• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ສູງ ອາ​ເມ​ລິ​ກາ ອອກ​ຖະ​ແຫຼງ​ການ​ສະ​ເຫຼີມ​ສະຫຼອງ 25 ປີ ແຫ່ງວັນ​ສ້າງ​ການ​ພົວ​ພັນ​ດ້ານ​ການ​ທູດ ຫວຽດ​ນາມ - ອາ​ເມ​ລິ​ກາ

ວັນທີ 11 ກໍລະກົດ, ທ່ານສະມາຊິກສະພາສູງ Jim Risch ປະທານກຳມາທິການການຕ່າງປະເທດສະພາສູງ ອາເມລິກາ ໄດ້ອອກຖະແຫຼງການສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງການພົວພັນດ້ານການທູດ ລະຫວ່າງ ຫວຽດນາມ - ອາເມລິກາ.

ຖະແຫຼງການຂອງທ່ານສະມາຊິກສະພາສູງ Jim Risch ໃຫ້ຮູ້ວ່າ ໃນຮອບເວລາ ¼ ຂອງສະຕະວັດທີ່ຜ່ານມາ, ອາເມລິກາ ແລະ ຫວຽດນາມ ໄດ້ຜ່ານຜ່າບັນດາບາດແຜສົງຄາມ ເພື່ອສ້າງສາຍພົວພັນຄູ່ຮ່ວມມື ທີ່ເຂັ້ມແຂງໃນບັນດາຂົງເຂດການຄ້າ, ການພັດທະນາ, ສາທາລະນະສຸກສາທາລະນ, ພະລັງງານ, ການປ້ອງກັນຊາດ ແລະ ການພົວພັນແລກປ່ຽນປະຊາຊົນ. ທ່ານສະມາຊິກສະພາສູງ ອາເມລິກາ Jim Risch ໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ຄວາມມານະພະຍາຍາມຂອງ ອາເມລິກາ ເພື່ອແນໃສ່ສະໜັບສະໜູນປະເທດ ຫວຽດນາມ ທີ່ເຂັ້ມແຂງ, ວັດທະນາຖາວອນ ແລະ ເປັນເອກະລາດ ພ້ອມທັງປັບປຸງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ຕາມທ່ານສະມາຊິກສະພາສູງ ອາເມລິກາ ແລ້ວ, ອາເມລິກາ ຕ້ອງສືບຕໍ່ໃຫ້ບຸລິມະສິດເຂົ້າຮ່ວມພ້ອມກັບຫວຽດນາມໃນບັນດາຂົງເຂດທີ່ສຳຄັນຄື ຄວາມໝັ້ນຄົງໃນພາກພື້ນ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ກໍຄືສິດທິມະນຸດ ແລະ ການປົກຄອງດ້ວຍກົດໝາຍ.

     ຖະແຫຼງການຍັງໃຫ້ຮູ້ວ່າ ອາເມລິກາ ໃນປີນີ້ ກໍໄດ້ຮັບຮູ້ ແລະ ສະໜັບສະໜູນບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ. ອາເມລິກາ ຕີລາຄາສູງບັນດາການເຄື່ອນໄຫວຂອງ ຫວຽດນາມ ໃນການຊຸກຍູ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະ”. ອາເມລິກາ ໃຫ້ຄຳໝັ້ນສັນຍາ ຮ່ວມມືກັບ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ອາຊຽນ ໃນອະນາຄົດ ແນໃສ່ຊຸກຍູ້ພາກພື້ນ ອິນເດຍ - ປາຊີຟິກ ເປີດກວ້າງ ແລະ ເສລີພາບ ພ້ອມກັນແກ້ໄຂບັນດາສິ່ງທ້າທາຍຮ່ວມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top