• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ - ຈີນ

ພັກ, ລັດຖະບານຈີນ ຖືເປັນສຳຄັນຍິ່ງ ເລື່ອງການບໍ່ຢຸດປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດ ຢ່າງບໍ່ຢຸດຢັ້ງ; ຈີນພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ມານະພະຍາຍາມ, ກຳແໜ້ນທິດທາງໃຫຍ່ແຫ່ງການພັດທະນາການພົວພັນ ຈີນ - ຫວຽດນາມ.
ໃນຂອບເຂດ ກອງປະຊຸມລັດຖະມົນຕີ ການຕ່າງປະເທດ ແມ່ນ້ຳຂອງ - ແມ່ນນ້ຳລ້ານຊ້າງ ຄັ້ງທີ 4 ແລະ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ,  ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 5 ແຕ່ວັນທີ 16 -19 ທັນວາ 2018, ໃນຕອນບ່າຍວັນທີ 16 ທັນວາ, ທີ່ນະຄອນຫຼວງພະບາງ, ສປປ ລາວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ພົບປະສອງຝ່າຍກັບທ່ານກໍາມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບທ່ານກໍາມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະເໜີສອງຝ່າຍສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງ, ຮັກສາທ່າອ່ຽງການພັດທະນາທີ່ດີງາມຂອງການພົວພັນສອງປະເທດໃຫ້ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ສອງຝ່າຍປະຕິບັດຢ່າງເຂັ້ມງວດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ, “ຂໍ້ຕົກລັງກ່ຽວກັບຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາທາງທະເລ ຫວຽດນາມ - ຈີນ”, ຍຶດໝັ້ນການແກ້ໄຂບັນດາຂໍ້ຂັດແຍ່ງ, ຂໍ້ບໍ່ລົງຮອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍທາງທະເລ ປີ 1982, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ ແລະ ກັນ, ຄວບຄຸມຄວາມບໍ່ລົງຮອຍກັນ, ຮັກສາສັນຕິພາບ, ສະຖຽນລະພາບທາງທະເລ.

ທ່ານກໍາມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ຢັ້ງຢືນວ່າ ພັກ, ລັດຖະບານຈີນ ຖືເປັນສຳຄັນຍິ່ງ ເລື່ອງການບໍ່ຢຸດປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດ ຢ່າງບໍ່ຢຸດຢັ້ງ; ຈີນພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ມານະພະຍາຍາມ, ກຳແໜ້ນທິດທາງໃຫຍ່ແຫ່ງການພັດທະນາການພົວພັນ ຈີນ - ຫວຽດນາມ, ເພີ່ມທະວີການແລກປ່ຽນຍຸດທະສາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເຮັດໃຫ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ນັບມື້ນັບເລິກເຊິ່ງຂຶ້ນຕື່ມ, ແກ້ໄຂຄວາມບໍ່ລົງຮອຍກັນຢ່າງສົມເຫດສົມຜົນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດ - ຈີນ ສືບຕໍ່ພັດທະນາປອດໃສ, ໝັ້ນຄົງ, ນໍາຜົນປະໂຫຍດທີ່ແທ້ຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ. ທ່ານລັດຖະມົນຕີ ຫວາງອີ ເນັ້ນໜັກວ່າ ຈີນມີແຜນນະໂຍບາຍເປີດປະຕູ ໃຫ້ສິນຄ້າຈາກບັນດາປະເທດແຊກຊຶມເຂົ້າສູ່ຕະຫຼາດຈີນ,  ໂດຍໃຫ້ບູລິມະສິດບັນດາປະເທດໃກ້ຄຽງ ໃນນັ້ນມີ ຫວຽດນາມ.

ກໍ່ໃນວັນດຽວກັນ (16 ທັນວາ), ທີ່ນະຄອນຫຼວງພະບາງ ກໍ່ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7.

(ແຫຼ່ງຄັດຈາກ VOV)

 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top