• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ​ເວັບ​ໄຊ​ຂໍ້​ມູນ​ຂ່າວ​ສານ ເອ​ເລັກ​ໂຕ​ນິກ, ໂປຼ​ແກຼມ​ໂທ​ລະ​ສັບ​ມື​ຖື ແລະ ເຄືີ່ອງ​ມື​ແນະ​ນຳ​ກ່ຽວ​ກັບ AIPA 2020

ຕອນເຊົ້າວັນທີ 13 ສິງຫາ, ຢູ່ຫໍສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນພິທີປະກາດເວັບໄຊຂໍ້ມູນຂ່າວສານ ເອເລັກໂຕນິກ, ໂປຼແກຼມໃນອຸປະກອນໂທລະສັບມືຖື ແລະ ໂສມໜ້າຂອງ AIPA 2020.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປະທານ AIPA, ຫົວໜ້າຄະນະຊີ້ນຳ AIPA 41 ໄດ້ກົດປູ່ມເປີດນຳໃຊ້ເວັບໄຊຂໍ້ມູນຂ່າວສານ ເອເລັກໂຕນິກ  

ກ່າວຄຳເຫັນທີ່ພິທີ, ທ່ານນາງສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານ AIPA, ຫົວໜ້າຄະນະຊີ້ນຳ AIPA 41 ຖືວ່າເວັບໄຊຂໍ້ມູນຂ່າວສານ ເອເລັກໂຕນິກ, ໂປຼແກຼມໃນບໍລິເວນໂທລະສັບ ເພື່ອແນໃສ່ເຜີຍແຜ່ຂໍ້ມູນຂ່າວສານທາງການກ່ຽວກັບ AIPA, ສ້າງຂີດໝາຍຂອງສະພາແຫ່ງຊາດຫວຽດນາມໃນບົດບາດເປັນປະທານ AIPA 2020 ໄປຍັງປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ເພື່ອນມິດສາກົນ. ພ້ອມທັງໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ທ່ານນາງກ່າວວ່າ:

        ໜ້າທີ່ສຳຄັນທີ່ສຸດຂອງສະພາແຫ່ງຊາດຫວຽດນາມໃນບົດບາດເປັນປະທານ AIPA 2020 ແມ່ນຈັດຕັ້ງກອງປະຊຸມໃຫຍ່ AIPA 41 ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງໃຫ້ສຳເລັດ. ນີ້ແມ່ນຈຸດພົ້ນເດັ່ນສຳຄັນໃນວຽກງານການທູດຂອງສະພາແຫ່ງຊາດຂຸດທີ XIV ປະກອບສ່ວນເຮັດໃຫ້ຜົນງານທາງການທູດຂອງລັດ ແລະ ການທູດຂອງສະພາແຫ່ງຊາດ ຫວຽດນາມພົ້ນເດັ່ນຂຶ້ນ.

        ທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປະທານ AIPA, ຫົວໜ້າຄະນະຊີ້ນຳ AIPA 41 ໄດ້ກົດປູ່ມເປີດນຳໃຊ້ເວັບໄຊຂໍ້ມູນຂ່າວສານ ເອເລັກໂຕນິກ, ໂປຼແກຼມໃນອຸປະກອນໂທລະສັບມືຖືຂອງປີປະທານ AIPA 41.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top