• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ປາບູ່ ເອາະ ໝໍ້ດິນ

ອ່າວ ຫວິ໊ງຮີ (ແຂວງ ນິງຖ້ວນ) ຂອງ ຫວຽດນາມ ບໍ່ພຽງແຕ່ ມີຊື່ສຽງ ຍ້ອນທິວທັດທຳມະຊາດ ທີ່ສວຍງາມ ດັ່ງເດີມ ຢູ່ ທະເລ ພາກກາງ ຕອນໃຕ້ ເທົ່ານັ້ນ, ແຕ່ຍັງ ມີລາຍການອາຫານ ຫຼາຍເຍື່ອງ ທີ່ມີລົດຊາດແຊບ, ໜຶ່ງໃນນັ້ນ ກໍ່ຄືລາຍການ ອາຫານ ປາບູ່ (Gobio gobio) ເອາະດ້ວຍໝໍ້ດິນ. 
ປາບູ່ ມີຫຼາຍ ຢູ່ລຽບຕາມຊາຍຝັ່ງທະເລ ຈາກ ພາກກາງ ຕອນໃຕ້ ຫາພາກໃຕ້ ຫວຽດນາມ. ທຳມະດາ, ປາຊະນິດນີ້ ເມື່ອໃຫຍ່ເຕັມທີ່ ຈະມີນ້ຳໜັກ 1 ກິໂລກຼາມ ຂຶ້ນໄປ, ມີ ເນື້ອແໜ້ນ, ແຊບນົວ ທັງມີທາດບຳລຸງຫຼາຍ.

ປາບູ່ ສາມາດ ນຳໄປປຸງແຕ່ງເປັນອາຫານທີ່ແຊບໆ ຫຼາຍເຍື່ອງ ເຊັ່ນ: ແກງປາສົ້ມ, ປາໜຶ້ງນຳ້ເຕົ້າຈ້ຽວ, ປາໜຶ້ງນຳ້ ສະອິວ, ປາໜຶ້ງຂີງ, ປາຈືນ ແລະ ອື່ນ... ແຕ່ສຳລັບຊາວ ທ້ອງຖິ່ນ ຢູ່ ເຂດທະເລ ຂອງແຂວງ ນິງຖ້ວນ ເຂົາເຈົ້າມັກ ປຸງແຕ່ງ ລາຍການອາຫານ ປາບູ່ ເອາະດ້ວຍໝໍ້ດິນ ເນື່ອງຈາກ ຄວາມເຂັ້ມຄົ້ນ ຂອງມັນ.



ເພື່ອໃຫ້ລາຍການອາຫານປາບູ່ເອາະດ້ວຍໝໍ້ດິນ ມີລົດ ຫອມແຊບ ຄວນເລືອກປະເພດປາສົດ ມີຊີ້ນ ແລະ ໄຂມັນ ຫຼາຍ. ຫຼັງຈາກການປຸງແຕ່ງຂັ້ນຕົ້ນແລ້ວ ຈະຕັດປາ ເປັນ ຕ່ອນ ຕາມລວງຂວາງ ແລ້ວເອືອບ ກັບນຳ້ປາ, ຜັກທຽມ, ພິກໄທ ໃຊ້ເວລາປະມານ 30 ນາທີ ເພື່ອໃຫ້ເຄື່ອງປຸງ ຊຶມ ເລິກເຂົ້າໃນເນື້ອປາ. ຫຼັງຈາກນັ້ນ ນຳປາ ທີ່ໄດ້ເອືອບກັບ ເຄື່ອງປຸງຕ່າງໆ, ລົງໃສ່ໝໍ້ດິນ ແລະ ເອາະດ້ວຍໄຟອ່ອນໆ, ເພື່ອເຮັດໃຫ້ປາ ສຸກສະເໝີ ແລະ ຫອມແຊບກວ່າ.

ຕອນທ່ຽງຢຸດພັກຢູ່ຮ້ານອາຫານ ແຫ່ງໜຶ່ງ ທ່າມກາງ ບັນ ຍາກາດ ທີ່ມີລົມພັດໂຊຍ ມາຈາກອ່າວຫວິ໊ງຮີ, ໄດ້ຊິມລົດ ຊາດ ຂອງ ລາຍການອາຫານ ປາບູ່ເອາະດ້ວຍໝໍ້ດິນ ກັບ ເຂົ້າສຸກ ຈະເປັນທີ່ລະນຶກ ຍາກຈະຫຼົງລືມສຳລັບແຂກຄົນ ຜູ້ທີ່ ມາແຫ່ງນີ້.

./.

ບັນດາພໍ່ຄົວຢູ່ເຂດທະເລ ແຂວງ ນິງຖ້ວນ ມັກເອາະປາ ດ້ວຍໝໍ້ດິນ ຂອງ ຊາວເຜົ່າຈຳ ຢູ່ທ້ອງຖິ່ນ. ສິ່ງດັ່ງກ່າວ ຊ່ວຍໃຫ້ປາ ຮັກສາໄວ້ໄດ້ຄວາມຮ້ອນ ໃນເວລາ ທີ່ຍາວນານ. ນອກຈາກນັ້ນ ກໍສາມາດ ໃສ່ຂຽບໝູເພີ່ມຕື່ມ ໃນການ ເອາະປາ ຈະເຮັດໃຫ້ລາຍການອາຫານ ມີຄວາມ ແຊບຊ້ອຍຍິ່ງຂຶ້ນ. 

ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top