• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ

ທ່ານ  Kritenbrink ປາດຖະໜາວ່າ ຈະສືບຕໍ່ໄດ້ເຮັດວຽກກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ຢ່າງແໜ້ນແຟ້ນ ເພື່ອແນໃສ່ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສາບານຕົວຮັບດໍາລົງຕໍາແໜ່ງເປັນປະທານປະເທດ
 (ພາບ: Duy Ngoc/zing.vn)

ພາຍຫຼັງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ອາຍຸການ  2016 – 2021 ທີ່ວາລະປະຊຸມດໍາເນີນໃນຕອນບ່າຍວັນທີ 23 ຕຸລາ ຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ຄະນະທຸຕານຸທູດ ອາເມລິກາ ຢູ່ຮ່າໂນ້ຍ ໄດ້ອອກຖະແຫຼງການ ຂອງທ່ານ  Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈໍາຫວຽດນາມ ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ. ໃນຖະແຫຼງການໄດ້ຂຽນວ່າ:

        “ໂດຍຕາງໜ້າໃຫ້ຄະນະທຸຕານຸທູດ ອາເມລິກາ, ຂ້າພະເຈົ້າຂໍອວຍພອນມາຍັງທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເນື່ອງໃນໂອກາດ ທ່ານໄດ້ຮັບດໍາລົງຕໍາແໜ່ງເປັນປະທານປະເທດ. ເລື່ອງເລືອກຕັ້ງ ທ່ານ ຫງວຽນຟຸຈ້ອງ ເປັນປະທານປະເທດ ໄດ້ດໍາເນີນໃນຈຸດເວລາການພົວພັນສອງຝ່າຍລະຫວ່າງ ອາເມລິກາ - ຫວຽດນາມ ພວມພັດທະນາ ຍິ່ງກວ່າເວລາໃດໝົດ. ໃນສອງສະຕະວັດຜ່ານມາ, ອາເມລິກາ ແລະ ຫວຽດນາມ ໄດ້ພ້ອມກັນຊອກຫາເປົ້າໝາຍລວມ ໂດຍອີງໃສ່ຜົນປະໂຫຍດລວມ. ພວກເຮົາໄດ້ເປີດກວ້າງການພົວພັນທາງດ້ານປ້ອງກັນຄວາມສະຫງົບ, ສ້າງຕັ້ງບັນດາການພົວພັນໃໝ່ໃນທາງດ້ານເສດຖະກິດ ແລະ ການຄ້າ, ເຮັດໃຫ້ການພົວພັນລະຫວ່າງປະຊາຊົນສອງປະເທດເລິກເຊິ່ງກວ້າງຂວາງກວ່າເກົ່າ. ພວກເຮົາລ້ວນແຕ່ມີຄວາມປາດຖະໜາ ນັ້ນແມ່ນຊຸກຍູ້ສັນຕິພາບ,ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ”.

        ທ່ານ  Kritenbrink ປາດຖະໜາວ່າ ຈະສືບຕໍ່ໄດ້ເຮັດວຽກກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ຢ່າງແໜ້ນແຟ້ນ ເພື່ອແນໃສ່ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

 

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top