ ຫວຽດນາມ ພັດມີຊີວິດຊີວາ ດ້ວຍບັນດາການເຄື່ອນໄຫວສະເຫຼີມສະຫຼອງການພົວພັນກັບປະເທດຕ່າງໆ, ໃນນັ້ນ ມີບັນດາການພົວພັນກັບປະເທດເພື່ອນມິດທີ່ເປັນມູນເຊື້ອ, ບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຍຸດທະສາດຮອບດ້ານ. ຂໍ້ຕົກລົງຮ່ວມມືໃໝ່ຫລາຍສະບັບ ຈະໄດ້ຮັບການລົງນາມ ໄປຄຽງຄູ່ກັບເລື່ອງຊຸກຍູ້ບັນດາໝາກຜົນທີ່ບັນລຸໄດ້. ນີ້ແມ່ນໂອກາດເພື່ອເພີ່ມທະວີ, ຮັດແໜ້ນ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືເລິກເຊິ່ງກ່ວາ, ເປັນຫລາຍຮູບຫລາຍແບບກ່ວາອີກ, ສະແດງໃຫ້ເຫັນວ່າ ຫວຽດນາມ ສືບຕໍ່ແມ່ນຈຸດພົ້ນເດັ່ນກ່ຽວກັບສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສາມາດບົ່ມຊ້ອນໃນການພັດທະນາ.
        ປີ 2018, ຫວຽດນາມ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບບັນດາຄູ່ຮ່ວມມືຄື: ຝະຣັ່ງ, ອັງກິດ, ຍີ່ປຸ່ນ, ອົດສະຕາລີ, ແຟງລັງ…ແລະ ກໍ່ໃນປີນີ້ ຫວຽດນາມ ສະເຫຼີມສະຫຼອງ 45 ປີແຫ່ງການຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ ຄັ້ງປະຫວັດສາດຂອງຜູ້ນຳ ກູບາ Fidel Castro (1973).
ຫວຽດນາມ ຖືເປັນສຳຄັນບັນດາສາຍພົວພັນທີ່ເປັນມູນເຊື້ອ
        ປີ 2018, ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືບຸລິມະສິດ, ສຳຄັນ, ເປັນຕົ້ນແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ພາກພື້ນ ກໍ່ຄືບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ໃນນັ້ນ, ປີ 2018 ໄດ້ຮັບຖືວ່າ ແມ່ນປີຂີດໝາຍສຳຄັນໃນການພົວພັນລະຫວ່າງ ກູບາ ແລະ ຫວຽດນາມ. ໃນປີນີ້ ການນຳ 2 ປະເທດ ຈະມີບັນດາການຢ້ຽມຢາມ ເພື່ອແນໃສ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ປະເທດກ່ວາອີກ. ພິເສດ, ເພື່ອສະເຫຼີມສະຫຼອງ 45 ປີແຫ່ງການຢ້ຽມຢາມຄັ້ງປະຫວັດສາດຂອງຜູ້ນຳ  Fidel Castro, ເຊິ່ງເປັນປະມຸກລັດຕ່າງປະເທດຄົນທຳອິດ ໄປຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ (1973), ກູບາ ໄດ້ກະກຽມບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນເຫດການທີ່ມີຄວາມໝາຍນີ້, ໃນນັ້ນ ພົ້ນເດັ່ນທີ່ສຸດ ແມ່ນພິທີສະເຫຼີມສະຫຼອງຈະດຳເນີນຢູ່ນະຄອນຫລວງ ຮາວານາ. ສ່ວນຢູ່ ຫວຽດນາມ ກໍ່ຈະດຳເນີນບັນດາການເຄື່ອນໄຫວສະເຫຼີມສະຫຼອງເຫດການສຳຄັນນີ້. ການຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ ພາຍຫລັງສັນຍາ Paris 27/01/1973 ຂອງປະທານ Fidel Castro ຢູ່ ກວາງຈິ້ ແມ່ນເຫດການຍິ່ງໃຫຍ່ ບໍ່ພຽງແຕ່ມີຄວາມໝາຍຢ່າງເລິກເຊິ່ງກ່ຽວກັບນ້ຳໃຈມິດຕະພາບ, ປະຫວັດສາດແຫ່ງການພົວພັນ 2 ປະເທດເທົ່ານັ້ນ ຫາກຍັງມີຄວາມໝາຍຢ່າງໃຫຍ່ຫລວງໃນຊີວິດສາກົນ, ຍົກສູງຖານະບົດບາດການປະຕິວັດ ຫວຽດນາມ ອີກດ້ວຍ. ເລື່ອງ 2 ປະເທດສະເຫຼີມສະຫຼອງເຫດການນີ້ໃນປີ 2018 ຈະປະກອບສ່ວນຮັດແໜ້ນການພົວພັນທີ່ເປັນມູນເຊື້ອອັນດີງາມ, ເປັນປະຖົມປັດໄຈເພື່ອພັດທະນາການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານນາງເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Lianys Torres Rivera ຕີລາຄາວ່າ:
        “ພວກເຮົາຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ. ເລື່ອງເປີດກ້ວາງການພົວພັນນີ້ ແມ່ນໜ້າທີ່ສຳຄັນ, ເປັນຕົ້ນແມ່ນໃນຂົງເຂດການລົງທຶນ. ພວກຂ້າພະເຈົ້າມີທ່າແຮງໃນຂະແໜງສາທາລະນະສຸກ ເຊິ່ງ ຫວຽດນາມ ສາມາດຂຸດຄົ້ນ. 2 ປະເທດໄດ້ມີບັນດາໂຄງການລົງທຶນ ແລະ ບາງໂຄງການນັ້ນ ໄດ້ຮັບການຮັບຮອງເອົາແລ້ວ ແລະ ໃກ້ຈະໄດ້ຜັນຂະຫຍາຍ. ຂ້າພະເຈົ້າຫວັງວ່າ ຈະມີຫລາຍໂຄງການລົງທຶນຕື່ມອີກ ບໍ່ພຽງແຕ່ໃນຂົງເຂດພາກລັດເທົ່ານັ້ນ ຫາກຍັງໃນຂົງເຂດເສດຖະກິດ ພາກເອກະຊົນອີກດ້ວຍ ດ້ວຍແຫຼ່ງເງິນລົງທຶນຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດ ກູບາ ເພື່ອຜົນປະໂຫຍດຂອງ 2 ປະເທດ.
ສະເຫຼີມສະຫຼອງ 45 ປີແຫ່ງການພົວພັນດ້ານການທູດກັບບັນດາປະເທດ
        ປີ 2018 ເປັນຂີດໝາຍ 45 ປີແຫ່ງການພົວພັນທາງດ້ານການທູດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືໃຫຍ່, ໃນນັ້ນມີ ອັງກິດ, ຝະຣັ່ງ, ອົດສະຕາລີ, ຍີ່ປຸ່ນ. ບັນດາການເຄື່ອນໄຫວສະເຫຼີມສະຫຼອງໄດ້ຈັດຕັ້ງແຕ່ຕົ້ນປີ 2018. ຕາມທ່ານ Craig Chittick ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ອົດສະຕາລີ ໃນພາກພື້ນມະຫາສະໝຸດ ອິນເດຍ ແລະ ປາຊີຟິກ. 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງເຂັ້ມແຂງໃນ 45 ປີຜ່ານມາ ແລະ ປັດຈຸບັນການພົວພັນນີ້ ພວມພັດທະນາໃນຫລາຍຂົງເຂດ, ລວມມີການແລກປ່ຽນດ້ານການເມືອງ, ການພັດທະນາເສດຖະກິດ, ການຮ່ວມມືທາງດ້ານປ້ອງກັນຄວາມສະຫງົບ ແລະ ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.
        ໃນການພົວພັນ ຫວຽດນາມ - ຝະຣັ່ງ, ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຈະມີບັນດາການຢ້ຽມຢາມຂັ້ນສູງຂອງການນຳ 2 ປະເທດ. ທ່ານ Jean-Baptiste Lemoyne ລັດຖະມົນຕີຮັບຜິດຊອບກະຊວງ ເອີຣົບ ແລະ ການຕ່າງປະເທດ ຝະຣັ່ງ ຖືວ່າ: ການຢ້ຽມຢາມຂັ້ນສູງນີ້ ສະແດງໃຫ້ເຫັນຄວາມສຳຄັນຂອງການພົວພັນ 2 ຝ່າຍ. ແລະ ກໍ່ໃນປີນີ້, ຝະຣັ່ງ ຈະຜັນຂະຫຍາຍໂຄງການຮ່ວມມືທີ່ມີລັກສະນະເປັນສັນຍາລັກກັບ ຫວຽດນາມ 3 ໂຄງການ, ລວມມີ ໂຄງການເຂດໂຮງຮຽນຫລັງໃໝ່ ຝະຣັ່ງ - ຫວຽດນາມ ຢູ່ ຮ່າໂນ້ຍ, ໂຄງການກໍ່ສ້າງເຮືອນ ຝະຣັ່ງ ແລະ ກຸ່ມສາທາລະນະສຸກຂອງ ຝະຣັ່ງ ຢູ່ນະຄອນ ໂຮ່ຈີມິນ.

ງານບຸນ ຍີ່ປຸ່ນ - ຫວຽດນາມ (ພາບ: dantri.com.vn)
      ກ່ຽວກັບການພົວພັນ ຫວຽດນາມ - ຍີ່ປຸ່ນ, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Kunio Umeda ໃຫ້ຮູ້ວ່າ: ການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ 2 ປະເທດ ຈະມີບັນດາເຫດການໃຫຍ່ຫລາຍຢ່າງ ມີຜູ້ເຂົ້າຮ່ວມນັບພັນຄົນຄື: ງານບຸນ ຍີ່ປຸ່ນ - ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ; ງານບຸນວັດທະນະທຳ ຍີ່ປຸ່ນ ຢູ່ ຮ່າໂນ້ຍ, ດ່າໜັງ, ໂຫ້ຍອານ  ເດືອນ ກັນຍາ ກໍ່ຈະມີງານມະຫາກຳດົນຕີ ຍີ່ປຸ່ນ - ຫວຽດນາມ. ຕີລາຄາກ່ຽວກັບການພົວພັນ 2 ປະເທດ, ທ່ານເອກອັກຄະລັດຖະທູດ Kunio Umeda ຖືວ່າ:
        “ສິ່ງທີ່ຝ່າຍ ຍີ່ປຸ່ນ ມີຄວາມຮູ້ສຶກຂອບໃຈຢ່າງສຸດຊື້ງ ນັັ້ນແມ່ນ ບັນດາການນຳ ກໍ່ຄືປະຊາຊົນ ຫວຽດນາມ ພວມສະຫງວນຄວາມເຊື່ອໝັ້ນຢ່າງໃຫຍ່ຫລວງໃຫ້ ຍີ່ປຸ່ນ. ຝ່າຍ ຍີ່ຢຸ່ນ ພວກຂ້າພະເຈົ້າ ມີຄວາມຫວັງຢາກຮ່ວມມືກັບ ຫວຽດນາມ ໃນຫລາຍຂົງເຂດ ເພື່ອສາມາດຕອບສະໜອງຄວາມເຊື່ອໝັ້ນນັ້ນ. ຄວາມເຊື່ອໝັ້ນ ແລະ ຄວາມສະໜິດສະໜົມຂອງຊາວ ຫວຽດນາມ ທີ່ສະຫງວນໃຫ້ ຍີ່ປຸ່ນ ໄດ້ລື່ນກາຍຄວາມວາດນຶກຂອງຂ້າພະເຈົ້າ. ນີ້ກໍ່ແມ່ນສິ່ງທີ່ຊາວ ຍີ່ຢຸ່ນ ພວມເຮັດວຽກຢູ່ ຫວຽດນາມ ທັງໝົດລ້ວນແຕ່ມີຄວາມຮູ້ສຶກຂອບໃຈຢ່າງສຸດຊື້ງ ເພາະສະນັ້ນ, ພວກຂ້າພະເຈົ້າທັງໝົດ ລ້ວນແຕ່ມີຄວາມປາດຖະໜາຢາກ ປະກອບກຳລັງເຫື່ອແຮງໃຫ້ການພັດທະນາຂອງ ຫວຽດນາມ ”.
        ຖ້າຄືປີ 2017 ການທູດ ຫວຽດນາມ ສ້າງຄວາມປະທັບໃຈ ດ້ວຍການຈັດຕັ້ງປີ APEC ສຳເລັດຜົນ ແຕ່ປີ 2018, ຫວຽດນາມ ສືບຕໍ່ຟົດຟື້ນດ້ວຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງການພົວພັນກັບບັນດາຄູ່ຮ່ວມມື, ເພື່ອນມິດທີ່ເປັນມູນເຊື້ອ. ນີ້ຈະແມ່ນໂອກາດທີ່ສະດວກ ເພື່ອໃຫ້ ຫວຽດນາມ ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງກ້ວາງຂວາງ, ຜູກຮັດ ຫວຽດນາມ ກັບການເຄື່ອນໄຫວຂອງໂລກ ໃຫ້ນັບມື້ນັບເລິກເຊິ່ງກ່ວາອີກ ./.
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top