• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ​ລາຍ​ການ “​ກຽດ​ສະ​ຫງ່າ​ຢູ່​ແນວ​ໜ້າ”

ລາຍການ “ກຽດສະຫງ່າຢູ່ແນວໜ້າ”ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 30 ມິຖຸນາ, ຢູ່ສູນກະຈາຍສຽງ -ໂທລະພາບກອງທັບ ແມ່ນເພື່ອແນໃສ່ເຊີດຊູບັນດາຜົນງານທີ່ພົ້ນເດັ່ນ ແລະ ບັນດາການປະກອບສ່ວນຂອງທຸກຂັ້ນ, ທຸກຂະແໜງການ, ໝູ່ຄະນະ ແລະ ສ່ວນບຸກຄົນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 

 ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມກ່າວຄຳເຫັນທີ່ລາຍການ

ໃນນັ້ນ, ກອງທັບປະຊາຊົນຫວຽດນາມ ແມ່ນໜຶ່ງໃນບັນດາກຳລັງປະຈັນບານຢູ່ແນວໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ, ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງກຳລັງກອງທັບໃນບັ້ນຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ໃນສະພາບການໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນ ແລະ ອາດຈະແກ່ຍາວ, ທ່ານນາງ ຫງວຽນທິກິມເງິນໄດ້ສະເໜີວ່າ:

        ໃຫ້ສືບຕໍ່ຜັນຂະຫຍາຍເນື້ອໃນຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ຊີ້ນຳວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃນທົ່ວກອງທັບ, ກະກຽມພື້ນຖານດ້ານວັດຖຸ, ອຸປະກອນ, ພາຫະນະ ຢ່າງຮອບຄອບຖີ່ຖ້ວນ, ຈັດແຈງບັນດາຄ້າຍທະຫານ ແລະ ຮາກຖານໃຫ້ເໝາະສົມ ເພື່ອເປັນບ່ອນແຍກຕົວສຳລັບຜູ້ເຂົ້າເມືອງ. ສະຫຼຸບ, ຖອດຖອນບົດຮຽນ, ປະສົບການຢ່າງທັນການເພື່ອມີບັນດາມາດຕະການທີ່ເໝາະສົມໃນການຮັບມືຢ່າງມີປະສິດທິຜົນ ບໍ່ພຽງແຕ່ສຳລັບໂລກລະບາດ Covid  19 ເທົ່ານັ້ນ ຫາກຍັງຮັບມືກັບທຸກໆສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top